ຄ່າເງິນກີບອາດຕົກຕ່ຳສູ່ລະດັບ 25,000 ກີບຕໍ່ນຶ່ງໂດລາ ຖ້າຫາກວ່າ ລາວຍັງສືບຕໍ່ຂາດດຸນການຄ້າຕ່າງປະເທດເພີ້ມຂຶ້ນ

  • ຊົງຣິດ ໂພນເງິນ

ຄ່າເງິນກີບສືບຕໍ່ຕົກຕ່ຳລົງຢ່າງຕໍ່ເນື່ອງ ປັດຈຸບັນຢູ່ໃນລະດັບ 20,000 ກີບຕໍ່ນຶ່ງໂດລາ

ຄ່າເງິນກີບອາດຕົກຕ່ຳສູ່ລະດັບ 25,000 ກີບຕໍ່ນຶ່ງໂດລາສະຫະລັດ ຖ້າຫາກວ່າ ລາວຍັງສືບຕໍ່ຂາດດຸນການຄ້າຕ່າງປະເທດເພີ້ມຂຶ້ນ ແລະພາກທຸລະກິດການຄ້າໃນລາວ ກໍຍັງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ.

Your browser doesn’t support HTML5

ຄ່າເງິນກີບອາດຕົກຕ່ຳສູ່ລະດັບ 25,000 ກີບຕໍ່ນຶ່ງໂດລາ ຖ້າຫາກວ່າ ລາວຍັງສືບຕໍ່ຂາດດຸນການຄ້າຕ່າງປະເທດເພີ້ມຂຶ້ນ

ຮສ. ດຣ. ອັທ ພິສານວານິຊຍ໌ ນັກເສດຖະສາດຜູ້ຊ່ຽວຊານດ້ານການຄ້າລະຫວ່າງປະເທດໃນກຸ່ມອາຊຽນ ໃຫ້ທັດສະນະວ່າ ສາເຫດສຳຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງ ກໍຄືການຂາດດຸນການຄ້າຕ່າງປະເທດ ຊຶ່ງກໍໄດ້ສົ່ງຜົນກະທົບເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງຢ່າງຕໍ່ເນື່ອງດ້ວຍ ເພາະລາວຕ້ອງນຳໃຊ້ເງິນຕາເພື່ອຊຳລະລາຄາສິນຄ້າທີ່ນຳເຂົ້າຈາກຕ່າງປະເທດເພີ້ມຂຶ້ນນັ້ນ ໂດຍເມື່ອສົມທົບກັບການທີ່ໂຄງສ້າງທາງເສດຖະກິດຂອງລາວ ໃນປັດຈຸບັນ ກໍເປັນການເພິ່ງພາການຊ່ວຍເຫຼືອຈາກຈີນ ເປັນດ້ານຫຼັກ ຫາກແຕ່ສະພາວະເສດຖະກິດໂດຍລວມຂອງຈີນ ກໍຍັງບໍ່ຟື້ນຕົວດີຂຶ້ນຕາມແຜນການ ກໍຄືການຂະຫຍາຍຕົວທາງເສດຖະກິດຍັງຕ່ຳກວ່າເປົ້າໝາຍທີ່ວາງໄວ້ນັ້ນ ຈຶ່ງໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງສະພາບເສດຖະກິດໂດຍລວມຂອງລາວດ້ວຍນັ້ນເອງ ດັ່ງທີ່ ຮສ. ດຣ. ອັທ ໄດ້ໃຫ້ການອະທິບາຍວ່າ:

