ລັດຖະບານລາວ ສາມາດຈັດສັນ ງົບປະມານ ສໍາລັບນໍາໃຊ້ໃນ
ການຟື້ນຟູ ສະພາບການ ພາຍຫຼັງຈາກ ໄພນໍ້າຖ້ວມໃຫຍ່ ໃນ
12 ແຂວງ ໄດ້ພຽງແຕ່ 100 ຕື້ກີບເທົ່ານັ້ນ ໃນແຜນການ ປີ
2013-2014 ນີ້.
ພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນ
ຕີວ່າການ ກະຊວງປ້ອງກັນປະເທດ ຖະແຫຼງວ່າ ລັດຖະບານ
ລາວໄດ້ມອບໝາຍໃຫ້ 4 ພາກສ່ວນເປັນຜູ້ຮັບຜິດຊອບ ແລະ
ປະສານງານກັນເຂົ້າໃນການຟື້ນຟູສະພາບການພາຍຫຼັງຈາກ
ໄພນໍ້າຖ້ວມໃຫຍ່ ທີ່ເກີດຂຶ້ນ ໃນ 12 ແຂວງ ຂອງລາວ ໃນປີ
2013 ທີ່ຜ່ານມາ.
ໂດຍສໍາລັບການດໍາເນີນງານ ໃນແຜນການ ປະຈໍາປີ 2013-
2014 ນີ້ ຄະນະລັດຖະບານລາວ ໄດ້ຈັດສັນ ງົບປະມານຄິດ
ເປັນມູນຄ່າລວມ 100 ຕື້ກີບ ຊຶ່ງແບ່ງເປັນ 60 ຕື້ກີບ ສໍາລັບ
ການສ້ອມແປງລະບົບພື້ນຖານໂຄງຮ່າງທີ່ເປ້ເພ ເຊັ່ນການສ້ອມແປງຖະໜົນຫົນ ທາງ ແລະລະບົບ ສາຍສົ່ງກະແສໄຟຟ້າ ເພື່ອໃຫ້ກັບຄືນມາໃຊ້ການໄດ້ຢ່າງເປັນປົກກະຕິ ໃຫ້ໄວທີ່ສຸດ ສ່ວນທີ່ເຫຼືອອີກ 30 ຕື້ກີ ແລະ 10 ຕື້ກີບນັ້ນ ຈະໃຊ້ໃນການສ້ອມແປງຄອງຊົນ ລະປະທານ ແລະການຈັດຫາເຄຶ່ອງອຸບປະໂພກ-ບໍລິໂພກ ໃຫ້ແກ່ປະຊາຊົນ ທີ່ປະສົບໄພນໍ້າຖ້ວມຕາມລໍາດັບ.
ສ່ວນ ກ່ຽວກັບພາກສ່ວນທີ່ຮັບຜິດຊອບນັ້ນ ກໍມີທະນາຄານແຫ່ງຊາດລາວ ທີ່ຈະຕ້ອງປະ ສານງານໄປເຖິງບັນດາ ທະນາຄານຕ່າງໆ ເພື່ອໃຫ້ການຜ່ອນຜັນໃນການຊໍາລະຄືນໜີ້ເງິນກູ້ໃຫ້ແກ່ ກະເສດຕະກອນ ທີ່ປະສົບໄພນໍ້າຖ້ວມ ລວມເຖິງການຈັດສັນ ເງິນກູ້ກ້ອນໃໝ່ເພື່ອໃຫ້ການຊຸກຍູ້ກະເສດຕະກອນ ໃນການປູກພືດ ແລະເຮັດນາ ໃນຊ່ວງລະດູແລ້ງອີກດ້ວຍ.
ນອກຈາກນີ້ ກໍມີອີກ 3 ພາກສ່ວນ ທີ່ໄດ້ຮັບການມອບໝາຍຈາກຄະນະລັດຖະບານລາວ ກໍຄື ກະຊວງການເງິນ ກະຊວງໂຍທາທິການແລະຂົນສົ່ງ ແລະກະຊວງແຜນການ ແລະການລົງທຶນ ດັ່ງທີ່ ພົນໂທດວງໃຈ ໄດ້ຖະແຫຼງຊີ້ແຈງວ່າ:
“ໃຫ້ກະຊວງໂຍທາທິການ ແລະຂົນສົ່ງ ຮັບຜິດຊອບຟື້ນຟູບັນດາໂຄງຮ່າງ ທີ່ຖືກເສຍຫາຍ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໃຫ້ກະຊວງແຜນການແລະການລົງທຶນເປັນໃຈກາງໃນການ ກໍາໜົດປະເມີນໂຄງການຟື້ນຟູຕົວຈິງ ກະຊວງ ການເງິນເປັນຜູ້ສະໜອງງົບປະມານຈໍານວນ 100 ຕື້ກີບ ໂດຍໃຫ້ຈ່າຍທັງໝົດເຂົ້າສົບງົບປະມານ 2013-2014.”
