ພວກແຮງງານລາວ ຢູ່ໃນປະເທດໄທ ຕ້ອງກວດໂຄວິດ-19 ກ່ອນຈະກັບຄືນສູ່ລາວ

ຫ້ອງການລັດວິສະຫະກິດລາວ ບໍລິການສີິນຄ້າຜ່ານແດນ ທີ່ທ່ານາແລ້ງ ນະຄອນຫຼວງວຽຈັນ.

ເມື່ອມີການລະບາດຮອບໃໝ່ ຂອງໂຄວິດ-19 ຢູ່ໃນໄທ ເລີ້ມຂຶ້ນແຕ່ກາງເດືອນທັນວາ,
2020 ເປັນຕົ້ນມາ ກໍາມະກອນລາວທີ່ຍັງຢູ່ໃນໄທຫຼາຍຄົນ ກໍມີລາຍໄດ້ຫລຸດລົງ ເມື່ອ
ນາຍຈ້າງບໍ່ສາມາດຈ້າງເຂົາເຈົ້າເຕັມເວລາເໝືອນແຕ່ກ່ອນ ຍ້ອນມາດຕະການປິດເມືອງ
ທີ່ເຄັ່ງຄັດຂຶ້ນ. ພ້ອມກັນນີ້ ພວກເຂົາເຈົ້າກໍຍັງບໍ່ສາມາດກັບໄປຢາມຄອບຄົວໄດ້ເໝືອນ
ແຕ່ກ່ອນໃນໂອກາດພັກງານໃນບຸນປີໃໝ່ສາກົນນີ້. ຂະນະດຽວກັນ ທາງລັດຖະບານໄທ
ກໍເພີ້ມມາດຕະການທີ່ເຂັ້ມງວດຂຶ້ນໃນການຄຸ້ມຄອງແຮງງານຕ່າງດ້າວ. ນັກຂ່າວຂອງ
ວີໂອເອມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງ ກິ່ງສະຫວັນ ຈະນໍາເອົາລາຍລະອຽດມາສະເໜີ
ທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານແຮງງານລາວ ຢູ່ໃນປະເທດໄທ.

Your browser doesn’t support HTML5

ເຊີນຊົມ ວີດີໂອ ຈາກ ສປປ ລາວ.