“ລາວຫັ້ນ ເນື່ອງຈາກວ່າ ທຶນສຳຮອງເງິນຕາຕ່າງປະເທດ ມັນຫລຸດລົງຢ່າງຕໍ່ເນື່ອງ ຄວາມເຊື່ອໝັ້ນໃນເສດຖະກິດຂອງເຂົາ ທີ່ໂຍງໄປເລື້ອງຂອງຄ່າເງິນດ້ວຍ ມັນເລີຍຍິ່ງຊຸດໂຊມລົງໄປ ຂະນະນີ້ ສະຖານະການມັນກໍຄື 1 ໂດລາເທົ່າກັບ 20,000 ກີບ ຖ້າໄປຈົນເຖິງ 25,000 ກີບຕໍ່ 1 ໂດລາເນາະ ຂ້າພະເຈົ້າວ່າ ຄົງຈະເຫັນ 1 ບາດເທົ່າກັບ 1,000 ກີບ ມີໂອກາດເຫັນມັນ ກໍໂຍງໄປທີ່ໂຄງສ້າງເສດຖະກິດຂອງປະເທດລາວ ຕອນນີ້ປະເທດລາວ ເຊື່ອມໂຍງເສດຖະກິດໄວ້ກັບເສດຖະກິດຈີນ ແຕີ່ເສດຖະກິດຈີນ ມີບັນຫາຂະນະນີ້ ທີ່ເຂົາບອກວ່າ ຈະເຕີບໃຫຍ່ 5 ເປີເຊັນເນາະ ຂ້າພະເຈົ້າວ່າ ບໍ່ເຖິງຫັ້ນ ຢູ່ໃນກອບ 4.5 ເປີເບັນ ເຖິງ 4.8 ເປີເຊັນ.”

ຮສ. ດຣ. ອັທ ບອກດ້ວຍວ່າ ສາເຫດສຳຄັນອີກປະການນຶ່ງທີ່ເຮັດໃຫ້ຄ່າເງິນກີບຍັງສືບຕໍ່ຕົກຕ່ຳລົງກໍຄືພາກທຸລະກິດ-ການຄ້າໃນລາວ ບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ ຈຶ່ງພາກັນຖືຄອງເງິນຕາຕ່າງປະເທດໄວ້ເປັນສ່ວນໃຫຍ່ ໂດຍຈະນຳເອົາເງິນຕາອອກມາແລກປ່ຽນເປັນເງິນກີບເທົ່າທີ່ຈຳເປັນ ຫຼືຄິດເປັນສັດສ່ວນພ່ຽງ 1 ໃນ 3 ເທົ່ານັ້ນຂອງເງິນຕາ ທີ່ພາກທຸລະກິດການຄ້າໃນລາວ ຖືຄອງໄວ້ທັງໝົດ ຈຶ່ງເຮັດໃຫ້ລະບົບທະນາຄານໃນລາວ ຕ້ອງປະເຊີນກັບພາວະຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ຊຶ່ງຜົນທີ່ຕິດຕາມມາ ຄືທະນາຄານໃນລາວ ບໍ່ສາມາດຕອບສະໜອງເງິນຕາໃຫ້ກັບພາກທຸລະກິດໄດ້ພຽງພໍ ສ່ວນການແກ້ໄຂບັນຫານີ້ ກໍມີພຽງການສົ່ງອອກສິນຄ້າໄປຕ່າງປະເທດໃຫ້ຫຼາຍຂຶ້ນນັບມື້ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ຫົວໜ່ວຍຜະລິດສິນຄ້າສ່ວນໃຫຍ່ໃນລາວ ກໍຍັງຕ້ອງປະເຊີນກັບບັນຫາຫຼາຍດ້ານທີ່ເຮັດໃຫ້ການຜະລິດສິນຄ້າບໍ່ໄດ້ມາດຕະຖານ ແລະຄຸນນະພາບຕາມຄວາມຕ້ອງການຂອງຕະຫຼາດໃນຕ່າງປະເທດ ໃນນີ້ກໍລວມເຖິງການສະໜັບສະໜຸນ-ສົ່ງເສີມຈາກພາກລັດຖະບານທີ່ມີຢ່າງຈຳກັດດ້ວຍ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ການຊຸກຍູ້ ແລະສົ່ງເສີມການຜະລິດເປັນສິນຄ້າເພື່ອສົ່ງອອກໃນຂະແໜງອຸດສາຫະກຳປຸງແຕ່ງ ຍັງບໍ່ທັນຫຼາກຫຼາຍ ແລະຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ຫຼາກປະເພດສິນຄ້າທີ່ພາຍໃນສາມາດຜະລິດໄດ້ ກໍຍັງມີການນຳເຂົ້າຈາກຕ່າງປະເທດເພີ້ມຂຶ້ນໃນແຕ່ລະປີ ເປັນຕົ້ນ ສິນຄ້າສະບຽງອາຫານ ອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳເປັນສິນຄ້າ ຍັງບໍ່ທັນໄດ້ນຮັບການພັດທະນາຕາມທ່າແຮງເທົ່າທີ່ຄວນ ການຈັດຕັ້ງປະຕິງບັດນະໂຍບາຍສົ່ງເສີມ-ພັດທະນາການປຸງແຕ່ງຫັດທະກຳ ຍັງຂາດການສະໜັບສະໜຸນທີ່ເປັນລະບົບຄົບຊຸດ ແລະຊາດການສຶກສາຄົ້ນຄວ້າ ວິໄຈ ວາງແຜນລະອຽດແລະສະໜັບສະໜຸນດ້ານນະໂຍນບາຍ ກົນໄກ ແລະມາດຕະການທີ່ມີປະສິດທິຜົນ.”

