ລັດຖະບານລາວ ຈະນຳໃຊ້ໂອກາດ ໃນການເປັນປະທານຂອງອາຊຽນ ເພື່ອໂຄສະນາ ແລະ ສົ່ງເສີມປີການທ່ອງທ່ຽວ 2024

  • ຊົງຣິດ ໂພນເງິນ

ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງສປປ ລາວ

ລັດຖະບານລາວ ຈະນຳໃຊ້ໂອກາດ ໃນການເປັນປະທານຂອງອາຊຽນ ເພື່ອໂຄສະນາ ແລະ ສົ່ງເສີມປີການທ່ອງທ່ຽວ 2024 ໂດຍຈະດຶງດູດເອົາຊາວຕ່າງຊາດໃຫ້ໄດ້ເຖິງ 2.7 ລ້ານຄົນ ແລະ ສ້າງລາຍຮັບ 400 ລ້ານໂດລາ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ຈາກບາງກອກ.

Your browser doesn’t support HTML5

ເຊີນຮັບຟັງລາຍງານ ກ່ຽວກັບລັດຖະບານລາວ ຈະນຳໃຊ້ໂອກາດ ໃນການເປັນປະທານຂອງອາຊຽນ ເພື່ອໂຄສະນາ ແລະ ສົ່ງເສີມປີການທ່ອງທ່ຽວ 2024

ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະ ເທດຖະແຫຼງວ່າ ລັດຖະບານລາວ ຈະນຳໃຊ້ໂອກາທີ່ເປັນປະທານຂອງອາຊຽນໃນຕະຫຼອດປີ 2024 ເພື່ອໂຄສະນາ ແລະສົ່ງເສີມປີການທ່ອງທ່ຽວລາວ 2024 ຄຽງຄູ່ກັນໄປ ເພາະວ່າ ການເປັປະທານຂອງອາຊຽນ ຄືໂອກາດທີ່ລາວຈະໄດ້ເສີມສ້າງບົດບາດໃນການພົວພັນ-ຮ່ວມມື ໃນລະດັບສາກົນຫຼາຍຂຶ້ນ ອັນລວມເຖິງການທີ່ຈະໄດ້ໂຄສະນາ-ປະຊາສຳພັນທາງດ້ານສັງຄົມວັດທະນາທຳ ແລະ ທຳມະຊາດອັນສວຍງານຂອງປະເທດລາວ ໄປສູ່ການຮັບຮູ້ຂອງສາກົນດ້ວຍນັ້ນ ຍ່ອມຈະສົ່ງຜົນດີຕໍ່ທຸລະກິດໃນພາກບໍລິການ ແລະ ທ່ອງທ່ຽວຂອງລາວດ້ວຍເຊັ່ນກັນ ດັ່ງທີ່ ທ່ານສະເຫຼີມໄຊ ໄດ້ຖະແຫຼງໃຫ້ການຢືນຢັນວ່າ:

ການເປັນປະທານອາຊຽນຂອງພວກເຮົາແມ່ນພໍດີຖືກກັບ ສປປ ລາວ ປະກາດໃຫ້ເປັນປີທ່ອງທ່ຽວ ສປປ ລາວ 2024. ອັນນີ້ ແມ່ນໂອກາດສຳຄັນ ທີ່ພວກເຮົາຈະສາມາດໂຄສະນາເຜີຍ ແຜ່ ສປປ ລາວ ຂອງພວກເຮົາ ໃນວຽກງານວັດທະນະທຳ-ສັງຄົມ ເພື່ອດຶງດູດນັກທ່ອງທ່ຽວ ເປັນໂອກາດທີ່ພວກເຮົາຈະໄດ້ສ້າງບົດບາດຂອງພວກເຮົາ ທັງຢູ່ໃນເວທີພາກພື້ນ ແລະສາກົນ ເພາະວ່າການເປັນປະທານອາຊຽນນີ້ ລາວຈະຢູ່ໃນຈຸດສຳຄັນ-ຈຸດສົນໃຈຂອງວົງຄະນາຍາດສາກົນ”

ທັງນີ້ ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍຈະດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເຖິງ 2.7 ລ້ານຄົນ ສ້າງລາຍຮັບໃຫ້ໄດ້ໃນມູນຄ່າລວມ 400 ລ້ານໂດລາ ໃນຕະຫຼອດປີ 2024 ແລະ ເພື່ອທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ຈຶ່ງຕ້ອງນຳໃຊ້ງົບປະມານເຂົ້າໃນການພັດທະນາ-ປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ໂດຍສະເພາະແມ່ນຖະໜົນ ແລະພື້ນຖານໂຄງລ່າງ ທີ່ຢູ່ໃນສະຖານທີ່ທ່ອງທ່ຽວນັ້ນ ກໍ່ຄືພາກສ່ວນທີ່ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ ແລະ ຈະຕ້ອງໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານເປັນດ້ານຫຼັກດ້ວຍ ເພາະວ່າກອງທຶນເພື່ອສົ່ງເສີມການທ່ອງທ່ຽວແຫ່ງຊາດບໍ່ມີເງິນເຫຼືອຢູ່ເລີຍ ໃນປັດຈຸບັນ ອັນເປັນຜົນກະທົບຈາກການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ທີ່ເຮັດໃຫ້ບັນດາຫົວໜ່ວຍທຸລະກິດບໍລິການ ແລະທ່ອງທ່ຽວໃນທົ່ວປະເທດບໍ່ມີເງິນສົມທົບເຂົ້າກອງທຶນ ນັບແຕ່ປີ 2020 ເປັນຕົ້ນມາ ເຊິ່ງພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາຕໍ່ປີ ແລະ ເຮັດໃຫ້ຫົວໜ່ວຍທຸລະກິດຈຳນວນຫຼາຍຕ້ອງຂໍເລື່ອນຊໍາລະໜີ້ໃຫ້ກັບທະນາຄານເປນເວລາ ເຖິງ 3 ປີ ຕິດຕໍ່ກັນ ທັງຍັງເຮັດໃຫ້ຕ້ອງເລີກຈ້າງແຮງງານໃນລາວຫຼາຍກວ່າ 600,000 ຄົນອີກດ້ວຍ.

ທັງນີ້ ການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ສົ່ງຜົນກະທົບ ຕໍ່ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວຢ່າງໜັກໜ່ວງ ໂດຍເຮັດໃຫ້ບໍລິສັດທ່ອງທ່ຽວໄດ້ຢຸດກິດຈະ ການເກືອບທັງໝົດ ແລະ ໄດ້ເລີກຈ້າງແຮງງານເກືອບທັງໝົດເຊັ່ນກັນ ຈຶ່ງເຮັດໃຫ້ທຸລະກິດບໍລິການ ແລະ ທ່ອງທ່ຽວໃນລາວ ຕ້ອງປະເຊີນກັບບັນຫາຂາດແຄນບຸກຄະລາກອນຢ່າງຫຼວງ ຫຼາຍໃນໄລຍະທີ່ຜ່ານມາ ຫາກແຕ່ບັນຫາເລົ່ານີ້ກໍ່ໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ສະພາວະທີ່ເກືອບຈະເປັນປົກະຕິ ໃນທຸກໆດ້ານແລ້ວໃນເວລານີ້ ເຊິ່ງກໍ່ເຊັ່ນດຽວກັນກັບການກຽມຄວາມພ້ອມໃນດ້ານການຈັດງານເທດສະການ ແລະ ກິດຈະກຳຕ່າງໆທັງໃນລະດັບຊາດ ແລະ ລະ ດັບແຂວງ ເພື່ອຕ້ອນຮັບນັກທ່ອງທ່ຽວ ໃນຕະຫຼອດປີທ່ອງທ່ຽວລາວ 2024 ໂດຍວຽກງານນຶ່ງ ທີ່ທາງການລາວໄດ້ດຳເນີນການປັບປຸງແລ້ວ ກໍ່ຄືການກວດຄົນເຂົ້າ-ອອກເມືອງທີ່ຈະໃຊ້ເວລາ ພຽງແຕ່ 2 ນາທີເທົ່ານັ້ນ ດັ່ງທີ່ເຈົ້າໜ້າທີ່ປະຈຳດ່ານຂົວມິດຕະພາບ ລາວ-ໄທ ໄດ້ໃຫ້ການຢືນຢັນວ່າ:

ສຳລັບຂອດການບໍລິການ ແລະການອຳນວຍຄວາມສະດວກ ປັດຈຸບັນນີ້ ດ່ານພວກເຮົາແມ່ນໄດ້ຮັບການປັບປຸງພື້ນຖານໂຄງລ່າງ ໂດຍສະເພາະຕູ້ຈໍ້າ-ແຈ້ງເອກະສານ ແມ່ນສຳເລັດແລ້ວ ໄດ້ບັນຈຸເຄື່ອງອຸປະກອນເທັກນິກ ແລະ ເຈົ້າໜ້າທີ ຕມ. ເຂົ້າປະຈຳການແຕ່ລະຈຸດ ເພື່ອໃຫ້ບໍລິການຜູ້ໂດຍສານເຂົ້າ-ອອກ ສປປ ລາວ ຫຼືນັກທ່ອງທ່ຽວໃຫ້ມີຄວາມຄ່ອງຕົວຕາມຕົວຊີ້ວັດທີ່ໄດ້ກຳນົດການຈ້ໍາ-ແຈ້ງເອກະສານ ຕໍ່ຜູ້ໂດຍສານນຶ່ງຄົນ ບໍ່ໃຫ້ເກີນ 2 ນາທີ

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ຢືນຢັນວ່າ ລັດຖະບານລາວ ຈະເລັ່ງດຳເນີນການພັດທະນາທຸລະກິດພາກບໍລິການ ແລະທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນ ໃຫ້ໄວທີ່ສຸດ ເພາະຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດ ຈະເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວ.