ລັດຖະບານລາວ ຈະສ້າງຕັ້ງຄັງສະສົມໂລຫະຄຳແຫ່ງຊາດໃນປີ 2030

  • ຊົງຣິດ ໂພນເງິນ

ປະທານປະເທດລາວ ທ່ານ ທອງລຸນ ສິສຸລິດ ເດີນທາງໄປຮອດສະໜາມບິນສາກົນ ຄາຊານ (Kazan) ເພື່ອຮ່ວມກອງປະຊຸມສຸດຍອດ BRICS ໃນນະຄອນຄາຊານ, ປະເທດຣັດເຊຍ, ວັນທີ 22 ຕຸລາ 2024. (Kirill Zykov/Photo host brics-russia2024.ru via AP)

Your browser doesn’t support HTML5

ລັດຖະບານລາວຈະສ້າງຕັ້ງຄັງສະສົມໂລຫະຄຳແຫ່ງຊາດໃນປີ 2030

ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຖະ​ແຫຼ​ງວ່າ ແຜນ​ການຍຸດ​ທະ​ສາດ​ແຫ່ງ​ຊາດວ່າດ້ວຍການ​ພັດທະນາທາງດ້ານ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ໄດ້​ກຳນົດ​ຢ່າງ​ຄັກແນ່​ວ່າ ​ລັດຖະບານ​ລາວ​ຈະຕ້ອງດຳເນິນການ​ສ້າງ​ຕັ້ງ​ຄັງ​ສະສົມ​ໂລ​ຫະຄຳ​ແຫ່ງ​ຊາດໃຫ້ໄດ້​ຢ່າງ​ແທ້​ຈິງພາຍໃນ​ປີ 2030 ໂດຍມີເປົ້າໝາຍເພື່ອເປັນການຄໍ້າປະກັນຢ່າງໜັກແໜ້ນຕໍ່ລະດັບຄວາມເຊື່ອຖືໃນດ້ານການເງິນ ແລະງົບປະມານ ລາຍຮັບ-ລາຍຈ່າຍ ຂອງລັດຖະບານລາວໃນສາຍຕາຂອງນານາຊາດ ແລະສະຖາບັນການເງິນສາກົນທີ່ມີບົດບາດຢ່າງສຳຄັນໃນການສະໜັບສະໜູນເງິນທຶນກູ້ຢືມໃຫ້ແກ່ລັດຖະບານລາວ ທັງ​ໃນ​ປັດ​ຈຸ​ບັນ ​ແລະ​ ໃນ​ໄລຍະຕໍ່ໄປ ໂດຍຄັງ​ສະສົມ​ໂລຫະ​ຄຳແຫ່ງຊາດ​ດັ່ງກ່າວ ​ຈະ​ໄດ້​ມາ​ຈາກ​ການ​ເກັບ​ຄ່າ​ສໍາ​ປະທານ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຄໍາໃນ​ອັດຕາ 50 ເປີເຊັນຂອງ​ມູນ​ຄ່າ​ຊັບພະຍາກອນ​ແຮ່​ຄໍາ, ແລະພ້ອມກັນນີ້ ລັດຖະບານລາວກໍຍັງຈະສົ່ງເສີມການລົງທຶນກໍ່ສ້າງໂຮງງານເພື່ອແຍກໂລຫະປະສົມໃຫ້ເປັນທາດດ່ຽວໃຫ້ໄດ້ອີກດ້ວຍ, ດັ່ງທີ່ ທ່ານ ໂພໄຊ ໄດ້ຖະແຫຼງຢືນຢັນວ່າ:

