ລາຄາໄມ້ໃນຕ່າງປະເທດ ທີ່ແພງກວ່າຢູ່ໃນລາວ ພາໃຫ້ມີການລັກລອບຕັດໄມ້ ເພີ້ມຂຶ້ນ

ສະໜາມໄມ້ທີ່ຖືກລັກລອບຕັດຢ່າງຜິດກົດໝາຍເພື່ອສົ່ງອອກ ໄປຂາຍຢູ່ຕ່າງປະເທດ

ເຈົ້າໜ້າທີ່ລາວຍອມຮັບວ່າ ລາຄາໄມ້ໃນຕ່າງປະເທດແພງກວ່າໃນປະເທດເຖິງ 30% ຄືສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ມີການລັກລອບຕັດໄມ້ເພື່ອສົ່ງອອກໄປຕ່າງ ປະເທດຫຼາຍຂຶ້ນນັບມື້.

ທ່ານ ທອງສະຫວັນ ສຸລິຍະມາດ ປະທານສະມາຄົມອຸດສາຫະກໍາໄມ້ແປຮູບແຫ່ງຊາດ
ລາວ ໃຫ້ການຍອມຮັບວ່າ ສາເຫດສໍາຄັນປະການໜຶ່ງທີ່ເຮັດໃຫ້ການລັກລອບຕັດໄມ້ໃນ
ລາວ ເພື່ອສົ່ງອອກໄປຂາຍຍັງຕ່າງປະເທດມີທ່າ ອ່ຽງເພີ່ມຫຼາຍຂຶ້ນນັບມື້ໃນປະຈຸບັນນີ້ ກໍຄືການທີ່ໄມ້ໃນຕະຫຼາດຕ່າງປະເທດ ມີລາຄາແພງກວ່າຕະຫຼາດພາຍໃນປະເທດລາວ
ຄິດເປັນອັດຕາສະເລ່ຍ ລະຫວ່າງ 25%-30%.

ຊຶ່ງດ້ວຍລະດັບລາຄາທີ່ແຕກຕ່າງກັນດັ່ງກ່າວ ຈຶ່ງເຮັດໃຫ້ບັນດາພໍ່ຄ້າໄມ້ຕ້ອງການ ທີ່ ຈະໄດ້ຮັບໂຄຕ້າໄມ້ໃນລາວໃຫ້ໄດ້ຫຼາຍທີ່ສຸດເພື່ອທີ່ວ່າຈະໄດ້ສົ່ງອອກໄປຂາຍໃນຕ່າງ
ປະເທດເປັນດ້ານຫຼັກເພາະຈະເຮັດໃຫ້ໄດ້ຮັບຜົນປະໂຫຍດຫຼາຍກວ່າການຂາຍໄມ້ພາຍ
ໃນປະເທດ, ຫາກແຕ່ເນື່ອງຈາກວ່າລັດຖະບານລາວໄດ້ດໍາເນີນມາດຕະການ ຈໍາກັດ
ໂຄຕ້າ ການຕັດໄມ້ໃຫ້ໜ້ອຍລົງເລື້ອຍໆ ໃນໄລຍະ 10 ປີກວ່າມານີ້ ຈຶງເຮັດໃຫ້ບັນດາ ພໍ່ຄ້າໄມ້ຕ້ອງດໍາເນີນການໃນທຸກວິທີທາງເພື່ອເຮັດໃຫ້ພວກຕົນມີໄມ້ສໍາລັບສົ່ງອອກໄປ
ຕ່າງປະເທດຢ່າງພຽງພໍ.

ໄມ້ທີ່ອົງການສືບສວນ ດ້ານສະພາບແວດລ້ອມ (EIA) ໄດ້ກວດພົບວ່າ ມີກອງທັບຫວຽດນາມ ກ່ຽວພັນໃນການລັກ ລອບຄ້າໄມ້ເຖື່ອນໄປ ຫວຽດນາມ

ທັງນີ້ໂດຍວິທີການນຶ່ງທີ່ບັນດາພໍ່ຄ້າໄມ້ໃນລາວ ໄດ້
ພາກັນດໍາເນີນການປະຕິບັດຫຼາຍຂຶ້ນນັບມື້ກໍຄືການ
ລັກລອບຕັດໄມ້ເກິນໂຄຕ້າ ໂດຍມີເຈົ້າໜ້າທີ່ຂອງລັດ
ຖະບານລາວໃນລະດັບທ້ອງຖິ່ນໃຫ້ການຮ່ວມມື
ແລະອໍານວຍຄວາມສະດວກໃຫ້ ເພື່ອແລກກັບຜົນ
ປະໂຫຍດຕອບແທນເປັນການສ່ວນຕົວ ຊຶ່ງເຮັດໃຫ້
ສາມາດປະເມີນສະພາບການໄດ້ວ່າໃນຕະຫຼອດໄລ
ຍະ 10 ກວ່າປີມານີ້ປ່າໄມ້ໃນລາວໄດ້ຖືກລັກລອບ
ຕັດໄມ້ທໍາລາຍປ່າໂດຍສະເລ່ຍເຖິງ 130,000 ເຮັກ
ຕາຕໍ່ປີ. ດັ່ງ​ເຈົ້າໜ້າທີ່​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້​
ລາວໄດ້​ໃຫ້ການ​ອະທິບາຍ​ວ່າ:

