ສະບາຍດີປີໃໝ່ ທ່ານຜູ້ຟັງທີ່ເຄົາລົບ ເຖິງແມ່ນວ່າ ປະຊາຊົນ
ລາວຢູ່ເມືອງລາວ ໄດ້ສະຫລອງບຸນປີໃໝ່ ພ.ສ 2556 ຕາມຮີດ
ຄອງປະເພນີ ຜ່ານພົ້ນໄປ ດ້ວຍຄວາມມ່ວນຊຶ່ນລື້ນເລີງ ເປັນ
ເວລາສາມອາທິດແລ້ວກໍດີ. ແຕ່ສະຖານເອກອັກຄະລັດຖະທູດ
ສປປ ລາວ ທີ່ສະຫະລັດອາເມຣິກາ ແລະປະຊາກອນ ລາວ-
ອາເມຣິກັນ ຍັງສືບຕໍ່ສະຫລອງ ບຸນປີໃໝ່ ຈົນເຖິງທ້າຍເດືອນ
ເມສາທີ່ຜ່ານມານີ້.
ພາຍໃຕ້ບັນຍາກາດອັນແຈ່ມໃສ ແລະສະພາບດິນຟ້າອາກາດ
ອຳນວຍໃຫ້ ທ່າມກາງການເບັ່ງບານເດຍລະດາດ ຂອງດວງ
ດອກໄມ້ຢູ່ທຸກຮ່ອມທຸກແຈ ທີ່ບົ່ງບອກເຖິງລະດູບານໃໝ່ ພ້ອມ
ດ້ວຍໃບໜ້າອັນຍີ້ມແຍ້ມແຈ່ມໃສ ແລະໄມຕີຈິດມິດຕະພາບອັນ
ດີງາມຂອງເຈົ້າໜ້າທີ່ສະຖານເອກອັກຄະລັດທູດ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ
ດີ.ຊີ. ໂດຍການເປັນເຈົ້າພາບຂອງສອງພະນະທ່ານ ຄື ພະນະທ່ານເອກອັກຄະລັດຖະທູດ
ສປປ ລາວ ປະຈໍານະຄອນຫລວງວໍຊິງຕັນ ແສງ ສຸກຂະທິວົງ ແລະ ພະນະທ່ານເອກອັກຄະ
ລັດຖະທູດ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ສະເຫລີມໄຊ ກົມມະສິດ ໄດ້ເປັນ
ເຈົ້າພາບ ຈັດງານກິນລ້ຽງສະຫລອງປີໃໝ່ ປະຈຳປີ ພ.ສ 2556.
ບັນດາແຂກຜູ້ມີກຽດທີ່ຖືກເຊີນເຂົ້າຮ່ວມຈໍານວນນຶ່ງ ໄດ້ພາກັນຕັ້ງໜ້າຕັ້ງຕາ ເດີນທາງມາ
ຈາກລັດຕ່າງໆ ພ້ອມດ້ວຍ ຄະນະຜູ້ແທນຈາກ ກະຊວງສຶກສາທິການ ຂອງ ສປປ ລາວ ທີ່ໄດ້
ເດີນທາງມາປະຊຸມສັງເກດການໆສຶກສາໃນສະຫະລັດ. ນອກນັ້ນກໍຍັງມີ ເຈົ້າໜ້າທີ່ຈາກ
ກະຊວງການຕ່າງປະເທດສະຫະລັດ ເຈົ້າໜ້າທີ່ຈາກຫ້ອງການກຳກັບນຳທະຫານສະລັດ ທີ່
ຫາຍສາບສູນໃນປາງສົງຄາມ ຫຼື MIA ບັນດານັກຮ້ອງ ນັກກາຍະສິນ ຈາກ ສປປ ລາວ
ແລະນັກຟ້ອນພື້ນເມືອງລາວ ຈາກລັດຕ່າງໆໃນສະຫະລັດ ໄດ້ພາກັນມາຮ່ວມສະຫຼອງ
ຢ່າງມ່ວນຊື່ນ ແລະຟົດຟື້ນ.
ພິທີໄດ້ເລີ້ມເປີດຂື້ນໃນເວລາບ່າຍ 3:00 ໂມງຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນທີ່ສອງຂອງສະຖານ
ທູດໂດຍພິທີກອນ ທ່ານທອງມູນ ພົງໄພລາດ ເລຂາທິການ ເອກອັກຄະລັດຖະທູດ ທີ່ໄດ້
ສະເໜີແນະໃຫ້ບັນດາແຂກຜູ້ມີກຽດໄດ້ຊົມຮູບເງົາ ກ່ຽວກັບປູສະນີຍະສະຖານອັນສຳຄັນໃນ
ເມືອງລາວ ການເປັນເຈົ້າພາບກອງປະຊຸມອາຊຽນ ຄັ້ງທີ 9 ການຢ້ຽມຢາມຂອງທ່ານນາງ
Hillary Clinton ຄັ້ງປະວັດສາດໃນປີ 2012 ແລະການນຳພາບັນດານັກຕີກ້ອຟມິດຕະພາບ
ລາວ ຈາກຕ່າງປະເທດ ໄປຢ້ຽມຢາມລາວ ໂດຍພະນະທ່ານເອກອັກຄະລັດຖະທູດ ແສງ
ສຸກຂະທິວົງ ໃນປີ 2012. ຫລັງຈາກນັ້ນ ພະນະທ່ານເອກອັກຄະລັດຖະທູດແສງ ກໍໄດ້ກ່າວ
ແນະນໍາຕໍ່ບັນດາແຂກຜູ້ເຂົ້າຮ່ວມດັ່ງນີ້:
ຫຼັງຈາກນັ້ນ ສາສດາຈານ ດຣ ສຸກວົງແສງ ໄຊຍະເລີດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ກ່າວລາຍງານກ່ຽວກັບຄວາມຄືບໜ້າ ດ້ານການສຶກສາຢູ່ໃນ ສປປ ລາວ ຊຶ່ງວີໂອເອ ຈະໄດ້ນໍາມາສະເໜີ ຢູ່ໃນລາຍການຊີວິດຊາວລາວໃນຕ່າງແດນ ໃນໂອກາດໜ້າ.