ການສະຫລອງວັນປີໃໝ່ສາກົນຢູ່ບາງກອກ ທີ່ເຄີຍຄຶກຄື້ນ ແລະດຶງດູດເອົານັກທ່ອງທ່ຽວ
ຈາກຫລາຍມຸມຂອງໂລກນັ້ນ ປີນີ້ແມ່ນກັບມີບັນຍາກາດ ຂ້ອນຂ້າງງຽບເຫງົາ ເມື່ອມີການ
ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຊຶ່ງເລີ້ມຕົ້ນ ແຕ່ກາງເດືອນທັນວາ 2020 ເປັນ
ຕົ້ນມາ. ອີງຕາມການລາຍງານຢູ່ໃນເຟັສບຸກ ຂອງສູນບໍລິຫານສະຖານະການ COVID-1
|9, ຂອງກະຊວງສາທາລະນະສຸກ ໄທທີ່ຂຽນລົງໃນວັນເສົາວັນທີ 2 ມັງກອນຜ່ານມາ ແມ່ນ
ມີການຕິດເຊື້ອລາຍໃໝ່ ຫລາຍກວ່າ 1,600 ຄົນ ຫລັງຈາກນັ້ນມາ ຊຶ່ງໄດ້ເຮັດໃຫ້ຈໍານວນ
ຄົນເປັນພະ ຍາດໂຄວິດ-19 ທີ່ໄດ້ຮັບການຢືນຢັນທັງໝົດ ເກືອບຮອດ 7,380 ຄົນກໍລະນີ
ແລະເສຍຊີວິດໄປທັງໝົດ 64 ຄົນແລ້ວ ຊຶ່ງ 1 ຄົນທີ່ເສຍຊີວິດນັ້ນແມ່ນນອນ ຢູ່ໃນຜູ້ຕິດ
ເຊື້ອ ໃນລະຫວ່າງມີການລະບາດຂອງພະຍາດຮອບໃໝ່ນີ້. ສູນກາງດັ່ງກ່າວ ນີ້ຍັງໃຫ້ຄໍາ
ເຫັນອີກວ່າ ຕົວເລກຜູ້ຕິດເຊື້ອໃນແຕ່ລະວັນອາດເພີ່ມຂຶ້ນຫຼາຍກວ່າ 10,000 ກໍລະນີໃນ
ເດືອນນີ້. ເພື່ອຄວບຄຸມການແຜ່ລະບາດຮອບ ໃໝ່ຂອງໄວຣັສໂຄໂຣນາ ທີ່ເລີ້ມຕົ້ນຂຶ້ນຢູ່
ໃນກຸ່ມແຮງງານຕ່າງດ້າວໃນຈັງຫວັດ ສະໝຸດສາຄອນທີ່ຢູ່ທາງພາກໃຕ້ຂອງບາງກອກ
ແລະຈັງຫວັດຣະຍອງຢູ່ພາກຕາເວັນອອກຂອງປະເທດນັ້ນໄວ້ ຫລາຍພາກຂອງໄທໂດຍ
ສະເພາະຢູ່ເຂດໃກ້ຄຽງຈຸດລະບາດສອງຈຸດຮອບໃໝ່ ເຊັ່ນບາງກອກນັ້ນ ແມ່ນໄດ້ມີມາດ
ຕະການປິດເມືອງຢ່າງເຂັ້ມງວດຫລາຍຂຶ້ນ. ສະພາບການດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ແຮງງານຕ່າງຊາດ ລວມທັງພວກທີ່ມາຈາກລາວ ໂດຍສະເພາະແມ່ນພວກທີ່ຢູ່ໃນເຂດ
ບາງກອກ ບ່ອນທີ່ການແຜ່ລະບາດຂອງພະຍາດດັ່ງກ່າວ ໃນຮອບສອງນີ້ໄດ້ເລີ້ມໄປເຖິງ
ແລ້ວນັ້ນ ກໍແມ່ນມີລາຍຮັບຫລຸດລົງກວ່າເກົ່າ. ທັງນີ້ກໍເປັນຍ້ອນວ່ານາຍຈ້າງໄດ້ ຫລຸດ
ການຈ້າງງານລົງຂະນະທີ່ຮ້ານຄ້າ ແລະຮ້ານບັນເທີງຫລາຍແຫ່ງຖືກປະກາດໃຫ້ປິດໄວ້
ໃນໄລຍະວັນພັກປີໃໝ່ສາກົນນີ້ ດັ່ງ ທີ່ກໍາມະກອນຍິງຄົນນຶ່ງ ທີ່ຂາຍເຄື່ອງຢູ່ໃນເຂດສີລົມ
ຂອງບາງກອກ ເລົ່າສູ່ວີໂອເອຟັງວ່າ:

“ໂຄວິດຫັ້ນບໍ ຄືເວົ້າຫັ້ນລະ ມັນກະເພີ້ມຂຶ້ນເລື້ອຍໆ ອັນເຂດໃດຈຸດໃດທີ່ມັນມີເຊື້ອເຂົາ
ກະປິດໝ້ອງນັ້ນ ບໍ່ໃຫ້ຄົນເຂົ້າອອກ, ແຕ່ວ່າ ແຖວນ້ອງຢູ່ ກະບໍ່ທັນມີ ຍັງໄປມາຕາມປົກກະ
ຕິ ພວກຄົນລາວກະຄັນຜູ້ໃດທີ່ວ່າເຂົາບໍ່ມີງານເຮັດເຂົາກະກັບເນາະ ແຕ່ບາງຄົນເຂົາທີ່ວ່າ
ຄືເຂົາມີງານ ແຕ່ວ່າເງິນເດືອນເຂົາກະລົດຫນ້ອຍລົງ.”

