ລັດຖະບານລາວ ວາງແຜນຈະຈັດເກັບລາຍຮັບ ໃນປີ 2024 ໃຫ້ໄດ້ ເພີ້ມຂຶ້ນ 29 ເປີເຊັນ ແລະຕ້ອງກູ້ຢືມຈາກຕ່າງປະເທດຕື່ມອີກ

  • ຊົງຣິດ ໂພນເງິນ

ເງິນກີບລາວ ໃບນຶ່ງແສນກີບ

ລັດຖະບານລາວ ວາງແຜນການຈະຈັດເກັບລາຍຮັບ ໃນປີ 2024 ໃຫ້ໄດ້ ເພີ້ມຂຶ້ນ 29 ເປີເຊັນ ທຽບໃສ່ປີ 2023 ທັງຍັງຈະຕ້ອງກູ້ຢືມເງິນຈາກຕ່າງປະເທດຫຼາຍຂຶ້ນ ເພື່ອດຸ່ນດ່ຽງການຂາດແຄນເງິນຕາ ທີ່ເພີ້ມຂຶ້ນນັບມື້.

Your browser doesn’t support HTML5

ລັດຖະບານລາວ ວາງແຜນຈະຈັດເກັບລາຍຮັບ ໃນປີ 2024 ໃຫ້ໄດ້ ເພີ້ມຂຶ້ນ 29 ເປີເຊັນ ແລະຕ້ອງກູ້ຢືມຈາກຕ່າງປະເທດຕື່ມອີກ

ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຖະແຫລງຢືນຢັນວ່າ ລັດຖະບານໄດ້ວາງຄາດໝາຍການຈັດເກັບລາຍຮັບເຂົ້າແຜນການງົບປະມານປະຈຳປີ 20224 ນີ້ ໃຫ້ໄດ້ໃນມູນຄ່າລວມ 49,737 ຕື້ກີບ ຫຼືເທົ່າກັບ 16.93 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ປີ 2024 ແລະເພີ້ມຂຶ້ນ 29 ເປີເຊັນ ທຽບໃສ່ແຜນການປີ 2023 ພ້ອມກັນນີ້ ກໍຈະຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າ 58,294 ຕື້ກີບ ຫຼືເທົ່າກັບ 19.84 ເປີເຊັນຂອງ GDP ແລະດຶງເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ໄດ້ຫຼາຍກວ່າ 5,023 ຕື້ກີບ ເພື່ອຄວບຄຸມການຂາດດຸນດ້ານງົບປະມານໃຫ້ຢູ່ໃນສັດສ່ວນບໍ່ເກີນ 2.91 ເປີເຊັນຂອງ GDP ໝາຍຄວາມວ່າ ລັດຖະບານ ຈະຕ້ອງຈັດເກັບລາຍຮັບພາຍໃນໃຫ້ໄດ້ເຖິງ 15.22 ເປີເຊັນຂອງ GDP ນັ້ນເອງ ດັ່ງທີ່ທານສັນຕິພາບ ໄດ້ຢຶນຢັນວ່າ:

“ແຜນງົບປະມານ ຂອງປີ 2024 ນີ້ ກະແມ່ນສູ້ຊົນເກັບລາຍຮັບໃຫ້ໄດ້ 49,737 ຕື້ກີບ ຖືວ່າ ເພີ້ມຂຶ້ນ 29 ເປີເຊັນ ເທົ່າກັບ 16.93 ເປີເຊັນຂອງ GDP ສະເພາະລາຍຮັບພາຍໃນນີ້ ກໍແມ່ນຈະເພີ້ມຂຶ້ນ 30 ເປີເຊັນ ເທົ່າກັບ 15.22 ເປີເຊັນຂອງ GDP ແລະຄາດໝາຍເພດານລວມຍອດລາຍຈ່າຍງົບປະມານແຫ່ງລັດ ແມ່ນຢູ່ໃນ 58,294 ຕື້ກີບ ເທົ່າກັບ 19.84 ເປີເຊັນຂອງ GDP ໃນນີ້ ລາຍຈ່າຍປົກກະຕິແມ່ນຢູ່ໃນ 20,000 ຕື້ກີບ.”