“ສັ່ງເສິມໃຫ້ມີການສ້າງຄັງສະສົມໂລຫະຄຳແຫ່ງຊາດດ້ວຍການຫັກ 50 ສ່ວນຮ້ອຍຂອງຄ່າຊັບພະຍາກອນແຮ່ຄຳ ເພື່ອເປັນການຄໍ້າປະກັນໃຫ້ແກ່ລັດຖະບານ ດ້ອມທັງສືບຕໍ່ໃຫ້ການຊຸກຍູ້ ສົ່ງເສິມໃຫ້ຍົກລະດັບໂຮງງານປຸງແຕ່ງແຮ່ທາດ ໃຫ້ສາມາດແຍກໂລຫະປະສົມອອກເປັນທາດດ່ຽວໃນທຸກໂຄງການໃຫ້ສຳເລັດບໍ່ເກີນພາຍໃນປີ 2030 ເພື່ອຈຳໜ່າຍພາຍໃນ ແລະສົ່ງອອກຕ່າງປະເທດ, ທັ້ງນີ້ ເພື່ອຈໍາກັດການນໍາເຂົ້າຈາກຕ່າງປະເທດ."

ສ່ວນນັກຊ່ຽວຊານດ້ານການເງິນໃນອາຊຽນເປີດເຜີຍວ່າ ​ປະລິມານຄຳສຳຮອງຂອງລັດຖະບານລາວໃນປັດຈຸບັນມີທັງໝົດ 880 ກິໂລກຣາມ, ມີມູນຄ່າປະມານ 56.4 ລ້ານໂດລາ, ເຊິ່ງຖືກຈັດຢູ່ໃນອັນດັບສຸດທ້າຍຂອງ 10 ປະເທດສະມາຊິກອາຊຽນ. ໂດຍລັດຖະບານ​ໄທ​ມີ​ປະລິມານ​ຄຳ​ສຳຮອງ​ສູງ​ສຸດ​ແມ່ນ 235 ​ໂຕນ, ​ຄິດເປັນ​ມູນ​ຄ່າ 15,157.5 ລ້ານ​ໂດ​ລາ, ຮອງ​ລົງ​ມາກໍ​ແມ່ນ ​ສິງກະ​ໂປ 229 ​ໂຕນ ຫຼື 14,770.5 ລ້ານ​ໂດ​ລາ​ສະຫະລັດ ແລະ ຟີ​ລິບ​ປິນ 146 ​ໂຕນ ຫຼື 9,417 ລ້ານ​ໂດ​ລາ, ສ່ວນ ອິນ​ໂດ​ເນ​ເຊຍ ນັ້ນ​ມີ​ຄຳ​ສຳຮອງ 78.57 ​ໂຕນ, ກຳປູ​ເຈຍ 41.85 ​ໂຕນ, ມາ​ເລ​ເຊຍ 38.88 ​ໂຕນ, ຫວຽດນາມ 10.51 ​ໂຕນ, ມຽນມາ 7.27 ​ໂຕນ, ​ແລະ ປະເທດບຣູ​ໄນ 4.53 ​ໂຕນ, ​ເຊິ່ງຕະຫຼາດ​ໂລກ​ປັດຈຸ​ບັນ​ ລາຄາ​ສະ​ເລ່ຍຂອງຄໍາແມ່ນ 64.5 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ໂຕນ.

ແນວໃດກໍ່ຕາມ, ສ ປ ປ ລາວ ​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ຄຳ​ໄປ​ຕ່າງປະ​ເທດ​ມີ​ມູນ​ຄ່າ​ສະ​ເລ່ຍ​ຮອດ 800 ລ້ານ​ໂດ​ລາຕໍ່​ປີ, ເຊິ່ງໃນ 7 ​ເດືອນ​ຕົ້ນ​ປີ 2024 ​ໄດ້​ສົ່ງ​ອອກຄຳ​ໄປ​ຕ່າງປະ​ເທດຄິດ​ເປັນ​ມູນ​ຄ່າ​ລວມ 401 ລ້ານ​ໂດ​ລາ, ຄາດ​ວ່າ​ຕະຫຼອດ​ປີ 2024 ​ຈະ​ສາມາດ​ສົ່ງ​ອອກຄຳ​ໄປ​ຕ່າງປະ​ເທດ​ໄດ້​ຫຼາຍ​ກວ່າ 800 ລ້ານ​ໂດລາເຊັ່ນດຽວກັນ ​ທັງຍັງ​ໄດ້​ວາງ​ເປົ້າ​ໝາຍ​ເພີ້ມ​ປະລິມານ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ໂດຍ​ການ​ເກັບ​ລາຍ​ຮັບ​ຈາກ​ພາສີ​ອາກອນ ​ແລະນຳ​ການ​ຄ້າ​ນອກລະບົບໃຫ້​ເຂົ້າ​ສູ່ລະບົບໃຫ້ໄດ້ຢ່າງມີປະສິດທິຜົນ ດັ່ງເຈົ້າໜ້າທີ່ກະຊວງການເງິນ ໄດ້ຢືນຢັນວ່າ:

