ລາວ ​ໄດ້​ຮັບ​ພາສີ​ລາຍ​ໄດ້ ​ແລະ​ ພັນທະຕ່າງໆ ຈາກບໍລິສັດ​ຂຸດຄົ້ນແຮ່ທາດ ໃນລາວ

ກຸ່ມບໍລິສັດ MMG Lane Xang Minerals ຈຳກັດ ໄດ້ສົ່ງມອບພັນທະພາສີ ຈາກລາຍໄດ້ ແລະ ຄ່າ ພາກຫລວງການສຳປະທານ ໃຫ້ແກ່ລັດຖະບານລາວ.

ລັດຖະບານ​ລາວ ​ໄດ້​ຮັບ​ພາສີ​ລາຍ​ໄດ້ ​ແລະ​ ຄ່າພາກ​ຫລວງ​ການ
ສຳປະທານ ຈາກບໍລິສັດ​ຜູ້​ລົງທຶນ​ຂຸດ​ຄົ້ນ​ແຮ່​ທາດ​ຢູ່​ເໝືອງ​ເຊ​ໂປ​ນ
​ແລະ ວີລະ​ບູລີ ຄິດ​ເປັນ​ມູນ​ຄ່າຫຼາຍ​ກວ່າ 1,300 ລ້ານ​ດອນ​ລາ ​
ໃນ​ຊ່ວງ​ປີ 2003-2014.

Your browser doesn’t support HTML5

ຟັງລາຍງານ ລາວ ​ໄດ້​ຮັບ​ພາສີ​ລາຍ​ໄດ້ ​ແລະ​ ພັນທະຕ່າງໆ ຈາກບໍລິສັດ​ຂຸດຄົ້ນແຮ່ທາດ ໃນລາວ.

ກຸ່ມບໍລິສັດ MMG Lane Xang Minerals ຈຳກັດ ຊຶ່ງເປັນຜູ້ລົງທຶນ ໃນການສຳຫລວດ
ແລະ ການຂຸດຄົ້ນແຮ່ຄຳ ທອງແດງ ແລະ ເງິນ ຢູ່ເມືອງເຊໂປນ ແລະ ວີລະບູລີ ໃນແຂວງ
ສະຫວັນນະເຂດ ລາຍງານວ່າ ບໍລິສັດໄດ້ສົ່ງມອບພັນທະພາສີ ຈາກລາຍໄດ້ ແລະ ຄ່າ
ພາກຫລວງການສຳປະທານ ໃຫ້ແກ່ລັດຖະບານລາວ ຄິດເປັນມູນຄ່າລວມຫຼາຍກວ່າ
1,300 ລ້ານດອນລາ ນັບຕັ້ງແຕ່ປີ 2003 ຈົນເຖິງທ້າຍປີ 2014 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ສຳຫລັບໃນປີ 2015 ນີ້ ກໍຄາດວ່າ ການສົ່ງມອບພັນທະ ໃຫ້ແກ່ລັດ
ຖະບານລາວ ຈະລົດລົງຈາກປີ 2014 ໂດຍເປັນຜົນຈາກປະລິມານ ຄວາມໜາແໜ້ນ ຂອງ
ແຮ່ທາດ ໃນເຂດສຳປະທານ ໄດ້ລົດລົງຢ່າງຕໍ່ເນື່ອງ ຊຶ່ງຈະເຫັນໄດ້ຈາກແຮ່ຄຳ ທີ່ໄດ້ຖືກ
ຂຸດຄົ້ນໄປຈົນໝົດແລ້ວ ນັບແຕ່ທ້າຍປີ 2013 ສ່ວນແຮ່ທອງແດງ ແລະ ເງິນນັ້ນ ເຖິງແມ່ນ
ວ່າ ຈະຍັງສາມາດຮັກສາປະລິມານການຂຸດຄົ້ນໄດ້ຕາມແຜນການ ແລະ ເປົ້າໝາຍ ທີ່ວາງ
ໄວ້ໃນແຕ່ລະປີກໍຕາມ ຫາກແຕ່ວ່າ ສະພາວະລາຄາທີ່ຕົກຕ່ຳລົງ ນັບແຕ່ປີ 2013 ເປັນຕົ້ນ
ມາກໍເຮັດໃຫ້ລາຍຮັບ ຈາກການສົ່ງອອກແຮ່ທອງແດງ ແລະ ເງິນລົດລົງເຖິງ 17 ເປີເຊັນ
ໃນປີ 2014.

ເໝືອງຜະລິດ ແຮ່ທາດ ຢູ່ແຂວງເຊໂປນ

ສຳຫລັບໃນປີ 2015 ນີ້ ກຸ່ມບໍລິສັດ MMG Lane Xang
Minerals ຈຳກັດ ກໍໄດ້ວາງແຜນການໄວ້ວ່າ ຈະຂຸດຄົ້ນແຮ່
ທອງແດງ ໃຫ້ໄດ້ໃນປະລິມານ ລະຫວ່າງ 80,000-87,000
ໂຕນ ລວມທັງຍັງຈະຂຸດຄົ້ນແຮ່ສັງກະສີ ໃຫ້ໄດ້ 6 ແສນໂຕນ
ເພື່ອທົດແທນແຮ່ຄຳ ຊຶ່ງກໍຈະເຮັດໃຫ້ມີລາຍຮັບ ຈາກການສົ່ງ
ອອກແຮ່ທາດດັ່ງກ່າວ ໃນມູນຄ່າລະຫວ່າງ 2,000-2,480
ລ້ານດອນລາ ແລະລັດຖະບານລາວ ກໍຈະໄດ້ຮັບສ່ວນແບ່ງ
620 ລ້ານດອນລາ.

ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້
ຖະແຫລງຢືນຢັນກ່ອນໜ້ານີ້ວ່າ ເພື່ອຮັບປະກັນວ່າ ບັນດາບໍລິສັດເອກະຊົນລາວ ແລະ
ຕ່າງຊາດ ທີ່ໄດ້ຮັບສຳປະທານ ການຂຸດຄົ້ນແຮ່ທາດ ຈາກລັດຖະບານລາວ ໄປແລ້ວນັ້ນ
ຈະປະຕິບັດຕາມເງື່ອນໄຂ ທີ່ກຳໜົດໄວ້ໃນສັນຍາ ຢ່າງຄົບຖ້ວນ ກະຊວງພະລັງງານ ແລະ
ບໍ່ແຮ່ກໍໄດ້ດຳເນີນການກວດສອບ ການດຳເນີນງານ ຂອງບໍລິສັດເຫຼົ່ານີ້ ໃນທົ່ວປະເທດ
ຊຶ່ງພົບວ່າການດຳເນີນງານ ຂອງບໍລິສັດສ່ວນໃຫຍ່ ຍັງບໍ່ໄດ້ມາດຕະຖານສາກົນ ແລະ
ບໍ່ເປັນໄປຕາມສັນຍາສຳປະທານ ເຊັ່ນການຄຸ້ມຄອງສິ່ງແວດລ້ອມ ໃນຫຼາຍໂຄງການ
ຍັງຂາດປະສິດທິພາບ ຊຶ່ງເຮັດໃຫ້ສົ່ງຜົນກະທົບທັງ ຕໍ່ສະພາບແວດລ້ອມທຳມະຊາດ
ລະບົບນິເວດວິທະຍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະ
ດຽວກັນ ກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດ
ຄົ້ນແຮ່ທາດ ທີ່ບໍ່ໂປ່ງໃສ່ ແລະ ການປະຕິບັດໜ້າທີ່ຂອງພະນັກງານລັດ ກໍຍັງບໍ່ລວມສູນ
ແລະ ບໍ່ເປັນເອກກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນ ໃນການຄຸ້ມ
ຄອງ ແລະ ການຈັດເກັບລາຍຮັບເຂົ້າງົບປະມານ ຂອງລັດຖະບານ ໂດຍຜົນທີ່ຕິດຕາມມາ
ກໍຄືເກີດການຮົ່ວໄຫລ ຂອງລາຍຮັບເຂົ້າງົບປະມານ ຢ່າງຫລວງຫຼາຍດັ່ງທີ່ ທ່ານສຸລິວົງ
ໄດ້ຍົກຕົວຢ່າງເຖິງກໍລະນີ 2 ບໍລິສັດເອກະສົນ ທີ່ໄດ້ຮັບສຳປະທານຂຸດຄົ້ນແຮ່ຊາຍ ໃນ
ແຂວງຊຽງຂວາງ ຫາກແຕ່ໃນການປະຕິບັດຕົວຈິງ ກັບເປັນການລັກລອບຂຸດຄົ້ນແຮ່ຄຳ:

“ຜູ້ໄດ້ຮັບອະນຸຍາດນີ້ ມີ 2 ບໍລິສັດ ແມ່ນໄດ້ຮັບອະນຸຍາດ ການຂຸດຄົ້ນຫິນຊາຍ
ເພື່ອຈະເອົາໄປກໍ່ສ້າງ ແຕ່ໃນຕົວຈິງ ຕັ້ງແມ່ນການລັກລອບ ສວຍໃຊ້ໃບອະນຸຍາດ
ຂຸດຄົ້ນຫິນຊາຍ ເພື່ອເອົາໄປຂຸດຄົ້ນຄຳຕົກຂ່ອນ ຜິດຕໍ່ລະບຽບການ ເມື່ອພວກ
ຂ້າພະເຈົ້າຊາບແລ້ວ ພວກຂ້າພະເຈົ້າກະໄດ້ເຕືອນ ເຕືອນແລ້ວບໍລິສັດທີໜຶ່ງຫັ້ນ
ປະເຄື່ອງປະຂອງໜີເລີຍ ສ່ວນບໍລິສັດທີສອງນັ້ນ ກໍຍັງສືບຕໍ່ຂຸດຄົ້ນຢູ່.”

ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງພະລັງງານ ມີເຖິງ 226 ບໍລິສັດ
ຊຶ່ງກວມເອົາພື້ນທີ່ຂຸດຄົ້ນລວມກັນກວ້າງກວ່າ 58,569 ກິໂລແມັດມົນທົນ ໂດຍຄິດເປັນ
ເກືອບ 25 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດລາວ.