Your browser doesn’t support HTML5
ງານສະຫຼອງກຸດສົງການປີໃໝ່ລາວ ທີ່ສະຖານທູດສປປ ລາວ ປະຈຳນະຄອນຫຼວງວໍຊີງຕັນ
Your browser doesn’t support HTML5
ງານສະຫຼອງປີໃໝ່ທີ່ສະຖານເອກອັກຄະລັດຖະທູດລາວປະຈຳປີ 2016
ອັນດັບຕໍ່ໄປນີ້ ທ່ານຈະໄດ້ຮັບຟັງການສໍາພາດຂອງບັນດາປະຊາຄົມລາວຈາກທົ່ວ ສະຫະ ລັດ ທີ່ໄດ້ພາກັນມາຮ່ວມສະຫຼອງເທດສະການປີໃໝ່ລາວ ທີ່ສະຖານທູດລາວ ປະຈຳນະ ຄອນຫຼວງວໍຊີງຕັນ ພ້ອມທັງການໃຫ້ສຳພາດຂອງທັງສອງເອກອັກຄະລັດຖະ ທູດລາວ
ນຳດ້ວຍ ຊຶ່ງ ວັນນະສອນ ມີບົດສຳພາດດັ່ງກ່າວມາສະເໜີທ່ານໃນລາຍການຊີວິດຊາວ ລາວຂອງ VOA ຂໍເຊີນເຂົ້າສູ່ລາຍການໄດ້ນະບັດນີ້.
ເອກອັກຄະລັດຖະທູດໄມ ໄຊຍະວົງ ຂຶ້ນກ່າວເປີດງານສະຫຼອງກຸດສົງການປີໃໝ່ລາວ
ໂດຍຮວມແລ້ວ ການສະຫຼອງກຸດສົງການປີໃໝ່ລາວ ຈະຂຶ້ນຢູ່ກັນການເຄື່ອນຍ້າຍຂອງດວງດາວ ຫຼືລະບົບໝູນວຽນທາງຈັນທະລະຄະຕິ ຊຶ່ງສ່ວນໃຫຍ່ແລ້ວປີໃໝ່ລາວແມ່ນຈະຕົກໃສ່ກາງເດືອນເມສາ. ສຳລັບປະຊາຄົມລາວຢູ່ໃນສະຫະລັດ ກໍຈະອາໄສເອົາ ວັນພັກໃນທ້າຍສັບປະດາເປັນເວລາຈັດສະຫຼອງບຸນດັ່ງກ່າວກັນ ແລະໄດ້ເລີ້ມມາຕັ້ງແຕ່ວັນເສົາ-ວັນອາທິດຕົ້ນເດືອນເມສາຈົນເຖິງທ້າຍເດືອນ ຊຶ່ງໃນຊ່ວງເວລາດັ່ງກ່າວທາງວັດລາວພຸດທະວົງ ກໍແມ່ນໄດ້ສະຫຼອງກັນແລ້ວດັ່ງທີ່ວີໂອເອໄດ້ອອກອາກາດໄປ ຫວ່າງມໍ່ໆມານີ້.
ສ່ວນສະຖານທູດລາວປະຈຳນະຄອນຫຼວງວໍຊີງຕັນ ກໍເຊັ່ນກັນ ແມ່ນຍັງຄົງຮັກສາຮີດຄອງປະເພນີອັນດີງານຂອງລາວເຮົາໄວ້ ໂດຍໄດ້ຈັດໃຫ້ມີການຕັກບາດໃນ 2 ວັນ ກ່ອນໜ້າ ມື້ຄົບງັນແລະມ່ວນຊື່ນກັນໃນວັນທີ 30 ເມສາ ຊຶ່ງບັນຍາກາດຂອງງານນັ້ນ ໄດ້ມີອົບອຸ່ນມີຄວາມຮັກຫອມສາມັກຄີກັນ ຊຶ່ງພວກເຂົ້າຮ່ວມໄດ້ພາກັນເດີນທາງມາຈາກໃກ້ແລະໄກ ຈາກຫຼາຍລັດ.
