ໃນຄໍ່າຄືນນີ້ຖືວ່າຍັງຢູ່ໃນຊ່ວງສະເຫຼີມສະຫຼອງວັນປີໃໝ່ສາກົນຢູ່
ໃນວັນອັງຄານ ທີ 1 ເດືອນ 1 ປີ 2014 ກໍໄດ້ມີການຈັດສະຫຼອງ
ປີໃໝ່ສາກົນໃນທຸກຮູບແບບໃນທົ່ວທຸກມຸມໂລກ ແລະເປັນອັນ
ທີ່ຊາບກັນແລ້ວວ່າ ລາຍການຊີວິດຊາວລາວໃນຕ່າງແດນຂອງ
VOA ນັ້ນກໍມີຈຸດປະສົງທີ່ຈະນໍາສະເໜີເລື່ອງລາວຕ່າງໆນາໆ
ຂອງຊາວລາວ ມາແບ່ງປັນແລະຮຽນຮູ້ຊຶ່ງກັນແລະກັນ.
Your browser doesn’t support HTML5
ຟັງລາຍການຊີວິດຊາວລາວໃນຕ່າງແດນ_ສົ່ງຄວາມສຸກ_ອວຍພອນປີໃໝ່2014
ປີນີ້ ກໍເປັນເວລາເກືອບຈະ 40 ປີແລ້ວ ນັບຕັ້ງແຕ່1975 ທີ່ໄດ້
ມີການປ່ຽນແປງການປົກຄອງໃນລາວ ຊາວລາວຈໍານວນຫຼາຍ
ແສນຄົນໄດ້ອົບພະຍົບລົບໄພກະຈັດກະຈາຍ ໄປຫຼີ້ໄພຢູ່ໃນຕ່າງ
ແດນປະເທດ ຕາບເທົ່າເຖິງປະຈຸບັນນີ້ ກໍໄດ້ພາກັນສ້າງສາ
ພັດທະນາ ສ້າງເນື້ອສ້າງຕົວຈົນເປັນປຶກແຜ່ນ ມີລູກເຕົ້າຮໍ່າຮຽນ
ກັນສູງໆ ກາຍເປັນພົນລະເມືອງທີ່ດີຂອງປະເທດນັ້ນໆ ທີ່ພວກ
ເຂົາເຈົ້າມາໄສຢູ່ແລະກໍຖືເປັນບ້ານຂອງຕົນນໍາອີກ. ດ້ວຍສາເຫດ
ນີ້ ຈຶ່ງເຮັດໃຫ້ວັນນະສອນມີຄວາມຮູ້ສຶກວ່າ ໃນໄລຍະຕະຫຼອດ
ເວລາຫຼາຍສິບປີຜ່ານມານີ້ ຊາວລາວພາກັນໄປຢູ່ໃສແດ່ ປະກອບ
ອາຊີບການງານຢ່າງໃດ ຢູ່ດີມີສຸກກັນທຸກຖ້ວນໜ້າກັນບໍ່?
ວັນນະສອນຈຶ່ງຖືເອົາໂອກາດປີໃໝ່ສາກົນນີ້ສໍາພາດກັບຫຼາຍໆ
ທ່ານແລະເພື່ອສົ່ງຄວາມສຸກ ເຖິງຊາວລາວດ້ວຍກັນ ຂໍເລີ່ມ
ດ້ວຍການກ່າວຄໍາອວຍພອນຂອງອາຈານພົມມະ ພິມມະສອນ
ທີ່ອາໄສຢູ່ Montreal, Canada ຊຶ່ງເປັນທັງສິນລະປິນ ນັກ
ຮ້ອງແລະນັກປະພັນ ຊຶ່ງອາຈານພົມມະ ໄດ້ກ່າວອວຍພອນ
ແດ່ພີ່ນ້ອງຊາວລາວດັ່ງນີ້:
Your browser doesn’t support HTML5
ຟັງຄໍາອວຍພອນ_ພົມມະ ພິມມະສອນ
ອາຈານ ສ. ແສງສິຣິວັນ ແລະອາຈານ ພົມມະ ພິມມະສອນ
ເພງທີ່ຫຼິ້ນຈົບລົງໄປນັ້ນແມ່ນເພງສະບາຍດີປີໃໝ່ທີ່
ປະພັນໂດຍອາຈານພົມມະ ແລະຮ້ອງຄູ່ກັບພອນ
ພູມິທອນ ສິນລະປິນສາວຈາກລັດ VA
ເຈົ້າຄໍາຜາຍ ກຸນລະວຸດ ແລະມາລີຈັນສຸກ
ສິນລະປິນສາວທີ່ຮ່ວມອວຍພອນມາຈາກທາງໄກ
ໃນຂະນະທີ່ກໍລັງພັກຮ້ອນໃນປະເທດໄທ ກໍໄດ້ສົ່ງ
ຄໍາອວຍພອນມາ ຄືສິນລະປິນສາວ ມາລີຈັນສຸກ
ຈາກ Lyon, Frnace
Your browser doesn’t support HTML5
ຟັງຄໍາອວຍພອນ_ມາລີຈັນສຸຂ
ສ່ວນສິນລະປິນ ນັກແຕ່ງເພງຄົນເກັ່ງອີກຄົນນຶ່ງຈາກ
Belgium ກໍຄືເຈົ້າຄໍາຜາຍ ກຸນລະວຸດ ຈາກວົງແມ່ຂອງ
ຂຽວ ທີ່ໄດ້ອວຍພອນເປັນກາບກອນ ເອົາໄປຟັງພ້ອມໆ
ກັນເລີຍວ່າຈະມີເນື້ອໃນໃຈຄວາມຢ່າງໃດແດ່…
Your browser doesn’t support HTML5
ຟັງຄໍາອວຍພອນ_ເຈົ້າຄໍາຜາຍ ກຸນລະວຸດ
ສ່ວນອະດີດນັກສຶກສາ ທ້າວຄໍາແສນ ທີ່ໄປຮຽນຢູ່ປະເທດໂປແລນກ່ອນປ່ຽນແປງ
ການປົກຄອງໃນລາວນັ້ນ ກໍໄດ້ປັກຫຼັກປັກຖານປະກອບອາຊີບເປັນນັກທຸລະກິດນໍາເຂົ້າ
ສິນຄ້າປະເພດໄມ້ສໍາເລັດຮູບຈາກລາວໄປຈໍານາຍໃນໂປແລນກໍໄດ້ຮ່ວມອວຍພອນ
ເຊັ່ນກັນ ຊຶ່ງທ່ານກ່າວວ່າ:
Your browser doesn’t support HTML5
ຟັງຄໍາອວຍພອນ_ຄໍາແສນ
ອຸດອນ ວົງສີ ຄໍາແສນແລະໄຊຍະເພັດ
ຄໍາອວຍພອນຈາກອາຈານສອນມະຫາວິທະຍາໄລແຫ່ງຊາດລາວ ຊຶ່ງປະຈຸບັນນີ້ໄດ້ໄປ
ສຶກສາປລິນຍາເອກຕໍ່ທີ່ປະເທດ Portugal ກໍໄດ້ສົ່ງຄວາມຮູ້ສຶກທີ່ດີ ຈາກຫຼາຍຮ້ອຍ
