ສະບາຍດີແຟນລາຍການທຸກຖ້ວນໜ້າ. ບິດດຽວກໍຍ່າງເຂົ້າເດືອນມິຖຸນາ-ກາງປີແລ້ວ ຫວັງວ່າ
ຄົງເປັນເຄິງປີທີ່ປະສົບຜົນສໍາເລັດຂອງທ່ານຜູ້ຟັງ ແລະຂໍໃຫ້ອີກເຄິ່ງປີຂ້າງໜ້າ ກໍຍິ່ງສົມຫວັງ
ພອກພູນ ສົມປະສົງທຸກປະການ ຂໍຈັດເພງ "ເຫັນພຽງຊາຍຄາ" ຂອງສີລາວົງ ແກ້ວ ເຈົ້າ
ຂອງເພງຕົ້ນສະບັບ ທີ່ຫຼາຍໆທ່ານເອີ້ນກັນຈົນຕິດປາກວ່າ "ຫ້ອງນອນສີຟ້າ" ທີ່ ສົມໃຈ
ເລັ່ງສະຫວັດ ຂຽນເຂົ້າມາຂອບໃຈແລະວ່າມັກຫຼາຍ ຊຶ່ງສິນລະປິນມືກິຕ້າຊ້າຍ ສຸດທະລິດ
ເປັນຄົນຂັບຮ້ອງ ວັນນະສອນວ່າ ທັງສອງແບບຂອງສອງນັກຮ້ອງຕ່າງກໍມ່ວນຫູ ແລະຄົງ
ເປັນທີ່ຖືກໃຈຂອງສົມໃຈ ແນ່ນອນ.
ເພງ: "ເຫັນພຽງສາຍຄາ” ໂດຍ ສີລາວົງ ແກ້ວ
“ເຫັນພຽງຊາຍຄາ” - ສີລາວົງ ແກ້ວ
ເພງ "ຮັກສາວຫົວພັນ" ຂອງ ບຸນເກີດ
ໜູຮ່ວງ ນີ້ ຈັດສະໜອງຕອບຜູ້ຟັງທີ່ຝາກ
ຂໍ້ຄວາມໄວ້ໃນ VOA's Website ນາມ
ແຝງ byppc ຈາກ ສປປລາວ ແລະພໍໄດ້
ຍິນເພງນີ້ແລ້ວ ກໍຍ່າລືມຂຽນເຂົ້າມາຫາ
ທາງເຮົາອີກ ແລະກໍຈະຈັດເພງໃຫ້ຕາມ
ປະສົງໃນແຕ່ລະ ຄັ້ງໄປ.
ເພງ: "ຮັກສາວຫົວພັນ" ໂດຍ ບຸນເກີດ ໜູຮ່ວງ
ວັນນສອນພ້ອມດ້ວຍລາຍການສຽງເພງຈາກແດນໄກຂອງ VOA ຂໍອໍາລາທ່ານຜູ້ຟັງດ້ວຍ
ເພງນີ້ ຊຶ່ງຈັດໃຫ້ນ້ອງສາຍຝົນ ແຟນປະຈໍາຂອງຍາເອື້ອຍດາຣາ ບັກຄໍາ ເນັ້ນວ່າ "ຈັດ
ໃຫ້ຟັງແທ້ໆເດີ ເພາະຄິດຣອດບ້ານຫຼາຍ" ວ່າຊັ້ນ. ຖ້າວ່າໄດ້ເຟັງເພງ "ຄິດເຖິງ"
ຂອງ ບຸນທ່ຽງ ມະນີວົງ ແລ້ວຈະໄດ້ສະບາຍໃຈຂຶ້ນແລະຫາຍຄິດເຖິງບ້ານ.
“ເຫັນພຽງຊາຍຄາ” - ສີລາວົງ ແກ້ວ
ວັນນະສອນ ຂໍຝາກຄວາມຄິດເຖິງ ມາກັບເພງນີ້ມອບໃຫ້ທຸກໆທ່ານ ພ້ອມດຽວກັນນີ້
ກໍຂໍມອບໃຫ້ເພື່ອນບຸນລ້ວນ,ບຸນທະວີ, ພູທອນແລະລູກທັມທີ່ໄດ້ດູແລ, ຮັກແພງ ເປັນ
ຫວ່ງແລະ take care ໃນຊວ່ງທີ່ ວັນນະສອນ ໄດ້ໄປຢ້ຽມຢາມພາກໃຕ້ຂອງລາວ ທີ່
ປາກເຊ ແລະຝາກບອກເພື່ອນວ່າ "ຂອບໃຈຫຼາຍໆ" ແລະ "ຄິດເຖິງສະເໝີ. " ນອນ ຫລັບຝັນດີ.
ເພງ: "ຄິດເຖິງ" ໂດຍ ບຸນທ່ຽງ ມະນີວົງ