ຄະນະປະຈໍາສະພາແຫ່ງຊາດລາວ ພາຍໃຕ້ການເປັນປະທານ
ຂອງທ່ານນາງປານີ ຢາທໍຕູ ໄດ້ມີມະຕິຕົກລົງໃຫ້ດໍາເນີນການ
ຄົ້ນຄວ້າເພື່ອການສ້າງແຜນການແລະນະໂຍບາຍທີ່ດິນແຫ່ງ
ຊາດຢ່າງເປັນທາງການໃນລະຫວ່າງກອງປະຊຸມປະຈໍາເດືອນ
ສິງຫານີ້ ໂດຍມະຕິຕົກລົງດັ່ງກ່າວນີ້ໄດ້ແນໃສ່ການແກ້ໄຂບັນ
ຫາຂັດແຍ້ງກ່ຽວກັບທີ່ດິນລະຫວ່າງພາກລັດແລະເອກກະຊົນ
ດ້ວຍການຮ່າງແຜນຍຸດທະສາດວ່າດ້ວຍ ການຄຸ້ມຄອງທີ່ດິນ
ການຈັດສັນທີ່ດິນ ການຊົດເຊີຍຄ່າທີ່ດິນທີ່ຖືກເວນຄືນ ແລະ
ການປັບປຸງກົດໝາຍທີ່ກ່ຽວກັບທີ່ດິນ ແລະປ່າໄມ້ທຸກສະບັບທີ່
ກ່ຽວຂ້ອງຢ່າງຄົບຊຸດ.
ຄະນະປະຈໍາການຂອງສະພາແຫ່ງຊາດລາວ ປະຊຸມກັນໃນເດືອນສິງຫາ, 2012
ແຕ່ຢ່າງໃດກໍຕາມ ມະຕິຕົກລົງຂອງຄະນະປະຈໍາສະພາ
ແຫ່ງຊາດໃນຄັ້ງຫລ້າສຸດນີ້ ກໍບໍ່ໄດ້ມີການກໍານົດໄລຍະ
ເວລາທີ່ຊັດເຈນວ່າ ຈະຕ້ອງດໍາເນີນການໃຫ້ແລ້ວສໍາ
ເລັດທັງໝົດເມື່ອໃດ ເພາະໄດ້ມີການເນັ້ນຢໍ້າພຽງແຕ່ວ່າ
ຈະດໍາເນີນການໃຫ້ສໍາເລັດໄວທີ່ສຸດ ຫຼືຖ້າຫາກເປັນໄປ
ໄດ້ ກໍໃຫ້ທັນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະ
ພາແຫ່ງຊາດລາວຊຸດທີ 7 ທີ່ຈະມີຂຶ້ນໃນເດືອນທັນວານີ້.
ທາງການລາວຄາດຫວັງວ່າການດໍາເນີນການຢ່າງຄົບຊຸດ
ດັ່ງກ່າວນີ້ ຈະເຮັດໃຫ້ບັນຫາຂັດແຍ້ງທີ່ກ່ຽວກັບທີ່ດິນລະ
ຫວ່າງພາກລັດກັບເອກກະຊົນໃນລາວເບົາບາງລົງ. ເພາະວ່າການທີ່ລັດຖະບານລາວໄດ້ ໃຫ້ການສົ່ງເສີມການລົງທຶນຈາກຕ່າງປະເທດເຂົ້າມາໃນພາກກະສິກໍາຫຼາຍຂຶ້ນ ພາຍໃຕ້ແຜນການ 3+2 ກໍຄືຕ່າງຊາດເປັນ ຝ່າຍລົງທຶນພ້ອມດ້ວຍການຕອບສະໜອງດ້ານເທັກ ນິກ ແລະພັນພືດທີ່ຈະປູກ ໃນຂະນະທີ່ປະຊາຊົນລາວເປັນຝ່າຍອອກແຮງງານແລະປະ ກອບສ່ວນດ້ວຍທີ່ດິນ ສໍາລັບການປູກພືດນັ້ນໄດ້ສົ່ງຜົນກະທົບທັງໃນດ້ານບວກແລະດ້ານລົບນັ້ນເອງ.
