ແຮງງານກໍາປູເຈຍ, ລາວ ແລະມຽນມາ ຫຼາຍກວ່າ 500,000 ຄົນ ທີ່ສິ້ນສຸດການໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນໄທ ຕ້ອງກັບຄືນປະເທດເປັນເວລາ 1 ເດືອນ ຈຶ່ງຈະສາມາດໄປເຮັດວຽກຢູ່ໄທໄດ້ອີກເທື່ອໃໝ່. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.ແຮງງານກໍາປູເຈຍ, ລາວ ແລະມຽນມາ ຫຼາຍກວ່າ 500,000 ຄົນ ທີ່ສິ້ນສຸດການໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນໄທ ຕ້ອງກັບຄືນປະເທດເປັນເວລາ 1 ເດືອນ ຈຶ່ງຈະສາມາດໄປເຮັດວຽກຢູ່ໄທໄດ້ອີກເທື່ອໃໝ່. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
Your browser doesn’t support HTML5
ເຊີນຟັງລາຍການເມືອງລາວໃນປັດຈຸບັນກ່ຽວກັບ ແຮງງານລາວ ຈໍາເປັນຕ້ອງກັບເມືອປະເທດເປັນເວລານຶ່ງເດືອນ ກ່ອນຈະກັບຄືນໄປເຮັດວຽກໃນໄທຄືນໄດ້ອີກຕາມ MOU
ທ່ານອະນຸຊາ ບູຣະພະໄຊສີ, ໂຄສົກລັດຖະບານໄທຖະແຫຼງວ່າ ແຮງງານກໍາປູເຈຍ, ລາວ ແລະມຽນມາ ຈໍານວນ 500,000 ກວ່າຄົນ ເຊິ່ງສາມາດຜ່ອນຜັນໃຫ້ສາມາດເຮັດວຽກໃນໄທຕໍ່ໄປໄດ້ ເຖິງວັນທີ 31 ກໍລະກົດ 2023 ນັ້ນ ຈະຕ້ອງເດີນທາງກັບຄືນປະເທດທີ່ເປັນພູມລໍາເນົາໃນທັນທີເມື່ອຄົບກໍານົດດັ່ງກ່າວ ແລະຖ້າຫາກວ່າແຮງງານກຸ່ມນີ້ຍັງຕ້ອງການທີ່ຈະເຮັດວຽກໃນໄທອີກເທື່ອໃໝ່ນັ້ນ ຈະຕ້ອງຕິດຕໍ່ກັບບໍລິສັດ ຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານກໍາປູເຈຍ, ລາວ ແລະມຽນມາ ຢ່າງຖືກຕ້ອງເທົ່ານັ້ນ ແະແຮງງານທີ່ເດີນທາງກັບນັ້ນຈະຕ້ອງອາໄສຢູ່ທີ່ພູມລໍາເນົາ 1 ເດືອນເປັນຢ່າງໜ້ອຍ ຈຶ່ງຈະມີສິດໄດ້ຮັບອະ ນຸຍາດໃຫ້ເຮັດວຽກໃນໄທໄດ້ອີກເທື່ອໃໝ່ ເພາະວ່າແຮງງານກຸ່ມນີ້ ໄດ້ສິ້ນສຸດໄລຍະຂອງການອະນຸຍາດໃຫ້ເຮັດວຽກໃນໄທນັບຕັ້ງແຕ່ເດືອນມັງກອນ ປີ 2023 ແລ້ວ, ດັ່ງທີ່ ທ່ານອະນຸຊາ ບູລະພະໄຊສີ ໂຄສົກລັດຖະບານໄທ ໄດ້ຖະແຫຼງຢືນຢັນວ່າ:
“ກຸ່ມຕ່າງດ້າວ 3 ສັນຊາດກໍຄື: ກໍາປູເຈຍ, ລາວ ແລະ ມຽນມາ ເຊິ່ງເຂົ້າມາເຮັດວຽກຕາມ MOU ເຊິ່ງກໍມີປະມານ 500,000 ຄົນ, ເຊິ່ງໃນຂໍ້ຕົກລົງຂອງ MOU ນີ້ກໍຄື ຄົນຕ່າງດ້າວໄດ້ຮັບອະນຸຍາດໃຫ້ເຮັດວຽກໄດ້ເປັນໄລຍະເວລາ 2 ປີ ແລ້ວກໍສາມາດຕໍ່ອາຍຸໄດ້ອີກ 2 ປີ ລວມເປັນ 4 ປີ, ແຕ່ເມື່ອຄົບກໍານົດແລ້ວ ຈະຕ້ອງເດີນທາງກັບໄປປະເທດຕົ້ນທາງ ແລ້ວຖ້າຫາກມີຈຸດປະສົງກັບມາເຮັດວຽກອີກ ກໍຕ້ອງລໍຖ້າ 30 ມື້ ແລ້ວຈຶ່ງຈະກັບເຂົ້າມາຕາມ MOU ໄດ້.”
