ລາວ ໄດ້ສູນເສຍປ່າໄມ້ ຫຼາຍກວ່າ 4.8 ລ້ານເຮັກຕາ ໃນ 20 ປີຜ່ານມາ ຍ້ອນການລັກລອບຕັດໄມ້ທີ່ຜິດກົດໝາຍ

  • ຊົງຣິດ ໂພນເງິນ

ພາບຖ່າຍທາງອາກາດເມື່ອວັນທີ 26 ມີນາ, 2010 ສະແດງໃຫ້ເກັນສະໜາມໄມ້ຢູ່ພາຍໃນປ່າແຫ່ງນຶ່ງຂອງແຂວງບໍລິຄຳໄຊ. (AFP-Hoang Dinh Nam)

ປະເທດລາວໄດ້ສູນເສຍປ່າໄມ້ໄປຫຼາຍກວ່າ 4.8 ລ້ານເຮັກຕາ ໃນ 20 ປີຜ່ານມາ ສ່ວນໃຫຍ່ເປັນຍ້ອນການລັກລອບຕັດໄມ້ແບບຜິດກົດໝາຍ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ປາບປາມຢ່າງແທ້ຈິງ.

Your browser doesn’t support HTML5

ລາວ ໄດ້ສູນເສຍປ່າໄມ້ ຫຼາຍກວ່າ 4.8 ລ້ານເຮັກຕາ ໃນ 20 ປີຜ່ານມາ ຍ້ອນການລັກລອບຕັດໄມ້ທີ່ຜິດກົດໝາຍ

ຜູ້ປະສານງານຂອງເຄືອຂ່າຍ Global Forest Watch ໃນອາຊຽນ ເປີດເຜີຍວ່າ: ການລັກລອບຕັດໄມ້ແບບການຄ້າຜິດກົດໝາຍລະຫວ່າງປີ 2003 ຫາ 2023 ໄດ້ເຮັດໃຫ້ປະເທດລາວສູນເສຍເນື້ອທີ່ປ່າໄມ້ຫຼາຍກວ່າ 4.8 ລ້ານເຮັກຕາ, ໂດຍສະເພາະໃນປີ 2023 ພຽງປີດຽວນັ້ນ ມີການລັກລອບຕັດໄມ້ຫຼາຍກວ່າ 445,000 ເຮັກຕາ. ຊື່ງເປັນຍ້ອນ​ວິ​ກິດ​ການ​ເສດຖະກິດ​ແລະ​ການ​ເງິນ​ທີ່​ເຮັດ​ໃຫ້​ປະຊາຊນ​ລາວ​ຈຳນວນບໍ່​ໜ້ອຍ​ຕ້ອງຍອມເປັນແຮງງານຮັບຈ້າງຕັດໄມ້ໃຫ້ກັບຂະບວນ​ການ​ຄ້າ​ໄມ້​ຜິດ​ກົດໝາຍຂ້າມຊາດ​ ໂດຍ​ສະ​ເພາະ​ຍູ່​ເຂດ​ຊາຍ​ແດນ​ລາວ ​ທີ່​ຕິດ​ຕໍ່​ກັບ​ຫວຽດ​ນາມ​ ແລະ​ຈີນນັ້ນ.