ພັນໄມ ເຖິງຊາວລາວ ທັງໃນແລະນອກຈົ່ງໃຫ້ຮັກຫໍ່ໂຮມກັນຊຶ່ງໄຊຍະເພັດ ຊາພິຈິດ
ກ່າວວ່າ:
Your browser doesn’t support HTML5
ຟັງຄໍາອວຍພອນ_ໄຊຍະເພັດ ຊາພິຈິດ
ຈາກການາດາ ແລ້ວກໍທະວີບຢູໂຣປ ແລະຕໍ່ໄປວັນນະສອນຈະພາທ່ານໄປຟັງຄໍາອວຍ
ພອນຈາກອີກຊີກໂລກນຶ່ງ ທະວີບອອສເຕຣເລຍ ຊຶ່ງທັງສອງເປັນສິນລະປິນທີ່ມີນໍ້າສຽງດີ
ທັງຄູ່ ອຸດອນ ວົງສີ ຈາກ Melborne ແລະ ແດງ ຈໍາພອນ ຈາກ Sydney ຊຶ່ງຕ່າງກໍໄດ້
ສົ່ງຄໍາອວຍພອນປີໃໝ່ ໂດຍໃຫ້ VOA ເປັນສື່ກາງ ເຖິງຊາວລາວທຸກຖ້ວນໜ້າ ຊຶ່ງທັງ
ສອງໄດ້ກ່າວດັ່ງຕໍ່ໄປນີ້:
Your browser doesn’t support HTML5
ຟັງຄໍາອວຍພອນ_ອຸດອນ ວົງສີ
Your browser doesn’t support HTML5
ຟັງຄໍາອວຍພອນ_ແດງ ຈໍາພອນ
ແດງ ຈໍາພອນແລະມຸກດາວັນ ສັນຕິພອນ
ນັ້ນແມ່ນເພງມົນຮັກເມືອງວັງຂອງສາວນ້ອຍສຽງໃສ ຈາກສປປລາວ ຊຶ່ງກໍາລັງເປັນທີ່ນິຍົມ
ໃນຂະນະນີ້ ກໍໄດ້ສົ່ງຄໍາອວຍພອນຝາກເຖິງຊາວລາວພ້ອມທັງຝາກເຖິງຜົນງານເພງ ທີ່ຈະ
ເປັນປະເພດລໍາລາວພື້ນບ້ານມາໃຫ້ທ່ານຜູ້ຟັງໄດ້ຟັງກັນໃນອານາຄົດອັນໃກ້ໆນີ້…ຊຶ່ງມຸກ
ດາວັນ ສັນຕິພອນ ກ່າວວ່າ:
Your browser doesn’t support HTML5
ຟັງຄໍາອວຍພອນ_ມຸກດາວັນ ສັນຕິພອນ
ບັດນີ້ ກໍຄົງຕ້ອງກັບມາສະຫະລັດເພື່ອຟັງກາບກອນທີ່ອາຈານສ. ແສງສິຣິວັນ ນັກປະພັນ
ເພງລາວທີ່ເປັນທີ່ຮູ້ຈັກຂອງບັນດານັກສິນລະປິນທັງຫຼາຍທີ່ໄດ້ສ້າງຜົນງານດີໆ ແຕ່ງເພງ
ໃຫ້ຫຼາຍໆຄົນໄດ້ຂັບຮ້ອງ ຊຶ່ງທ່ານໄດ້ແຕ່ງກອນນີ້ຂຶ້ນມາສະເພາະເພື່ອສົ່ງຄວາມສຸກໃຫ້
ຊາວລາວດັ່ງເນື້ອໄນຂອງກອນນີ້:
Your browser doesn’t support HTML5
ຟັງຄໍາອວຍພອນ_ອາຈານ ສ. ແສງສິຣິວັນ
ວັນນະສອນຂໍປິດທ້າຍລາຍການດ້ວຍບົດກອນທີ່ອາຈານໄດ້ແຕ່ງໃຫ້ VOA ໂດຍສະເພາະ
ເພື່ອມອບໃຫ້ແກ່ທຸກໆທ່ານທີ່ຄອຍຕິດຕາມ ລາຍການວິທະຍຸ VOA ສະເໜີມາ…
Your browser doesn’t support HTML5
ຟັງກອນພອນປີໃໝ່ຈາກ VOA_ປະພັນໂດຍ ສ. ແສງສິຣິວັນ