ຂະນະທີ່ການສອບເສັງເອົານັກຮຽນເຂົ້າມະຫາວິທະຍາໄລ ແຫ່ງຊາດຫາກໍຜ່ານໄປໄດ້ ສອງວັນຜ່ານມານີ້ເອງ ທາງວີໂອເອ ກໍໄດ້ສໍາພາດນັກສຶກສາຮຽນຈົບໃໝ່ ອາຈານສອນ ແລະນາຍຈ້າງ. ລາຍລະອຽດເປັນແນວໃດນັ້ນ ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ນັກສຶກສາຮຽນຈົບໃໝ່ ບໍ່ສາມາດຊອກວຽກງານ ໃນສາຍວິຊາສະເພາະ ຍ້ອນຕະຫລາດແຮງງານຮອງຮັບມີຈໍາກັດ
ໃນແຕ່ລະປີ ມະຫາວິທະຍາໄລແຫ່ງຊາດລາວ ເປີດຮັບເອົານັກຮຽນ ນັກສຶກສາ ຫລາຍກວ່າ 5 ພັນຄົນ ແລະໃນສົກສຶກສາ 2022-2023 ນີ້ ມະຫາວິທະຍາໄລໃຫຍ່ແຫ່ງດຽວຂອງຊາດ ມີແຜນຮັບເອົານັກຮຽນ 6,990 ຄົນ. ໃນນີ້ ມີປະລິນ ຍາຕີ 5,150 ຄົນ, ປະລິນຍາຕີຕໍ່ເນື່ອງ 1,480 ຄົນ, ຫຼັກສູດນາໆຊາດ ບວກກັບຫຼັກສູດຄູພາສາຈີນ 210 ຄົນ, ອະນຸປະລິນຍາ 150 ຄົນ. ມີນັກຮຽນຜູ້ສະໝັກແລະເຂົ້າເສັງທັງໝົດ ໃນວັນເສົາຜ່ານມາ 11,500 ກວ່າຄົນ ສໍາລັບສາຂາວິຊາທີ່ມີນັກຮຽນນິຍົມຮຽນຫລາຍທີ່ສຸດ ກໍແມ່ນວິຊາເສດຖະສາດ ດັ່ງທີ່ຫ້ອງການຜູ້ຄຸ້ມຄອງນັກສຶກສາ ໃນມະຫາວິທະຍາໄລແຫ່ງຊາດ ເລົ່າສູ່ຟັງວ່າ: “ປະມານສີ່ຫ້າພັນຄົນພຸ້ນລະຈົບປີນີ້ ພວກເສດຖະສາດຫລາຍໆປະມານ ເຈັດແປດຮ້ອຍພຸ້ນລະ.”
ເມື່ອຖາມເຖິງການຕິດຕໍ່ພົວພັນຂອງມະຫາວິທະຍາໄລກັບບັນດາບໍລິສັດເອກະຊົນ ເພື່ອຊ່ວຍໃຫ້ນັກສຶກສາຫລາຍຄົນຮຽນຈົບ ໄດ້ມີວຽກງານນັ້ນ ທ່ານຕອບວ່າ ບໍ່ມີ ແລະບາງຄັ້ງບໍລິສັດເອກະຊົນ ກໍໄປທີ່ມະຫາວິທະຍາໄລ ເພື່ອເປີດສະໝັກຮັບພະນັກງານໃໝ່ ດັ່ງທີ່ທ່ານອະທິບາຍສູ່ຟັງວ່າ: “ເຂົາກະສະໝັກເອງ ຊອກເອງ ຊອກໃຜຊອກລາວ ເຂົາກະເປີດ ມີຢູ່ມີມີ ພວກມາສະໝັກງານເດເຂົາກະເອົາເລີຍ ແຕ່ລະປີພວກບໍລິສັດເຂົາກະມາເປີດເດຕະຫລາດແຮງງານເດ ພາກລັດກະຊອກເອງຊອກໃຜຊອກລາວ.”
ແຕ່ການທີ່ຈະມີໂອກາດໄດ້ວຽກເຮັດງານທຳທີ່ຕົນມັກ ຫລືຖືກກັບວິຊາສະເພາະ ທີ່ຕົນຮຽນມາ ຢູ່ໃນມະຫາວິທະຍາໄລນັ້ນ ແມ່ນຍາກຫລາຍ ຈຶ່ງຈໍາເປັນຕ້ອງໄດ້ເຮັດວຽກໄປຕາມທີ່ພໍຫາໄດ້ ເຖິງຈະບໍ່ໄດ້ຄ່າຕອບແທນສູງປານໃດກໍຕາມ ດັ່ງທີ່ ນັກສຶກສາຮຽນຈົບ ຈາກມະຫາວິທະຍໄລແຫ່ງຊາດ ໃນປີກາຍນີ້ຜູ້ນຶ່ງ ກ່າວຕໍ່ວີໂອເອວ່າ: “ຈົບປີກາຍພຸ້ນ ຈົບເສດຖະສາດ ເຮັດຢູ່ຮ້ານຂາຍເຄື່ອງກໍ່ສ້າງເປັນນາຍສາງ ບໍ່ໄດ້ຕາມທີ່ຄິດ ບໍ່ຖືກແຫລະ ບໍ່ຖືກແຫລະ ວ່າຢາກເຮັດຫັ້ນແຫລະມັນຫາກຍາກຢູ່ທາງບ້ານເຮົານີ້ກະດາຍ ຍາກຄັນບໍ່ເລືອກວຽກມັນກະພໍມີວຽກເຮັດແຕ່ມັນກະບໍ່ຖືກກັບວິຊາສະເພາະ ທີ່ເຮົາໄດ້ຮຽນມາຫັ້ນແຫລະ.”