ພາຍໃຕ້ສະພາບການດັ່ງກ່າວ, ຍັງຖືວ່າ ເປັນເຫດຜົນສຳຄັນທີ່ເຮັດໃຫ້ຄະນະຜູ້ຕາງຫນ້າດ້ານການຄ້າຂອງສະຫະພາບເອີຣົບ ຍັງບໍ່ອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນໄມ້ຈາກລາວ ຈົນເຖິງປັດຈຸບັນ. ເພາະເຫັນວ່າ ການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍຍັງມີຢູ່ຢ່າງແຜ່ຫຼາຍໃນລາວ. ຊື່ງນອກຈາກບໍ່ມີຄວາມເຊື່ອໝັ້ນຕໍ່ຜະລິດຕະພັນໄມ້ຂອງລາວວ່າ ບໍ່ມີສ່ວນປະກອບທີ່ມາຈາກການຕັດໄມ້ທີ່ຜິດກົດໝາຍຈາກການຄ້າໄມ້ທີ່ຜິດກົດໝາຍແລ້ວ, ຍັງເຮັດໃຫ້ຄະນະຜູ້ຕາງຫນ້າຂອງສະຫະພາບເອີຣົບ ບໍ່ມີຄວາມເຊື່ອໝັ້ນຕໍ່ມາດຕະການຂອງລັດຖະບານລາວ ໃນການປາບປາມການລັກລອບຕັດໄມ້ທີ່ຜິດກົດໝາຍອີກດ້ວຍ ໂດຍເຫັນໄດ້ຈາກການອະນຸຍາດພິເສດຂອງລັດຖະບານລາວໃນການສົ່ງອອກໄມ້ທ່ອນຫຼາຍກວ່າ 1 ລ້ານແມັດກ້ອນທີ່ຍຶດໄດ້ຈາກການລັກລອບຕັດໄມ້ທີ່ຜິດກົດໝາຍໃນໄລຍະປີ 2022-2023 ຜ່ານມາ.

ໂດຍເຖິງແມ່ນວ່າ ກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ອອກຄຳສັ່ງໃຫ້ເພີ່ມມາດຕະການເຂັ້ມງວດ ໃນການປາບປາມບັນດາໂຮງງານປຸງແຕ່ງໄມ້ໃນທົ່ວປະເທດ ແລະໃຫ້ມີການປະຕິບັດ ຄຽງຄູ່ກັບການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ເພື່ອປົກປັກຮັກສາປ່າໄມ້ໃຫ້ຍືນຍົງ ເຊັ່ນ ການສ້າງລາຍຮັບຈາກສິນເຊື່ອຄາບອນ ແລະການທ່ອງທ່ຽວທໍາມະຊາດ ​ເພື່ອ​ສ້າງ​ອາຊີບ​ໃຫ້ແກ່​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ເປັນ​ສຳຄັນກໍຕາມ. ແຕ່ວ່າ ກໍຍັງບໍ່ສາມາດປະຕິບັດໄດ້ຈິງ ແລະ ການລັກລອບເຜົາປ່າເພື່ອເຮັດໄຮ່ຢ່າງຜິດກົດໝາຍ ກໍຍັງເກີດຂຶ້ນຢ່າງກວ້າງຂວາງອີກດ້ວຍ ດັ່ງ​ນັກ​ທຸ​ລະ​ກິດ​ໃນ​ສະ​ພາ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກໍາ​ແຫ່ງ​ຊາດ ​ໄດ້​ຢັ້ງ​ຢືນວ່າ:

“ບັນຫາທີ່ 1 ນີ້ ກໍຍ້ອນແມ່ນຄົນມີການບຸກລຸກປ່າໄມ້ເພື່ອເຮັດກິດຈະກຳຕ່າງໆ, ເຊັ່ນປູກເຂົ້າ ມັນຕົ້ນ ຢາງພາລາ ມີການບຸກເບີກເພື່ອການຜະລິດ ໂດຍທີ່ບຸກເບີກໄປແລ້ວ ກະການຈູດ ການຖາງ ບໍ່ສາມາດສິຮັກສາໄດ້, ມັນກະລາມໄປ ອັນທີ 2 ແມ່ນສະພາບດິນຟ້າອາກາດ ເກິດໄພແຫ້ງແລ້ງ ປະລິມານ​ນ້ຳ​ຝົນໃນເມື່ອກ່ອນນີ້ ມັນໄດ້ 400 ກວ່າ ມີ​ລີ​ແມັດ ແຕ່ປີນີ້ມີພຽງ 40-50 ມີລີແມັດເທົ່ານັ້ນ ເຮັດໃຫ້ປ່າໄມ້ນີ້ ມັນແຫ້ງແລ້ງຫຼາຍ, ສຸດທ້າຍນີ້, ມັນກະມີຄົນທີ່ສວຍໂອກາດ ແລະຈູດລາມໄປເພື່ອຢາກໄດ້ດິນດອນທີ່ຖືກໄຟໄຫມ້.”

