ທາງລາຍການຊີວິດຊາວລາວຂອງ VOA ມື້ນີ້ ພວກເຮົາຈະສະເໜີການສໍາພາດ
ກັບຮອງສາດສະດາຈານ ດຣ. ພິດສະໄໝ ສີຈິດໂກຂອງອຸ້ຍ (Phitsamay
Sychitkokhong Uy) ລູກບ້ານຫລານເມືອງ ຂອງຊາວເມືອງຫ້ວຍຊາຍ, ແຂວງບໍ່
ແກ້ວ ຊຶ່ງຜູ້ກ່ຽວຫາກໍ່ກັບມາຈາກການໄປບັນລະຍາຍຢູ່ໃນກອງປະຊຸມນາໆຊາດ ກ່ຽວ
ກັບພະພຸດທະສາດສະໜາ ກັບການພັດທະນາສັງຄົມ ແລະວັດທະນະທໍາຂອງເຂດ
ລຸ່ມແມ່ນໍ້າຂອງ ທີ່ຈັດຂຶ້ນໃນວັນທີ 3-4 ທັນວາ ຜ່ານມານີ້ ຢູ່ວິທະຍາໄລສົງ ທີ່ນະຄອນ
ພະນົມ, ທີ່ຕັ້ງຢູ່ກົງກັນຂ້າມກັບເມືອງທ່າແຂກ, ແຂວງຄໍາມ່ວນໃນພາກກາງຂອງລາວ.
ສ່ວນລາຍລະອຽດກ່ຽວກັບກອງປະຊຸມດັ່ງກ່າວ ພ້ອມທັງຄວາມຮູ້ສຶກຂອງ ດຣ. ພິດ
ສະໄໝ ຕໍ່ການທີ່ຖືກເຊີນໄປເປັນຜູ້ບັນລະຍາຍຫລັກທ່ານນຶ່ງ ໃນກອງປະຊຸມລະດັບ
ພາກພື້ນດັ່ງກ່າວ ວ່າເປັນແນວໃດນັ້ນ ບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບ
ຕໍ່ໄປ:
Your browser doesn’t support HTML5
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວສໍາລັບແລງມື້ນີ້ ເຮົາຂໍປ່ຽນ
ບັນຍາກາດຈາກການຟັງເລື້ອງລາວຂອງຊາວລາວ-ອາເມຣິກັນທີ່ປະກອບວຽກງານຢູ່
ໃນສະຫະລັດອາເມຣິກາ ມາຟັງເລື້ອງລາວຂອງຄົນລາວ-ອາເມເຣິກັນ ຜູ້ທີ່ບໍ່ພຽງແຕ່ໄດ້
ສ້າງບົດບາດຢູ່ໃນວົງການການສຶກສາໃນສະຫະລັດ ແຕ່ຍັງໄດ້ ໄປແບ່ງປັນຄວາມຮູ້ດ້ານ
ການສິດສອນແລະຝຶກອົບຮົມທີ່ມີປະສິດທິພາບຕໍ່ຄົນລຸ້ນໃໝ່ ລຸ້ນສະຫັດສະຫວັດ ຫລື
ລຸ້ນສັດຕະວັດທີ 21 ໃຫ້ແກ່ບັນ ດາອາຈານ ແລະນັກສຶກສາສົງ ພ້ອມທັງນັກສຶກສາທົ່ວ
ໄປ ທີ່ສົນໃຈເລື່ອງສາສະໜາພຸດ ແລະການສິດສອນທົ່ວໄປອີກດ້ວຍ. ທ່ານຜູ້ນັ້ນກໍຄື
ຮອງສາດສະດາ ຈານ ດຣ. ພິດສະໄໝ ສີຈິດໂກຂອງອຸ້ຍ ຊຶ່ງມື້ນີ້ຜູ້ກ່ຽວຈະມາເລົ່າສູ່
ທ່ານຟັງ ເລື່ອງຄວາມຮູ້ສຶກ ໃນການຖືກເຊີນໄປເປັນຜູ້ບັນລະຍາຍຫລັກ ຫລື Keynote
Speaker ຜູ້ນຶ່ງ ໃນກອງປະຊຸມນາໆຊາດ ຄັ້ງທໍາອິດ ກ່ຽວກັບພະພຸດທະສາດສະໜາ
ກັບການພັດທະນາສັງຄົມ ແລະວັດທະນະທໍາຂອງເຂດລຸ່ມແມ່ນໍ້າຂອງ ທີ່ຈັດຂຶ້ນໂດຍ
ວິທະຍາໄລສົງທີ່ນະຄອນພະນົມ, ຊຶ່ງເປັນເມືອງຕັ້ງຢູ່ແຄມແມ່ນໍ້າຂອງ, ກົງກັນຂ້າມກັບ
ເມືອງທ່າແຂກ, ແຂວງຄໍາມ່ວນຂອງລາວ ໃນວັນເສົາແລະອາທິດທີ 3-4 ທັນວາຜ່ານມາ
ນີ້ ຊຶ່ງ ດຣ. ພິດສະໄໝເວົ້າວ່າ.
