ລັດຖະບານລາວວາງເປົ້າໜາຍທ່ີ່ຈະດືງເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເກີນກວ່າ 2.7 ລ້ານຄົນ ແລະສ້າງລາຍຮັບໄດ້ເກີນກວ່າ 400 ລ້ານ ໃນປີທ່ອງທ່ຽວລາວ 2024 ທີ່ຈະມີກິດຈະການລະດັບຊາດຕະຫລອດປີ ຊື່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
Your browser doesn’t support HTML5
ເຊີນຟັງລາຍການເມືອງລາວໃນປັດຈຸບັນ
ນັກທຸລະກິດລາວໃນພາກບໍລິການ ແລະທ່ອງທ່ຽວໃຫ້ທັດສະນະວ່າ ການທີ່ກະ ຊວງຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວ ໄດ້ວາງເປົ້າໝາຍຈະດືງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເກີນກວ່າ 2.7 ລ້ານຄົນ ເພື່ອຈະສ້າງລາຍຮັບໃນພາກທຸລະກິິດບໍລິການ ໄດ້ຫລາຍກວ່າ 400 ລ້ານໂດລາສະຫະລັດ ໃນປີທ່ອງທ່ຽວລາວ 2024 ໃນນີ້ຄາດວ່າ ຈະເປັນນັກທ່ອງທ່ຽວຊາວຈີນຫລາຍກວ່າ 1 ລ້ານຄົນ ທີ່ສ່ວນໃຫຍ່ຈະເດີນທາງມາລາວ ໂດຍລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫລວງວຽງຈັນ ກັບເມືອງຄຸນໝີງ ໃນແຂວງຢຸນນານນັ້ນ ຊຶ່ງຖ້າຫາກພິຈາລະນາຈາກຄວາມສະດວກ ແລະຄວາມປອດໄພຂອງການເດີິນທາງລວມເຖິງສະພາບໂຕຈິງ ທີີ່ມີຊາວຈີນ ໃຊ້ບໍລິການລົດໄຟລາວ-ຈີນ ໂດຍສະເລ່ຍ 4,889 ຄົນໃນແຕ່ລະວັນນັ້ນ ຍອມເຮັດໃຫ້ມີຄວາມເປັນໄປໄດ້ສູງ ທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງເປັນຮູບປະທຳ.
ຍິງໄປກວ່ານັ້ນ ການລະບາດພະຍາດໄວຣັດໂຄວິດ-19 ໃນຕະຫລອດຊ່ວງປີ 2020-2022 ຊຶ່ງໄດ້ສົ່ງຜົົນກະທົບຕໍ່ພາກບໍລິການ ແລະທ່ອງທ່ຽວໃນລາວຢ່າງໜັກ ໂດຍເຮັດໃຫ້ບໍລິສັດທ່ອງທ່ຽວໄດ້ຢຸດກິດຈະການເກືອບທັງໝົດ ທັງຍັງໄດ້ເລີກຈ້າງແຮງງານເກືອບທັງໝົດດ້ວຍ ອັນເຮັດໃຫ້ການບໍລິການໃນລາວຕ້ອງປະເຊີນກັບບັນຫາຂາດແຄນ ບຸກຄະລາກອນຢ່າງຫລວງຫລາຍໃນໄລຍະຜ່ານມານັ້ນ ຫາກແຕ່ບັນຫາເຫລົ່ານີ້ກໍໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ສະພາວະ ທີ່ເກືອບຈະເປັນປົກກະຕິໃນທຸກໆດ້້ານແລ້ວໃນເວລານີ້ ຊຶ່ງກໍເຊັ່ນດຽວກັນກັບການຕຽມຄວາມພ້ອມໃນດ້ານການຈັດງານ ເທດສະການ ແລະກິດຈະກໍາຕ່າງໆທັງໃນລະດັບຊາດ ແລະໃນລະດັບແຂວງ ເພື່ອຕ້ອນຮັບນັກທ່ອງທ່ຽວ ໃນຕະຫລອດປີທ່ອງທ່ຽວລາວ 2024 ນັ້ນ ກໍໄດ້ມີການດຳເນີນງານຢ່າງຕັ້ງໜ້າ ດັ່ງທີ່ີທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວຖະແຫລງວ່າ:
“ທາງກະຊວງຖະແຫລງຂ່າວ ກໍໄດ້ມີການປະສານສົມທົບ ກັບທຸກພາກສ່ວນ ທັງສູນກາງ ແລະທ້ອງຖິ່ນເພື່ອຈັດກິດຈະການຕ່າງໆຂຶ້ນໃນປີ 2024 ຊຶ່ງຢູ່ໃນຫັ້ນກະໄດ້ແບ່ງອອກເປັນລະດັບຊາດ ພວກເຮົາກະເລືອກເອົາຢູ່ປະມານ 14 ກິດຈະກຳ ເຊັ່ນວ່າກິດຈະກຳເລື້ອງວັດພູຈຳປາສັກ ກິດຈະກຳງານຊ້າງ ກິດຈະກຳງານສີໂຄດຕະບອງ ກິດຈະກຳພະທາດຫລວງ ກິດຈະກຳບຸນປີໃໝ່ລາວ ແລະກິດຈະກຳອື່ນໆທີ່ເຫັນວ່າ ມັນເປັນລະດັບທີ່ໃຫຍ່ໆ ນອກຈາກນັ້ນກໍມີປະມານ 50-60 ກິດຈະ ການທີ່ເປັນຂອງທ້ອງຖິ່ນ ຄາດວ່ານັກທ່ອງທ່ຽວຈະເຂົ້າມາປະມານ 2.7 ລ້ານຄົນ ແລະລາຍຮັບກະປະມານ 400 ກວ່າລ້ານໂດລາສະຫະລັດ.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວຢືນຢັນວ່າ ລັດຖະບານລາວຈະເລັ່ງດຳເນີນການພັດທະນາທຸລະກິດ ບໍລິການ ແລະທ່ອງທ່ຽວໃຫ້ໄດ້ລະດັບມາດຕະການສາກົນໃຫ້ໄວທີ່ສຸດ ເພາະຄາດຫວັງວ່ານັກທ່ອງທ່ຽວຊາວຕ່າງຊາດ ຈະເດີນທາງມາລາວຫລາຍຂຶ້ນ ໂດຍສະເພາະພາຍ ຫລັງຈາກທີ່ສາມາດຄວບຄຸມການລະບາດພະຍາດໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວ ທັງຍັງເປີດການເດີນລົດໄຟໃດ້ຕະຫລອດເສັ້ນທາງ ຈາກນະຄອນວຽງຈັນໄປເມືອງ ຄຸນໝິງ ນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນມາແລ້ວນັ້ນຍອມຈະສົ່ງຜົນດີຕໍ່ປີທ່ອງທ່ຽວລາວ 2024 ອີກທັງຍັງເປັນປີທີ່ລັດຖະບານລາວເປັນປະທານກຸ່ມອາຊຽນ ຊຶ່ງ ຈະຕ້ອງຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ແລະກອງປະຊຸມລະດັບລັດຖະ ມົນຕີ ຮວມເຖິງກິດຈະການຕ່າງໆຕະຫລອດປີ 2024 ດ້ວຍແລ້ວ ຈຶ່ງຕ້ອງຕຽມພ້ອມໃນທຸກໆດ້ານ ທີ່ລວມເຖິງໂຮງແຮມ ຮ້ານອາຫານ ໂດຍສະເພາະແມ່ນໃນເຂດນະຄອນຫລວງວຽງຈັນນັ້ນ ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຢືນຢັນວ່າ:
“ນະຄອນຫລວງວຽງຈັນ ພວກເຮົາກະໄດ້ຖືກມອບໝາຍປະກອບເຂົ້າຢູ່ໃນອະນຸກຳມະການປັບປຸງໂຮງແຮມ ຮ້ານອາຫານ ໄຟຟ້າ ນໍ້າປະປາ ແລະເສັ້ນທາງຮວມທັງການປະດັບປະດາໂຕເມືອງ ການປັບປຸງໂຮງແຮມ ຮ້ານອາຫານ ສະຖານທີ່ທ່ອງທ່ຽວຕ່າງໆ ເລື້ອງສະຖານທີ່ພັກເຊົານີ້ ພວກເຮົາສາມາດຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາ ຖືວ່າໃນ 288 ແຫ່ງ ໂຮງແຮມຫັ້ນກະມີ 10 ປາຍພັນກວ່າຫ້ອງ ທີ່ວ່າມີເງື່ອນໄຂພ້ອມເນາະ ທີ່ຈະຮັບໃຊ້ແຂກທີ່ຈະເຂົ້າມາທ່ຽວ.”
ທັງນີ້ ໂດຍການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ສົ່ງຜົນກະທົບເຮັດໃຫ້ພາກທຸລະກິດບໍລິການແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາສະຫະລັດຕໍ່ປີ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດ ຈຳ ນວນຫລາຍຕ້ອງຂໍເລື່ອນການຊຳລະໜີ້ ໃຫ້ກັບທະນາຄານເປັນເວລາເຖິງ 3 ປີ ຕິດຕໍ່ກັນ ໃນນີ້ຮວມເຖິງໂຮງແຮມ ບ້ານພັກຫລາຍກວ່າ 3,000 ແຫ່ງກັບບໍລິສັດທ່ອງທ່ຽວເກີນກວ່າ 2,000 ລາຍ ແລະເຮັດໃຫ້ມີການເລີກຈ້າງແຮງງານໃນລາວຫລາຍກວ່າ 4 ແສນຄົນ ໃນໄລຍະຂອງການລະບາດພະຍາດໂຄວິດ-19 ດັ່ງ ກ່າວ.