ສະບາຍດີ ທຸກໆທ່ານ ຄືນນີ້ກໍມາຟັງເພງຕາມຄໍາຂໍກັນອີກຕາມເຄີຍ. ນ້ອງຣິດ ສຸລີຄໍາ ທີ່ຫລວງພະບາງ ສົ່ງຂໍ້ຄວາມມາທາງເຟສບຸກ ຂໍຟັງເພງ ກຸຫລາບປາກຊັນ. ຄວາມຈິງເພງນີ້ກໍຫາສະເໜີໄປຫວ່າງສີ່ອາທິດຜ່ານມານີ້ເອງ ແຕ່ເມື່ອທ່ານຜູ້ຟັງຂໍມາອີກ ກໍຕ້ອງສະໜອງໃຫ້ລະເນາະ ເອື້ອຍຂໍຈັດເວີເຊີ່ນຂອງ ຕ. ຕາວັນ ໃຫ້ຟັງ ເພາະເຫັນວ່າຄຶກຄຶ້ນດີ ຫວັງວ່ານ້ອງຣິດ ສຸລີຄໍາ ຄົງມັກ ແລະຂໍມອບເປັນພິເສດແກ່ຫລານອານຸລັກ ແກ້ວມະນີ ທີ່ຂໍຟັງມາເທື່ອກ່ອນ ສໍາລັບມອບໃຫ້ຄົນພິເສດຂອງຫລານທີ່ປາກຊັນ. ເອົາ ເຊີນມ່ວນຊື່ນກັບເພງນີ້ໄດ້ເລີຍ.
ເພງຕໍ່ໄປ ຈັດໃຫ້ຕາມຄໍາຂໍຂອງທ່ານບຸນທອນ ຊະນະສິນ ຢູ່ຍີ່ປຸນ ແຟນລາຍການເກົ່າ
ຂ້າພະເຈົ້າຈື່ຊື່ໄດ້ເພາະເພິ່ນເຄີຍຂຽນມາຂໍຟັງເພງນໍາຢູ່. ທ່ານບຸນທອນອີເມລມາຂໍຟັງ
ລໍາສີພັນດອນ. ຂ້າພະເຈົ້າຂໍຈັດຜົນງານຂອງຈິດດາຣານີ ນັກສາວມາກຄວາມສາມາດ
ທີ່ປະເທດຝຣັ່ງໃຫ້ ເນື້ອຮ້ອງດີແລະກໍມີວີດິໂອທໍາມະຊາດສີພັນດອນງາມໆໃຫ້ເບິ່ງ.
ທ່ານບຸນທອນຂໍມອບໃຫ້ລູກຊາຍກັບເພື່ອນມິດທຸກໆຄົນ. ຟັງຢູ່ຈັກຄົນບໍ່ນໍ້? ບໍ່ເປັນຫຍັງ
ຖ້າບໍ່ໄດ້ຟັງ ກໍລໍຖ້າຟັງທາງອິນເຕີແນັດເອົາກໍແລ້ວກັນເນາະ. ເຊີນພົບກັບ ຈິດດາຣານີ
ໄດ້ເລີຍ ໃນ ລໍາສີພັນດອນ.
http://www.youtube.com/embed/LW78SttY7MQ
ລໍາສີພັນດອນທີ່ຈົບລົງໄປນັ້ນ ແມ່ນຈັດໃຫ້ຕາມຄໍາຂໍຂອງທ່ານບຸນທອນ ຊະນະສິນ
ທີ່ຈາກບ້ານໄປຮຽນຢູ່ຍີ່ປຸ່ນ ເປັນເວລາຫລາຍປີ ແລະຄິດຮອດບ້ານກັບຄອບຄົວ
ຫລາຍວ່າຊັ້ນ. ຄືວ່າຫັ້ນແລ້ວ ບ້ານເກີດເມືອງນອນໃຜຈະບໍ່ຄິດຮອດ ຢູ່ໃສກໍບໍ່ຄືບ້ານ
ເຮົາເນາະ ດັ່ງທີ່ພາສາອັງກິດ ເວົ້າວ່າ There is no place like home. ສະນັ້ນ ຂ້າ
ພະເຈົ້າຂໍມອບອີກເພງນຶ່ງໃຫ້ ຄືເພງ ຄິດຮອດບ້ານ ຂອງ ປະເສີດສິນ (ຂໍໂທດ ບໍ່ແມ່ນ ແສງດາວວີ ຕາມທີ່ປະກາດໄປ) ມ່ວນບໍ່ແພ້ເພງຄິດຮອດບ້ານເກີດ ທີ່ຂ້າພະເຈົ້າຈັດສະ
ເໜີໄປເມື່ອອາທິດແລ້ວນີ້. ຂໍມອບໃຫ້ທຸກໆທ່ານທີ່ກໍາລັງຟັງຢູ່. ຂໍໃຫ້ມ່ວນຊື່ນກັບເພງນີ້
ແລະຂໍໃຫ້ນອນຫລັບຝັນດີ. ລາຕີສະຫວັດ.
