ໃນວັນທີ 20 ມີຖຸນາຜ່ານມານີ້ ກະຊວງການຕ່າງປະເທດສະຫະລັດໄດ້ອອກລາຍງານປະຈໍາປີ 2019 ວ່າດ້ວຍການຄ້າມະນຸດຢູ່ໃນທົ່ວໂລກ ຊຶ່ງພາກສ່ວນທີ່ກ່ຽວຂ້ອງກັບລາວນັ້ນ ໄດ້ແບ່ງອອກເປັນ 4 ຕອນ. ອັນດັບຕໍ່ໄປ ຂໍເຊີນທ່ານຮັບຟັງລາຍງານການຄ້າມະນຸດໃນລາວ ຕອນທີ 1 ຈາກວັນນະສອນໄດ້ເລີຍ.
Your browser doesn’t support HTML5
ລາຍງານປະຈຳປີ 2019 ຂອງກະຊວງການຕ່າງປະເທດສະຫະລັດ ໄດ້ຈັດ ສປປ ລາວ
ເຂົ້າໄວ້ໃນກຸ່ມທີ 2 ຫລື Tiers 2 ຂອງຈໍານວນທັງໝົດ 3 ກຸ່ມ ຊຶ່ງກຸ່ມທີ 2 ນີ້ ແມ່ນໝາຍ
ເຖິງພວກປະເທດທີ່ຍັງຈະຕ້ອງຖືກຕິດຕາມສິ້ງຊອມເບິ່ງຢູ່.
ພາຍໃນກຸ່ມທີ 2 ນີ້ ລາຍງານຂອງກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ສປປ
ລາວ ບໍ່ໄດ້ປະຕິບັດຢ່າງຄົບຖ້ວນຕາມມາດຕະຖານຕ່ຳສຸດ ໃນການຄ້າມະນຸດ ແຕ່ວ່າ
ກໍໄດ້ດຳເນີນຄວາມພະຍາຍາມຢ່າງຫລວງຫລາຍເພື່ອໃຫ້ເຮັດໄດ້ເຊັ່ນນັ້ນ. ລັດຖະບານ
ມີຜົນງານອັນສຳຄັນໃນບາງດ້ານ ສະນັ້ນຈຶ່ງໄດ້ຖືກຍົກອອກຈາກກຸ່ມທີ 3 ໃນປີກາຍນີ້
ຂຶ້ນມາຢູ່ໃນກຸ່ມ 2. ຜົນງານເຫລົ່ານັ້ນລວມມີການໃຫ້ຄ່າຊົດເຊີຍຄວາມເສຍຫາຍແກ່
ພວກໄດ້ຮັບເຄາະຮ້າຍ ໂດຍຜ່ານຂະບວນການຍຸຕິທຳ ຕໍ່ພວກກະທຳຜິດທາງອາຍາ,
ສະໜອງການບໍລິການໂດຍກົງແກ່ຜູ້ໄດ້ຮັບເຄາະຮ້າຍ ລວມທັງຜູ້ໄດ້ຮັບເຄາະຮ້າຍ
ທີ່ເປັນເພດຊາຍຊຶ່ງເປັນຄັ້ງທຳອິດທີ່ເຮັດເຊັ່ນນັ້ນ; ອອກດຳລັດໃນເດືອນກໍລະກົດ
ທີ່ຜ່ານມາເພື່ອຮຽກຮ້ອງໃຫ້ມີການຈັດຕັ້ງຄະນະກຳມະການດຳເນີນງານຕ້ານການຄ້າ
ມະນຸດ ທີ່ມີຫລາຍຂະແໜງການຂຶ້ນມາ; ແລະຈັດການຝຶກອົບຮົມ ແລະຍົກສູງຄວາມຮູ້
ຄວາມເຂົ້າໃຈກ່ຽວກັບດຳລັດດັ່ງກ່າວເພີ້ມຂຶ້ນ ຢູ່ໃນຂັ້ນທ້ອງຖິ່ນເພື່ອໃຫ້ເຂົາເຈົ້າ
ຊ່ວຍຈັດຕັ້ງປະຕິບັດຕາມດຳລັດດັ່ງກ່າວໄດ້.