ໂດຍກະຊວງແຮງງານໄທລາຍງານວ່າ ແຮງງານລາວໄດ້ຮັບອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທຈໍານວນທັງໝົດ 200,296 ຄົນໃນປັດຈຸບັນ ໝາຍຄວາມວ່າແຮງງານລາວ 2 ແສນກວ່າຄົນດັ່ງກ່າວ ຈະຕ້ອງເດີນທາງກັບຄືນມາລາວ ເມື່ອຄົບກໍານົດຂອງການຜ່ອນຜັນ ໃນວັນທີ 31 ກໍລະກົດ 2023 ຫາກແຕ່ວ່າ ນາຍຈ້າງໃນໄທຍັງຕ້ອງການແຮງງານເພີ້ມອີກຫຼາຍກວ່າ 8 ແສນຄົນໃນປີ 2023 ນີ້ ແລະລັດຖະບານໄທຈະອະນຸຍາດໃຫ້ນໍາເຂົ້າແຮງງານໂດຍຜ່ານບໍລິສັດຈັດຫາງານທີ່ລັດຖະບານລາວ, ກໍາປູເຈຍ ແລະມຽນມາ ໃຫ້ການຮັບຮອງເທົ່ານັ້ນ, ແຕ່ວ່າ ດ້ວຍຄ່າທໍານຽມທີ່ສູງກວ່າ 1,300 ໂດລາສໍາລັບແຮງງານແຕ່ລະຄົນທີ່ຕ້ອງການຈະໄປເຮັດວຽກໃນໄທນັ້ນ ເຄືອຄ່າຍເພື່ອຄຸ້ມຄອງແຮງງານອົບພະຍົບໃນອາຊຽນໄດ້ປະເມີນການວ່າ ຈະມີແຮງງານລັກລອບເຮັດວຽກໂດຍຜິດກົດໝາຍໃນໄທເພີ້ມຂຶ້ນອີກ ໃນນີ້ກໍລວມເຖິງແຮງງານລາວກວ່າ 2 ແສນຄົນທີ່ສິ້ນສຸດການໄດ້ຮັບອະນຸຍາດໃຫ້ເຮັດວຽກໃນໄທດັ່ງກ່າວ ກັບອີກ 64,000 ກວ່າຄົນ ທີ່ມີສະຖານະຫວ່າງງານຢູ່ລາວໃນປັດຈຸບັນນີ້.
ສ່ວນນັກທຸລະກິດໄທໃນລາວ ໄດ້ໃຫ້ທັດສະນະວ່າ ບັນຫາການຫວ່າງງານໃນລາວມີສາເຫດສໍາຄັນ ມາຈາກແຮງງານລາວເອງ ທີ່ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງບັນດາບໍລິສັດຕ່າງປະເທດທີ່ລົງທຶນໃນລາວໄດ້ຢ່າງພຽງພໍ ຈຶ່ງເຮັດໃຫ້ຕ້ອງນໍາເຂົ້າແຮງງານຈາກຕ່າງປະເທດເປັນຫຼັກ ດັ່ງຈະເຫັນໄດ້ຈາກການເພີ້ມຂຶ້ນຢ່າງໄວວາຂອງແຮງງານຈີນໃນລາວນັ້ນ ເຊິ່ງກໍຖືວ່າເປັນນະໂຍ ບາຍສໍາຄັນຂອງລັດຖະບານຈີນ ທີ່ມີເປົ້າໝາຍສົ່ງອອກແຮງງານ ໄປຕ່າງປະ ເທດເພີ້ມຂຶ້ນນັບມື້, ດັ່ງທີ່ນັກທຸລະກິດໄທ ຢືນຢັນວ່າ
“ຈີນຈະສົ່ງອອກຊັບພະຍາກອນມະນຸດຂອງເຂົານີ້ີ້ໄປຕ່າງປະເທດ ຈະເພື່ອການຄ້າຂາຍ, ໄປເຮັດທຸລະກິດຫຼືແມ່ນແຕ່ອອກໄປເຮັດວຽກໃນໂຄງການຕ່າງໆທີ່ລັດ ຖະບານຈີນອາດຈະອອກໄປອີກຢ່າງຫຼວງຫຼາຍ, ອັນນີ້ ກໍຄືການສົ່ງອອກແຮງງານຄຸນນະພາບທາງອ້ອມ ເພາະດຽວນີ້ ຈີນ ອອກໄປເຮັດເລື້ອງກໍ່ສ້າງ, ດ້ານ ວິສະວະກໍາສາດ, ດ້ານອື່ນໆອີກຫຼາຍທີ່ສຸດໃນຕະຫຼາດໂລກ, ແນ່ນອນ ຖ້າເຂົາກຽມຄົນຂອງເຂົາໄວ້ພຽງພໍ ຄົນເຫຼົ່ານີ້ມັນກໍຈະຖືກດຶງເຂົ້າສູ່ລະບົບ.”
ທາງດ້ານສະຫະພັນກໍາມະບານລາວລາຍງານວ່າ ໃນປັດຈຸບັນມີແຮງງານລາວທີ່ຢູ່ໃນພາກການຜະລິດຕ່າງໆຈໍານວນກວ່າ 2.4 ລ້ານຄົນ ແລະໃນຕົ້ນປີ 2023 ນີ້ມີແຮງງານລາວ 38,000 ກວ່າຄົນທີ່ເດີນທາງໄປເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນຕ່າງປະເທດ ແລະໄທກໍເປັນປະເທດທີ່ແຮງງານລາວເດີນທາງໄປເຮັດວຽກຫຼາຍທີ່ສຸດ ແລະຍັງຈະພາກັນເດີນທາງໄປເພີ້ມຂຶ້ນນັບມື້ ເພາະຄ່າຈ້າງແຮງງານໃນໄທສູງກວ່າຢູ່ໃນລາວເກີນກວ່າ 4 ເທົ່າ ໃນຂະນະທີ່ການປັບຂຶ້ນຄ່າຈ້າງຂັ້ນຕໍ່າໃນລາວໃຫ້ສອກຄ່ອງກັບຄ່າຄອງຊີບໂຕຈິງນັ້ນ ຄະນະກໍາມະການຄ່າຈ້າງແຮງງານ 3 ຝ່າຍ ຈະພິຈາລະນາໃນທ້າຍປີ 2023 ນີ້.