ລັດຖະບານລາວ ຄາດໝາຍວ່າ ເສດຖະກິດຂອງລາວ ຈະຂະ
ຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5 ເປີເຊັນ
ໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ແລະ
ສັງຄົມ ປະຈຳສົກປີ 2015-2016 ຕາມລຳດັບ.
Your browser doesn’t support HTML5
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ຖະແຫລງວ່າ ແຜນການພັດທະນາເສດຖະກິດ ແລະ ສັງຄົມ ປະຈຳສົກປີ 2015-2016 ທີ່ໄດ້ຜ່ານການຮັບຮອງຂອງສະພາແຫ່ງຊາດລາວ ໃນກອງປະຊຸມສະໄໝສາມັນ ຄັ້ງງທີ 9 ເມື່ອເດືອນກໍລະກົດ ທີ່ຜ່ານມາ ໄດ້ວາງເປົ້າໝາຍການຂະຫຍາຍຕົວ ທາງເສດຖະກິດ ໄວ້ໃນອັດຕາສະເລ່ຍບໍ່ຫລຸດ 7.5 ເປີເຊັນ.
ທ່ານສົມດີ ບອກວ່າ ຖ້າຫາກການຈັດຕັ້ງປະຕິບັດເປັນໄປຕາມ
ເປົ້າໝາຍທີ່ວາງໄວ້ດັ່ງກ່າວ ກໍຈະເຮັດໃຫ້ ລວມຍອດຜະລິດຕະພັນ
ພາຍໃນ (GDP) ມີມູນຄ່າລວມເຖິງ 115,452 ຕື້ກີບ ຫຼືປະມານ
14,080 ລ້ານໂດລາ ແລະ ຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນ
ລາວທີ່ລະດັບ 16 ລ້ານ 7 ແສນ 4 ໝື່ນກີບ ຫຼື ປະມານ 2,040
ໂດລາ ຕໍ່ຄົນ ໃນປີ 2016 ແຕ່ການທີ່ຈະສາມາດບັນລຸເປົ້າໝາຍ
ດັ່ງກ່າວນີ້ໄດ້ນັ້ນ ກໍຈະຕ້ອງເຮັດໃຫ້ຂະແໜງກະສິກຳ ຂະຫຍາຍຕົວ
ເພີ້ມຂຶ້ນໃນອັດຕາສະເລ່ຍ 3.1 ເປີເຊັນ ອຸດສາຫະກຳ 8.7 ເປີເຊັນ
ບໍລິການ 9 ເປີເຊັນ ແລະ ພາສີຂາເຂົ້າ 8.1 ເປີເຊັນ.
ແຕ່ຢ່າງໃດກໍຕາມ ຄະນະຜູູ້ຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ເຊື່ອວ່າ
ເສດຖະກິດໃນລາວ ຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 7.3 ເປີເຊັນ ໃນປີ 2016 ໂດຍ
ເປັນຜົນຈາກປັດໄຈໃນຫຼາຍດ້ານ ເປັນຕົ້ນແມ່ນການທີ່ລາວເປັນສະມາຊິກ ໃນປະຊາຄົມ
ເສດຖະກິດອາຊຽນ ທີ່ຈະມີຜົນນັບແຕ່ ວັນທີ 31 ທັນວາ 2015 ນີ້ ເປັນຕົ້ນໄປ ຊຶ່ງຈະມີ
ສ່ວນຢ່າງສຳຄັນໃນການດຶງເອົາການລົງທຶນ ຈາກຕ່າງປະເທດໃຫ້ເຂົ້າມາໃນລາວ ຫຼາຍຂຶ້ນ ໂດຍໃນນີ້ ກໍລວມເຖິງພາກບໍລິການ ພາກການທ່ອງທ່ຽວ ແລະ
ພາກພະລັງງານ ທີ່ມີການສ້າງເຂື່ອນ ຜະລິດໄຟຟ້າຫຼາຍຂຶ້ນ ນັບມື້ອີກດ້ວຍ.