“My name is Phitsamay Sychitkokhong Uy, and I’m an Associate Professor at University of Massachusetts in Lowell and co-director of the Center for Asian American Studies.
“ຂ້າພະເຈົ້າຊື່ພິດສະໄໝ ສີຈິດໂກຂອງອຸ້ຍ. ຂ້າພະເຈົ້າເປັນຮອງສາດສະດາຈານ
ປະຈຳມະຫາວິທະຍາໄລລັດມັຊຊາຈູເຊັດສ໌ ທີ່ເມືອງໂລວລ໌ (Massachusetts-
Lowell) ແລະເປັນຜູ້ອໍານວຍການຮ່ວມຂອງສູນກາງສຶກສາກ່ຽວກັບຊາວອາເມ
ຣິກັນເຊື້ອສາຍເອເຊຍ.”
ສໍາລັບຈຸດປະສົງຂອງກອງປະຊຸມນາໆຊາດດັ່ງກ່າວ ດຣ. ພິດສະໄໝ ເລົ່າໃຫ້ຟັງວ່າ:
“This is the first international conference that they’ve ever held together. Ah. 2, 3, 4,5,6…”
“ມັນເປັນກອງປະຊຸມນາໆຊາດ ທີ່ຈັດຂຶ້ນເປັນຄັງທໍາອິດ. ມີມະຫາວິທະຍາໄລ
14 ແຫ່ງມາປະຊຸມກັນ. ແລະກໍມີການເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU
ນໍາກັນອີກລະຫວ່າງມະຫາວິທະຍາໄລ ແລະສະຖາບັນ 6 ແຫ່ງໃນຂົງເຂດນັ້ນ. ເພື່ອຊ່ວຍເຫລືອກັນໃນດ້ານຊັບພະຍາກອນມະນຸດ, ຊ່ວຍກັນໃນດ້ານຍຸດທະ
ສາດການສິດສອນ, ໃນດ້ານການແລກປ່ຽນນັກສຶກສາ. ສະນັ້ນ ນັກສຶກສາຢູ່ໃນ
ມະຫາວິທະຍາໄລຂອນແກ່ນ ສາມາດໄປຮຽນຢູ່ມະຫາວິທະຍາໄລສົງໃນນະ
ຄອນພະນົມໄດ້. ສ່ວນຂ້າພະເຈົ້າ ກໍສະເໜີວ່າ ບາງເທື່ອອາດຈະມີການຈັດໃຫ້
ມີນັກຄົ້ນຄວ້າຈາກມະຫາວິທະຍາໄລເຫລົ່ານີ້ ສາມາດທີ່ຖືກເຊີນມາເປັນອາຈານ ຫລືນັກຄົ້ນຄວ້າແລກປ່ຽນບົດຮຽນຢູ່ສະຫະລັດອີກດ້ວຍ. ສະນັ້ນກອງປະຊຸມນີ້
ມີຈຸດປະສົງ 2 ຢ່າງດ້ວຍກັນ. ທັງເພື່ອເປັນການແລກປ່ຽນຄວາມຮູ້ ແລະການ
ສິດສອນ ແລະທັງເພື່ອເປັນການສົ່ງເສີມ ການຮ່ວມມືກັນລະຫວ່າງມະຫາວິທະ
ຍາໄລ ແລະສະຖາບັນຕ່າງໆອີກດ້ວຍ. ສະນັ້ນ ມັນເຮັດໃຫ້ເປັນໜ້າຕື່ນເຕັ້ນທີ່ສຸດ. ສໍາລັບກອງປະຊຸມຄັ້ງຕໍ່ໄປ ຈະຈັດຂຶ້ນໃນອີກ 2 ປີໜ້າ, ໃນປີ 2019.”