ດິນຕອນນຶ່ງໃນລາວທີ່ໃຫ້ບໍລິສັດຕ່າງປະເທດສໍາປະທານ
ສໍາລັບຜົນກະທົບໃນດ້ານບວກນັ້ນ ກໍຄື ການທີ່ປາກົດວ່າມີບັນດານັກທຸລະກິດ ຊາວຕ່າງຊາດໄດ້ພາກັນເຂົ້າມາລົງທຶນໃນພາກກະສິກໍາໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງມາເຖິງປັດຈຸບັນກໍກວມເອົາພື້ນທີ່ສໍາປະທານທີ່ລວມກວ້າງກວ່າ 4 ແສນ ເຮັກຕ້າແລ້ວໃນທົ່ວປະເທດລາວ ສ່ວນຜົນກະທົບດ້ານລົບທີ່ເກີດຂຶ້ນຄຽງຄູ່ກັນໄປນັ້ນກໍຄືບັນຫາກ່ຽວກັບການຖືຄອງທີ່ດິນ ເນື່ອງຈາກການກວດກາພົບວ່າສິດທິໃນການຖືຄອງທີ່ດິນທີ່ເປັນຈິງພາຍໃຕ້ແຜນການ 3+2 ນັ້ນໄດ້ມີການປ່ຽນມືຈາກປະຊາຊົນລາວໄປເປັນຂອງຊາວຕ່າງຊາດ ໂດຍທີ່ປະຊາຊົນລາວຍອມເປັນຜູ້ຖືຄອງທີ່ດິນແທນ ເພື່ອແລກກັບຜົນປະໂຍດພຽງເລັກນ້ອຍເທົ່ານັ້ນ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກໍາ-ປ່າໄມ້ ໄດ້ຢືນຢັນວ່າ:
“ຕໍ່ກັບຂະບວນການຊື້ຂາຍທີ່ດິນຂອງນາຍທຶນ ຫຼືວ່າຄົນຕ່າງປະເທດໄດ້ໃຊ້
ຊື່ຄົນ ລາວແມ່ນກໍາລັງເປັນຄ່ານິຍົມຂອງຄົນລາວຈໍານວນນຶ່ງທີ່ຂາດສະຕິ
ດ້ານຄວາມຮັບຮູ້ທາງດ້ານກົດລະບຽບ ຫຼືວ່າດ້ານກົດໝາຍບ້ານເມືອງ
ພ້ອມທັງຫຼົງໄຫຼນໍາຄ່າຈ້າງລາງວັນຈາກນາຍທຶນ ການເປັນຄົນທີ່ເອີ້ນວ່າ
ນາຍໜ້າຫຼືວ່າຄົນຕ່າງດ້າວທີ່ບໍ່ແມ່ນສັນຊາດຄົນລາວ ເພື່ອອອກຊື່ໃນໃບ
ຕາດິນ ແລະກໍາລັງເປັນບັນຫາທີ່ແຜ່ລາມ ຫຼາຍ”
ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງປະຈໍາຫ້ອງການສະພາແຫ່ງຊາດລາວ ກໍໄດ້ໃຫ້ການຢືນຢັນວ່າ ບັນຫາທີ່ພົ້ນເດ່ນທີ່ສຸດທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງຂໍຄວາມຊ່ວຍເຫຼືອມາຍັງສະພາແຫ່ງຊາດລາວຫຼາຍທີ່ສຸດໃນເວລານີ້ ກໍຄືບັນຫາຂັດແຍ້ງກ່ຽວກັບທີ່ດິນທໍາກິນແລະທີ່ຢູ່ອາໃສ ຊຶ່ງສ່ວນໃຫຍ່ກໍເປັນບັນຫາຂັດແຍ້ງກັບລັດຖະບານແລະບັນດາອົງ ການປົກຄອງທ້ອງຖິ່ນໃນທົ່ວໄປເທດ ທີ່ມີສາເຫດສໍາຄັນມາຈາກການໃຫ້ສໍາປະທານທີ່ດິນແກ່ພາກເອກກະຊົນລາວ ແລະຕ່າງຊາດ ທີ່ໄດ້ໄປທັບຫຼືກວມເອົາທີ່ດິນຂອງປະຊາ ຊົນລາວດ້ວຍ ໃນຂະນະດຽວກັນ.
ເຈົ້າໜ້າທີ່ຂັ້ນສູງຂອງລາວຍັງບອກດ້ວຍວ່າການຮຽກຮ້ອງຂໍການຊ່ວຍເຫຼືອຂອງປະຊາຊົນ
ລາວດັ່ງກ່າວໄດ້ເພີ່ມຂຶ້ນທຸກປີ ແລະການຮຽກຮ້ອງກໍຍັງລວມໄປເຖິງການຂໍໃຫ້ແກ້ໄຂບັນ
ຫາຕ່າງໆທີ່ເກີດຂຶ້ນໃນວົງການລັດຖະບານລາວດ້ວຍ ໂດຍສະເພາະແມ່ນການຂໍໃຫ້ດໍາ
ເນີນມາດຕະການປ້ອງກັນປາບປາມການສໍ້ລາດບັງຫຼວງໃນວົງ ການລັດຖະບານລາວໃຫ້
ມີປະສິດທິພາບ ແລະໃຫ້ມີການລົງໂທດພະນັກງານຂອງລັດ ທີ່ໄດ້ກະທໍາຄວາມຜິດຢ່າງແທ້ຈິງ ໂດຍບໍ່ມີການຍົກເວັ້ນ.