ກ່ອນໜ້ານີ້ ທ່ານທອງ ສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ຖະແຫຼງຍອມຮັບວ່າ ລາວໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງຫຼາຍຂຶ້ນທຸກປີ ໂດຍສໍາລັບໄພນໍ້າຖ້ວມໃນປີ 2013 ທີ່ເລີ່ມຈາກເຂດພາກເໜືອຕໍ່ເນື່ອງມາພາກກາງ ແລະລົງໄປພາກໃຕ້ນັ້ນ ກໍເຮັດໃຫ້ຕ້ອງໃຊ້ຈ່າຍງົບປະມານ ຫຼາຍກວ່າ 700 ຕື້ກີບ ສໍາລັບການບູລະນະຟື້ນຟູສະພາບການຕ່າງໆ ໃຫ້ກັບຄືນສູ່ສະພາວະທີ່ເປັນປົກກະຕິ ເພາະວ່າການທີ່ມີຝົນຕົກລົງມາຢ່າງຫຼວງຫຼາຍໄດ້ເຮັດໃຫ້ເກີດໄພນໍ້າຖ້ວມຢ່າງກວ້າງຂວາງ ໃນ 12 ແຂວງ.
ຕົວຢ່າງກໍຄືນໍ້າຖ້ວມໃນເຂດທັງ 10 ເມືອງຂອງແຂວງຈໍາປາສັກ ໄດ້ສົ່ງຜົນກະທົບ ຕໍ່ຊີ ວິດການເປັນຢູ່ຂອງປະຊາຊົນຫຼາຍກວ່າ 134,000 ຄົນ ໃນເຂດ 318 ບ້ານ ທັງກໍຍັງເຮັດໃຫ້ນາເຂົ້າເສຍຫາຍໄປຄິດເນື້ອທີ່ກວ້າງ ກວ່າ 15,000 ເຮັກຕ້າ ສັດລ້ຽງຕາຍໄປຫຼາຍພັນຕົວ ແລະຖະໜົນເປ້ເພ ໄປເຖິງ 50 ເສັ້ນທາງ.
ສ່ວນຢູ່ເຂດແຂວງສາລະວັນນັ້ນ ທັງ 8 ເມືອງຂອງແຂວງຕ່າງກໍຕ້ອງປະເຊີນກັບໄພນໍ້າຖ້ວມ ຢ່າງໜັກໜ່ວງເຊັ່ນດຽວກັນ ໂດຍສະເພາະແມ່ນເມືອງຄົງເຊໂດນນັ້ນ ກໍມີປະຊາ ຊົນໄດ້ຮັບຜົນກະທົບເຖິງ 9,596 ຄອບຄົວໃນເຂດ 79 ບ້ານ ແລະພື້ນທີ່ການກະເສດເສຍຫາຍໄປກວ້າງກວ່າ 12,500 ເຮັກຕ້າ ຈຶ່ງນັບເປັນອີກເຂດນຶ່ງທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ.
ສໍາລັບຢູ່ແຂວງເຊກອງນັ້ນ ກໍມີເມືອງກະລຶມ ເມືອງທ່າແຕງ ແລະເມືອງລະມາມ ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ໂດຍມີປະຊາຊົນຫຼາຍກວ່າ 2,200 ຄອບຄົວ ຫຼືໝື່ນກວ່າຄົນ ໃນ 60 ກວ່າບ້ານ ທີ່ໄດ້ຮັບຜົນກະທົບແລະພື້ນທີ່ການກະເສດເສຍຫາຍໄປຢ່າງສິ້ນເຊີງ ກວ້າງກວ່າ 2,500 ເຮັກຕ້າ ພ້ອມດ້ວຍບໍ່ລ້ຽງປາ 45 ແຫ່ງ ແລະຖະໜົນ 30 ເສັ້ນ ຄິດເປັນລະຍະທາງ ຍາວກວ່າ 450 ກິໂລແມັດ ທີ່ຈະຕ້ອງສ້ອມແປງຢ່າງຮີບດ່ວນ.
ສ່ວນຢູ່ແຂວງອັດຕະປືນັ້ນ ກໍມີເມືອງໄຊເສດຖາ ເມືອງສະໜາມໄຊ ແລະເມືອງສາມັກຄີໄຊ ທີ່ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ແລະແຂວງອຸດົມໄຊ ກໍໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກ ໂດຍມີຜູ້ເສຍຊີວິດໄປເຖິງ 16 ຄົນອີກດ້ວຍ.
ໂດຍສະລຸບ ກໍຄືໄພນໍ້າຖ້ວມໃນປີ 2013 ເຮັດໃຫ້ເກີດ ການເສຍຫາຍ ໄປຫຼາຍກວ່າ 2,240 ຕື້ກີບ ທີ່ເກີດຂຶ້ນໃນ 1,159 ບ້ານ ໃນເຂດ 62 ເມືອງ ທີ່ຕັ້ງຢູ່ໃນເຂດ 12 ແຂວງທົ່ວປະເທດລາວ

Your browser doesn’t support HTML5