ລັດຖະບານລາວ ຂາດງົບປະມານ ທີ່ຈະໃຫ້ເງິນອຸດໜູນຄ່າຄອງຊີບເພີ້ມ ແກ່ພະນັກງານລັດຖະກອນໃນທົ່ວປະເທດ

  • ຊົງຣິດ ໂພນເງິນ

Lao Government Officers Attending 3rd Ordinary Session of National Assembly

ລັດຖະບານລາວ ຍັງບໍ່ມີງົບປະມານ ທີ່ຈະໃຫ້ເງິນອຸດໜູນຄ່າຄອງຊີບເພີ້ມແກ່ ພະນັກງານລັດຖະກອນໃນທົ່ວປະເທດ. ທັງນີ້ ກໍຍ້ອນວ່າ ການເກັບລາຍຮັບເຂົ້າງົບ ປະມານໄດ້ຕໍ່າກວ່າຄາດໝາຍ.

ເຈົ້າໜ້າທີ່ກະຊວງການເງິນ ເປີດເຜີຍວ່າ ການທີ່ລັດຖະບານລາວ ໄດ້ເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ແກ່ພະນັກງານລັດຖະກອນທັງໝົດ ໃນອັດຕາ 150,000 ກີບຕໍ່ເດືອນ ນັບແຕ່ເດືອນມັງກອນ 2024 ເປັນຕົ້ນໄປ ເຮັດໃຫ້ລັດຖະບານມີລາຍຈ່າຍເພີ່ມຂຶ້ນ 30 ກວ່າກີບຕໍ່ເດືອນ ແຕ່ເນື່ອງຈາກວ່າ ເງິນກີບຍັງສືບຕໍ່ອ່ອນຄ່າລົງ ໃນຂະນະດຽວກັນ, ອັດຕາເງິນເຟີ້ແມ່ນສູງກວ່າ 24 ເປີເຊັນ ແລະດັດຊະນີລາຄາການບໍລິໂພກຍັງສູງກວ່າ 242 ເປີເຊັນ, ດັ່ງນັ້ນ ການເພີ່ມເງິນອຸດໜູນດັ່ງກ່າວ ມັນບໍ່ພຽງພໍສໍາລັບການດໍາລົງຊີວິດທີ່ແທ້ຈິງຂອງພະນັກງານລັດ ໃນປັດຈຸບັນ. ສະນັ້ນ ຈຶ່ງຈະຕ້ອງ​ເພີ່ມ​ເງິນ​ອຸດ​ໜູນຂື້ນອີກ​ໃຫ້​ໄວທີ່​ສຸດ ແຕ່ບັນຫາຄືລັດຖະບານບໍ່ມີງົບປະມານສໍາລັບການເພີ່ມດັ່ງກ່າວ. ເນື່ອງຈາກວ່າ ການເກັບລາຍຮັບເຂົ້າງົບປະມານໃນໄລຍະທີ່ຜ່ານມາຍັງບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ວາງໄວ້.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງບໍ່​ພຽງ​ແຕ່ຈະເຮັດໃຫ້​ລັດຖະບານ​ຕ້ອງ​ເລື່ອນ​ແຜນ ການ​ເພີ່ມ​ເງິນ​ອຸດ​ໜູນ​ດັ່ງກ່າວ​ຢ່າງ​ບໍ່​ມີກຳນົດເທົ່ານັ້ນ ຫາກແຕ່ຍັງຕ້ອງໄດ້ເລື່ອນແຜນການຫລຸດຜ່ອນບັນຫາການຂາດທືນຂອງ ລັດວິສາຫະກິດໄຟຟ້າລາວ (EDL) ດ້ວຍການເພີ່ມອັດຕາຄ່າໄຟຟ້າໃຫ້ສອດຄ່ອງກັບຕົ້ນທຶນຕົວຈິງ ໂດຍການຕົກລົງ​ດັ່ງ ກ່າວ​ໄດ້​ມີ​ຂຶ້ນ​ໃນ​ໂອກາດກອງ​ປະຊຸມລັດຖະບານລາວ ໃນທ້າຍເດືອນສິງຫານີ້, ດັ່ງທີ່ ທ່ານ ສອນໄຊ ສິດພະໄຊ ໂຄສົກລັດຖະບານລາວ ຖະແຫລງວ່າ

“ສຳລັບ​ຂໍ້​ສະ​ເໜີ​ຂໍ​ອະນຸມັດ​ເພີ່ມ​ເງິນ​ອຸດໜູນ​ຄ່າ​ຄອງ​ຊີບ​ໃຫ້​ພະນັກງານ​ ໃນ​ຂະ​ແໜງ​ທຸລະ​ກິດ. ກອງ​ປະຊຸມ​ແມ່ນ​ເຫັນ​ດີ​ດ້ານຫລັກການ ​ແລະ ມອບ​ໃຫ້​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນວ່າ ນະໂຍບາຍດັ່ງກ່າວສາມາດຈັດຕັ້ງປະຕິບັດໄດ້ ສຳລັບໂຄງສ້າງລາຄາໄຟຟ້າໃໝ່ ໄລຍະ 2024-2028 ກອງ​ປະຊຸມ​ໄດ້​ຊີ້​ນຳ​ໃຫ້ ກະຊວງ​ພະລັງງານແລະ​ບໍ່​ແຮ່ ຄົ້ນຄວ້າ​ວິທີ​ການ​ກຳນົດ​ໂຄງ​ປະກອບ​ລາຄາ​ໄຟຟ້າທີ່​ເຫມາະ​ສົມ​ກັບ​ສະ​ພາບ​ການຈິງ​ຂອງ​ເສດຖະກິດ ​ແລະ ສັງຄົມ.”