Your browser doesn’t support HTML5
ບັນດາຊາວລາວ-ອາເມຣິກັນ ພາກັນອວຍພອນປີໃໝ່ ຊຶ່ງກັນແລະກັນ
ບັນຍາກາດຂອງງານມື້ນັ້ນປົກຄຸມໄປດ້ວຍການສະແດງຟ້ອນລຳແລະຂັບຮ້ອງ ຈາກສິນລະປິນຮັບເຊີນ ກ່ອນທີ່ທ່ານທູດຈະກ່າວເປີດງານແລະເຊີນແຂກທັງຫຼາຍ ທັງລາວແລະຕ່າງປະເທດເຂົ້າຮ່ວມ…ເຮັດໃຫ້ສະຖານທູດລາວທີ່ໂອ່ໂຖງນັ້ນ ຄັບແຄບລົງໄປທັນທີ…ສະໜາມຫຍ້າ ຖືກຈັດໄວ້ເປັນລະບຽບຮຽບຮ້ອຍ ມີຊຸ້ມດອກໄມ້ ພາບາສີ
ແລະເຄື່ອງເອ້ຍ້ອງຕ່າງໆແບບລາວໆໃຫ້ຜູ້ຄົນໄດ້ສຳພັດ ແລະທີ່ເຫັນໄດ້ຊັດ ກໍຄືການວາງ
ສະແດງອາຫານ ຄາວຫວານທີ່ເປັນແບບລາວຂະໜານແທ້ ລາບກ້ອຍ ຊອຍສ້າ ໄສ້ອົ່ວ ຊີ້ນສະຫວັນ ເຂົ້າໜຽວ ຕຳໝາກຫຸ່ງ ຊຸບໜໍ່ໄມ້ ເຂົ້າຕອກດອກໄມ້ ຂະໜົມຂອງຕ້ອນ ສາລະພັດ ຈົນທຸກໆທ່ານທີ່ມາໃນງານຄັ້ງນີ້ກ່າວເປັນສຽງດຽວກັນວ່າ ສຸດຍອດ. ບັນດາ ແຂກທີ່ວັນນະສອນ ໄດ້ສຳພາດ ກໍມີຄື: ຍານ້າຄູນ ສຸວັນນະວົງ ຈາກລັດ VA ທ່ານ Thomas ສີສະເກດ ຈາກລັດ Minnesota, ຍານາງກອງມະນີ ຣາດຊະຈັກ ຈາກ ລັດ Minnesota ພາກັນສະແດງອອກຊຶ່ງການມາຮ່ວມຄັ້ງນີ້ວ່າ:
Your browser doesn’t support HTML5
ການໃຫ້ສຳພາດຂອງຄະນະແຂກຊາວລາວ - ອາເມຣິກັນ
ກໍໄດ້ມີບັນດາແຂກຕ່າງປະເທດຄົນສຳຄັນເຂົ້າຮ່ວມຢ່າງຫຼວງຫຼາຍ ແຂກຄົນສຳຄັນອີກ ທ່ານນຶ່ງໃນງານຄັ້ງນີ້ ກໍແມ່ນທ່ານ Michele Sorrenti ທີ່ປຶກສາກິຕິມະສັກປະຈຳລາວ ຈາກການາດາ ພ້ອມດ້ວຍພັນລະຍາ ຊຶ່ງທັງສອງທ່ານກ່າວອວຍພອນປີໃໝ່ເປັນພາສາ ລາວວ່າ:
Your browser doesn’t support HTML5
ຄຳອວຍພອນຂອງທ່ານນາງ Anna ແລະສາມີ ທ່ານ Michele Sorrenti ທີ່ປຶກສາກິຕິມະສັກ ຂອງປປ ລາວ ປະຈຳ ການາດາ
Your browser doesn’t support HTML5
ບັນຍາກາດຂອງງານສະຫຼອງກຸດສົງການປີໃໝ່ລາວ ທີ່ສະຖານທູດສປປ ລາວ ປະຈຳນະຄອນຫຼວງວໍຊີງຕັນ
ຫຼັງຈາກໂອ້ລົມພົບໜ້າພໍ້ຕາໝູ່ເພື່ອນຍາດມິດສະຫາຍ ແລະຮັບປະທານອາຫານລາວ ໄປເປັນທີ່ຮຽບຮ້ອຍແລ້ວກໍໄດ້ມີການມອບລາງວັນໃຫ້ແກ່ພວກນັກກິລາກ໊ອຟສະໝັກຫຼິ້ນ ແລະເປີດລຳວົງ ຊຶ່ງສິນລະປິນຈາກປະຊາຄົມລາວທີ່ເຂົ້າຮ່ວມກໍມີ ວົງດົນຕີ ນ້ຳສອງສີ ເກດສະນາ ວິໄລລັກ ຈາກລັດ Tennessee ແລະ ຕູ່ ພັດທະນາກ Massachusetts ສ່ວນ ສິນລະປິນ
ສາວ ຈາກລັດ Illinois ຂັນທະລີ ເມືອງໃຕ້ ກໍໄດ້ກ່າວເຖິງການມາຂັບກ່ອມໃຫ້ແຂກໃນງານຄັ້ງນີ້ວ່າ:
ເກສນາ ວິໄລລັກ ແລະ ຂັນທະລີ ເມືອງໃຕ້
Your browser doesn’t support HTML5
ການໃຫ້ສຳພາດຂອງສິນລະປິນສາວລາວ ຂັນທະລີ ເມືອງໃຕ້
ສ່ວນທາງລາວ ທີວີ - ການາດາ ກໍໄດ້ນຳຄະນະຂອງເພິ່ນເຂົ້າມາປະກອບສ່ວນໃນທຸກໆ ປີ ແລະປີນີ້ ກໍເຊັ່ນກັນ ໄດ້ຈັດທຳການຖ່າຍທອດອອກອາກາດສົດ ຊຶ່ງນຳພາໂດຍທ່ານ ພູເງິນ ສີອະໂນໄທ ຜູ້ລິເລີ້ມ ຊ່ອງ ລາວ ທີວີ ການາດາ ພ້ອມທັງຮອງ ປະທານ ທ່ານສົມພອນ ສະໝອນແກ້ວ ຊຶ່ງທັງສອງທ່ານໄດ້ກ່າວໃນການໃຫ້ສຳພາດກັບ VOA ດັ່ງນີ້.