ຈໍານວນໄມ້ທີ່ວ່າລັດຢຶດມານັ້ນ ບໍ່ທັນໄດ້ຮັບການຂາຍອອກ ແລະຖືກຢາຍໄວ້
ກອງໄວ້ ຕາກແດດຕາກຝົນມາເປັນເວລາສອງປີກວ່າແລ້ວ ແລະໄມ້ຈຳນວນນຶ່ງ

ກະກາຍເປັນໄມ້ນະພາບເສຍຄຸນ ຕົກເກຣດ ຊໍ້າບໍ່ໜໍາກະຍັງມີຄົນບໍ່ດີຈຳນວນນຶ່ງ
ມາລັກ
ຊໍ້າສອງ ເທື່ອທີນຶ່ງແມ່ນລັກແລ້ວ ລັດຢຶດມາກອງໄວ້ ແລ້ວກໍຍັງມີຄົນບໍ່ດີ
ຈຳນວນນຶ່ງ
ມາ​ລັກ​ເປັນຄັ້ງທີສອງ.”

ຊຶ່ງດ້ວຍສະພາບການດັ່ງກ່າວນີ້ກໍຍ່ອມຈະສົ່ງຜົນກະທົບຕໍ່ແຜນການຮັກສາ ແລະ ນໍາໃຊ້ ຊັບພະຍາກອນທໍາມະຊາດຢ່າງຍືນຍົງຂອງລັດຖະບານລາວຢ່າງຫຼີກລ່ຽງບໍ່ໄດ້ ກໍຄືການ
ສົ່ງເສີມການປູກຕົ້ນໄມ້ ແລະ ການຟຶ້ນຟູ ສະພາບ​ປ່າ​ໄມ້​ຂອງ​ລາວ ໃນປັດຈຸບັນ​ນີ້​ມີ​ຄວາມ
ໜາ​ແໜ້ນຄິດ​ເປັນ 65% ໃນປີ 2015 ແລະເພີ່ມຂຶ້ນໃຫ້ໄດ້ເຖິງ 70% ຂອງພຶ້ນທີ່ທັງໝົດ
ຂອງປະເທດພາຍໃນປີ 2020.

ປ່າໄມ້ແຫ່ງນຶ່ງໃນລາວ ທີ່ຖືກທໍາລາຍຍ້ອນ ການຕັດໄມ້

ໂດຍພາຍໃຕ້ເປົ້າໝາຍດັ່ງກ່າວນີ້
ລັດຖະບານລາວກໍໄດ້ມີການຈັດ
ແບ່ງປະເພດຂອງປ່າໄມ້ອອກ
ເປັນ 3 ຊະນິດດ້ວຍກັນ ກໍຄືປ່າ
ປ້ອງກັນ, ປ່າສະຫງວນ ແລະປ່າ
ຜະລິດ ຊຶ່ງການທີ່ຈະເຮັດໃຫ້ສາ
ມາດບັນລຸເປົ້າໝາຍ ທີ່ວາງເອົາ
ໄວ້ດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍ
ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງ
ໄດ້ຮັບການຮ່ວມມື ແລະການມີ
ສ່ວນຮ່ວມຈາກທຸກພາກສ່ວນ
ຢ່າງແທ້ຈິງ.

ສໍາລັບໃນໄລຍະທີ່ຜ່ານມາ ປ່າຜະລິດກໍນັບເປັນພາກສ່ວນທີ່ລັດຖະບານລາວໄດ້ໃຫ້ການ
ສະໜັບສະໜູນ ສົ່ງເສີມຢ່າງກວ້າງຂວາງໂດຍສະເພາະແມ່ນການໃຫ້ສໍາປະທານສິດທິ
ການເຊົ່າທີ່ດິນໄລຍະຍາວເພື່ອການປູກພືດອຸດສາຫະກໍາຕ່າງໆເຊັ່ນ ຢາງພາລາ, ໄມ້ເກດ
ສະໜາ ແລະ ໄມ້ວິກ ຫຼື ຢູຄາລິບຕັສ ຊຶ່ງມາເຖິງປະຈຸບັນນີ້ກໍປະກົດວ່າ ລັດຖະບານລາວ
ໄດ້ໃຫ້ສໍາປະທານສິດທິດັ່ງກ່າວແກ່ເອກະຊົນລາວ ແລະ ຕ່າງປະເທດໄປແລ້ວ ຄິດເປັນ
ເນື້ອທີ່ກວ້າງກວ່າ 4 ແສນເຮັກຕາ ໂດຍເກິນກວ່າ 70% ເປັນການປູກຢາງພາລາ ທີ່ສ່ວນ ໃຫຍ່ເປັນການລົງທຶນຈາກຈີນ, ຫວຽດນາມ ແລະໄທ ຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ຈາກການສໍາຫຼວດສະພາບປ່າໄມ້ໃນລາວໃນປີ 1992 ກໍພົບວ່າລາວ
ຍັງຄົງເຫຼືອປ່າໄມ້ປົກຫຸ້ມຢູ່ 47% ແລະ ກໍໄດ້ລົດລົງເຫຼືອ 42% ໃນປີ 2002 ສ່ວນໃນປັດ
ຈຸບັນນີ້ກໍເຊື່ອວ່າ ລາວຍັງຄົງເຫຼືອປ່າໄມ້ປົກຫຸ້ມຢູ່ ບໍ່ເກິນ 35% ຂອງພຶ້ນທີ່ທັງໝົດຂອງ
ປະເທດ.