ຂອບໃຈບັນດາທ່ານ ທີ່ອັບໂຫລດ ວີດິໂອ ໃຫ້ເບິ່ງ.
Your browser doesn’t support HTML5
ຟັງເພງ ກຸຫຼາບປາກຊັນ ຂອງ ຕາວັນ
http://www.youtube.com/embed/acqfUiGkCgwເພງຕໍ່ໄປ ຈັດໃຫ້ຕາມຄໍາຂໍຂອງທ່ານບຸນທອນ ຊະນະສິນ ຢູ່ຍີ່ປຸນ ແຟນລາຍການເກົ່າ
ຂ້າພະເຈົ້າຈື່ຊື່ໄດ້ເພາະເພິ່ນເຄີຍຂຽນມາຂໍຟັງເພງນໍາຢູ່. ທ່ານບຸນທອນອີເມລມາຂໍຟັງ
ລໍາສີພັນດອນ. ຂ້າພະເຈົ້າຂໍຈັດຜົນງານຂອງຈິດດາຣານີ ນັກສາວມາກຄວາມສາມາດ
ທີ່ປະເທດຝຣັ່ງໃຫ້ ເນື້ອຮ້ອງດີແລະກໍມີວີດິໂອທໍາມະຊາດສີພັນດອນງາມໆໃຫ້ເບິ່ງ.
ທ່ານບຸນທອນຂໍມອບໃຫ້ລູກຊາຍກັບເພື່ອນມິດທຸກໆຄົນ. ຟັງຢູ່ຈັກຄົນບໍ່ນໍ້? ບໍ່ເປັນຫຍັງ
ຖ້າບໍ່ໄດ້ຟັງ ກໍລໍຖ້າຟັງທາງອິນເຕີແນັດເອົາກໍແລ້ວກັນເນາະ. ເຊີນພົບກັບ ຈິດດາຣານີ
ໄດ້ເລີຍ ໃນ ລໍາສີພັນດອນ.
Your browser doesn’t support HTML5
ຟັງລໍາສີພັນດອນ ຂອງຈິດດາຣານີ
http://www.youtube.com/embed/LW78SttY7MQ
ລໍາສີພັນດອນທີ່ຈົບລົງໄປນັ້ນ ແມ່ນຈັດໃຫ້ຕາມຄໍາຂໍຂອງທ່ານບຸນທອນ ຊະນະສິນ
ທີ່ຈາກບ້ານໄປຮຽນຢູ່ຍີ່ປຸ່ນ ເປັນເວລາຫລາຍປີ ແລະຄິດຮອດບ້ານກັບຄອບຄົວ
ຫລາຍວ່າຊັ້ນ. ຄືວ່າຫັ້ນແລ້ວ ບ້ານເກີດເມືອງນອນໃຜຈະບໍ່ຄິດຮອດ ຢູ່ໃສກໍບໍ່ຄືບ້ານ
ເຮົາເນາະ ດັ່ງທີ່ພາສາອັງກິດ ເວົ້າວ່າ There is no place like home. ສະນັ້ນ ຂ້າ
ພະເຈົ້າຂໍມອບອີກເພງນຶ່ງໃຫ້ ຄືເພງ ຄິດຮອດບ້ານ ຂອງ ປະເສີດສິນ (ຂໍໂທດ ບໍ່ແມ່ນ ແສງດາວວີ ຕາມທີ່ປະກາດໄປ) ມ່ວນບໍ່ແພ້ເພງຄິດຮອດບ້ານເກີດ ທີ່ຂ້າພະເຈົ້າຈັດສະ
ເໜີໄປເມື່ອອາທິດແລ້ວນີ້. ຂໍມອບໃຫ້ທຸກໆທ່ານທີ່ກໍາລັງຟັງຢູ່. ຂໍໃຫ້ມ່ວນຊື່ນກັບເພງນີ້
ແລະຂໍໃຫ້ນອນຫລັບຝັນດີ. ລາຕີສະຫວັດ.
Your browser doesn’t support HTML5
ຟັງເພງ ຄິດເຖິງບ້ານ ຂອງ ແສງດາວວີ
http://www.youtube.com/embed/54E1h62efKQ?list=PL32A52E34583ADE1Fຂອບໃຈບັນດາທ່ານ ທີ່ອັບໂຫລດ ວີດິໂອ ໃຫ້ເບິ່ງ.