ລາວມີແຜນລະດົມເອົາ ການລົງທຶນ ຈາກຕ່າງປະເທດ ໃຫ້ໄດ້ ຫລາຍກວ່າ 15,300 ລ້ານໂດລາ ໃນ 3 ປີຕໍ່ໜ້າ

ການສ້າງເຂື່ອນນໍ້າງຽບ 2 ຊຶ່ງເປັນການລົງທຶນຮ່ວມກັນ ລະຫວ່າງ ບໍລິສັດຈີນ ແລະລັດຖະບານລາວ ໄດ້ເລີ້ມລົງມືກໍ່ສ້າງໃນທ້າຍປີ 2011

ລັດຖະບານລາວວາງແຜນການ ທີ່ຈະລະດົມການລົງທຶນ ຈາກຕ່າງປະເທດໃນລາວ ໃຫ້ໄດ້ໃນມູນຄ່າລວມ ຫລາຍກວ່າ 15,300 ລ້ານໂດລາ ໃນໄລຍະຈາກປີ 2012 ໄປຈົນ ເຖິງປີ 2015.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນຖະ
ແຫຼງວ່າ ການດໍາເນິນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຊ່ວງປີ
2012-2015 ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຕ້ອງລະດົມການລົງທຶນຂອງ ພາກເອກະຊົນຈາກຕ່າງປະເທດໃຫ້ເຂົ້າມາໃນລາວ ໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍ
ກວ່າ127,000 ຕື້ກີບ ຫຼື 15,300 ລ້ານໂດລາ ຈຶ່ງຈະເຮັດໃຫ້ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ໃນແຜນການໄດ້ຢ່າງແທ້ຈິງ.

ຊຶ່ງກໍຄືການແກ້ໄຂບັນຫາຄວາມທຸກຈົນຂອງປະຊາ ຊົນລາວໃຫ້ໄດ້ໂດຍພື້ນຖານ,
ອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 1 ປີ​ໃຫ້ຢູ່ໃນອັດຕາ
45 ຄົນ​ຕໍ່ 1,000 ຄົນ, ການຂະຫຍາຍໂອກາດດ້ານການສຶກສາ ດ້ວຍການເຮັດ ໃຫ້ເດັກນ້ອຍໄດ້ຮຽນຈົບຊັ້ນປະຖົມໃຫ້ໄດ້ເຖິງ 95% ຂອງຈໍານວນເດັກນ້ອຍໃນໄວ
ຮຽນທັງໝົດ, ການສົ່ງເສີມຄວາມສະເໝີພາບ ລະຫວ່າງເພດຍິງກັບເພດຊາຍ ການບໍລິການດ້ານສາທາລະນະສຸກແກ່ປະຊາຊົນຢ່າງທົ່ວເຖິງ ໃນທົ່ວປະເທດ, ການ
ຮັກສາສະພາບແວດລ້ອມ ແລະການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງຍືນຍົງ ແລະການເສີມສ້າງການຮ່ວມມືກັບນາໆຊາດ ເພື່ອປະກອບສ່ວນເຂົ້າໃນການພັດ
ທະນາລາວ ໃນທຸກໆດ້ານເປັນຕົ້ນ.

ພິທີເຊັນສັນຍາການລົງທຶນຂອງໄທໃນການປູກ ພືດອຸດສາຫະກໍາຢູ່ລາວ

ແຕ່ຢ່າງໃດກໍຕາມ ທ່ານ ສົມດີກໍ
ຍອມຮັບວ່າບັນຫາໃນເວລານີ້ ກໍ
ຄືລັດຖະບານລາວຍັງມີຄວາມສາ
ມາດ ໃນດ້ານງົບປະມານໃນລະ
ດັບທີ່ຕໍ່າຫຼາຍຈຶງຄາດໝາຍວ່າ
ລັດຖະບານ ລາວກໍຈະສາມາດ
ປະກອບສ່ວນເຂົ້າໃນການລົງທຶນ
ໄດ້ບໍ່ເກີນ 10% ຂອງເປົ້າໝາຍ
ການລະດົມເງິນລົງທຶນທັງໝົດ
ດັ່ງກ່າວເທົ່ານັ້ນ ສ່ວນທີ່ເຫຼືອ ກໍ
ຈະເປັນການຂໍຄວາມຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ລະຫວ່າງ 26%-
28% ລວມເຖິງກູ້ຢືມຈາກທະນາຄານພາຍໃນປະເທດໃຫ້ໄດ້ໃນລະຫວ່າງ 10%-12% ຊຶ່ງກໍໝາຍຄວາມວ່າຈະຕ້ອງລະດົມທຶນໂດຍກົງຂອງຕ່າງປະເທດໃຫ້ໄດ້ລະຫວ່າງ
50%-60% ຂອງຄວາມຕ້ອງການທັງໝົດນັ້ນເອງ.

