ສະພາແຫ່ງຊາດ ລາວ ໃຫ້ການຮັບຮອງ ກົດໝາຍຈຳນວນເຖິງ 14 ສະບັບ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ລາວ.

ສະພາແຫ່ງຊາດ ລາວ ໃຫ້ການຮັບຮອງກົດໝາຍຈຳນວນເຖິງ 14 ສະບັບ ຫາກແຕ່ໃນນີ້ ກໍມີເຖິງ 12 ສະບັບທີ່ເປັນການດັດແກ້ກົດໝາຍເກົ່າໃຫ້ສອດຄ່ອງ ແລະ ເທົ່າທັນກັບສະ ພາບການທີ່ປ່ຽນແປງໄປ.

Your browser doesn’t support HTML5

ຟັງລາຍງານ ສະພາແຫ່ງຊາດ ລາວ ໃຫ້ການຮັບຮອງ ກົດໝາຍຈຳນວນເຖິງ 14 ສະບັບ

ທ່ານນາງ ສວນສະຫວັນ ວິຍະເກດ ເລຂາທິການ ແລະ ຄະນະປະຈຳສະພາແຫ່ງຊາດ ລາວ ຊຸດທີ 8 ຖະແຫຼງຢືນຢັນວ່າກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນລະຫວ່າງວັນທີ 24 ຕຸລາ ຫາວັນທີ 18 ພະຈິກ 2016 ຜ່ານມາ ໄດ້ຮັບຮອງເອົາກົດໝາຍຈຳນວນເຖິງ 14 ສະບັບໂດຍໃນນີ້ເປັນກົດໝາຍ ໃໝ່ 2 ສະບັບ ຄື ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະ ກົດໝາຍວ່າດ້ວຍເທັກໂນໂລ ຈີການສື່ສານຂໍ້ ມູນ-ຂ່າວສານ.

ສ່ວນກົດໝາຍດັດແກ້ ຫຼື ປັບປຸງ 12 ສະບັບ ກໍຄືກົດໝາຍທາງຫຼວງ, ກົດໝາຍທະນາຍ ຄວາມ, ກົດໝາຍການລ້ຽງສັດ ແລະ ສັດຕະວະແພດ, ກົດໝາຍປ້ອງກັນ ແລະ ກັກກັນ ພືດ, ກົດໝາຍການສົ່ງເສີມການລົງທຶນ, ກົດໝາຍສື່ມວນຊົນ, ກົດໝາຍວ່າດ້ວຍລັດຖະ ບານ, ກົດໝາຍຕິດຕາມ-ກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ກົດໝາຍການແກ້ໄຂຄຳຮ້ອງທຸກ ແລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍປະມວນອາຍາທີ່ເປັນການທາບທາມ ເພື່ອຂໍຄວາມເຫັນຈາກບັນດາສະມາ ຊິກ ສະພາແຫ່ງຊາດ.

ນອກຈາກນີ້ ຄະນະປະຈຳສະພາແຫ່ງຊາດ ລາວ ຍັງເປີດໃຫ້ປະຊາຊົນ ລາວ ສົ່ງຄວາມ ຄິດເຫັນຕ່າງໆຜ່ານໂທລະສັບສາຍດ່ວນ 156 ໄດ້ດ້ວຍ ດັ່ງທີ່ທ່ານນາງ ສວນສະຫວັນ ໄດ້ຖະແຫຼງຢືນຢັນວ່າ.

"ຄຽງຄູ່ກັບການພິຈາລະນາຮັບຮອງເອົາບັນຫາສຳຄັນໃນໄລຍະການດຳເນີນກອງປະ ຊຸມສະພາແຫ່ງຊາດ ມີປະຊາຊົນສົ່ງຄວາມຄິດເຫັນຜ່ານໂທລະສັບສາຍດ່ວນທັງໝົດ 1,665 ສາຍ ຊຶ່ງພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການຄຸ້ມຄອງເສດຖະກິດ ສັງ ຄົມ ໃນນີ້ສ່ວນຫຼາຍພົວພັນເຖິງບັນຫາທີ່ດິນ, ເສັ້ນທາງຄົມມະນາຄົມ, ເງິນເດືອນຂອງ ພະນັກງານລັດຖະກອນ."

