ລາວຕ້ອງການ ງົບປະມານ ຫຼາຍກວ່າ 7 ລ້ານ 2 ແສນໂດລ່າ ເພື່ອທຳການສຳຫຼວດ ພົນລະເມືອງ

ແຜນທີ່ບົ່ງບອກ ເຂດທີ່ມີຄວາມທຸກຍາກ ຂອງລາວ

ລັດຖະບານລາວ ຕ້ອງການ ງົບປະມານຫຼາຍກວ່າ 57 ພັນ
600 ລ້ານກີບ ຫຼືປະມານ 7 ລ້ານ 2 ແສນໂດລ່າ ເພື່ອໃຊ້ໃນ
ການສຳຫຼວດ ພົນລະເມືອງ ແລະທີ່ຢູ່ອາ​ໄສໃນທົ່ວປະເທດ
ທີ່ຈະດຳເນີນ ການສຳຫຼວດ ໃນເດືອນມີນາ 2015.

Your browser doesn’t support HTML5

ຟັງລາຍງານ ເລື້ອງການສຳຫລວດ ສຳມະໂນຄົວ ຂອງລາວ-14 ເມສາ 14.


ການປະກາດແຜນ ການ​ສຳ​ຫຼວດພົນລະ​ເມືອງ ​ແລະ​ທີ່ຢູ່​ອາໄສ​
ໃນທົ່ວ​ປະ​ເທດ​ລາວ​ໄດ້​ມີຂຶ້ນ ໃນໂອກາດການປະຊຸມຮ່ວມລະ
ຫວ່າງກະຊວງແຜນການແລະການລົງທຶນ ກັບກອງທຶນສຳລັບ ປະຊາກອນແຫ່ງສະຫະປະຊາຊາດ ແລະບັນດາຜູ້ຕ່າງໜ້າອົງການສາກົນປະຈຳລາວທີ່
ໄດ້ຈັດຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນ ໂດຍມີທ່ານ ສົມດີ ດວງດີ
ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ເປັນປະທານ ໃນກອງປະຊຸມ.

ໂດຍການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດລາວ ຕາມແຜນການດັ່ງ
ກ່າວນີ້ ກຳນົດຈະດຳເນີນການ ໃນເດືອນມີນາ 2015 ຊຶ່ງຖືເປັນຄັ້ງທີ 4 ນັບຈາກການ
ສຳຫຼວດ ຄັ້ງທຳອິດໃນປີ 1985 ຕິດຕາມດ້ວຍຄັ້ງທີ 2 ໃນປີ 1995 ແລະຄັ້ງທີ 3 ໃນປີ
2005 ແຕ່ສຳລັບຄັ້ງທີ 4 ນີ້ ກໍຖືວ່າມີຄວາມສຳຄັນຕໍ່ການວາງແຜນພັດທະນາເສດຖະ
ກິດສັງຄົມ ລະຍະ 5 ປີ ຄັ້ງທີ 8 ຊຶ່ງມີເປົ້າໝາຍຈະເຮັດໃຫ້ລາວຫລຸດພົ້ນ ຈາກສະພາບ
ດ້ອຍພັດທະນາ ພາຍໃນປີ 2020.

ທັງນີ້ກໍເນືອງຈາກວ່າ ຂໍ້ມູນທີ່ໄດ້ຈາກການສຳຫຼວດນັ້ນ ຈະເປັນປະໂຫຍດຢ່າງຍິ່ງໃຫຍ່ ຕໍ່ການກຳນົດແຜນການແລະ ນະໂຍບາຍດ້ານປະຊາກອນ ການວາງແຜນພັດທະນາ
ຊັບພະຍາກອນມະນຸດແລະແຮງງານ ການພັດທະນາອຸດສາຫະກຳການຜະລິດສິນຄ້າ
ການດຳເນີນທຸລະກິດ ແລະການຕະຫຼາດ ລວມເຖິງການຕຽມຄວາມພ້ອມໃນການເຂົ້າ
ຮ່ວມ ໃນປະຊາຄົມເສດຖະກິດອາຊ່ຽນອີກດ້ວຍ.

ຄວາມທຸກຍາກ ຂອງປະຊາຊົນ ຈະເຫັນໄດ້ ຢູ່ຕາມຊົນນະບົດໃນລາວ.