“….It was a conference for dedication to a new education building for a Buddhist university in Nakhon Phanom. It’s MCU, a Buddhist university, there. And so it’s a part of the celebration of…. Also it’s a collaboration between 6 local universities.”
“ມັນເປັນກອງປະຊຸມທີ່ ອຸທິດໃຫ້ແກ່ພິທີເປີດຕຶກອາຄານສອນຂອງວິທະຍາໄລສົງ
ຢູ່ນະຄອນພະນົມ. ມັນແມ່ນຕຶກຂອງມະຫາວິທະຍາໄລ ມະຫາຈຸລາລົງກອນ ແລະກໍ
ເປັນສ່ວນນຶ່ງຂອງການສະຫລອງການເປີດອາຄານສອນຂອງວິທະຍາໄລດັ່ງກ່າວ
ພ້ອມທັງເປັນການສົ່ງເສີມການຮ່ວມມືກັນລະຫວ່າງມະຫາວິທະຍາໄລໃນຂົງເຂດ
ທ້ອງຖິ່ນ 6 ແຫ່ງ. ມັນເປັນງານສອງງານທີ່ເກີດຂຶ້ນພ້ອມກັນ. ມັນມີບຸນທາດພະນົມ
ນໍາ. ເຂົາເຈົ້າມີດາລາເຂົ້າມາຮ່ວມນໍາ, ມາເປັນຈຸດເດັ່ນຂອງງານ. ເສຍດາຍແຕ່ຂ້າ
ພະເຈົ້າ ບໍ່ໄດ້ເບິ່ງໂທລະພາບໄທ. ແຕ່ວ່າ ທຸກຄົນແມ່ນມີຄວາມສົນໃຈ, ດີໃຈ ແລະ
ຕື່ນເຕັ້ນ. ບາງຄົນບອກຂ້າພະເຈົ້າວ່າ ເຂົາເຈົ້າຄືກັບ Brad ແລະ Joli. ມີດາລາສອງ
ຜົວເມຍນຶ່ງ ທີ່ເຈົ້າຊູ້ ແລະງາມຫລາຍ ທີ່ມາຊ່ວຍໃນງານສະຫລອງຄັ້ງນີ້. ເຂົາເຈົ້າ
ບໍ່ໄດ້ມາສະແດງ ແຕ່ເຂົາເຈົ້າຢູ່ໃນຈໍານວນຄົນທີ່ໃຫ້ເງິນຊ່ວຍເຫລືອເພື່ອຊ່ວຍສ້າງ
ວັດທາດພະນົມ. ມີມະຫາວິທະຍາໄລໃນຂົງເຂດນັ້ນ 14 ແຫ່ງເຂົ້າຮ່ວມໃນກອງປະ
ຊຸມນີ້ ເຊັ່ນວ່າມະຫາວິທະຍາໄລຂອນແກ່ນ, ຣາຊະພັດ, ມະຫາວິທະຍາໄລອີ່ສານ
ແລະແຕ່ລະແຫ່ງແມ່ນເອົາດາລາຂອງຕົນມາຮ່ວມນໍາ. ທັງມີການສະແດງວັດທະ
ນະທໍາຂອງແຕ່ລະຊົນຊາດ ຊົນເຜົ່າ. ນອກຈາກນັ້ນ ມີການຟ້ອນໃນຕອນແລງ, ມັນ
ເປັນການຟ້ອນຂອງແຕ່ລະຊົນເຜົ່າອີກ. ມີການບາສີສູ່ຂວັນ ແລະຄົບງັນກັນຢ່າງ
ຄຶກຄື້ນ.”