ກ່ອນໜ້ານີ້ ທ່ານ ສາຍທອງ ແກ້ວດວງດີ ປະທານຄະນະກຳມະທິການກົດໝາຍ ສະພາ ແຫ່ງຊາດ ລາວ ຊຸດທີ 8 ໃຫ້ການຢືນຢັນວ່າໃນປະຈຸບັນ ສະພາແຫ່ງຊາດ ລາວ ໄດ້ຮັບ ຮອງເອົາ ແລະ ປະກາດບັງຄັບໃຊ້ກົດໝາຍຢ່າງເປັນທາງການແລ້ວຈຳນວນທັງໝົດ 119 ສະບັບ ຫາກແຕ່ຜົນຈາກການກວດກາການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ພົບ ວ່າມີກົດໝາຍຈຳນວນໜຶ່ງຍັງບໍ່ທັນໄດ້ຈັດຕັ້ງຜັນຂະຫຍາຍລະອຽດ ເນື່ອງຈາກວ່າ ການ ສ້າງກົດໝາຍທີ່ມີລັກສະນະຟ້າວຝັ່ງຮີບຮ້ອນນັ້ນ ໄດ້ເຮັດໃຫ້ການກຳນົດເນື້ອໃນບໍ່ຊັດ ເຈນ, ບໍ່ຮັດກຸມ ແລະ ບໍ່ສອດຄ່ອງກັບສະພາບການຕົວຈິງ ທັງຍັງບໍ່ສາມາດຜັນຂະຫຍາຍ ເປັນນິຕິກຳກຸ່ມກົດໝາຍໃຫ້ຄົບຖ້ວນອີກດ້ວຍ.

ທັງນີ້ຄະນະກຳມະທິການກົດໝາຍ ສະພາແຫ່ງຊາດ ລາວ ໄດ້ກວດກາການຈັດຕັ້ງຜັນຂະ ຫຍາຍກົດໝາຍໃນ 29 ອົງການທັງຢູ່ໃນຂົງເຂດການປົກຄອງ, ຍຸຕິທຳ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ ຊຶ່ງພົບວ່າມີ 525 ມາດ ຕາໃນ ກົດໝາຍທັງ 119 ສະບັບດັ່ງກ່າວ ໄດ້ກຳນົດໃຫ້ອອກລະບຽບການຕ່າງຫາກ ຫຼື ນິ ຕິກຳ ກຸ່ມກົດໝາຍ ແຕ່ກໍປາກົດວ່າໄດ້ມີການອອກລະບຽບການໄປແລ້ວພຽງ 246 ມາດ ຕາເທົ່ານັ້ນ.

ທາງດ້ານທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ໃຫ້ການຢືນຢັນວ່າ ການມີກົດ ໝາຍທີ່ບໍ່ສອດຄ່ອງກັບສະພາບການຕົວຈິງ ທັງຍັງມີເນື້ອໃນບໍ່ຊັດເຈນ, ບໍ່ຮັດກຸມ ແລະ ຫາກສົມທົບດ້ວຍການມີບຸກຄະລາກອນທີ່ບໍ່ມີຄວາມຮູ້ ຄວາມສາມາດທາງກົດໝາຍນຳ ອີກກໍຍ່ອມທີ່ຈະເຮັດໃຫ້ການຈັດຕັ້ງປະຕິບັດຜັນຂະຫຍາຍກົດໝາຍນັ້ນ ມີປະສິດທິພາບ ຕ່ຳ ແລະ ບໍ່ຍຸຕິທຳຕໍ່ປະຊາຊົນ ລາວ.

ນອກຈາກນີ້ ສານປະຊາຊົນສູງສຸດລາຍງານວ່າ ໃນຊ່ວງປີ 2011-2015 ທີ່ຜ່ານມາ ປະ ຊາຊົນ ລາວ ໄດ້ຍື່ນການຟ້ອງຮ້ອງທີ່ກ່ຽວຂ້ອງກັບການຂັດແຍ້ງຕ່າງໆຕໍ່ສານປະຊາຊົນ ລາວ ຈຳນວນ 38,740 ຄະດີ ໃນນີ້ໄດ້ຕັດສິນ ແລະ ແກ້ໄຂຄະດີໄປແລ້ວ 36,070 ຄະດີ ຄິດເປັນ 95.32 ເປີເຊັນຂອງຈຳນວນຄະດີທັງໝົດ.