ສ່ວນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບຂອງລັດຖະບານລາວບໍ່ບັນລຸຕາມເປົ້າໝາຍທີ່ວາງໄວ້. ແມ່ນການສໍ້ລາດບັງຫຼວງຂອງພະນັກງານລັດທີ່ກ່ຽວຂ້ອງກັບການເກັບລາຍຮັບຈາກພາສີອາກອນ ແລະຄ່າສໍາປະທານຕ່າງໆ ລວມທັງລາຍຮັບຄ່າເຊົ່າທີ່ດິນ ແລະຊັບສິນຂອງລັດດ້ວຍ ດັ່ງທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີວ່າການກະຊວງການເງິນ ໄດ້ຖະ​ແຫຼງຢືນ​ຢັນ​ວ່າ​

“ການ​ປ່ຽນ​ແປງ​ຂອງສະພາບ​ເສດຖະກິດ​ໂລກ ນັບມື້ນັບມີສິ່ງທີ່ທ້າທາຍຫຼາຍຢ່າງຕໍ່ການເກັບລາຍຮັບ. ອະນຸຍາດໃຫ້ເຊົ່າທີ່ດິນ ແລະສິ່ງກໍ່ສ້າງຂອງລັດຖະບານ ຍັງ​ບໍ່​ທັນ​ລວມສູນ​ຕາມ​ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ຂອງ​ລັດ. ເປັນຕ້ນແມ່ນ ບັນດາກະຊວງ, ທັງຫ້ອງການບໍລິຫານຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງອະນຸຍາດໃຫ້ເຊັນສັນຍາດ້ວຍຕົນເອງ ແລະການເກັບລາຍຮັບຄ່າເຊົ່າ ບໍ່​ມອບລາຍຮັບລວມສູນ​ເຂົ້າງົບ​ປະ​ມານ​ໂດຍກງ ຍັງ​ມີ​ການ​ນໍາ​ໃຊ້​ເງິນດັ່ງ​ກ່າວ​ນອກ​ແຜນ​ງົບ​ປະ​ມານ.”

ໂດຍອັດຕາສ່ວນຂອງຈໍານວນພະນັກງານລັດຕໍ່ປະຊາກອນລາວໃນປະຈຸບັນນີ້ ຍູ່ທີ່ອັດຕາ​ສູງ​ກວ່າ 2.4 ເປີເຊັນ, ​ເຊິ່ງເປັນອັດຕາ​ສ່ວນ​ທີ່​ສູງ​ສຸດ​ໃນ​ອາ​ຊຽນ. ທັງ​ຍັງເຮັດ​ໃຫ້ຕ້ອງ​ນຳ​ໃຊ້​ງົບປະມານສຳຫລັບ​ເງິນ​ເດືອນ ​ແລະ ​ເງິນ​ນະ​ໂຍບາຍ​ໃຫ້​ແກ່ພະນັກງານ​ລັດຖະກອນ​ໃນ​ອັດຕາ​ສ່ວນ​ເກີນກວ່າ 48 ເປີເຊັນ ຂອງງົບປະມານ​ທັງ​ໝົດ​ຂອງ​ລັດຖະບານ​ລາວ​ໃນ​ແຕ່ລະ​ປີ. ທັງຍັງມີທ່າອ່ຽງເພີ່ມຂຶ້ນທຸກປີດ້ວຍນັ້ນ, ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງໄດ້ຈຳກັດໂຄຕ້າການບັນຈຸພະນັກງານໃໝ່ໃຫ້ໜ້ອຍລົງ ພາຍໃຕ້ເປົ້າໝາຍການຫຼຸດອັດຕາສ່ວນຂອງພະນັກງານລັດຖະກອນຕໍ່ປະຊາກອນລາວລົງເປັນ 2.2 ເປີເຊັນ ໃນປີ 2025 ແຕ່ເມື່ອເກີດວິກິດເສດຖະກິດແຕ່ປີ 2021 ເປັນຕົ້ນໄປ ພະນັກງານລັດຖະກອນທີ່ມີຄວາມຮູ້-ຄວາມສາມາດອັນແທ້ຈິງ ໄດ້ພາກັນລາອອກໄປຈາກພາກ​ລັດເປັນຈຳນວນຫລາຍ ຈຶ່ງເຮັດໃຫ້ເກີດການຂາດແຄນບຸກຄະລາກອນໄປແລ້ວໃນເວລານີ້.

ທັງນີ້ ລັດຖະບານ​ລາວ​ໄດ້​ກຳນົດ​ໂຄ​ຕ້າ​ລັດຖະກອນ​ໃໝ່​ບໍ່​ເກີນ 800 ຄົນ​ ໃນ​ປີ 2024 ໃນນີ້ ເປັນໂຄ​ຕ້າຂອງກະຊວງສຶກສາທິການ 340 ຄົນ ຈືງເຮັດໃຫ້ໂຮງຮຽນ 12,744 ແຫ່ງໃນຊົນນະບົດຍັງຂາດຄູສອນຫຼາຍກວ່າ 25,000 ຄົນ, ໃນຂະນະທີ່ໂຮງຮຽນຢູ່ໃນຕົວເມືອງມີຄູເກີນຫຼາຍກວ່າ 10,000 ຄົນ.