ເຖິງແມ່ນວ່າ ຈະມີຜົນສຳເລັດດັ່ງກ່າວມານັ້ນກໍຕາມລັດຖະບານລາວກໍຍັງສືບຕໍ່ພົບ
ຄວາມຫຍຸ້ງຍາກ ໃນເລື້ອງລະບຸໂຕຂອງຜູ້ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ທີ່ເປັນ
ຄົນລາວ ແລະຄົນຕ່າງປະເທດຢູ່ໃນລາວ, ແລະມີຄວາມເປັນຫ່ວງກັນຫລາຍຂຶ້ນວ່າ
ພວກທີ່ເຮັດວຽກຢູ່ເຂດເສດຖະກິດພິເສດ, ຢູ່ໂຄງການກໍ່ສ້າງໂຄງລ່າງພື້ນຖານ
ແລະໂຄງການກະສິກໍາຂະໜາດໃຫຍ່ຕ່າງໆ ອາດຈະຕົກເປັນເຫຍື່ອຂອງການຄ້າ
ມະນຸດໄດ້ງ່າຍ. ໃນຂະນະທີ່ບໍ່ມີການປະສານກັນລະຫວ່າງກະຊວງຕ່າງໆດີປານໃດນັ້ນ
ນະໂຍບາຍທີ່ເຮັດໃຫ້ການດຳເນີນງານຂອງອົງການສະໜອງການບໍລິການຂອງ
ອົງການບໍ່ແມ່ນລັດຖະບານ ທີ່ຖືກຈຳກັດນັ້ນ ກໍຍັງສືບຕໍ່ເຮັດໃຫ້ການປົກປ້ອງໃຫ້ແກ່
ພວກທີ່ສ່ຽງຕໍ່ການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະການຈັດຕັ້ງປະຕິບັດ
ແຜນງານຕ້ານການຄ້າມະນຸດແຫ່ງຊາດບໍ່ມີປະສິດທິຜົນຢູ່.
ກ່ຽວກັບຄຳແນະນຳຕໍ່ລັດຖະບານລາວໃນການແກ້ໄຂບັນຫານີ້ ລາຍງານກະຊວງ ການຕ່າງປະເທດສະຫະລັດໃຫ້ຄຳເຫັນວ່າ ເພີ້ມຄວາມພະຍາຍາມໃນການເຜີຍແຜ່,
ຈັດຕັ້ງປະຕິບັດ, ແລະຝຶກອົບຮົມຕຳຫລວດ ແລະເຈົ້າໜ້າທີ່ປ້ອງກັນຊາຍແດນກ່ຽວກັບ
ຂໍ້ແນະນຳໃນການປົກປ້ອງຜູ້ໄດ້ຮັບເຄາະຮ້າຍແຫ່ງຊາດ ໂດຍເພັ່ງເລງໃສ່ກຸ່ມທີ່ຕົກ
ເປັນເຫຍື່ອ ຂອງການຄ້າມະນຸດໄດ້ງ່າຍ. ນອກນັ້ນ ໃຫ້ກວດກາ ເບິ່ງສິ່ງທີ່ສໍ່ສະແດງ
ໃຫ້ເຫັນວ່າ ເປັນການຄ້າມະນຸດ ຢູ່ໃນກຸ່ມຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ
ໄດ້ງ່າຍ ຊຶ່ງລວມທັງ ແຕ່ບໍ່ຈຳກັດ ແຕ່ກໍາມະກອນຕ່າງປະເທດແລະກຸ່ມຜູ້ຊາຍ ແລະ
ເດັກນ້ອຍຜູ້ຊາຍຂອງລາວທີ່ເຮັດວຽກຢູ່ໃນໂຄງການກໍ່ສ້າງ ໂຄງລ່າງພື້ນຖານ, ການຂຸດ
ຄົ້ນບໍ່ແຮ່ ແລະກະສິກໍາຂະໜາດໃຫຍ່, ແລະ ພວກອອກແຮງງານ ທີ່ຖືກສົ່ງກັບ ຍ້ອນ
ການໄປເຮັດວຽກຢູ່ຕ່າງປະເທດຜິດກົດໝາຍ, ແລະພວກຜູ້ຍິງທີ່ເປັນຄົນລາວ ແລະຄົນ
ຕ່າງປະເທດ ໄດ້ຮັບເຄາະຮ້າຍຈາກການຖືກຂາຍໃຫ້ເປັນໂສເພນີ ຢູ່ໃນລາວ. ໃຫ້ເພີ້ມ
ການດຳເນີນຄວາມພະຍາຍາມໃນການປ້ອງກັນ, ເຮັດໃຫ້ການຂ້າມຊາຍແດນ ທີ່ບໍ່ເປັນ
ທາງການ ໃຫ້ກາຍເປັນທາງການ ແລະຕິດຕາມເບິ່ງການຂ້າມຊາຍແດນແບບນັ້ນຢູ່ໃນ
ເຂດຫ່າງໄກສອກຫລີກ ແລະເຂດພູຜາທີ່ພວກອອກແຮງງານລາວຢູ່ຕ່າງປະເທດມັກໃຊ້
ເພື່ອເດີນທາງກັບ ຄືນບ້ານ, ແລະກວດຫາສິ່ງທີ່ສໍ່ສະແດງໃຫ້ເຫັນວ່າອາດມີຜູ້ທີ່ຕົກເປັນ
ເຫຍື່ອຂອງ ການຄ້າມະນຸດຢູ່ໃນຄົນກຸ່ມນີ້; ໃຫ້ຝຶກອົບຮົມເຈົ້າໜ້າທີ່ປະຕິບັດກົດໝາຍ
ຢູ່ໃນລະດັບຊາດແລະທ້ອງຖິ່ນກ່ຽວກັບຂໍ້ປັບປຸງໃໝ່ຂອງກົດລະບຽບການປັບໃໝແລະ
ລົງໂທດຕາມກົດໝາຍອາຍາ ແລະຍົກລະດັບຄວາມສາມາດຂອງພວກເຂົາເຈົ້າໃນການ
ສືບສວນ, ດຳເນີນຄະດີ, ແລະຕັດສິນຄະດີ ຕໍ່ພວກຄ້າມະນຸດຊຶ່ງລວມທັງພວກເຈົ້າໜ້າທີ່
ທີ່ຮູ້ເຫັນເປັນໃຈນຳ ແລະນັກທ່ອງທ່ຽວທີ່ມີເພດສຳພັນກັບເດັກນ້ອຍອີກດ້ວຍ.