ຕໍ່ມາກໍມີຊົມການສະແດງຮູບແຕ້ມຂອງຊາວອາເມຣິກັນ ທີ່ໄດ້ໄປທ່ຽວຊົມເມືອງລາວ ແລະຮູບແຕ້ມຂອງນັກສິນລະປິນລາວ ອາເມຣິກັນ ທີ່ແຕ້ມກ່ຽວກັບປະເພນີລາວ.
ໃນເວລາ 5:00 ໂມງແລງ ກໍໄດ້ເປີດງານກິນລ້ຽງຢູ່ທີ່ເດີ່ນຫຍ້າດ້ານ
ຫລັງຂອງຕຶກສະຖານທູດ ທີ່ມີອາຫານພື້ນເມືອງລາວຈັດວາງ ໝາກ
ໄມ້ຕົກແຕ່ງຢ່າງງົດງາມ ແລະເຄຶ່ອງດື່ມຕ່າງໆ ພ້ອມດ້ວຍເບຍລາວ
ຢ່າງອຸດົມສົມບູນ ເຫັນແລ້ວແມ່ໜ້າລັບປະທານອີ່ຫຼີ.
ເດີນທາງມາຮ່ວມໃນງານດັ່ງກ່າວກໍມີ ຄະນະສະຕີລາວຈາກສະມາຄົມແມ່ຍິງລາວ ເມືອງ Lowell
ລັດ Massachusetts ທີ່ໄດ້ພາກັນຂັບລົດມາກວ່າສິບຊົ່ວໂມງ ດ້ວຍຄວາມຕື່ນເຕັ້ນດີໃຈ ບາງ
ທ່ານກໍໄດ້ເດີນທາງມາຮ່ວມເປັນຄັ້ງທຳອິດ ແລະຫລາຍໆ ທ່ານ ກໍໄດ້ເດີນທາງມາແຕ່ ລະປີບໍ່ໄດ້
ຂາດ ທ່ານນາງສະໝາຍ ພັກປາກດີ ປະທານສະມາຄົມແມ່ ຍິງລາວ ປະຈໍາເມືອງ Lowell ລັດ
Massachusetts ແລະຄະນະໄດ້ເລົ່າສູ່ ວີໂອເອ ຟັງວ່າ:
ພວກນັກຟ້ອນ ຂະໝຸລາວສໍາພັນ ກໍແມ່ນອີກຄະນະນຶ່ງ ທີ່ພາກັນເດີນທາງມາຈາກ
ລັດ Delaware ເພື່ອເຂົ້າຮ່ວມສະແດງຟ້ອນພື້ນເມືອງຊາວຂະໝຸ ເຈີ່ມເອີຍ ຫລືວ່າ
ຮັກອ້າຍ. ຫົວໜ້າຄະນະ ທ່ານຄໍາຫລ້າ ກົດສະຫວັນ ໄດ້ກ່າວຕໍ່ ວີໂອເອ ວ່າ:
ງານກິນລ້ຽງຈະຂາດວົງດົນຕີບໍ່ໄດ້ເປັນເດັດຂາດ ເພາະສະນັ້ນ ຄະນະວົງດົນຕີ Lao Philadelphia Band (LPB) ຫລືຫລວງພະບາງໄດ້ມາໃຫ້ຄວາມມ່ວນຊື່ນບັນເທີງແກ່ບັນດາແຂກຜູ້ມີກຽດທີ່ມາຮ່ວມໃນງານ ຄະນະ LPB ໄດ້ໃຫ້ການສຳພາດແກ່ ວີໂອເອ ວ່າ:
ງານກິນລ້ຽງສະຫລອງບຸນປີໃໝ່ ປີ ພ.ສ 2556 ໄດ້ຜ່ານພົ້ນໄປດ້ວຍຄວາມສະງ່າງາມ ບັນດາແຂກທີ່ມາຮ່ວມ ຕ່າງກໍມີຄວາມມ່ວນຊື່ນລື້ນເລິງ ທີ່ໄດ້ມາພົບພໍ້ ໂອ້ລົມເວົ້ານົວຫົວມ່ວນ ແລະຖ່າຍພາບອັນເພື່ອ ໄວ້ເປັນທີ່ລະນຶກ ທີ່ຈະນໍາໄປອວດອ້າງແກ່ຜູ້ທີ່ບໍ່ມີໂອກາດໄດ້ມາຮ່ວມ.
ທ່ານສາມາດຕິດຕາມອ່ານ ຟັງລາຍງານ ແລະເບິ່ງຮູບພາບໄດ້ຢ່າງ ເຕັມທີ່ ທີ່ເວັບໄຊ www.lao.voanews.com
ເບິ່ງສະໄລດ໌

Your browser doesn’t support HTML5