ທັງນີ້ ໃນປີ 2023 ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານ 2 ຄັ້ງ ກໍຄືໃນເດືອນກຸມພາແລະມິຖຸນາ ໂດຍໄດ້ເພີ້ມຄວາມແຕກຕ່າງຂອງອັດຕາແລກປ່ຽນລະຫວ່າງທະນາຄານແຫ່ງຊາດກັບທະນາຄານທຸລະກິດ ໃຫ້ຢູ່ທີ່ອັດຕາສະເລ່ຍ 4.5 ເປີເຊັນ ແລະ 7.5 ເປີເຊັນຕາມລຳດັບ ແຕ່ອັດຕາແລກປ່ຽນໃນຕະຫຼາດທີ່ເປັນຈິງນັ້ນ ສູງກວ່າອັດຕາທາງການ ລະຫວ່າງ 20 ຫາ 22 ເປີເຊັນ ເມື່ອທຽບໃສ່ເງິນໂດລາສະຫະລັດ ແລະເງິນບາດຕາມລຳດັບ ຊຶ່ງເປັນຍ້ອນການຂາດດຸນການຄ້າຕ່າງປະເທດຂອງລາວ ໂດຍສະເພາະການຂາດດຸນການຄ້າຕໍ່ໄທ ທີ່ມີມູນຄ່າລວມເກີນກວ່າ 1 ແສນລ້ານບາດໃນຕະຫຼອດປີ 2023 ນັ້ນ ໄດ້ເຮັດໃຫ້ເງິນກີບອ່ອນຄ່າລົງຫຼາຍເປັນພິເສດ ເພາະວ່າ ຫົວໜ່ວຍທຸລະກິດການຄ້າໃນລາວ ຕ້ອງການເງິນບາດຫຼາຍຂຶ້ນ ແຕ່ທະນາຄ່ານບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ ຈຶ່ງຕ້ອງແລກປ່ຽນນອກລະບົບທະນາຄານ ເປັນດ້ານຫຼັກ ໂດຍທີ່ທະນາຄານແຫ່ງຊາດລາວ ບໍ່ສາມາດຄວບຄຸມໄດ້ເລີຍ.

ຍິ່ງໄປກວ່ານັ້ນ ບັນຫາເງິນເຟີ້ແລະຄ່າເງິນກີບຕົກຕ່ຳລົງດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາຊົນລາວອີກດ້ວຍ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນທົ່ວປະເທດທີ່ມີລາຍໄດ້ສະເລ່ຍ 28.97 ລ້ານກີບຫຼືເທົ່າກັບ 2,022 ໂດລາຕໍ່ຄົນໃນປີ 2022 ນັ້ນ ກໍຈະຄິດເປັນພຽງ 1,358 ໂດລາຕໍ່ຄົນເທົ່ານັ້ນ ໃນປັດຈຸບັນນີ້ ຊຶ່ງຖືວ່າ ຕໍ່າທີ່ສຸດໃນອາຊຽນຮອງຈາກປະເທດມຽນມາ.