ຄະນະຜູ້ແທນກິລາ ຈາກ ສປປ ລາວ 500 ຄົນ ເຂົ້າຮ່ວມ ແຂ່ງຂັນ ຊີເກມ ຄັ້ງທີ່ 27 ທີ່ມຽນມາ

ນັກກິລາ 500 ຄົນຈາກ ສປປ ລາວ ເຂົ້າແຂ່ງຂັນ SEA ເກມ ຄັ້ງທີ່ 27 ທີ່ມຽນມາ

ສະບາຍດີ ທ່ານ​ຜູ້ຟັງ​ທີ່​ເຄົາຣົບ ​ແລງ​ວັນ​ພະຫັດ​ມື້​ນີ້ ຂ້າພະ​ເຈົ້າ
ຈະ​ພາ​ທ່ານ​ໄປ​ຕິດ​ຕາມນັກ​ກິລາຍິງ​ທະນູລາວຄົນ​ນຶ່ງ​ທີ່ຊື່​ ທ້າວ
ດາ​ລິ​ຍະ ​ໄຊ​ດາຣາ ທີ່ກໍາລັງ​ເຂົ້າ​ຮ່ວມ​ແຂ່ງ​ຂັນໃນ ຊີເກ​ມ ຄັ້ງ​ທີ່
27 ທີ່​ປະ​ເທດ​ມຽນມາ.

ພິທີ່ເປີດກິລາຊີເກມ ຄັ້ງທີ່ 27 ທີ່ມຽນມາ


ແຕ່​ກ່ອນ​ອຶ່ນ ​ເຮົາ​ມາ​ທໍາ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ ​ປະ​ຫວັດ​ຄວາມ
​ເປັນ​ມາ​ຂອງການ​ແຂ່ງ​ຂັນກິລາ ຊີເກ​ມ ​ໃນ​ປັດ​ຈຸ​ບັນ (SEA
Games) ທີ່​ມີ​ຊື່​ຫ​ຍໍ້​ມາ​ຈາກ Southeast Asian Games
​ນັ້ນ ກິລາ​ນີ້ຖືກຕັ້ງ​ຂື້ນ​ມາ​ໃນ​ປີ 195​9 ໂດ​ຍ​ໃສ່​ຊື່ວ່າ SEAP
Games ​ໂດຍກຸ່ມປະ​ທດອາ​ຊີ​ອາ​ຄະ​ເນ ຊຶ່ງ​ປັດ​ຈຸ​ບັນ​ນີ້ ມີສະ
​ມາຊິກ ​ດ້ວຍ​ກັນ 11 ປະ​ເທດ ອັນ​ມີ ມຽນມາ ຫວຽດນາມ ລາວ
​ກຳປູ​ເຈຍ ໄທ ​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ສິງ​ກະ​ໂປ ​ຟິ​ລິບ​ປີນ
ບ​ຣູ​ໄນ ແລະ ອິ​ສ​ຕີ​ມໍ ເປັນ​ປະທດລ້າ​ສຸດ​ທີ່​ເຂົ້າ​ຮ່ວມ.

ການ​ແຂ່ງ​ຂັນ​ກິ​ລາ ຊີ​ເກມ ຊຶ່ງ​ເມື່ອ​ກ່ອນ​ເອີ້ນ​ວ່າ SEAP Games
ເລີ້ມ​ມີ​ຂື້ນ​ເທຶ່​ອ​ທຳ​ອິດ​ໃນ​ປີ 1959 ​ທີ່ ບາງກອກ ປະ​ເທດ​ໄທ ແລະ​
ມີ​ທຸກໆ​ສອງປີ​ຕິດ​ຕາມ​ກັນ​ມາ. ​ໃນ​ປີ 1965 ປະ​ເທດ​ລາວ ຫລືພະ
​ລາ​ດຊະ​ອາ​ນາ​ຈັກ​ລາວ ​ໄດ້ຮັບ​ກຽດ​ເປັນ​ເຈົ້າ​ພາບ​ຈັດ​ງານ SEAP
Games ແຕ່​ໄດ້​ປະ​ຕິ​ເສດ​ຮັບ​ບໍ່​ໄດ້​ເນຶ່ອງ​ຈາກ​ບັນຫາດ້ານ​ການ​ເງິນ
ແລະ​ສົງ​ຄາມ. ​ກິລາ SEAP ​ເກ​ມ ປ່ຽນ​ຊື່​ມາເປັນ SEA Games ​
ໃນ​ປີ 1977 ຈົນ​ຕົກ​ມາ​ເຖິງ​ປີ 2009 ລາວຈຶ່ງໄດ້​ເປັນ​ເຈົ້າພາບ SEA Games ​ເປັນເທື່ອ​ທໍາ
​ອິດ ຫລັງ​ຈາກ​ທີ່​ໄດ້ເຂົ້າ​ຮ່ວມ​ໃນ​ສະມາຄົມ ASEAN ພາຍ​ໃຕ້​ລະ​ບອບ​ການ​ປົກ​ຄອງຂອງ
ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ. ເຂົ້າຮ່ວມໃນການ​ແຂ່ງ​ຂັນ ຊີ​ເກມ ຄັ້ງ​ທີ
27 ທີ່​ກໍາລັງດໍາ​ເນີນ​ໄປຢູ່ໃນມຽນມາ ​ຂະນະນີ້ ​ນັກ​ກິ​ລາ​ຈາກ ສ​ປ​ປ ລາວ​ ພ້ອມ​ດ້ວຍ​ຄູຝືກ
ແລະ​ຜູ້​ແທນ​ຕິດ​ຕາ​ມ​ໄປ​ນຳ​ທັງ​ໝົດ 500 ຊຶ່ງ​ໃນ​ນັ້ນ​ກໍ​ມີ ​ທ່ານ​ຄຳ​ເຫລືອງ ໄຊ​ດາ​ຣາ ທີ່ໄດ້​ກ່າວ
​ຕໍ່ ວີ​ໂອ​ເອ​ວ່າ

Your browser doesn’t support HTML5

ຟັງການສໍາພາດ ທ່ານຄໍາເຫລືອງ ໄຊດາຣາ


ທ່ານ​ຄໍາ​ເຫລືອງ ​ເປັນ​ບິດາ​ຂອງ​ທ້າວ ດາ​ລິ​ຍະ ນັກ​ກິລາ​ຍິງ​ທະນູ ທີ່​ເຂົ້າ​ແຂ່ງ​ໃນ​ຄັ້ງ​ນີ້. ການ
​ແຂ່ງ​ຂັນ ​ຊີ​ເກມ ​ກໍາລັງ​ດໍາ​ເນີນ​ຢູ່​ໃນ​ສີ່​ໂຕເມືອງຄື Naypyidaw ​ເມືອງເອກໃໝ່ຂອງປະ​ເທດ
ມຽນມາ ຕິດ​ຕາມມາ​ດ້ວຍ ນະຄອນ​ຢ່າງ​ກຸ້ງ ​ເມືອງ ​Mandalay ​ແລະເມືອງຊາຍ​ທະ​ເລ
Ngwesaung. ມຽນມາ ​ທີ່ໃນ​ສະໄໝ​ກ່ອນ​ຊື່ວ່າ ພະມ້າ ​ນັ້ນ ໄດ້​ປິດ​ຕົນ​ເອງຈາກ​ໂລກ​ພາຍ
​ນອກ ຢູ່​ພາຍ​ໃຕ້​ການປົກຄອງລະ​ບອບ​ຜະເດັດການ​ທະຫານ​ ຈາກປີ 1962 ມາ​ຈົນຮອດປີ
2011 ​ຈຶ່ງມີການເລືອກ​ຕັ້ງ​ ​ທີ່ນໍາ​ເອົາ ລັດຖະບານ​ພົນລະ​ເຮືອນ ຂື້ນ​ມາ​ບໍລິຫານ​ປະ​ເທດ.

ການສະແດງດົນຕີພື້ນເມືອງ ຂອງມຽນມາ ໃນພິທີເປີດການແຂ່ງຂັນ SEA Games, ວັນທີ 11 ທັນວາ 2013.



ສະຫະ​ພັນອາຊີ​ອາຄະ​ເນ​ເກ​ມ ຫລື Southeast Asian Games
Federation ​ໄດ້​ລົງມະຕິຢ່າງ​ເຫັນ​ພ້ອມທີ່​ກອງ​ປະຊຸມ ເມຶ່ອ​ວັນ​ທີ
31 ​ເດືອນ​ພຶດສະພາ ປີ 2010 ທີ່ນະຄອນ​ຈາ​ກາ​ຕາ ​ອິນ​ໂດ​ເນ​ເຊຍ
​ມອບ​ໝາຍ​ໃຫ້ມຽນມາ ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ ຊີ​ເກ​ມ ຄັ້ງ
​ທີ່ 27​ ຊຶ່ງ​ໄດ້ເລີ້ມ​ເປີດ​ພິທີ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 11 ​ມື້ວານ​ນີ້ ​
ແລະຈະ​ດຳ​ເນີນ​ໄປຈົນ​ຮອດ​ວັນ​ທີ່ 22 ​ເດືອນ​ທັນວາ ​ໂດຍ​ມີ​ການ
ແຂ່ງຂັນ​ກິລາທັງ​ໝົດ 33 ປະ​ເພດ.