ຍິ່ງໄປກວ່ານັ້ນ ລັດຖະບານລາວ ຍັງໄດ້ວາງເປົ້າໝາຍດ້ານການເງິນແຫ່ງຊາດໃນປີ 2024 ໂດຍຈະຄວບຄຸມສະພາວະເງິນເຟີ້ໃຫ້ລົວມາຢູ່ທີ່ອັດຕາສະເລ່ຍຕ່ຳກວ່າ 9 ເປີເຊັນ ໃຫ້ໄດ້ພາຍໃນທ້າຍປີ 2024 ດ້ວຍການຄຸ້ມຄອງປະລິມານເງິນໃນລະບົບເສດຖະກິດໃຫ້ຂະຫຍາຍຕົວ ໃນລະດັບປານກາງ ແລະຈະດຶງເອົາເງິນຕາທີ່ຈະໄດ້ຈາກການສົ່ງອອກສິນຄ້າໄປຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານພາຍໃນປະເທດໃຫ້ໄດ້ຫຼາຍຂຶ້ນ ແລະໃຫ້ມີມູນຄ່າເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ເຖິງ 5 ເດືອນ ຊຶ່ງຈະສົ່ງຜົນດີຕໍ່ສະຖຽນລະພາບຂອງຄ່າເງິນກີບດ້ວຍນັ້ນ ແຕ່ໃນຂະນະດຽວກັນ ລັດຖະບານລາວ ກໍຈະຕ້ອງກູ້ຢືມເງິນຈາກຕ່າງປະເທດເພີ້ມຂຶ້ນອີກ ເພື່ອດຸ່ນດ່ຽງການຂາດດຸນທາງດ້ານການຊຳລະບັນຊີເງິນຕາ ແລະຕອບສະໜອງເງິນຕາໃຫ້ພຽງພໍກັບຄວາມຕ້ອງການຕົວຈິງ ດັ່ງທີ່ ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດ ຢືນຢັນວ່າ:

“ດຸນຊຳລະປົກກະຕິ ພວກເຮົາກະແມ່ນຂາດດຸນຕະຫຼອດ ໝາຍຄວາມວ່າ ປະເທດເຮົາຊົມໃຊ້ຫຼາຍກວ່າການສົ່ງອອກ ແລະການຂາຍ ແຕ່ຜ່ານມານີ້ ພວກເຮົາມີອີກດຸນນຶ່ງທີ່ເປັນດຸນສຳຄັນ ຄືດຸນການເງິນ ທີ່ມັນມາເປັນ ຜູ້ສະໜອງແຫລ່ງເງິນຕາຕ່າງປະເທດໃຫ້ແກ່ການຂາດດຸນປົກກະຕິຂອງພວກເຮົາ ດຸນການເງິນໄດ້ມາຈາກການລົງທຶນໂດຍກົງຂອງຕ່າງປະເທດ ໄດ້ມາຈາກການກູ້ຢືມຂອງລັດຖະບານ ແລະຂອງພາກເອກະຊົນ ຈັ່ງຊັ້ນຢູ່ໃນຊຸມປີ 2010 ປາຍ ພວກເຮົາມີການລົງທຶນ ແລະມີການກູ້ຢືມ ຊຶ່ງວ່າ ມາເຈືອຈຸນດຸນຊຳລະທີ່ພວກເຮົາຂາດ.”

ໂດຍໃນໄລຍະຜ່ານມາ ລັດຖະບານລາວ ໄດ້ແກ້ໄຂບັນຫາເງິນເຟີ້ ດ້ວຍການອອກພັນທະບັດເປັນສະກຸນເງິນກີບເຖິງ 5 ຄັ້ງໃນປີ 2023 ທີ່ເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບໃນຕະຫຼາດໄດ້ຫຼາຍຂຶ້ນ ຫາກແຕ່ການທີ່ລາວ ຍັງນຳເຂົ້າສິນຄ້າຈາກຕ່າງປະເທດທີ່ຕ້ອງຊຳລະລາຄາດ້ວຍເງິນຕານັ້ນ ຈຶ່ງເຮັດໃຫ້ການອອກພັນທະບັດບໍ່ໄດ້ເຮັດໃຫ້ລາຄາສິນຄ້າຫລຸດລົງແຕ່ຢ່າງໃດ ເພາະສະພາບການຕົວຈິງ ກໍຄືລັດຖະບານລາວ ບໍ່ສາມາດຄວບຄຸມລາຄາສິນຄ້າ ທີ່ນຳເຂົ້າຈາກຕ່າງປະເທດໄດ້ເລີຍ.

ທັງນີ້ ເຖິງແມ່ນວ່າ ອັດຕາເງິນເຟີ້ໃນລາວ ຈະຫລຸດລົງຈາກລະດັບສູງສຸດທີ່ 41.26 ເປີເຊັນ ເມື່ອເດືອນ ກຸມພາ 2023 ລົງມາຢູ່ທີ່ອັດຕາສະເລ່ຍ 25 ເປີເຊັນ ເມື່ອໃນປັດຈຸບັນກໍຕາມ ຫາກແຕ່ກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວ ຫລຸດລົງແຕ່ຢ່າງໃດ ໂດຍດັດຊະນີລາຄາສິນຄ້າ ກໍຍັງສູງກວ່າ 200 ເປີເຊັນ ໂດຍສະເພາະດ້ານການຂົນສົ່ງອາຫານແລະເຄື່ອງດື່ມ ການຮັກສາສຸຂະພາບແລະຢາ ເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານ ແລະບໍິການຕ່າງໆ ລ້ວນແຕ່ປັບຕົວສູງຂຶ້ນເກີນກວ່າ 230 ເປີເຊັນ ໂດຍທີ່ລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າ ເປັນສິນຄ້ານຳເຂົ້າຈາກຕ່າງປະເທດທີ່ຈະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດນັ້ນເອງ.