ຊາວກະສິກອນລາວ ປະເຊີນກັບສະພາວະຂາດນ້ຳເພື່ອການຜະລິດກະສິກຳຢ່າງໜັກໜ່ວງໃນລະດູແລ້ງປີ 2023 ຂະນະທີ່ລະບົບຊົນລະປະທານກໍສາມາດສະໜອງນ້ຳໄດ້ພຽງ 10 ເປີເຊັນຂອງພື້ນທີ່ກະສິກຳທັງໝົດ.
Your browser doesn’t support HTML5
ຊາວກະສິກອນໃນແຂວງສາລະວັນ ເປີດເຜີຍວ່າການປູກພືດກະສິກຳລະດູແລ້ງ ແລະ ການປູກເຂົ້ານາແຊງໃນປີ 2023 ກຳລັງປະເຊີນກັບບັນຫາຂາດແຄນນ້ຳຢ່າງໜັກໜ່ວງທີ່ສຸດໂດຍເມື່ອສົມທົບກັບຄອງຊົນລະປະທານກໍມີຢູ່ຢ່າງຈຳກັດ ແລະ ສາມດຕອບສະໜອງນໍ້າໄດ້ຢ່າງຈຳກັດດ້ວຍນັ້ນຊຶ່ງເຮັດໃຫ້ຊາວກະສິກອນສ່ວນໃຫຍ່ໃນແຂວງສາລະວັນບໍ່ສາມາດເຮັດນາແຊງໄດ້ເລີຍ ຈຶ່ງຕ້ອງຫັນມາປູພືດ, ຜັກຕ່າງໆແທນ ດັ່ງທີ່ຊາວກະສິກອນລາວໄດ້ຍົກເຖິງສະພາບການທີ່ເມືອງເຫຼົ່າງາມເປັນກໍລະນີຕົວຢ່າງວ່າ
“ເມືອງເຫຼົ່າງາມຂອງພວກຂ້າພະເຈົ້າກະເປັນເມືອງພູພຽງ ແລະ ເບື້ອງບັນຫາຊົນລະປະທານພວກເຮົາກະມີຢູ່ແຕ່ມັນບໍ່ຫຼາຍເປັນຕົ້ນລະແມ່ນເຂດບ້ານທີ່ມີນ້ຳຫຼືວ່າມີບໍ່ນ້ຳສະດວກ ພວກເຮົາໄດ້ຊຸກຍູ້ໃນການກະກຽມປູກພືດລະດູແລ້ງ ເປັນຕົ້ນແມ່ນພືດຜັກປະເພດຜັກຊູ, ຜັກກະຫຼ່ຳປີ, ຜັກກາດ, ຜັກຫອມບົ່ວ, ອີຫຍັງຕ່າງໆນີ້ກະມີບໍ່ຫຼາຍດອກ ແລ້ວກະອີກອັນນຶ່ງເຂດນາແຊງນີ້ກະມີຄືກັນກະສ່ວນນຶ່ງມັນກະບໍ່ຫຼາຍ ເພາະວ່ານາແຊງເຮົາເຕັມທີ່ນີ້ກະປະມານ 300 ຫາ 400 ເຮັກຕາ.”
ທາງດ້ານທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກໍຖະແຫຼງຍອມຮັບວ່າການຕອບສະໜອງນ້ຳໃຫ້ແກ່ພື້ນທີ່ປູກເຂົ້ານາແຊງໃນປີນີ້ຈະສາມາດປະຕິບັດໄດ້ບໍ່ເຖິງ 10,000 ເຮັກຕາຫຼືຄິດເປັນ 10 ເປີເຊັນເທົ່ານັ້ນຂອງເນື້ອທີ່ກະສິກຳລະດູແລ້ງໃນທົ່ວປະເທດ ຊຶ່ງນອກຈາກຈະເປັນຍ້ອນຜົນກະທົບຈາກໄພແຫ້ງແລ້ງແລ້ວ ກໍຍັງເປັນຍ້ອນລະບົບຊົນລະປະທານທີ່ມີຢູ່ຢ່າງຈຳກັດ ແລະ ເປ່ເພຈຳນວນຫຼາຍອີກດ້ວຍ ດັ່ງທີ່ທ່ານ ເພັດ ໄດ້ໃຫ້ການຢືນຢັນວ່າ
“ກະຊວງກະສິກຳກໍຖືເປັນວຽກບູລິມະສິດໃນການຫຼຸດຜ່ອນຜົນກະທົບຈາກໄພແຫ້ງແລ້ງຢູ່ໃນນັ້ນມີລະບົບຊົນລະປະທານທັງໝົດກວມເອົາເນື້ອທີ່ 414,252 ເຮັກຕາ. ປັດຈຸບັນນີ້ມີໂຄງການຊົນລະປະທານທັງໝົດ 19,494 ແຫ່ງຢູ່ໃນນັ້ນກໍມີຝາຍນ້ຳລົ້ນ, ອ່າງເກັບນ້ຳ, ອູ່ກັ້ນນ້ຳ ແລະ ຊົນລະປະທານແບບປະຖົມປະຖານຈຳນວນນຶ່ງ ເນື້ອທີ່ຊົນລະປະທານລະດູແລ້ງໄດ້ແຕ່ປະມານ 9,000 ເຮັກຕາເທົ່ານັ້ນທີ່ເຮັດນາແຊງໄດ້ປະມານ 10 ເປີເຊັນຂອງເນື້ອທີ່ການຜະລິດທົ່ວປະເທດ.”
ໃນຊ່ວງປີ 2016-2022 ປະຊາຊົນລາວຕ້ອງປະເຊີນກັບໄພພິບັດທຳມະຊາດເຖິງ 370 ກວ່າຄັ້ງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນກວ່າ ສອງລ້ານຫ້າແສນຄົນ, ເສຍຊີວິດ 187 ຄົນ, ສູນຫາຍ 69 ຄົນໂດຍສະເພາະແມ່ນໄພນ້ຳຖ້ວມຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປີ 2018 ຕິດຕາມດ້ວຍໄພນ້ຳຖ້ວມພາກກາງ ແລະ ພາກໃຕ້ໃນປີ 2019. ນ້ຳຖ້ວມແຂວງສະຫວັນນະເຂດໃນປີ 2020, ນ້ຳຖ້ວມເຂດພາກເໜືອໃນປີ 2021 ແລະ ໄຟໄໝ້ປ່າໃນປີ 2022 ນັ້ນໄດ້ເຮັດໃຫ້ເກີດການເສຍຫາຍໃນພາກການຜະລິດກະສິກຳຂອງລາວໄປຫຼາຍກວ່າ 6,500 ຕື້ກີບໃນໄລຍະ 7 ປີດັ່ງກ່າວ.
ຍິ່ງໄປກວ່ານັ້ນລະບົບເຕືອນໄພໃນລາວທີ່ບໍ່ທັນສະໄໝ ແລະ ມີປະສິດທິພາບຕ່ຳດ້ວຍນັ້ນ ຍັງເຮັດໃຫ້ເກີດການເສຍຫາຍຫຼາຍຂຶ້ນອີກໂດຍເຫັນໄດ້ຈາກໄພພິບັດທຳມະຊາດໃນໄລຍະປີ 2019-2022 ທີ່ມີທັງນ້ຳຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະ ສັດຕູພືດນັ້ນກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຫຼາຍກວ່າ 1 ລ້ານຄົນຢູ່ໃນເຂດ 3,259 ລ້ານ, 132 ເມືອງໃນ 13 ແຂວງເຊັ່ນຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ ໂດຍຖະໜົນເສຍຫາຍ 12,687 ກິໂລແມັດ, ຂົວ 74 ແຫ່ງ, ໂຮງຮຽນ 295 ແຫ່ງ, ໂຮງໝໍ-ສຸກສາລາເກີນກວ່າ 50 ແຫ່ງ, ໜອງປາ 3,100 ກວ່າແຫ່ງ, ເຂົ້ານາປີເສຍຫາຍຫຼາຍກວ່າ 275,000 ເຮັກຕາ, ຄອງຊົນລະປະທານ 96 ແຫ່ງ ແລະ ສັດລ້ຽງທີ່ຈົມຫາຍໄປກັບກະແສນ້ຳຫຼາຍກວ່າ 1 ລ້ານຕົວ.
ສ່ວນທະນາຄານພັດທະນາເອເຊຍປະເມີນວ່າໄພນ້ຳຖ້ວມຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກນັ້ນກໍໄດ້ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 4,400 ຕື້ກີບ ແຕ່ຖ້າຫາກຄິດໄລ່ຄວາມເສຍຫາຍທີ່ເກີດຈາກໄພນ້ຳຖ້ວມໃນຊ່ວງປີ 2016-2022 ນັ້ນກໍຄິດເປັນມູນຄ່າເສຍຫາຍເກີນກວ່າ 16,000 ຕື້ກີບ.