ສ່ວນກະຊວງກະສິກຳ ແລະ ປ່າໄມ້ ໄດ້ວາງຄາດໝາຍວ່າ ຈະປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 42.000 ເຮັກຕາ ໃນປີ 2024. ໃນນີ້ ເປັນປ່າສະຫງວນ-ປ່າປ້ອງກັນ 7,600 ເຮັກຕາ, ປ່າອຸດສາຫະກຳ 24,800 ເຮັກຕາ ແລະ ປ່າໄມ້ເອກະຊົນ 9,600 ເຮັກຕາ ພາຍໃຕ້ເປົ້າໝາຍການເພີ່ມເນື້ອທີ່ປ່າໄມ້ໃຫ້ໄດ້ 16 ລ້ານເຮັກຕາ ຫຼື 70% ຂອງເນື້ອທີ່ທັງໝົດຂອງລາວພາຍໃນປີ 2025, ແຕ່ບັນຫາກໍຄືການຄຸ້ມຄອງປ່າໄມ້ບໍ່ສາມາດປະຕິບັດໄດ້ຈິງ ແລະ ເນື້ອທີ່ປ່າໄມ້ໃນລາວ ຍັງເຫຼືອພຽງ 58% ເທົ່ານັ້ນ ເພາະວ່າ ຍັງບໍ່ທັນມີການລົງໂທດທີ່ເດັດຂາດ ຕໍ່ເຈົ້າໜ້າທີ່ ພັກ-ລັດທີ່ພົວພັນກັບການລັກລອບຕັດໄມ້ ເພື່ອການຄ້າຜິດກົດໝາຍດັ່ງກ່າວ ດັ່ງທີ່ ສະມາຊິກ ສະພາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າ:

“ພວກເຮົາ​ບໍ່ທັນ​ສາ​ມາດ​ອັດ​ຊ່ອງ​ຫວ່າງ​ການ​ຮົ່ວ​ໄຫລ​ຂອງ​ງົບ​ປະ​ມານ ທັງລາຍຮັບ ແລະລາຍຈ່າຍ ແລະຮ້າຍແຮງໄປກວ່ານັ້ນ ກໍເກິດມີປະກົດການຫຍໍ້ທໍ້ຫລາຍຢ່າງ ເປັນຕ້ນແມ່ນການສໍ້ລາດບັງຫຼວງຂອງລັດຖະບານ ທີ່ເຫັນໄດ້ວ່າ ແຜ່ຫລາຍຫັ່ນແຫລະ ທັງໃນລະດັບສູນກາງ ແລະລະດັບທ້ອງຖິ່ນ ແລະ​ການ​ນໍາ​ໃຊ້​ສິດ​ອໍາ​ນາດ​ຂອງເຈົ້າຫນ້າທີ່ທີ່ກ່ຽວຂ້ອງບໍ່ໄດ້ປະຕິບັດຕາມລະບຽບກົດຫມາຍ ອັນນີ້ ກະບໍ່ສາມາດແກ້ໄຂໄດ້ ອັນແກ້ໄດ້ ກະແກ້ແຕ່ບ່ອນອ່ອນ ບ່ອນແຂັງຫັ່ນ ແກ້ບໍ່ໄດ້.”

ທັ້ງນີ້ ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງເລກທີ 15/ນຍ ເພື່ອຫ້າມການສົ່ງອອກໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ, ໂດຍໄດ້ຈັດຕັ້ງຄະນະສະເພາະກິດ ເພື່ອກວດກາໂຮງງານໄມ້ 3,454 ແຫ່ງ ໃນໄລຍະ 2016-2023 ພົບວ່າ ມີໂຮງງານປຸງແຕ່ງໄມ້ 2,364 ໂຮງງານ ທີ່ໄດ້ຊື້ໄມ້ຈາກການລັກລອບຕັດໄມ້ຜິດກົດໝາຍ ດັ່ງນັ້ນ ຈຶ່ງໄດ້ສັ່ງໃຫ້ຢຸດກິດຈະການຂອງໂຮງງານໄມ້ທັງໝົດ 2,364 ແຫ່ງດັງກ່າວ.