ແຮງງານລາວຫລັ່ງໄຫລກັບບ້ານ ເມື່ອກິດຈະການຫລາຍຢ່າງ ຖືກປິດ ແລະການປະກາດສະພາບ ສຸກເສີນ ໃນໄທ

ແຮງງານລາວທີ່ພາກັນກັບຈາກໄທ ກໍາລັງຂີ່ລົດອອກຈາກດ່ານກວດຄົນເຂົ້າເມືອງປະຈໍາເປັນຊາຍແດນຂອງລາວກັບໄທ ແຫ່ງນຶ່ງ (ພາບຖ່າຍ ໃນວັນທີ 23 ມີນາ 2020)

ການປະກາດໃຊ້ກົດໝາຍສະພາວະສຸກເສີນໃນໄທ ເຮັດໃຫ້ແຮງງານລາວ ຫລາຍໝື່ນຄົນ ຕ້ອງເດີນທາງກັບມາລາວ ທັງຍັງກວດພົບ 2 ຄົນທີ່ຕິດເຊື້ອໄວຣັສ Covid-19 ເປັນຄັ້ງ ທໍາອິດໃນລາວ ອີກດ້ວຍ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ ມາສະເໜີທ່ານ ຈາກບາງກອກ.

Your browser doesn’t support HTML5

ເຊີນຟັງລາຍງານການກັບຄືນບ້ານຂອງແຮງງານລາວ ຍ້ອນການປະກາດພາວະສຸກເສີນໃນໄທ

ສືບເນື່ອງຈາກການດໍາເນີນມາດຕະການສະກັດກັ້ນ ການແຜ່ລະບາດ ຂອງເຊື້ອ ໄວຣັສ Covid-19 ໃນໄທ ໂດຍສະເພາະແມ່ນ ການສັ່ງປິດສໍານັກງານ, ຫ້າງສັບພະສິນຄ້າ, ສະຖານບັນເທີງ ແລະສະຖານບໍລິການຕ່າງໆ ໃນໄລຍະວັນທີ 22 ມີນາ ຫາ 12 ເມສາ 2020 ແລະ ການປະກາດບັງຄັບໃຊ້ກົດໝາຍການບໍລິຫານງານໃນສະພາວະສຸກເສີນ ຂອງລັດຖະບານໄທ ຈາກວັນທີ 26 ມີນາ ຫາ 24 ເມສາ 2020 ນັ້ນ ນອກຈາກຈະກະທົບຕໍ່ ການດໍາເດີນກິດຈະການ ຂອງບັນດາຫົວໜ່ວຍທຸລະກິດຕ່າງໆ ຢ່າງກວ້າງຂວາງແລ້ວ ກໍຍັງສົ່ງຜົນກະທົບ ຕໍ່ການຈ້າງງານໃນທົ່ວປະເທດໄທອີກດ້ວຍ ໂດຍໃນນີ້ ກໍຮວມເຖິງ ການຈ້າງແຮງງານລາວ ທີ່ທໍາງານຢູ່ໃນໄທອີກດ້ວຍນັ້ນເອງ.

ຄົນທີ່ຂ້າມາຈາກໄທ ຜ່ານດ່ານຂົວມິດຕະພາບຢູ່ວຽງຈັນ ກໍາລັງຖືກກວດເບິ່ງອຸຫະພູມ ເພື່ອຊອກຫາໄວຣັສ ໂຄວິດ-19

ທັງນີ້ ກໍເນື່ອງຈາກວ່າການຢຸດກິດຈະການຊົ່ວຄາວຂອງບັນດາຫົວໜ່ວຍທຸລະກິດ ຕ່າງໆ ໃນໄທ ໄດ້ເຮັດໃຫ້ ຕ້ອງເລີກຈ້າງແຮງງານລາວ ເປັນການຊົ່ວຄາວອີກດ້ວຍ ເຊັ່ນກັນ ແລະ ປະກອບຍັງບໍ່ທັນຊັດເຈນວ່າ ບັນດາຫົວໜ່ວຍທຸລະກິດຕ່າງໆ ຈະສາມາດກັບຄືນ ມາດໍາເນີນກິດຈະການໄດ້ເມື່ອໃດແທ້ ຊຶ່ງກໍຂຶ້ນຢູ່ກັບ ຄວາມສາມາດໃນການຄວບຄຸມ ການແຜ່ລະບາດ ຂອງໄວຣັສ Covid-19 ເປັນສໍາຄັນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຮງງານ ລາວ ຈໍານວນຫລວງຫລາຍຕ່າງກໍໄດ້ພາກັນເດີນທາງຈາກໄທ ກັບຄືນມາລາວ ເປັນການຊົ່ວຄາວ ເພາະໃນເມື່ອວ່າ ແຮງງານລາວເຫລົ່ານີ້ ບໍ່ມີລາຍໄດ້ຈາກຄ່າຈ້າງ ກໍຍ່ອມບໍ່ສາມາດທີ່ຈະຄອງຊີບຢູ່ໃນໄທຕໍ່ໄປໄດ້ນັ້ນເອງ.

