ສະບາຍດີ ທຸກໆທ່ານ ອາທິດນີ້ກໍແມ່ນອາທິດສຸດທ້າຍແລ້ວ ທີ່ຂ້າພະເຈົ້າຈະໄດ້ມາຈັດເພງມ່ວນໆໃຫ້ທ່ານຟັງ ເພາະວ່າອາທິດໜ້ານີ້ ວັນນະສອນເຈົ້າຂອງລາຍການ ຄົນງາມ ສຽງໄທເມືອງຫວານໆ ກໍຈະກັບຄືນມາແລ້ວ ເພາະສະນັ້ນເພື່ອບໍ່ໃຫ້ເສຍເວລາ ມາຟັງເພງທໍາອິດກັນເລີຍ ຊໍາເໜືອບ້ານເຮົາ ຂອງສຸດໃຈ ພູເຮືອງຫົງ. ຂໍມອບໃຫ້ຫລານເອີນ ຫລືເວີນສອນ ທີ່ກໍາລັງຮຽນໜັງສືຢູ່ທີ່ຟີລິບປິນ ແທນເພງຄິດຮອດຊໍາເໜືອ ຊຶ່ງເຮົາບໍ່ມີ ຫລືອາດຈະເປັນເພງດຽວກັນກໍບໍ່ຮູ້. ຫລານເອີນຂໍຟັງຮ່ວມກັບຄົນລາວທຸກໆຄົນທີ່ອາໄສຢູ່ຕ່າງປະເທດເປັນພິເສດ ແລະມອບໃຫ້ຜູ້ຈັດລາຍການສຽງນໍ້າເຜີ້ງເດືອນຫ້າວ່າຊັ້ນ ຂອບໃຈຫລາຍໆ ເຊີນຮັບຟັງໄດ້ເລີຍ ຊໍາເໜືອບ້ານເຮົາ.
// ເພງ //
ສາມນັກຮ້ອງສາວ ຈາກ ສປປ ລາວ: ຕຸ໊ກຕາ, ສຸດໃຈ ພູເຮືອງຫົງ ແລະປູນາ ຮ່ວມກັນຮ້ອງເພງໃຫ້ຄວາມມ່ວນຊື່ນແກ່ບັນດາແຂກ ໃນງານສະຫລອງປີໃໝ່ ທີ່ສະຖານທູດລາວ ປະຈໍາແຄນເບີຣາ, ອອສເຕຣເລຍ, ວັນທີ 16 ເມສາ 2011.
ຫວັງວ່າຫລານເອີນແລະທ່ານຜູ້ຟັງຄົງມັກ ເພງຊໍາເໜືອບ້ານເຮົາ ທີ່ຈົບລົງໄປນັ້ນ ຂ້າພະເຈົ້າເອງໄດ້ຍິນເທື່ອໃດກໍຕື້ນຕັນໃຈ ພູມໃຈນໍາບ້ານເກີດເມືອງນອນ ທີ່ຍັງມີທໍາມະຊາດອັນສວຍງາມ ຟັງແລ້ວພາໃຫ້ຢາກໄປເຫັນ. ເພງຕໍ່ໄປຂໍມອບໃຫ້ຫລານສາຍຝົນ ທີ່ກໍາລັງຮຽນຢູ່ຫວຽດນາມ. ຂຽນມາວ່າ ປ້າດາຣາຄົນງາມ ຂໍຟັງເພງຄິດເຖິງຂອງບຸນທ່ຽງ ມະນີວົງ ໄດ້ຢູ່ຕິເນາະ ກະແຮ່ງໄດ້ລະບໍ ປ້າດາຣາແຮ່ງບ້າຍ້ອງ ແຕ່ເກີດມາກໍບໍ່ເຄີຍຄິດວ່າໂຕເອງງາມ ດອກ ເພາະວ່າຂີ້ຮ້າຍຫລາຍຈົນຢ້ານບໍ່ໄດ້ຜົວ ຈຶ່ງເອົາແຕ່ຮຽນຈົນໄດ້ທຶນມາຮຽນໄຮສະກູລແລະມະຫາໄລຢູ່ອາເມຣິກາ ແລະໄດ້ມາເຮັດວຽກຢູ່ວີໂອເອຈົນໄດ້ຂຶ້ນເປັນຫົວໜ້ານີ້ແຫລະ. ກະຂໍໃຫ້ຫລານສາຍຝົນກັບຫລານເອີນຕັ້ງໃຈຮຽນຈົນປະສົບຄວາມສໍາເລັດຄືປ້າເດີ້. ແຕ່ຂໍໂທດທີ່ເພງທີ່ຈັດໃຫ້ນີ້ ບໍ່ແມ່ນຂອງບຸນທ່ຽງ ແຕ່ເປັນຜົນງານຂອງວັນເພງ ຫລວງພະໄຊ ທີ່ໄດ້ຈາກໂລກນີ້ໄປແລ້ວ ແຕ່ກໍໄດ້ປະເພງມ່ວນໆໄວ້ໃຫ້ຟັງຢູ່ ຫວັງວ່າຫລານສາຍຝົນຄົງມັກ ຄືກັນກັບປ້າ.
// ເພງ //
ຜ່ານໄປນັ້ນແມ່ນເພງຄິດເຖິງຂອງມື້ລາງນັກຮ້ອງສາວ ວັນເພງ ຫລວງພະໄຊ ຈັດໃຫ້ຫລານສາຍຝົນທີ່ຂຽນມາວ່າ ຂໍໃຫ້ຈັດໃຫ້ແທ້ໆເດີ້ເພາະວ່າຄິດຮອດບ້ານຫລາຍວ່າຊັ້ນ. ຖ້າຄິດຮອດຫລາຍ ປ້າດາຣາຂໍມອບໃຫ້ອີກເພງນຶ່ງ ເປັນຜົນງານຂອງອຸແກ້ວ ໄຊຍະວົງທີ່ຮ້ອງເປັນພາ ສາອັງກິດແບບລາວໆຫັ້ນແຫລະ ແຕ່ກໍມ່ວນຢູ່ ໃນເພງທີ່ຊື່ວ່າ Vientiane City ແຕ່ເປັນ ເພງຄໍ່າຄວນຄິດເຖິງວຽງຈັນ. ແລະຂໍມອບເພງນີ້ໃຫ້ນ້ອງສົມລິດ ສູລີຄໍາ ທີ່ຕິດຕາມ ຟັງວີໂອເອມາຕະຫລອດຄືກັນ ສ່ວນເພງກຸຫລາບປາກຊັນທີ່ຂໍມານັ້ນ ລໍຖ້າຟັງຈາກເອື້ອຍວັນນະສອນຊະ ແລະຂໍມອບເປັນພິເສດໃຫ້ທ່ານແຟນແທ້ດັ້ງເດີມຂອງວີໂອເອທ່ານນື່ງ ທີ່ຂຽນເຂົ້າມາດົນແລ້ວ ບອກວ່າຖ້າບໍ່ໄດ້ຟັງວີໂອເອຄືນໃດແມ່ນນອນບໍ່ຫລັບ ແລະວີໂອເອຄືດວງໃຈຂອງເພິ່ນວ່າຊັ້ນ ຢາກພໍ້ເດ້ນໍ ຄືມີດວງໃຈດຽວກັນແທ້. ຖ້າຕິດຕໍ່ມາຫາອີກ ຮັບຮອງວ່າຈະມີຂອງຂວັນໄປຝາກ ຖ້າໄປວຽງຈັນເທື່ອໜ້າ. ເຊີນບັນດາທ່ານຕິດຕາມຮັບຟັງໄດ້ເລີຍ ວຽງຈັນ ຊີຕີ້ ຂອງອູ່ແກ້ວ ໄຊຍະວົງ. ພ້ອມນີ້ ຂ້າພະເຈົ້າຂໍອໍາລາທ່ານໄປກ່ອນ ວັນອາທິດໜ້າພົບກັບວັນນະສອນເຈົ້າຂອງລາຍການໄດ້ ຂໍໃຫ້ທຸກໆທ່ານຈົ່ງນອນຫລັບຝັນດີແລະມີແຕ່ຄວາມ ສຸກຄວາມຈະເລີນ ອາຍຸ ວັນນະ ສຸຂະ ພາລະ ຂອບໃຈທີ່ຕິດຕາມຟັງວີໂອເອ.
// ເພງ //