ລັດຖະບານ ລາວ ຈະໃຊ້ເງິນ ເພື່ອປັບປຸງ ລະບົບຈັດເກັບລາຍຮັບ ສ່ວຍສາອາກອນ

ພິທີເຊັນສັນຍາການມອບເງິນກູ້ຢືມຈາກລັດຖະບານ ເກົາຫຼີໃຕ້ ໃຫ້ກັບ ລັດຖະບານ ລາວ.

ລັດຖະບານ ລາວ ຈະນຳໃຊ້ງົບປະມານຫຼາຍກວ່າ 32.5 ລ້ານໂດລາເພື່ອການພັດທະນາ ປັບປຸງລະບົບຈັດເກັບລາຍຮັບສ່ວຍສາອາກອນທີ່ມີປະສິດທິພາບສູງຂຶ້ນ ແລະ ໄດ້ມາດ ຕະຖານສາກົນຢ່າງແທ້ຈິງໃນຕົ້ນປີ 2019.

Your browser doesn’t support HTML5

ຟັງລາຍງານ ລັດຖະບານ ລາວ ຈະໃຊ້ເງິນເພື່ອປັບປຸງ ລະບົບຈັດເກັບລາຍຮັບ ສ່ວຍສາອາກອນ

ພິທີເປີດໂຄງການລະບົບຂໍ້ມູນຂ່າວສານ ແລະ ຄຸ້ມຄອງລາຍຮັບສ່ວຍສາອາກອນ ໂດຍ ການຮັບຜິດຊອບຂອງກະຊວງການເງິນ ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ ຢູ່ ນະຄອນຫຼວງວຽງຈັນ ໂດຍທ່ານ ອາດສະພັງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ພ້ອມດ້ວຍທ່ານ Yang Kang Yoen ເອກອັກຄະລັດຖະທູດ ເກົາຫຼີໃຕ້ ປະຈຳ ສປປ ລາວ ໃຫ້ກຽດເປັນປະທານໃນພິທີຮ່ວມກັນ.

ໂຄງການດັ່ງກ່າວນີ້ໄດ້ຮັບເງິນກູ້ຈາກກອງທຶນເພື່ອການຮ່ວມມື ແລະ ພັດທະນາເສດຖະ ກິດຂອງລັດຖະບານ ເກົາຫຼີໃຕ້ ໃນມູນຄ່າ 28.5 ລ້ານໂດລາ ແລະ ລັດຖະບານ ລາວ ສົມ ທົບໃນມູນຄ່າ 4 ລ້ານໂດລາ ຫຼື ຄິດເປັນມູນຄ່າລວມກັນຫຼາຍກວ່າ 266 ຕື້ກີບ ໂດຍມີກຸ່ມ ບໍລິສັດ LG Consortium ຈາກ ເກົາຫຼີໃຕ້ ເປັນພາກສ່ວນຮັບຜິດຊອບໃນການພັດທະນາ ໂຄງການໃຫ້ສຳເລັດ ແລະ ນຳໃຊ້ພາກຕົວຈິງໄດ້ໃນຕົ້ນປີ 2019 ເປັນຢ່າງຊ້າ.

ໂດຍການນຳໃຊ້ລະບົບດັ່ງກ່າວນີ້ຈະເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນມີປະ ສິດທິພາບເພີ່ມຂຶ້ນ ເພາະເປັນລະບົບຂໍ້ມູນຂ່າວສານ ແລະ ຄຸ້ມຄອງລາຍຮັບສ່ວຍສາອາ ກອນທີ່ທັນສະໄໝ ແລະ ໄດ້ລະດັບມາດຕະຖານສາກົນ ທັງໃນການສ້າງລະບົບຂໍ້ມູນຂ່າວ ສານ ຄຸ້ມຄອງລາຍຮັບສ່ວຍສາອາກອນຢ່າງຄົບຊຸດ ການພັດທະນາຊຸດຄຳສັ່ງການແຈ້ງ ມອບລາຍຮັບ ການກວດສອບຫຼັງການແຈ້ງ ການປະເມີນຄາດຄະເນແຫຼ່ງລາຍຮັບ ການ ກຳນົດເລກປະຈຳຕົວຜູ້ເສຍພາສີ ການເຊື່ອມຕໍ່ລະບົບຕ່າງໆຂອງກະຊວງການເງິນ ກັບ ຂະແໜງການຕ່າງໆ ທີ່ກ່ຽວຂ້ອງຜ່ານທາງ Electronic ແລະ ການສ້າງສູນຂໍ້ມູນຂ່າວ ສານ ແລະ ສູນສຳຮອງຂໍ້ມູນຂ່າວານບົນອາຄານ 6 ຊັ້ນທີ່ສ້າງຂຶ້ນໃໝ່ທັງໝົດ.

ທາງດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ ການເງິນຢຶນຢັນວ່າ ລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບໃນແຜນ ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃນຊ່ວງປີ 2016-2020 ໃຫ້ເພີ່ມຂຶ້ນ 50 ເປີເຊັນ ທຽບໃສ່ສົກປີ 2011-2015 ໂດຍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ 149,600 ຕື້ກີບ ຄິດເປັນ 19-20 ເປີເຊັນຂອງຜະລິດຕະພັນລວມ (GDP) ໃນໄລຍະ 5 ປີດັ່ງກ່າວ.

ທ່ານ ສົມດີ ບອກວ່າຄາດໝາຍລາຍຮັບດັ່ງກ່າວແບ່ງເປັນລາຍຮັບພາຍໃນ 131,800 ຕື້ ກີບ ຫຼື ເພີ່ມຂຶ້ນເຖິງ 72 ເປີເຊັນທຽບໃສ່ແຜນການໃນສົກປີ 2011-2015 ແລະ ພ້ອມກັນ ນີ້ລັດຖະບານ ລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມທັງໝົດບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນທຽບໃສ່ແຜນການໃນສົກປີ 2011-2015 ຫາກແຕ່ ກໍຄິດເປັນສັກສ່ວນບໍ່ເກີນ 25 ເປີເຊັນຂອງ GDP ໃນຕະຫຼອດສົກປີ 2016-2020 ໂດຍ ໃນນີ້ກໍລວມເຖິງລາຍຈ່າຍເງິນເດືອນພະນັກງານລັດດ້ວຍໃນມູນຄ່າລວມ 60,000 ຕື້ກີບ.

ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ກໍຍອມຮັບວ່າໃນສົກປີ 2015-2016 ການຈັດເກັບລາຍຮັບ ສ່ວຍສາອາກອນສາມາດຈັດຕັ້ງປະຕິບັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ເຖິງ 15 ເປີເຊັນ ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ລັດຖະບານ ລາວ ໄດ້ປັບຫຼຸດອັດຕາການຂະ ຫຍາຍຕົວທາງເສດຖະກິດລົງຈາກ 7.5 ເປີເຊັນເປັນ 7 ເປີເຊັນຕໍ່ປີໃນຊ່ວງປີ 2017- 2020 ທັງກໍຍັງໄດ້ປັບຫຼຸດດ້ານລາຍຈ່າຍລົງອີກດ້ວຍດັ່ງທີ່ທ່ານ ຄຳຜັນ ຄູນສະຫວັນ ສະ ມາຊິກສະພາແຫ່ງຊາດ ຈາກແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນສະພາບຂອງການ ຈັດຕັ້ງ ປະຕິບັດແຜນການໃນສົກປີ 2015-2016 ທີ່ຜ່ານມາວ່າ.

"ການຈັດຕັ້ງປະຕິບັດຜ່ານມາກະຖືວ່າບໍ່ໄດ້ຕາມແຜນທີ່ທາງລັດຖະບານໄດ້ກຳນົດໄວ້ ເປັນຕົ້ນກະແມ່ນການສະໜອງລາຍຮັບກໍບໍ່ໄດ້ຕາມແຜນທີ່ວາງໄວ້ ສະນັ້ນ ກໍຈະເຫັນ ວ່າ ເພິ່ນໄດ້ປັບຫຼຸດທາງດ້ານງົບປະມານ ໃນການໃຊ້ຈ່າຍການລົງທຶນຂອງລັດນີ້ລົງ 500 ຕື້ ອັນນີ້ກໍສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແແຜນການພັດທະນາເສດຖະກິດ- ສັງຄົມໂດຍລວມ ເພາະວ່າພວກເຮົາກຳນົດໄວ້ໃນແຜນການພັດທະນາຂອງພວກເຮົານີ້ 3,800 ຕື້ ສະນັ້ນຈຶ່ງເຮັດໃຫ້ໂຄງການຂອງທ້ອງຖິ່ນຕ້ອງຖືກຫຼຸດງົບປະມານເຊັ່ນດຽວ ກັນ ຕໍ່ການຈັດເກັບງົບປະມານນີ້ກະເຫັນວ່າ ທຽບໃສ່ກັບເຂດເລືອກຕັ້ງຂອງພວກເຮົາ ແລ້ວກະເຫັນວ່າ ທຸກເຂດເລືອກຕັ້ງທົ່ວປະເທດແມ່ນຫຼຸດຈາກແຜນທີ່ວາງໄວ້."

ໂດຍຄາດວ່າ GDP ຈະມີມູນຄ່າລວມ 597,682 ຕື້ກີບ ຄິດສະເລ່ຍເປັນລາຍໄດ້ຂອງປະ ຊາຊົນທີ່ລະດັບ 23.82 ລ້ານກີບ ຫຼື 2,978 ໂດລາໃນປີ 2020 ແຕ່ວ່າການທີ່ຈະສາມາດ ບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງກໍຕ້ອງນຳໃຊ້ເງິນທຶນເຖິງ 173,328 ຕື້ກີບ ຫຼື 21,666 ລ້ານໂອລາ ຄິດເປັນ 29 ເປີເຊັນຂອງ GDP.