ພວກນັກຄົ້ນຄວ້າໄດ້ຄົ້ນພົບຫລັກຖານທີ່ສະແດງໃຫ້ເຫັນວ່າ
ການກິນອາຫານຂອງຍິງສາວ ອາດມີຜົນກະທົບຕໍ່ຄວາມສ່ຽງ
ໃນການເປັນໂຣກມະເຮັງເຕົ້ານົມ ໃນເວລາອາຍຸແກ່ມາ.
ຫລັກຖານທີ່ສະແດງໃຫ້ເຫັນວ່າ ມີການເຊື່ອມໂຍງກັນລະຫວ່າງ
ຄວາມ ສ່ຽງໃນການເປັນໂຣກມະເຮັງເຕົ້ານົມຂອງຜູ້ຍິງຄົນນຶ່ງ
ກັບການກິນອາ ຫານຂອງຜູ້ກ່ຽວ ໃນເວລາຍັງໜຸ່ມ ແມ່ນໄດ້
ມາຈາກການສຶກສາຄົ້ນ ຄວ້າ ກັບໜູ ທີ່ມະຫາວິທະຍາໄລຄາ
ລິຟໍເນຍ ເມືອງ Davis. ທ່ານ Russ Hovey ຜູ້ນໍາພາການສຶກ ສາຄົ້ນຄວ້າດັ່ງກ່າວເວົ້າວ່າ ພວກນັກຄົ້ນຄວ້າໄດ້ທົດລອງກັບ
ໜູແມ່ ທີ່ມີການສະກັດກັ້ນການຜະລິດ ຮໍໂມນຜູ້ຍິງໄວ້. ຮໍໂມນ
ສືບພັນຂອງຜູ້ຍິງ ແມ່ນມີໜ້າທີ່ພັດທະນາ ຄຸນລັກສະນະຂອງຜູ້
ຍິງ ລວມທັງການເຕີບໃຫຍ່ຂອງເຕົ້ານົມ. ນອກນັ້ນ ການໝູນວຽນ ຂອງຮໍໂມນຜູ້ຍິງຈາກຮັງໄຂ່ ກໍຍັງມີການກ່ຽວພັນກັນກັບເນື້ອງອກໃນເຕົ້ານົມອີກດ້ວຍ. ແຕ່ວ່າອິດທິພົນຂອງຮໍໂມນນັ້ນໄດ້ຖືກກໍາຈັດ ໃຫ້ຫາຍໄປຢູ່ໃນພວກໜູ ທີ່ໃຊ້ເປັນຕົວທົດ ລອງໃນການຄົ້ນຄວ້າດັ່ງກ່າວ.
ຈາກນັ້ນ ພວກໜູຈຸນີ້ ກໍຖືກເກືອອາຫານທີ່ມີທາດຄາລໍຣີສູງ ຊຶ່ງອາຫານ ດັ່ງກ່າວບັນຈຸອາ ຊິດ ທີ່ເປັນທາດໄຂມັນ ທີ່ເອີ້ນກັນວ່າ 10, 12 CLA (cee-el-ay). ອາຊິດໄຂມັນນີ້ ແມ່ນ ພາໃຫ້ເກີດສະພາບກ່ອນການເປັນໂຣກເບົາຫວານຊຶ່ງເອີ້ນວ່າ ອາການໃນການເຜົາຜານ ອາຫານ, ຊຶ່ງເປັນ ອາການມີລະດັບນໍ້າຕານໃນເລືອດ, ນໍ້າໜັກ ແລະລະດັບຄໍແລັສເທີ ຣອລເພີ້ມຂຶ້ນ ພ້ອມດ້ວຍຄວາມດັນເລືອດກໍສູງຂຶ້ນນໍາ.