“ໃຫ້ທະນາຄານແຫ່ງ ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດແຜນວຽກງານຈຸດສຸມ ໂດຍສະເພາະການແກ້ໄຂບັນຫາເງິນເຟີ້ ການຄຸ້ມຄອງອັດຕາແລກປ່ຽນແລະ​ລາຄາ​ສິນຄ້າ​ໃນນີ້ ສຸມໃສ່​ການສະກັດ​ກັ້ນ​ການ​ຄ້າ​ນອກລະບບແລະ​ການ​ຄ້າ​ຊາຍ​ແດນ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ຊູກຍູ້ການນໍາ​ເຂົ້າ​-ສົ່ງ​ອອກ​ໃຫ້ຈົດທະບຽນ ແລະຊໍາ​ລະສະສາງ​ຜ່ານລະບົບທະນາຄານ, ຊູກຍູ້ການໃຊ້ເງິນກີບທົ່ວສັງຄົມ ແລະເດັດຂາດບໍ່ໃຫ້ຮັບເງິນຕາ, ດຶງເງິນນອກລະບົບເຂົ້າສູ່ລະບົບ ເພື່ອເພີ້ມ​ຄັງ​ສໍາ​ຮອງ."

ສ່ວນເຈົ້າໜ້າທີ່ໃນຄະນະກວດກາຂອງສະພາແຫ່ງຊາດລາວໃຫ້ທັດສະນະວ່າ ມັນເປັນການຍາກທີ່ສຸດທີ່ລັດຖະບານລາວ ຈະສາມາດດໍາເນີນງານເພື່ອບັນລຸເປົ້າໝາຍດັ່ງກ່າວ ເພາະວ່າ ຈາກການກວດກາບັນດາໂຄງການຂຸດຄົ້ນແຮ່ທາດໃນໄລຍະທີ່ຜ່ານມາພົບວ່າມີບັນຫາໃນ 8 ດ້ານດ້ວຍກັນທີ່ເປັນອຸປະສັກຕໍ່ການພັດທະນາອຸດສາຫະກຳການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຂອງລາວ ກໍຄື: ພາລະບົດບາດບໍ່ໄດ້ກຳນົດຢ່າງຈະແຈ້ງ ການຄຸ້ມຄອງບໍ່ຊັດເຈນ ການບັງຄັບໃຊ້ກົດໝາຍບໍ່ເຂັ້ມງວດ ການຈັດເກັບລາຍໄດ້ບໍ່ມີຄວາມເປັນເອກະພາບ, ລັດຖະບານບໍ່ມີງົບປະມານໃນການສຳຫຼວດຫາແຫລ່ງຊັບພະຍາກອນແຮ່ທາດ ການບອລິຫານບໍ່ລວມສູນ ການອະນຸມັດສໍາປະທານບໍ່ໂປ່ງໃສ. ປະຊາຊົນບໍ່ມີສ່ວນຮ່ວມເພາະວ່າບໍ່ໄດ້ຮັບຜົນປະໂຫຍດ ແລະບໍ່ມີການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດຢ່າງໄດ້ມາດຕະຖານສາກນ ດັງນັ້ນ ຈຶ່ງໄດ້ສົ່ງຜົນກະທົບຕໍ່ສັງຄົມລາວຢ່າງກວ້າງຂວາງແລະຮຸນແຮງຂື້ນນັບມື້ນັ່ນເອງ