ແຕ່ຢ່າງໃດກໍຕາມ ການສຳຫຼວດພົນລະເມືອງ ແລະທີ່ຢູ່
ອາໄສໃນທົ່ວປະເທດລາວດັ່ງກ່າວນີ້ ຈະຕ້ອງໃຊ້ງົບປະ
ມານຫຼາຍກວ່າ 57 ພັນ 6 ຮ້ອຍລ້ານກີບ ຫຼືປະມານ 7
ລ້ານ 2 ແສນໂດລ່າ ໂດຍລັດຖະບານລາວເອງ ກໍສາມາດ
ຈະຕອບສະໜອງໄດ້ພຽງແຕ່ 30 ເປີເຊັນ ເທົ່ານັ້ນ ໃນຂະ
ນະທີ່ອົງການສະຫະປະຊາຊາດແລະອົງການສາກົນ ກໍໄດ້
ຮັບປາກວ່າຈະໃຫ້ການສະໜັບສະໜຸນໃນສັດສ່ວນ 25
ເປີເຊັນ ຂອງງົບປະມານທັງໝົດ ຈຶ່ງເຮັດໃຫ້ທາງການລາວ ຍັງຈະຕ້ອງຂໍຄວາມຊ່ວຍເຫຼືອ ຈາກຕ່າງປະເທດໃນສັດສ່ວນ
45 ເປີເຊັນທີ່ເຫຼືອນັ້ນ ໃຫ້ໄດ້ຕໍ່ໄປ ແຕ່ກໍເຊື່ອວ່າຈະບໍ່ມີບັນຫາ ເພາະວ່າການສຳຫຼວດ
ໃນທັງ 3 ຄັ້ງກ່ອນໜ້ານີ້ລັດຖະບານລາວກໍໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ເປັນດ້ານຫຼັກຢູ່ແລ້ວ.

ຜົນການສຳຫຼວດໃນປີ 2005 ນັ້ນ ກໍປາກົດວ່າ ປະເທດລາວມີພົນລະເມືອງຢູ່ທັງໝົດ
5 ລ້ານ 6 ແສນ 2 ໝື່ນຄົນ ຊຶ່ງກໍແບ່ງເປັນພົນລະເມືອງເພດຍິງ 2 ລ້ານ 8 ແສນ 2 ໝື່ນ
ຄົນ ກັບພົນລະເມືອງເພດຊາຍ 2 ລ້ານ 8 ແສນຄົນ ແລະຖ້າຫາກທຽບໃສ່ການສຳຫຼວດ
ໃນປີ 1995 ກໍປາກົດວ່າຈຳນວນພົນລະເມືອງລາວ ໄດ້ເພີ້ມຂຶ້ນ 1 ລ້ານກວ່າຄົນ. ເພາະ
ສະນັ້ນ ຈຶ່ງເຮັດໃຫ້ສາມາດປະເມີນໄດ້ວ່າ ໃນປະຈຸບັນນີ້ ຈຳນວນປະຊາກອນລາວໄດ້
ເພີ້ມຂຶ້ນ ເປັນຫຼາຍກວ່າ 6 ລ້ານ 8 ແສນ ຄົນແລ້ວນັ້ນເອງ.

ທັງນີ້ ໂດຍກໍລະນີຕົວຢ່າງທີ່ຈະແຈ້ງ ກໍຄືເຂດນະຄອນວຽງຈັນ ຊຶ່ງຕາມສະຖິຕິຂອງທາງ
ການລາວເມື່ອ ປີ 1999 ກໍແມ່ນວ່າ ມີປະຊາກອນຢູ່ທັງໝົດ 569,000 ກວ່າຄົນ. ຫາກ ແຕ່ວ່າສຳລັບໃນປະຈຸບັນນີ້ ກໍເຊື່ອວ່າມີພົນລະເມືອງລາວທີ່ອາໄສຢູ່ໃນນະຄອນວຽງ
ຈັນ ເຖິງ 1 ລ້ານກວ່າຄົນແລ້ວ ດັ່ງທີ່ທ່ານ ສາຍທອງ ແກ້ວດວງດີຮອງເຈົ້າຄອງເຂດນະ
ຄອນວຽງຈັນໄດ້ໃຫ້ການຢືນຢັນວ່າ:

“ປະຊາກອນພວກເຮົາ ປະຈຸບັນ ກໍມີຢູ່ໃນລະດັບ 8 ແສນ 4 ໝື່ນກວ່າຄົນ ແລະ
ບວກໃສ່ປະຊາກອນ ທີ່ເໜັງຕີງຈາກແຕ່ລະແຂວງ ແຕ່ລະພາກສ່ວນເຂົ້າມາ
ເຮັດທຸລະກິດການຄ້າ ການຂາຍ ມາທ່ອງທ່ຽວນີ້ ກໍປະມານ 9 ແສນກວ່າຫຼື
ສູງສຸດໃນບາງລະຍະ ແມ່ນຂຶ້ນຮອດລ້ານ.”


ນອກຈາກນີ້ ໂດຍອິງຕາມການສຳຫຼວດໃນປີ 2005 ກໍຍັງພົບວ່າ ປະຊາກອນລາວ ທີ່ມີ
ອາຍຸແຕ່ 14 ປີລົງມານັ້ນ ຄິດເປັນ 39 ເປີເຊັນ. ສ່ວນປະຊາກອນທີ່ມີອາຍຸ ລະຫວ່າງ
15 ຫາງ 64 ປີ ກໍຄິດເປັນ 57 ເປີເຊັນ ແລະ 4 ເປີເຊັນທີ່ເຫຼືອ ກໍຄືປະຊາກອນທີ່ມີອາຍຸ
ຕັ້ງແຕ່ 65 ປີຂຶ້ນໄປ.