ອິງຕາມ ທ່ານ Hovey, ການກິນອາຫານທີ່ມີທາດໄຂມັນຍັງ
ຊ່ວຍກະຕຸ້ນໃຫ້ເຕົ້ານົມໃຫຍ່ຂຶ້ນ ສໍາລັບໜູບາງໂຕ ເຖິງແມ່ນ
ວ່າໜູເຫລົ່ານັ້ນ ຈະບໍ່ມີທາດຮໍໂມນຂອງຜູ້ຍິງກໍຕາມ. ທ່ານໃຫ້
ຄໍາສັງເກດການດັ່ງນີ້:
“ສິ່ງທີ່ພວກເຮົາໄດ້ສະແດງໃຫ້ເຫັນກໍຄືວ່າ ເມື່ອພວກ
ເຮົາເກືອໜູ ໂດຍເອົາອາຫານທີ່ມີທາດໄຂມັນປະເພດ
ສະເພາະອັນນີ້ເສີມໃສ່ອາຫານນັ້ນ ມັນກໍຈະພາໃຫ້ມີ
ການປ່ຽນແປງ ໃນການເຜົາ ໄໝ້ອາຫານ. ແຕ່ວ່າສິ່ງທີ່ ເຮັດໃຫ້ພວກເຮົາປະຫລາດໃຈທີ່ສຸດ ຄວາມຈິງແລ້ວ
ກໍຄືວ່າເຕົ້ານົມຂອງພວກໜູເຫລົ່ານີ້ ເຕີບໃຫຍ່ຂຶ້ນ ເຖິງແມ່ນວ່າ ພວກເຂົາບໍ່ມີ ຮັງໄຂ່ກໍຕາມ ແລະເຖິງ ແມ່ນວ່າ ພວກເຮົາຈະໃຊ້ວິທີອື່ນ ເພື່ອເອົາຮໍໂມນຜູ້ຍິງ ອອກຈາກລະບົບຮ່າງ ກາຍຂອງພວກມັນກໍຕາມ.”
ພວກນັກຄົ້ນຄວ້າໄດ້ພົບວ່າ ການເຕີບໃຫຍ່ຂອງນົມຍ້ອນການກິນອາຫານນັ້ນ ຍັງພາໃຫ້ ມີການເກີດມີເນື້ອງອກ ຢູ່ໃນນົມຂອງໜູບາງໂຕອີກດ້ວຍ.
ທ່ານ Hovey ກ່າວອີກວ່າ ບໍ່ແມ່ນໜູໝົດທຸກໂຕ ທີ່ກິນອາຫານມີທາດໄຂມັນຈະເກີດມີ ເນື້ອງອກໝົດ -- ຊຶ່ງສິ່ງນີ້ສະແດງໃຫ້ເຫັນວ່າ ອາດຈະມີອົງປະກອບທາງພັນທຸກຳມີສ່ວນ ພາໃຫ້ເກີດໂຣກມະເຮັງເຕົ້ານົມອີກດ້ວຍ.
ອິງຕາມ ທ່ານ Hovey, ຂໍ້ຄວາມທີ່ພວກເຮົາພໍຈະນໍາເອົາໄປຄິດກັນ ກໍຄືວ່າ ການກິນອາ ຫານຂອງຍິງສາວນ້ອຍ ຄວນຈະຖືກຕິດຕາມເບິ່ງເພື່ອຢາກຫລຸດຜ່ອນທາດໄຂມັນປະ ເພດທີ່ຈະໄປກະຕຸ້ນໃຫ້ເປັນໂຣກມະເຮັງ ແລະພະຍາດອື່ນໆນັ້ນ. ທ່ານກ່າວມ້ວນທ້າຍດັ່ງນີ້:
“ຕົວຢ່າງ ເຊັ່ນພະຍາດອ້ວນພີເກີນໄປ, ຫລື ໂຣກເບົາຫວານປະເພດ 2 ທີ່ອາດ ຈະສາມາດທົດແທນ ຫລື ກະຕຸ້ນໃຫ້ມີການເຕີບໂຕຂອງນົມໄດ້ໂດຍບໍ່ຕ້ອງ ການຮໍໂມນຂອງຜູ້ຍິງກໍໄດ້.”
ໃນຂະນະທີ່ໂຣກເບົາຫວານປະເພດ 2 ກາຍມາເປັນໂຣກທີ່ຄົນມັກເປັນ ກັນຫລາຍຂຶ້ນຢູ່ ໃນທົ່ວໂລກນັ້ນ, ການຄົ້ນພົບຂອງການສຶກສາຄົ້ນຄວ້ານີ້ ສະແດງໃຫ້ຫັນວ່າ ການແຜ່ລະ ບາດຂອງໂຣກມະເຮັງເຕົ້ານົມກໍບໍ່ໄດ້ຢູ່ຫ່າງໄກ ຫຼືຫຼຸດກັນປານໃດກັບໂຣກເບົາຫວານປະ ເພດນີ້.
ບົດຂຽນກ່ຽວກັບ ຄວາມສຳພັນກັນລະຫວ່າງການກິນອາຫານ ແລະການກໍ່ຕົວຂຶ້ນຂອງ ເນື້ອງອກໃນເຕົ້ານົມ ແມ່ນພິມເຜີຍແຜ່ຢູ່ໃນວາລະສານ ທີ່ເກັບຮວບຮວມໄວ້ຂອງວິທະ ຍາຄານແຫ່ງຊາດດ້ານວິທະຍາສາດ ຫລື Proceedings of the National Academy of Sciences.