ມະຫາວິທະຍາໄລແຫ່ງຊາດລາວ ຄະນະວິສະວະກຳສາດ
ສະພາບທີ່ນັກສຶກສາບໍ່ສາມາດຊອກວຽກງານໃນສາຍວິຊາສະເພາະ ກໍມີຫລາຍສາຍ ຊຶ່ງສາເຫດຕົ້ນຕໍ ກໍນັກສຶກສານິຍົມຮຽນແຕ່ວິຊາດຽວ ຫລື 2 ວິຊາຫລາຍໂພດ ໃນຂະນະທີ່ຕະຫລາດແຮງງານຮອງຮັບມີຈໍາກັດ ໃນບາງຂະແໜງວິຊາ ແຕ່ມີຄວາມຕ້ອງການສູງໃນວິຊາອື່ນ. ອີກດ້ານນຶ່ງ ຂະນະທີ່ແຕ່ລະປີ ມີນັກສຶກສາຈາກມະຫາວິທະຍາໄລໃນທຸກລະດັບ ທັງປະລິນຍາເອກ, ໂທ, ຕີ ແລະອານຸປະລິນຍາ ແຕ່ຕະຫລາດແຮງງານພັດມີຈໍາກັດ.
ພ້ອມດຽວກັນ ບົດລາຍງານ 10 ປີ (2009-2019) ຂອງອົງການແຮງງານສາ ກົນ ຫລື ILO ເວົ້າວ່າ ເຖິງແມ່ນວ່າເສດຖະກິດລາວ ຈະມີການເຕີບໂຕຂຶ້ນຢ່າງຫລວງຫລາຍ ໃນທົດສະວັດຜ່ານມາກໍຕາມ ແຕ່ວ່າ ການລົງທຶນໃນໂຄງການຕ່າງໆຢູ່ລາວ ບໍ່ສາມາດຕອບສະໜອງວຽກເຮັດງານທໍາໃຫ້ຄົນລາວ ຂະນະທີ່ປະຊາກອນທີ່ຢູ່ໃນເກນອາຍຸອອກແຮງງານ ທີ່ມີທ່າອ່ຽງເພີ້ມຂຶ້ນຢ່າງວ່ອງໄວ. ໃນປີ 2000, ປະຊາກອນລາວ ໃນເກນອອກແຮງງານມີ 2 ລ້ານ 4 ແສນກວ່າຄົນ ກວມເອົາປະມານ 48 ເປີເຊັນ ຂອງປະຊາກອນທີ່ມີ 5 ລ້ານປາຍຄົນ ໃນຕອນນັ້ນ. ມາຮອດປີ 2020, ປະຊາກອນໃນເກນອອກແຮງງານໄດ້ເພີ້ມຂຶ້ນເປັນ 3 ລ້ານ 787 ພັນ 334 ຄົນ ຊຶ່ງກວມເອົາເກືອບຮອດ 53 ເປີເຊັນ ຂອງພົນລະເມືອງລາວ, ອີງຕາມສະຖິຕິຂອງ World Bank Open Data. ທັງນີ້ກໍເພາະວ່າ ການເຕີບໂຕທີ່ອີງໃສ່ການລົງທຶນສ່ວນໃຫຍ່ ໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະການສ້າງເຂື່ອນໄຟຟ້າ ທີ່ສາມາດສະໜອງວຽກງານໄດ້ ບໍ່ຮອດ 1 ເປີເຊັນ ຂອງການຈ້າງງານທັງໝົດໃນລາວ.
ສະຫລຸບແລ້ວ ນັກສຶກສາລາວທີ່ຮຽນຈົບໃໝ່ ຍັງປະສົບຄວາມຫຍຸ້ງຍາກໃນການ ຊອກວຽກເຮັດງານທໍາຢູ່ ຊຶ່ງສາເຫດຕົ້ນຕໍ ແມ່ນເກີດມາຈາກຄ່ານິຍົມເຮັດການ ໃນວົງການລັດຖະບານ ທີ່ຮັບເອົາພະນັກງານໃນຈໍານວນຈໍາກັດ ແລະບໍ່ໂປ່ງໃສນັ້ນ ຍັງສູງຢູ່. ເນື່ອງຈາກຄ່ານິຍົມນີ້ ເຂົາເຈົ້າຈຶ່ງມັກຈະພ້ອມກັນຮຽນໃນວິຊາ ດຽວກັນ ເປັນຈໍານວນຫລວງຫລາຍ ຂະນະທີ່ມີຄົນຈໍານວນໜ້ອຍເທົ່ານັ້ນ ທີ່ໄດ້ ຮຽນວິຊາຊີບອື່ນໆ ທີ່ຍັງມີຄວາມຕ້ອງການ ໃນຕະຫລາດແຮງງານສູງຢູ່ນັ້ນ.
Your browser doesn’t support HTML5
ວີດີໂອ ກ່ຽວກັບລາຍງານ ນັກສຶກສາຮຽນຈົບໃໝ່ ບໍ່ສາມາດຊອກວຽກງານ ໃນສາຍວິຊາສະເພາະ ຍ້ອນຕະຫລາດແຮງງານຮອງຮັບມີຈໍາກັດ