ປະ​ເທດ​ພະມ້າ ເຄີຍໄດ້ເປັນ​ເຈົ້າພາບ​ແຂ່ງຂັນ​ກິລາຊີ​ເກ​ມມາ​ກ່ອນ
​ໃນ​ສະ​ໃໝ​ທີ່​ເອີ້ນ​ວ່າ SEAP Games ປີ 1961 ​ແລະ 1969 ​ຢູ່ນະຄອນຢາງ​ກຸ້ງ ​ເມືອງຫຼວງ​
ເກົ່າ​ຂອງ​ປະ​ເທດມຽນມາ ແລະເທື່ອນີ້ເປັນ​ເທື່ອ​ທີ່​ສາມ. ​ ສັນຍາ​ລັກ ກິລາ​ຊີເກ​ມ ທີ່ມຽນມາ
ຄັ້ງນີ້​ ແມ່ນ​ຮູບນົກ​ເຄົ້າ​ສອງ​ໂຕ ຊຶ່ງ​ມີ​ຄວາມ​ໝາຍ​ວ່າ ​ໂຊກ​ດີ ​ໃນ​ວັດທະນະທໍາ​ຂອງ​ຊາວ
​ມຽນມາ. ນົກ​ເຄົ້າ​ໂຕ​ຜູ້​ຊຶ່ວ່າ Shwe Yoe ​ ແລະ​ນົກ​ເຄົ້າ​ໂຕແມ່​ ຊື່ວ່າ Ma Moe.

ນົກເຄົ້າ ແມ່ນ ສັນຍາລັກ ຊີເກມ ຂອງມຽນມາ


ກິລາ 33 ​ປະ​ເພດ ທີ່​ແຂ່ງຂັນ​ຢູ່ໃນ​ມຽນ​ມາຄັ້ງ​ນີ້ ມີ​ຈໍານວນໜ້ອຍ
​ກວ່າ​ການ​ແຂ່ງຂັນກິລາ ຊີ​ເກ​ມ​ ​ປີ 2011 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ.
ຄະນະ​ກໍາ​ມະ​ການ​ຈັດການ​ແຂ່ງຂັນກິລາ ຊີ​ເກ​ມ ມຽນມາ ບໍ່​ເຫັນ
​ດີ​ໃຫ້​ມີ​ກິລາໂວ​ໄລ​ບອນ ​ຂອງ​ຜູ້ຍິງທີ່​ຫລີ້ນ​ຢູ່​ຫາດ​ຊາຍ ​ແລະ​ກິລາ​
​ເຕັ້ນ​ລໍາ ​ເພາະ​ເຂົາ​ເຈົ້າ​ເຫັນ​ວ່າ ​ຊຸດ​ນຸ່ງ​ຫລີ້ນ​ກິລາປະ​ເພດ​ນີ້ ບໍ່
​ເໝາະ​ສົມ​ແກ່​ສະ​ຕີ​ມຽນມາ ເພາະ​ຕ້ອງ​ໄດ້​ນຸ່ງ​ສັ້ນໆ ແລະ ເປີດ
​ເຫັນ​ຮ່າງ​ກາຍ​ຫລາຍ​ເກີນ​ໄປ. ນອກຈາກ​ນັ້ນ​ອີກ​ ກິລາ​ເທັນ​ນິສ
​ແລະ​ຈິ​ມນາສຕິກ ກໍ​ບໍ່​ມີ​ຢູ່​ໃນລາຍ​ການ​ແຂ່ງຂັນ​ເຊັນ​ດຽວ​ກັນ.

ກ່ອນ​ການ​ອອກ​ເດີນທາງໄປ​ຍັ​ງເທດມ​ຽນ​ມາ ຂອງ​ຄະນະ​ນັກ​ກິລາ ສປປ ລາວ ວີ​ໂອ​ເອ ​ໄດ້ສໍາ
ພາດ ທ້າວ​ດາ​ລິ​ຍະ ​ໄຊ​ດາ​ຣາ ນັກ​ກິລາ​ຍິງ​ທະນູ ​ຊຶ່ງ​ທ່ານ​ໄດ້​ກ່າວເຖິງ ກິລາ​ຍິງ​ທະນູ ​ສູ່ຟັງວ່າ:

Your browser doesn’t support HTML5

ຟັງການສໍາພາດ ທ້າວດາລິຍະ ໄຊດາຣາ


​ເຖິ​ງແມ່ນຈະ​ຫາ​ກໍເປີດ​ຢ່າງ​ເປັນ​ທາງ​ການ ​ໃນ​ມື້ວານ​ນີ້​ກໍຕາມ ​ແຕ່​ການແຂ່ງຂັນບາງ​ຢ່າງ​ກໍ​ໄດ້
​ເລີ້ມ​ຂື້ນ​ແລ້ວ ພ້ອມ​ກັບການມອບ​ລາງວັນ ບາງ ປະ​ເພດ ຊຶ່ງ​ມາ​ຮອດ​ວັນ​ພຸດ​ວານນີ້ ນັກ​ກິລາ
ຈາກ ສປປ ລາວ ​ ໄດ້​ຮັບ 1 ຫລຽນ​ຄຳ 5 ຫ​ລຽນ​ເງິນ ແລະ 8 ​ຫລຽນ​ທອງ​ແດງ ​ແລະ​ປະ​ເທດ
​ເຈົ້າພາບ​ມຽນມາ ​ເປັນ​ຜູ້ໄດ້​ຮັບ​ຫລຽນ ນໍາ​ໜ້າ​ເກືອບ​ທຸກໆປະ​ເພດ.