ສໍາລັບຫົວຂໍ້ທີ່ນໍາເອົາມາບັນລະຍາຍຢູ່ໃນກອງປະຊຸມນັ້ນ ດຣ. ພິດສະໄໝກ່າວວ່າ:
“We have like a group of 40, 50 presentations from different areas…..”
“ມັນມີປະມານ 40 ຫົວຂໍ້ບນລະຍາຍທີ່ແຕກຕ່າງກັນ. ຫົວຂໍ້ເຫລົ່ານີ້ເວົ້າເຖິງຄວາມ
ຮູ້ແຕ່ສະໄໝບູຮານ ຈົນເຖິງຄວາມຮູ້ດ້ານການທ່ອງທ່ຽວ ແລະການບໍລິຫານ, ການ
ສິດສອນຄູບາໃນການແກ້ໄຂຂໍ້ຂັດແຍ້ງ, ການຮຽນພາສາອັງກິດ, ການຮຽນໂດຍໃຊ້
ຄອມພີວເຕີຊ່ວຍ, ການສອນສາດສະໜາພຸດໃນຫ້ອງຮຽນ ແລະອື່ນໆ. ແລະມີປະ
ມານ 150 ຄົນທີ່ເຂົ້າຮ່ວມຟັງການບັນລະຍາຍຂອງຂ້າພະເຈົ້າ.”
ສໍາລັບຫົວຂໍ້ແລະເນື້ອໃນຂອງການບັນລະຍາຍຂອງ ດຣ. ພິດສະໄໝນັ້ນ ທ່ານນາງ
ບອກວ່າ “So, teaching diverse population, talking about the differences in students…”
“ຫົວຂໍ້ບັນລະຍາຍຂອງຂ້າພະເຈົ້າແມ່ນເວົ້າເຖິງການສິດສອນນັກສຶກສາມາຈາກ
ຫລາຍຊົນຊາດ ຊົນເຜົ່າ, ຫລາຍວັດທະນະທໍາ ແລະຄົນທີ່ມີວິທີການຮຽນຮູ້ແຕກ
ຕ່າງກັນ ທີ່ພວກເຮົາເຫັນຢູ່ໃນຫ້ອງຮຽນທຸກມື້ນີ້. ສະນັ້ນ ເມື່ອຂ້າພະເຈົ້າເວົ້າເຖິງ
ຄວາມສະຫລາດມັນໝາຍເຖິງຄວາມສະຫລາດທີ່ມີຫລາກຫລາຍຮູບແບບ. ເມື່ອ
ຂ້າພະເຈົ້າເວົ້າເຖິງຄວາມສະຫລາດແຕ່ລະຢ່າງ ຂ້າພະເຈົ້າຍັງຍົກຕົວຢ່າງໃຫ້ຟັງ
ອີກວ່າ ຄົນທີ່ມີຄວາມສະຫລາດແຕ່ລະແບບແມ່ນມີຂັ້ນຕອນການຮຽນ ແລະຮັບ
ເອົາຄວາມຮູ້ແຕກຕ່າງກັນ. ຍົກຕົວຢ່າງຄົນທີ່ມີຄວາມສະຫລາດ ຫລືມີພອນສະຫວັນ
ດ້ານດົນຕີ ເຮົາຄວນເອົາດົນຕີເຂົ້າມາປະກອບໃນການສິດສອນຢູ່ໃນຫ້ອງຮຽນ. ສໍາລັບພວກທີ່ມີຄວາມສະຫລາດ ດ້ານສິ່ງແວດລ້ອມ ຫລືມັກທໍາມະຊາດເຮົາຄວນ
ມີການຈັດການໄປທັດສະນະສຶກສາ ຫລືໃຊ້ວີດິໂອ ໃນ YouTube ເຂົ້າໃນຫລັກ
ສູດການສິດສອນ, ໃຫ້ເຂົາເຈົ້າວິໄຈດ້ານສິງແວດລ້ອມ ເຊັ່ນການປ່ຽນແປງຂອງ
ດິນຟ້າອາກາດເປັນຕົ້ນ. ນັ້ນແມ່ນວິທີການທີ່ເຮົາເອົາຄວາມສະຫລາດໃນ 8 ຮູບ
ແບບ ເຂົ້າໃນການສິດສອນຢູ່ໃນຫ້ອງຮຽນ ແທນທີ່ຈະມີແຕ່ການບັນລະຍາຍ
ໃຫ້ນັກຮຽນນັ່ງຟັງຢູ່ໃນຫ້ອງ ທີ່ພວກເຮົາມັກເຮັດຢູ່ທົ່ວໄປນັ້ນ. ຂ້າພະເຈົ້າແມ່ນ
ຫວັງວ່າ ຜູ້ເຂົ້າຮ່ວມ ຈະໄດ້ຮຽນວິທີການປັບການສິດສອນ ເພື່ອໃຫ້ນັກສຶກສາ
ທີ່ມີວິທີການຮຽນແຕກຕ່າງກັນ ສາມາດຮຽນໄດ້ດີຂຶ້ນ.”