ໃຫ້ລັດຖະບານລາວຮ່ວມມືກັບກຸ່ມສັງຄົມພົນລະເຮືອນເພື່ອປັບປຸງແລະຍືດໄລຍະ
ແຜນປະຕິບັດງານຂອງຊາດໃຫ້ກາຍປີ 2020ໄປອີກ ໂດຍໃຫ້ເອົາໃຈໃສ່ເບິ່ງ
ທ່າອ່ຽງແລະຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດທີ່ກຳລັງປ່ຽນແປງໄປ;
ໃຫ້ເພີ້ມງົບປະມານ ຂອງລັດຖະບານໃນການຕ້ານການຄ້າມະນຸດ ເພື່ອໃຊ້ຈ່າຍ
ເຂົ້າໃນການໃຫ້ບໍລິການແລະໃຫ້ໂຄງການຊ່ວຍເຫລືອແກ່ພວກໄດ້ຮັບເຄາະຮ້າຍ, ແລະໃຫ້ຂະຫຍາຍ ການບໍລິການເຫລົ່ານີ້ອອກ ເພື່ອສະໜອງໃຫ້ແກ່ພວກເຄາະຮ້າຍ
ທີ່ເປັນຜູ້ຊາຍນຳດ້ວຍ; ໃຫ້ຍົກເລີກຂໍ້ກຳນົດທີ່ຮຽກຮ້ອງໃຫ້ຜູ້ໄດ້ຮັບເຄາະຮ້າຍ
ຕ້ອງຍື່ນໃບຄຳຮ້ອງຢ່າງເປັນທາງການ ເພື່ອຂໍການຊົດເຊີຍຄ່າເສຍຫາຍຈາກ
ພວກທີ່ນຳເຂົາເຈົ້າໄປຂາຍ; ໃນການເຮັດວຽກຮ່ວມກັບອົງການທ້ອງຖິ່ນແລະ
ອົງການຈັດຕັ້ງສາກົນນັ້ນ ໃຫ້ເພີ້ມຊັບພະຍາກອນແລະການຝຶກຝົນອາຊີບເພື່ອຊ່ວຍ
ເຫລືອພວກໄດ້ຮັບເຄາະຮ້າຍ ຮວມທັງພວກຜູ້ຊາຍທີ່ໄດ້ຮັບເຄາະຮ້າຍ ໃຫ້ເຂົາເຈົ້າ
ກັບຄືນໄປຢູ່ໃນບ້ານຂອງພວກເຂົາເຈົ້າໄດ້ຕາມປົກກະຕິ; ປັບປຸງຄວາມໂປ່ງໃສ
ເພີ້ມຂຶ້ນອີກ ໂດຍການເກັບກຳຂໍ້ມູນ ກ່ຽວກັບກິດຈະກຳຕ້ານການຄ້າມະນຸດຂອງ
ລັດຖະບານຮວມທັງ ລາຍລະອຽດຂອງກໍລະນີຕ່າງໆແລະການອະນຸມັດເງິນແລະ
ແຈ້ງຂໍ້ມູນນີ້ໃຫ້ກະຊວງຕ່າງໆ ແລະບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ
ທີ່ກ່ຽວຂ້ອງຊາບ. ແລະໃຫ້ເພີ້ມການດຳເນີນຄວາມພະຍາຍາມຂອງພວກປະຕິບັດ
ງານ ທາງການທູດຢູ່ຕ່າງປະເທດໃຫ້ຊ່ວຍເຫລືອໃນການລະບຸໂຕ ແລະປົກປ້ອງ
ພວກເຄາະຮ້າຍ.