ກ່ອນໜ້ານີ້ ກະຊວງແຜນການ ແລະ ການລົງທຶນລາຍງານວ່າ
ໃນແຜນການປະຈຳປີ 2014-2015 ນີ້ ລັດຖະບານລາວ ໄດ້ວາງ
ເປົ້າໝາຍ ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ
ໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ການທີ່ຈະຮັບປະກັນໄດ້ ຢ່າງ
ຄັກແນ່ວ່າ ເສດຖະກິດຂອງລາວຈະຂະຫຍາຍຕົວໃນອັດຕາ
ດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງລະດົມການລົງທຶນໃຫ້ໄດ້
ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດວ່າ ຈະສາມາດປະກອບ
ສ່ວນ ດ້ວຍການລົງທຶນ ໃນພາກລັດຖະບານ ໄດ້ໃນມູນຄ່າລວມ
ພຽງ 3,300 ຕື້ກີບ ຫຼື ບໍ່ເຖິງ 10 ເປີເຊັນ ເທົ່ານັ້ນ ສ່ວນທີ່ເຫຼືອ ກໍຈະຕ້ອງລະດົມຈາກການ
ລົງທຶນຂອງເອກະຊົນລາວ ແລະ ຕ່າງຊາດ ໃຫ້ໄດ້ບໍ່ຕ່ຳກວ່າ 18,200 ຕື້ກີບ ລວມການຂໍ
ຄວາມຊ່ວຍເຫຼືອ ຈາກຕ່າງປະເທດ ແລະ ເພີ້ມວົງເງິນສິນເຊື່ອ ໃນປະເທດໃຫ້ໄດ້ເຖິງ
18,190 ຕື້ກີບອີກດ້ວຍ.
ສຳຫລັບໃນແຜນການປີ 2014-2015 ທີ່ຈະສິ້ນສຸດລົງ ໃນທ້າຍເດືອນກັນຍາ 2015 ນີ້ ລັດຖະບານລາວ ກໍໄດ້ວາງຄາດໝາຍການຂະຫຍາຍຕົວ ທາງເສດຖະກິດໄວ້ ໃນອັດຕາສະເລ່ຍ 7.5 ເປີເຊັນ ໂດຍມູນຄ່າ GDP ຈະສາມາດຖົວສະເລ່ຍ ເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 14 ລ້ານກວ່າກີບ ຫຼື 1,857 ໂດລາ ຕໍ່ຄົນຕໍ່ປີ ຊຶ່ງເພີ້ມຂຶ້ນ ຈາກລະດັບ 13 ລ້ານກວ່າກີບ ຫຼື 1,674 ໂດລາຕໍ່ຄົນ ໃນແຜນການປີ 2013-2014 ທີ່ຜ່ານມາ.
ການຈັດຕັ້ງປະຕິບັດດັ່ງກ່າວ ຢູ່ພາຍໃຕ້ແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 7 ໂດຍໃນລະຍະເຄິ່ງແຜນການ ທີ່ຜ່ານມາກໍປາກົດວ່າ ເສດຖະກິດລາວ ໄດ້ຂະຫຍາຍຕົວ ເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 8.2 ເປີເຊັນຕໍ່ປີ.
ທາງດ້ານທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກເຂດແຂວງຈຳປາສັກ
ໄດ້ໃຫ້ທັດສະນະວ່າ ການພັດທະນາ ໃນລະຍະທີ່ຜ່ານມາ ເຮັດໃຫ້ສະພາບຊີວິດການ
ເປັນຢູ່ ຂອງປະຊາຊົນລາວ ຢູ່ໃນເຂດຕົວເມືອງກັບເຂດຊົນນະບັດ ມີຄວາມແຕກໂຕນ
ກັນຫຼາຍຂຶ້ນນັບມື້ ດັ່ງທີ່ທ່ານໄດ້ໃຫ້ການອະທິບາຍວ່າ:
“ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດ ຫ່າງໄກສອກຫຼີກ ຖ້າທຽບໃສ່
ຢູ່ຕົວເມືອງ ເຫັນວ່າ ຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ ພວກ
ເຮົາເຫັນວ່າ ລູກຫຼານຂອງປະຊາຊົນ ທີ່ທຸກຍາກແມ່ນຂາດການສຶກສາຮ່ຳຮຽນ
ໝາຍຄວາມວ່າ ລູກຫຼານທີ່ຢູ່ໃນໄວອາຍຸໄດ້ຮ່ຳຮຽນ ກໍໄດ້ອອກຈາກໂຮງຮຽນ.”
ໂດຍຈະເຫັນໄດ້ຈາກເຂດນະຄອນຫຼວງວຽງຈັນ ທີ່ປະຊາຊົນມີລາຍໄດ້ສະເລ່ຍເຖິງ 27
ລ້ານກີບ ຫຼື 3,346 ໂດລາ ຕໍ່ຄົນ ແຕ່ປະຊາຊົນໃນແຂວງຜົ້ງສາລີ ກັບມີລາຍໄດ້ສະເລ່ຍ
6 ລ້ານກີບ ຫຼື 745 ໂດລາຕໍ່ຄົນເທົ່ານັ້ນ.