ນາງເລົ່າຕໍ່ໄປອີກສະພາບການນີ້ເຮັດໃຫ້ມີລາຍຮັບຫລຸດລົງຫລາຍ ຊຶ່ງນາງໃຫ້ ຂໍ້ສັງເ
ກດວ່າ:

“ຕັ້ງແຕ່ໂຄວິດມາລອບໃໝ່ເຂົ້າມານີ້ 4-5 ມື້ມານີ້ກະທົບຫລາຍເຕີບຢູ່ ມັນໃກ້ປີ ໃໝ່ບາງ
ຄົນຢາກກັບບ້ານ. ຂ້ອຍກະເຫັນແຕ່ໃນຂ່າວຫັ້ນລະເທົ້າທີ່ຂ້ອຍຮູ້ເຫັນໃກ້ຄຽງລ້ອມຂ້າງ
ເຂົາກະມີງານປົກກະຕິ ງານກະມີພໍເຮັດ ແຕ່ມັນຫາກຊິບໍ່ຫລາຍຄືແຕ່ກ່ອນ.”

ພ້ອມກັນນັ້ນ ການລະບາດຮອບສອງຂອງພະຍາດໂຄວິດ-19 ຢູ່ໃນໄທທີ່ວ່ານີ້ ຍັງເຮັດ
ໃຫ້ລັດຖະບານລາວ ເພີ້ມມາດຕະການກວດກາຄົນເຂົ້າອອກປະເທດ ຢ່າງເຂັ້ມງວດຂຶ້ນ.
ດັ່ງທີ່ຊົງລິດ ໂພນເງິນ, ນັກຂ່າວວີໂອເອ ໄດ້ລາຍງານໄປໃນອາທິດແລ້ວນີ້, ທ່ານສີສະ
ຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ເວົ້າວ່າລາວ ຍັງມີຄວາມ
ສ່ຽງ ທີ່ຈະຕ້ອງປະເຊີນກັບບັນຫາການລະບາດຂອງພະຍາດໄວຣັສ COVID-19 ໂດຍສະເພາະ ແມ່ນຢູ່ທີ່ເຂດຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານນັ້ນຖືເປັນພື້ນທີ່ໆມີຄວາມ
ສ່ຽງຫຼາຍທີ່ສຸດເຊັ່ນການລະບາດຢ່າງກວ້າງຂວາງໃນມຽນມາ ແລະ ການລະບາດຮອບ
ໃໝ່ໃນໄທ.

ຕໍ່ສະພາບການນີ້ ກໍເຮັດໃຫ້ແຮງງານລາວຈໍານວນນຶ່ງ ທີ່ຢາກກັບໄປຢາມບ້ານ ໃນໄລຍະ
ພັກປີໃໝ່ສາກົນ ຫລືໄລຍະທີ່ບໍ່ມີວຽກເຮັດຫລາຍຢູ່ນີ້ ກໍບໍ່ສາມາດກັບ ໄປຢາມຄອບຄົວ
ໄດ້ເລີຍ ດັ່ງການໃຫ້ສໍາພາດຂອງ ກໍາມະກອນຍິງຄົ ດັ່ງກ່າວວ່າ:

“ເມືອບ້ານກະບໍ່ໄດ້ເມືອ ເມືອກະກັກຕົວນ້ອງກະບໍ່ຢາກເມືອ ກັກຕົວ 14-15 ມື້ ກະໝົດ
ເວລາແລ້ວ. ”

ພ້ອມກັນນັ້ນ ເພື່ອເປັນການຫລຸດຜ່ອນການນໍາເຂົ້າການຕິດເຊື້ອໄວຣັສໂຄໂຣນາ ຈາກ
ຕ່າງປະເທດ, ທາງການໄທ ອອກມາດຕະການຄຸ້ມຄອງແຮງງານຕ່າງດ້າວ ຢ່າງເຂັ້ມງວດ
ຂຶ້ນ ຊຶ່ງໃນນັ້ນແຮງງານ 3 ຊາດຄືມຽນມາ, ລາວ ແລະກຳປູເຈຍ ທີ່ຢາກສືບຕໍ່ອາໄສຢູ່ໃນ
ໄທແມ່ນສາມາດເຮັດວຽກໄດ້ຢ່າງຖືກຕ້ອງຕາມກົດໝາຍໄດ້ອີກປະມານ 2 ປີ, ຈົນຮອດ
ເດືອນກຸມພາ 2023, ແຕ່ວ່າພວກເຂົາເຈົ້າຕ້ອງ ລົງທະບຽນແຮງງານທາງອອນລາຍ ແລະ
ໄດ້ຮັບການລົງທະບຽນໃຫ້ຈາກນາຍຈ້າ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້ ໃນວັນທີ 29 ທັນວາ, 2020 ໂດຍອ້າງອີງເຖິງດໍາລັດຂອງຄະນະລັດຖະບານໄທ.

ອີງຕາມຂ່າວຈາກສູນບໍລິຫານໂຄວິດ-19​ ຂອງໄທທີ່ຂຽນລົງໃນວັນຈັນ, ທີ 28​ ທັນວາ​
2020 ຜ່ານມາ, ກໍລະນີພິເສດຫາກຍັງບໍ່ມີວຽກເຮັດງານທຳ ຫຼື ຍັງບໍ່ມີນາຍຈ້າງມາຈ້າງ
ແມ່ນໃຫ້ກະຊວງແຮງງານຈັດສັນຫາວຽກໃຫ້ໄດ້ພາຍໃນ 90 ວັນ, ໂດຍທຸກຄົນຕ້ອງລົງທະບຽນ ຜ່ານທາງອອນລາຍແຕ່ວັນທີ 25 ມັງກອນຫາ 15 ກຸມພາ 2021 ພ້ອມທັງໃຫ້
ຄວາມຮ່ວມມື ໃນການກວດຫາເຊື້ອໂຄວິດ-19, ພະຍາດຕ້ອງຫ້າມອີກ 6 ຊະນິດ ແລະ
ຕ້ອງເຮັດປະກັນສຸຂະພາບເປັນໄລ ຍະ 2 ປີໂດຍມີຄ່າໃຊ້ຈ່າຍ 7.200 ບາດ
(ປະມານ 240 ໂດລາ).

ເມື່ອໄລຍະເປີດໃຫ້ຈົດທະບຽນສິ້ນສຸດລົງໃນກາງເດືອນກຸມພານີ້ແລ້ວ ເຈົ້າໜ້າທີ່ໄທ ກໍ
ຈະກວດກາ, ທັບມ້າງ, ຈັບກຸມ ແລະດໍາເນີນຄະດີ ຕໍ່ແຮງງານທີ່ເຂົ້າ ເມືອງຜິດກົດໝາຍ,
ອີງຕາມດໍາລັດຂອງລັດຖະບານໄທ ຢູ່ໃນລາຍງານຂອງ ອົງການຂ່າວຣອຍເຕີ້ ໃນວັນທີ
29 ທັນວາ, 2020.

ສະຫລຸບແລ້ວແຮງງານລາວທີ່ຍັງຢູ່ໃນໄທຫຼາຍຄົນມີລາຍໄດ້ຫລຸດລົງເມື່ອນາຍຈ້າງບໍ່ສາ
ມາດເປີດກິດຈະການ ຕາມປົກກະຕິເໝືອນເມື່ອກ່ອນ ຍ້ອນມາດຕະ ການປິດເມືອງທີ່ເຄັ່ງ
ຄັດຂຶ້ນແລະກໍຍັງບໍ່ສາມາດກັບໄປຢາມຄອບຄົວໄດ້ໝືອນແຕ່ກ່ອນ ໃນໂອກາດວັນພັກບຸນ
ປີໃໝ່ສາກົນນີ້. ຂະນະດຽວກັນທາງການໄທກໍເພີ້ມມາດຕະການ ໃນການຄຸ້ມຄອງແຮງງານຕ່າງດ້າວເຂັ້ມງວດຂຶ້ນ