Your browser doesn’t support HTML5
ການໃຫ້ສຳພາດຂອງຄະນະລາວ ທີວີ ການາດາ
ພ້ອມນີ້ທ່ານ ດຣ. ຂຽນ ພັນສຸຣິວົງ ເອກອັກຄະລັດຖະທູດຂອງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ພ້ອມດ້ວຍພັນລະຍາ ກໍໄດ້ມາຮ່ວມໃນງານເຊັ່ນກັນ ແລະທ່ານ ດຣ. ຂຽນ ກ່າວອວຍພອນ ໃຫ້ພີ່ນ້ອງຊາວລາວໃນຕ່າງແດນວ່າ:
Your browser doesn’t support HTML5
ການໃຫ້ສຳພາດຂອງທ່ານດຣ. ຂຽນ ພັນສຸຣິວົງ ເອກອັກຄະລັດຖະທູດສປປ ລາວ ປະຈຳອົງການສະຫະປະຊາຊາດ
ເອກອັກຄະລັດຖະທູດໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ ຈາກສະຖານທູດ ສປປ ລາວ ໃນນະຄອນຫຼວງ ວໍຊີງຕັນ ຊຶ່ງເປັນເຈົ້າພາບງານສະຫຼອງຄັ້ງນີ້ ກໍໄດ້ກ່າວອວຍພອນ ໃຫ້ພີ່ນ້ອງຊາວລາວໃນຕ່າງແດນ ໃຫ້ມີພະລານາໄມເຂັ້ມແຂງ ແລະຢູ່ເຢັນເປັນສຸກ ຊຶ່ງ ທ່ານ ໄມ ໄຊຍະວົງ ກ່າວເຖິງບົດບາດໃໝ່ຂອງທ່ານ ໃນການດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດໃນສະຫະລັດ ວ່າ:
ເອກອັກຄະລັດຖະທູດໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ
Your browser doesn’t support HTML5
ການໃຫ້ສຳພາດຂອງທ່ານໄມ ໄຊຍະວົງ ເອກອັກຄະລັດຖະທູດສປປ ລາວ ປະຈຳ ວໍຊີງຕັນ ດີຊີ
Your browser doesn’t support HTML5
ບັນຍາກາດຂອງງານສະຫຼອງກຸດສົງການປີໃໝ່ລາວ ທີ່ສະຖານທູດສປປ ລາວ ປະຈຳນະຄອນຫຼວງວໍຊີງຕັນ
ງານຄົບງັນສະຫຼອງສົງການປີໃໝ່ລາວທີ່ສະຖານທູດສປປ ລາວ ໃນນະຄອນຫຼວງ ວໍຊີງຕັນ ກໍຈົບລົງດ້ວຍຄວາມມ່ວນຊື່ນ ອີ່ມໜຳສຳລານ ເບີກບານໃຈກັນທຸກຖ້ວນໜ້າ ປີໃໝ່ຟ້າໃໝ່ ໂອກາດໜ້າ VOA ກໍຈະນຳເລື້ອງລາວດີໆໃໝ່ໆ ທີ່ມີທັງສາລະແລະໃຫ້ຄວາມບັນເທີງ ແກ່ທ່ານ ແລະສ່ວນວ່າສັບປະດາໜ້າ ລາຍການຊີວິດຊາວລາວຂອງ VOA ຈະກ່ຽວກັບເລື້ອງໃດນັ້ນ ກະລຸນາຄອຍຕິດຕາມ.