ເມື່ອເວົ້າເຖິງຄວາມຮູ້ສຶກປະທັບໃຈຂອງຜູ້ກ່ຽວ ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວ ດຣ. ພິດສະໄໝບອກວ່າ “IT was first an honor and privilege to be part of this gathering and so….”
“ຂ້າພະເຈົ້າຮູ້ສຶກເປັນກຽດ ແລະພາກພູມໃຈຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມໃນກອງປະ
ຊຸມນີ້. ມັນເລີ້ມຂຶ້ນໃນມື້ວັນເສົາ ແລະສຸດລົງໃນວັນຈັນ. ມັນເປັນການປະຊຸມກັນ
3 ມື້ ໂດຍທີ່ມີຄູບາເຂົ້າຮ່ວມຫລາຍກວ່າ 160 ອົງ ທີ່ມາຈາກທົ່ວໂລກ. ມີອາຈານ
ບຸນມີ ເຈົ້າອາວາດວັດລາວພຸດທະວົງ ຈາກລັດເວີຈີເນຍ, ແລະກໍມີການພົບປະກັນ
ຂອງບັນດາຄູບາ ທີ່ມີຕໍາແໜ່ງທາງສາດສະໜາສູງໆ ມາຈາກທົ່ວໂລກ ມາຮ່ວມກັນ
ສະຫລອງບຸນທາດພະນົມ ແລະທັງມາຮ່ວມກັນຫາທຶນມາສ້າງອາຄານສົງຫລັງໃໝ່ ຂອງມະຫາວິທະຍາໄລສົງນະຄອນພະນົມນໍາອີກ. ມີຄົນຫລາຍກວ່າ 250 ຄົນມາ
ຈາກປະເທດຕ່າງໆ ທົ່ວໂລກ ເຊັ່ນມີຄົນລາວຈາກຝຣັ່ງ, ອອສເຕຣເລຍ, ສະຫະລັດ.
ນອກຈາກນັ້ນ ຂ້າພະເຈົ້າຍັງໄດ້ພົບຄົນມາຈາກເມືອງໂລວລ໌ອີກ, ມາຈາກມີນີສໂຊ
ຕາ, ແລະລັດອື່ນໆອີກໃນສະຫະລັດ.”
ການທີ່ຄົນລາວ-ອາເມຣິກັນ ທີ່ສາມາດໄປສ້າງບົດບາດຢູ່ໃນກອງປະຊຸມນາໆ ຊາດ
ດ້ານການສຶກສາພະພຸດທະສາດສະໜາ ໃນລະດັບພາກພື້ນເຂດລຸ່ມແມ່ນໍ້າຂອງນັ້ນ ໄດ້ນໍາຄວາມພູມໃຈເປັນຢ່າງຍິ່ງມາໃຫ້ປະຊາຄົມລາວໃນສະຫະລັດ ບໍ່ຫລາຍກໍ່ໜ້ອຍ.
ທ່ານສົມພອນ ໄຊຍະສິດເສນາຊາວລາວພຸດ ທີ່ເດີນທາງໄປຈາກລັດເວີຈີເນຍ ໃນສະ
ຫະລັດໄດ້ເວົ້າຕໍ່ ວີໂອເອວ່າ “ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ຖືກເຊື້ອເຊີນ
ມາຮ່ວມເປີດມະຫາວິທະຍາໄລສົງ ຢູ່ທີ່ວັດທາດພະນົມ ປະເທດໄທ. ແລະມີຄວາມ
ພາກພູມໃຈເປັນພິເສດທີ່ ທີ່ໄດ້ຮູ້ເຫັນ ພີ່ນ້ອງຊາວລາວຢູ່ອາເມຣິກາ ພາຍໃຕ້ການ
ນໍາພາຂອງພະອາຈານບຸນມີ ກິດຕິທໍາມະວັນໂນ ແລະພີ່ນ້ອງຊາວພຸດຫລາຍຄົນ ກໍໄດ້ມີບົດບາດປະກອບສ່ວນໃນກອງປະຊຸມກ່ຽວກັບພຸດທະສາດສະໜາ ຢູ່ໃນລະ
ດັບພາກພື້ນນີ້ ເປັນຕົ້ນກໍຄືຍານາງບຸນເຮັ່ງ Inversin ຊຶ່ງມີບົດບາດໃນການແປ
ເປັນພາສາອັງກິດ, ແລະ ຍານາງດຣ. ພິດສະໄໝ ໄດ້ຖືກເຊື້ອເຊີນມາໃຫ້ເປັນຜູ້
ບັນລະຍາຍກ່ຽວກັບລະບົບການສຶກສາ ແລະການສອນໃຫ້ບັນດາຄູບາອາຈານ
ທີ່ເຂົ້າຮ່ວມເປັນຈໍານວນມາກ ຟັງ. ພ້ອມດ້ວຍຊາວລາວຢູ່ຕ່າງປະເທດ ເຊັ່ນພີ່ນ້ອງ
ຊາວລາວ ຢູ່ອາເມຣິກາ, ຝຣັ່ງ, ການາດາ ແລະອອສເຕຣເລຍເປັນຕົ້ນ ກໍໄດ້ຖືກ
ເຊື້ອເຊີນໄປຮ່ວມເໝືອນກັນ.”
ການທີ່ ດຣ. ພິດສະໄໝ ສີຈິດໂກຂອງອຸ້ຍ ສາມາດສ້າງບົດບາດໃນວົງການສຶກສາຂອງ
ສະຫະລັດ ແລະສາມາດປະກອບສ່ວນເຂົ້າໃນກອງປະຊຸມນາງໆຊາດ ກ່ຽວກັບພະພຸດ
ທະສາດສະໜາ ກັບການພັດທະນາສັງຄົມ ແລະວັດທະນະທໍາຂອງເຂດລຸ່ມແມ່ນໍ້າຂອງ
ນັ້ນ ຖືວ່າ ເປັນຜົນສໍາເລັດອັນໃຫຍ່ອັນນຶ່ງຂອງຜູ້ກ່ຽວ ແລະກໍເປັນການສ້າງປະຫວັດສາດ
ໃຫ້ແກ່ປະຊາຄົມລາວ ທັງຢູ່ໃນອາເມຣິກາ ແລະໃນລາວ. ສະນັ້ນ ໂອກາດໜ້າ ດຣ. ພິດ
ສະໄໝຈະມາເລົ່າສູ່ບັນດາທ່ານຟັງວ່າອັນໃດຄືແຮງບັນດານໃຈໃຫ້ຜູ້ກ່ຽວ ຊຶ່ງເປັນລູກ
ສາວຜູ້ນຶ່ງຂອງຊາວອົບພະຍົບ ຈາກລາວ ໃຫ້ຮໍ່າຮຽນສູງເຖິງຂັ້ນປະລິນຍາເອກ ແລະ
ສາມາດຮຽນເກັ່ງ ເຖິງຂັ້ນໄດ້ຮັບທຶນການສຶກສາ ເພື່ອໃຫ້ຮໍ່າຮຽນໃນມະຫາວິທະຍາໄລ
ຮາເວີດ (Harvard) ຊຶ່ງເປັນມະຫາວິທະຍາໄລຊັ້ນນໍາໜ້າຂອງໂລກແຫ່ງນຶ່ງ. ທ່ານຜູ້ຟັງ
ຢ່າລືມຕິດຕາມຮັບຟັງເລື່ອງລາວຂອງຜູ້ກ່ຽວອີກໃນໂອກາດໜ້າ.