ອີງຕາມການລາຍງານ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການ ລະບາດຂອງພະຍາດ Covid-19 ໃນລາວ ລະບຸວ່າ ໃນວັນທີ 23 ມີນາ 2020 ໄດ້ມີການ ຜ່ອນຜັນດ້ວຍການເປີດດ່ານຊາຍແດນທັງ 10 ແຫ່ງເພື່ອຮັບເອົາແຮງງານລາວ 26,326 ຄົນ ທີ່ເດີນທາງມາຈາກໄທກັບຄືນມາລາວ ຊຶ່ງທຸກຄົນ ຈະຕ້ອງຖືກກັກບໍລິເວນເປັນເວລາ 14 ວັນ ດັ່ງທີ່ທ່ານລັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ຖະແຫລງຢືນຢັນວ່າ:
"ບຸກຄົນທີ່ເດີນທາງ ຈາກບັນດາປະເທດ ທີ່ມີການລະບາດແມ່ນ ຈະຖືກກັກກັນ ໃຫ້ຢູ່ບ້ານ, ຢູ່ໂຮງແຮມ ຫລືວ່າ ຢູ່ສະຖານທີ່ພັກເຊົາຂອງຕົນເອງ 14 ວັນ. 14 ວັນໝາຍຄວາມວ່າ ບໍ່ໃຫ້ອອກໄປໃສ ການກິນຢູ່ພັກເຊົານີ້ ໝາຍຄວາມວ່າ ທາງຄອບຄົວບໍ ຫລືວ່າ ທາງຍາດພີ່ນ້ອງ ຫລືວ່າ ທາງຜູ້​ປະ​ກອບ​ການ ຈະເປັນຜູ້ສະໜອງໃຫ້ ໃນເງື່ອນໄຂ ການກັກກັນຕົນເອງ 14 ວັນ. ໝາຍຄວາມວ່າ ຜູ່ກ່ຽວຈະຕ້ອງບໍ່ມີອາການໄຂ້, ໄອ, ຫລື ວ່າຈາມ ຫລືວ່າ ຫັນໃຈຍາກ ບໍ່ເຂົ້ານິຍາມ ເດ້. ໝາຍຄວາມວ່າ ຜ່ານດ່ານຕ່າງໆ ຂອງພວກເຮົາ."

ນອກຈາກນີ້ແລ້ວ ຄະນະສະເພາະກິດ ກໍຍັງກວດພົບການຕິດເຊື້ອໄວຣັສ Covid-19 ເປັນ 2 ກໍລະນີທໍາອິດໃນລາວອີກດ້ວຍ ໂດຍເປັນປະຊາຊົນລາວ ທີ່ຢູ່ໃນນະຄອນວຽງຈັນ ທີ່ປະກອບອາຊີບໃນພາກບໍລິການ ດັ່ງທີ່ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກໄດ້ຢືນຢັນວ່າ:
“ສອງກໍລະນີທີ່ຢູ່ນະຄອນຫລວງວຽງຈັນນີ້ ກວດກາພົບວ່າ ມີເຊື້ອພະຍາດ Covid-19 ຜູ້ທີນຶ່ງນີ້ ເປັນເພດຍິງ ອາຍຸ 36 ປີ, ອາຊີບນໍາພານັກທ່ອງທ່ຽວຕ່າງປະເທດ ຊຶ່ງວ່າ ລາວ ໄດ້ນໍາພາກຸ່ມນັກທ່ອງທ່ຽວຈາກປະເທດຢູໂຣບ ນໍາພາທ່ອງທ່ຽວຢູ່ວັງວຽງ ແລະ ຫລວງ ພະບາງ, ຜູ້ທີ 2 ເປັນເພດຊາຍ ອາຍຸ 28 ປີ ຊຶ່ງເປັນພະນັກງານຢູ່ໂຮງແຮມ Crown Plaza. ຜູ້ກ່ຽວນີ້ ມີປະຫວັດການເດີນທາງໄປປະຊຸມ ສໍາມະນາ ຢູ່ບາງກອກປະເທດໄທ ມາຮອດປັດຈຸບັນນີ້ ທັງ 2 ຄົນນີ້ ໄດ້ຮັບການປິ່ນປົວ ຢູ່ໃນໂຮງໝໍມິດຕະພາບ.”

ທາງດ້ານກະຊວງ ແຮງງານຂອງໄທ ລາຍງານວ່າ ໃນປັດຈຸບັນ ມີແຮງງານລາວ ທໍາງານ ຢູ່ໃນໄທຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ສ່ວນເຄືອຂ່າຍເພື່ອໃຫ້ການຊ່ວຍ ເຫລືອແຮງງານຕ່າງດ້າວ ໃນໄທ ປະເມີນວ່າ ມີແຮງງານລາວ ທີ່ລັກລອບທໍາງານ ໂດຍຜິດກົດໝາຍ ຢູ່ໃນໄທ 330,000 ກວ່າຄົນ ແລະເກີນກວ່າ 60 ເປີເຊັນ ແມ່ນເປັນເພດຍິງ ຈຶ່ງມີຄວາມສ່ຽງສູງ ທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດໃນໄທ.