ລັດຖະບານລາວ ຕ້ອງການການຊ່ວຍເຫຼືອຈາກຕ່າງປະເທດ ຫຼາຍກວ່າ 13,582 ຕື້ກີບ ເພື່ອດຸ່ນດ່ຽງດ້ານງົບປະມານລາຍຈ່າຍ ໃນປີ 2024

  • ຊົງຣິດ ໂພນເງິນ

ແຟ້ມພາບ: ເຄື່ອງໝາຍ ຂອງ ອັົງການກອງທຶນສາກົນ ຫຼື IMF (International Monetary Fund) ເຫັນໄດ້ຢູ່ພາຍໃນສຳນັກງານໃຫຍ່ ໃນຊ່ວງທ້າຍຂອງກອງປະຊຸມປະຈຳປີ ຂອງ IMF/World Bank.

ລັດຖະບານລາວ ຕ້ອງການການຊ່ວຍເຫຼືອຈາກຕ່າງປະເທດຫຼາຍກວ່າ 13,582 ຕື້ກີບ ສຳລັບນຳໃຊ້ໃນການດຸ່ນດ່ຽນດ້ານງົບປະມານລາຍຈ່າຍໃນປີ 2024 ທີ່ຄາດວ່າ ຈະມີມູນຄ່າລວມເກີນກວ່າ 58,294 ຕື້ກີບ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

Your browser doesn’t support HTML5

ລັດຖະບານລາວ ຕ້ອງການການຊ່ວຍເຫຼືອຈາກຕ່າງປະເທດ ຫຼາຍກວ່າ 13,582 ຕື້ກີບ ເພື່ອດຸ່ນດ່ຽງດ້ານງົບປະມານລາຍຈ່າຍ ໃນປີ 2024

ເຈົ້າໜ້າທີ່ຂັນສູງໃນກະຊວງການເງິນ ເປີດເຜີນວ່າ ລັດຖະບານໄດ້ວາງເປົ້າໝາຍການຈັດເກັບລາຍຮັບໃນປີ 2024 ໃຫ້ໄດ້ໃນມູນຄ່າລວມ 49,737 ຕື້ກີບ ຫຼືເທົ່າກັບ 16.93​ ເປີເຊັນຂອງ ຍອດຜະລິດຕະພັນລວມພາຍໃນ (GDP) ປີ 2024 ພ້ອມກັນນີ້ ກໍຈະຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າ 58,294 ຕື້ກີບ ຫຼືເທົ່າກັບ 19.84 ເຊັນຂອງ GDP ຊຶ່ງຈະເຮັດໃຫ້ສາມາດຄຸມການຂາດດຸນດ້ານງົບປະມານໃຫ້ຢູ່ໃນສັດສ່ວນບໍ່ເກີນ 2.91 ເປີເຊັນຂອງ GDP ແຕ່ເນື່ອງຈາກລັດຖະບານລາວ ຄາດໝາຍວ່າ ຈະສາມາດຈັດເກັບນລາຍຮັບຈາກພາສີອາກອນ ແລະຄ່າທຳນຽມຕ່າງໆທີ່ເປັນລາຍຮັບພາຍໃນປະເທດນັ້ນ ຄິດເປັນສັດສ່ວນບໍ່ເກີນ 15.22 ເປີເຊັນຂອງ GDP ຈຶ່ງເຮັດໃຫ້ຈະຕ້ອງຂໍການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 13,582.65 ຕື້ກີບ ຄິດເປັນ 4.62 ເປີເຊັນຂອງ GDP ໃນນີ້ເປັນການຊ່ວຍເຫຼືອລ້າ 5,023.65 ຕື້ກີບ ແລະກູ້ຢືມ 8,559 ຕື້ກີບ.

ໂດຍໃນໄລຍະກວ່າ 5 ເດືອນຕົ້ນປີ 2024 ນີ້ ກໍປາກົດວ່າ ລັດຖະບານລາວ ສາມາດຈັດເກັບລາຍຮັບໄດ້ແລ້ວ ຄິດເປັນສັດສ່ວນ 52 ເປີເຊັນຂອງແຜນການປີ ແລະຈັດຕັ້ງປະຕິບັດໃນດ້ານງົບປະມານລາຍຈ່າຍໄດ້ 30 ເປີເຊັນຂອງແຜນການປີ ທັງຍັງເຊື່ອໝັ້ນດ້ວຍວ່າ ຈະສາມາດຊຳລະໜີ້ຕ່າງປະເທດໃນປີ 2024 ນີ້ໄດ້ຢ່າງຄົບຖ້ວນອີກດ້ວຍ ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມສະໄໝສາມັດຄັ້ງທີ 7 ຂອງສະພາແຫ່ງຊາດລາວ ຊຶ່ງໄດ້ເລີ້ມການປະຊຸມ ເມື່ອວັນທີ 10 ມິຖຸນາ 2024 ທີ່ຜ່ານມານີ້ ວ່າ:

“ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ສາມາດເກັບລາຍຮັບໄດ້ເພີ້ມຂຶ້ນ ຮອດວັນທີ 7 ມິຖຸນາ 2024 ປະຕິບັດໄດ້ 52 ເປີເຊັນ ຂອງແຜນການ ທຽບໃສ່ໄລຍະດຽວເພີ້ມຂຶ້ນ 64 ເປີເຊັນ ການປະຕິບັດລາຍຈ່າຍໄດ້ດຳເນີນມາດຕະການປະຢັດຕ້ານການຟຸມເຟືອຍ ຮອດວັນທີ 7 ມິຖຸນາ 2024 ປະຕິບັດລາຍຈ່າຍໄດ້ 32 ເປີເຊັນຂອງແຜນການ ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິບັດໄດ້ 48 ເປີເຊັນຂອງແຜນການ ໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນ ແລະຕ່າງປະເທດ ໂດຍສາມາດຮັບປະກັນບໍ່ໃຫ້ປະເທດພວກເຮົາຕົກເຂົ້າໃນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້.”

ທັງນີ້ ລັດຖະບານລາວ ມີພັນທະທີ່ຈະຕ້ອງຊຳລະຄືນໜີ້ຕ່າງປະເທດໃນປີ 2024 ຄິດເປັນມູນຄ່າລວມເກີນກວ່າ 1,500 ລ້ານໂດລາ ແຕ່ກໍເຊື່ອວ່າ ລັດຖະບານລາວ ຈະສາມາດຊຳລະຄືນໄດ້ຢ່າງຄົບຖ້ວນ ເພາະວ່າ ລັດຖະບານລາວ ຍັງມີລາຍຮັບຈາກຄ່າສຳປະທານການຂຸດຄົ້ນແຮ່ທາດ ການສົ່ງອອກກະແສໄຟຟ້າ ແລະການທ່ອງທ່ຽວທີ່ກຳລັງຈະຟື້ນຕົວດີຂຶ້ນ ໂດຍເມື່ອປະກອບກັບ 60 ເປີເຊັນຂອງມູນຄ່າໜີ້ຕ່າງປະເທດທັງໝົດນັ້ນ ເປັນເງິນກູ້ໄລຍະຍາວທີ່ລັດຖະບານລາວ ນຳມາໃຊ້ໃນການພັດທະນາລະບົບພື້ນຖ່ານໂຄງລ່າງພາຍໃນປະເທດ ທີ່ຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດຂອງລາວ ໃນໄລຍະຍາວດ້ວຍແລ້ວ ຈຶ່ງເຊື່ອວ່ ລັດຖະບານລາວ ຈະມີທຶນສຳຮອງເງິນຕາຕ່າງປະເທດທີ່ພຽງພໍສຳລັບການຊຳລະໜີ້ຕ່າງປະເທດໃນປີ 2024 ນີ້ຢ່າງແນ່ນອນ ດັ່ງທີ່ຜູ້ຊ່ຽວຊານທາງການເງິນ-ກາທະນາຄານໃນອາຊຽນ ໄດ້ໃຫ້ທັດສະນະວ່າ:

“ໜີ້ 100 ກວ່າເປີເຊັນຂອງ GDP ທີ່ລາວຕິດໜີ້ຢູ່ນິ ແທ້ໆແລ້ວ ຖ້າໄປເບິ່ງ 60 ເປີເຊັນເປັນ Soft Loan ເປັນໜີ້ທີ່ເອົາມາພັດທະນາປະເທດ ເອົາໜີ້ທີ່ມາເຮັດເຂື່ອນ ມາເຮັດໂຮງໄຟຟ້າ ມາເຮັດໂຄງສ້າງພື້ນຖານ ມາເຮັດລົດໄຟຄວາມໄວສູງ ເພາະສະນັ້ນ ແທ້ໆ Loans (ໜີ້ທັງຫຼາຍ) ພວກນີ້ ມັນກໍບໍ່ໜ້າຈະມີບັນຫາ ທີ່ແບບວ່າ ເງິນຕ້ອງອອກໄປທັນທີເລີຍ ຖືກບໍ່? ແຕ່ວ່າ ອັນນີ້ນິ 60 ເປີເຊັນ ມັນເປັນເງິນທີ່ອອກມາຈາກ ອົງການລະຫວ່າງປະເທດ ຊຶ່ງເອົາມາພັດທະນາ ເພາະນະນັ້ນ ພວກນີ້ ເງິນມັນບໍ່ໄດ້ອອກໄປໄດ້ໄວຂະໜາດນັ້ນ ແຕ່ວ່າ ລາວເອງຫັ້ນ ກໍມີລາຍໄດ້ຈາກບໍ່ແຮ່ ມີໂຮງໄຟຟ້າ ເພາະສະນັ້ນ ເລື້ອງການ ​Default (ຜິດນັດຈ່າຍເງິນ) ໜີ້ທີ່ເປັນເງິນຕ່າງປະເທດຫັ້ນ ບໍ່ໜ້າຈະມີບັນຫາພາຍໃນປີນີ້.”