ສໍາລັບແຜນການໃນດ້ານງົບປະມານລາຍຮັບປະຈໍາປີ 2011-2012 ທີ່ເລີ່ມລົງມືປະຕິ
ບັດນັບຈາກເດືອນຕຸລາ 2011 ເປັນຕົ້ນມາ ແລະ ກໍຈະດໍາເນີນການປະຕິບັດຕໍ່ໄປຈົນ
ເຖິງເດືອນກັນຍາ 2012 ນີ້ລັດຖະບານລາວກໍໄດ້ວາງເປົ້າໝາຍໄວ້ວ່າຈະສ້າງລາຍຮັບ
ເຂົ້າງົບປະມານໃຫ້ໄດ້ 15,726 ຕື້ກີບຫຼື22% ຂອງຄາດໝາຍມູນຄ່າຜະລິດຕະພັນລວມ
ພາຍໃນ(GDP) ແລະ ໃນນີ້ຈະເປັນລາຍຮັບໃນປະເທດໃນມູນຄ່າ11,516 ຕື້ກີບ ຫຼືເພີ່ມ
ຂຶ້ນ 20% ເມື່ອທຽບກັບແຜນການປະຈໍາປີ 2010-2011 ທີ່ຜ່ານມາ ໃນຂະນະທີ່ລາຍ
ຮັບສ່ວນໃຫຍ່ ຂອງລັດຖະບານລາວນັ້ນກໍຍັງຄົງມາຈາກພາສີອາກອນ ແລະຄ່າທໍານຽມ ຕ່າງໆທີ່ຈັດເກັບລາຍຮັບນັ້ນ ຈະບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ນອກຈາກຈະໄດ້ຮັບການ
ປະສານສົມທົບ ຈາກທຸກພາກສ່ວນຂອງລັດຖະບານຢ່າງເປັນເອກະພາບກັນເທົ່ານັ້ນ
ດັ່ງທີ່ ທ່ານ ສົມດີ ໄດ້ຖະແຫຼງຢືນຢັນວ່າ:

ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການແລະການລົງ ທຶນຂອງລາວ

ການສະເໜີແຜນລາຍຮັບສົກປີ 2011-2012
ຄັ້ງນີ້ແມ່ນມີລັກສະນະບຸກບືນ ແລະມີຄວາມ
ສ່ຽງສູງສົມຄວນທີ່ຈະບໍ່ບັນລຸຕາມແຜນການ
ກໍານົດໄວ້ ສະນັ້ນ ບັນດາຂະແໜງການ ແລະ ທ້ອງຖິ່ນຈະໄດ້ພ້ອມກັນສູ້ຊົນປະຕິບັດຄາດ
ໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ

ນອກຈາກນີ້ ການທີ່ລັດຖະບານລາວໄດ້ວາງແຜນການ
ໄວ້ວ່າ ຈະນໍາໃຊ້ງົບປະມານລາຍຈ່າຍສໍາລັບແຜນການ
ປະຈໍາປີ 2011-2012 ໃນມູນຄ່າລວມເຖິງ 17,831 ຕື້ກີບ ຫຼືເພີ່ມຂຶ້ນເກີນກວ່າ 17%
ເມື່ອທຽບກັບແຜນການປີ 2010-2011 ນັ້ນກໍຍັງຈະເຮັດໃຫ້ລັດຖະບານລາວຕ້ອງປະ
ເຊີນກັບບັນຫາຂາດດຸນໃນດ້ານງົບປະມານຫຼາຍຕື່ມຂຶ້ນອີກດ້ວຍ.