ລາວ ຕ້ອງໄດ້ທົບທວນເປົ້າໝາຍ ທີ່ຈະພັດທະນາ ລາວ ໃຫ້ເປັນໝໍ້ໄຟຂອງ ອາຊຽນ ເນື່ອງຈາກວ່າການສ້າງເຂື່ອນໄດ້ສ້າງຜົນກະທົບຕໍ່ປະຊາຊົນຫລາຍຂຶ້ນນັບມື້

  • ຊົງຣິດ ໂພນເງິນ

ເຮືອນ​ແລະ​ລົດ​ຈັກ​ຄັນ​ນຶ່ງ​ຖືກ​ປະ​ຖິ້​ມ​ໄວ້​ໃນ​ບ້ານ​ທີ່​ຖືກ​ນ້ຳ​ຖ້ວມ​ໃນ​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື, ລາວ, 26 ກ​ໍ​ລະ​ກົດ 2018.

Your browser doesn’t support HTML5

ລາວ ຕ້ອງໄດ້ທົບທວນເປົ້າໝາຍ ທີ່ຈະພັດທະນາ ລາວ ໃຫ້ເປັນໝໍ້ໄຟຂອງ ອາຊຽນ ເນື່ອງຈາກວ່າການສ້າງເຂື່ອນໄດ້ສ້າງຜົນກະທົບຕໍ່ປະຊາຊົນຫລາຍຂຶ້ນນັບມື້

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດໃນເຂດອ່າງແມ່ນໍ້າຂອງ ໃຫ້ທັດສະນະວ່າການທີ່ລັດ​ຖະບານລາວ ໄດ້ວາງເປົ້າໝາຍທີ່ຈະພັດທະນາ ລາວ ໃຫ້ເປັນປະເທດສົ່ງອອກພະລັງງານໄຟຟ້າທີ່ສຳຄັນຫຼື ເປັນໝໍ້ໄຟຂອງອາຊຽນ ໃນປີ 2030 ນັ້ນ ເຖິງແມ່ນວ່າຈະສ້າງລາຍຮັບຈາກຄ່າສໍາປະທານໃຫ້ແກ່ລັດຖະບານລາວທຸກປີຕະຫຼອດອາຍຸການສໍາປະທານ ທັ້ງຍັງຈະໄດ້ຮັບໂອນໂຄງການຈາກນັກລົງທຶນເມື່ອສຳປະທານໝົດອາຍຸດ້ວຍນັ້ນ ແຕ່ກໍຖືເປັນຜົນປະ ໂຫຍດທີ່ແລກມາດ້ວຍຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະຕໍ່ຊີວິດການເປັນຢູ່ຂອງຄົນລາວຢ່າງກວ້າງ ຂວາງ ທັງການຖືກ ເວນຄືນທີ່ດິນ ແລະ ການຖືກຍົກຍ້າຍໄປຍູ່ເຂດຈັດສັນໃໝ່. ໂດຍເງິນຊົດເຊີຍ ແລະ ຄ່າທົດແທນຕ່າງໆ ທີ່ຕໍ່າກວ່າຄວາມເປັນຈິງ

ເພາະສະນັ້ນ, ໃນເມື່ອວ່າຜົນປະໂຫຍດບໍ່ໄດ້ໄປເຖິງປະຊາຊົນສ່ວນໃຫຍ່ ຈຶ່ງບໍ່ຈຳເປັນ ທີ່ລັດ​ຖະບານລາວ ຈະຕ້ອງສົ່ງເສີມການລົງທຶນໃນການກໍ່ສ້າງເຂື່ອນຂະໜາດໃຫຍ່ອີກຕໍ່ໄປ. ແຕ່ຄວນທີ່ຈະໃຫ້ຄວາມສຳຄັນກັບໂຄງການພັດທະນາທີ່ສ້າງອາຊີບ. ແລະສ້າງລາຍຮັບໃຫ້ປະຊາຊົນຫຼາຍຂຶ້ນ ເຊັ່ນໂຄງການກໍ່ສ້າງຄອງຊົນລະປະທານເພື່ອສະໜອງນ້ຳໃຫ້ພຽງພໍ ແລະ ຄົບຖ້ວນໃຫ້ແກ່ການຜະລິດກະສິກຳ ຊື່ງ​ຈະ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ບໍລິຫານຈັດການນ້ຳ​ໃນ​ອ່າງ​ແມ່ນ້ຳຂອງ​ຮ່ວມ​ກັນ. ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບປະລິມານນໍ້າຂອງເຂື່ອນຕ່າງໆໃນອ່າງແມ່ນໍ້າຂອງ ນັ້ນ. ດັງທີ່ຜູ້ຊ່ຽວຊານ ໄດ້ໃຫ້ການຢືນຢັນວ່າ

“ສິ່ງ​ທີ່​ພວກ​ເຮົາ​ຕ້ອງການຄື​ລະບົບ​ການ​ຄຸ້ມ​ຄອງ​ທີ່​ມີ​ການ​ຄຸ້ມຄອງ​ທີ່​ດີ ທີ່ມັນຮັບຜິດຊອບ ວ່າ ຊ່ວງເວລາໃດທີ່ນ້ໍາຄວນຈະຖ້ວມຕາມທໍາມະຊາດ ຊ່ວງເວລາໃດທີ່ນໍ້າຄວນແຫ້ງ ຕາມລະດູການ ສິ່ງນີ້ຈະຕ້ອງໄດ້ມີການຍົກຂື້ນມາປຶກສາຫາລືແລ້ວນຳໄປສູ່ການແກ້ໄຂ ປັນຫາກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ຢຸດ​ເບິ່ງ​ວ່າ​ນີ້​ຄື​ຄອງສົ່ງ​ນ້ຳຫຼື ກັອກນ້ຳທີ່​ມີ​ປະ​ຕູລະບາຍນ້ຳຢູ່ຂ້າງ​ເທິງ ​ແລ້ວ​ກໍ​ກົດວ່າ​ຈະໃຫ້ນ້ຳ​ໄຫຼ​ມາເ​ທົ່າໃດ​? ແຕ່ວ່າມັນຄືລະບົບນິເວດ ທີ່ບໍ່ໄດ້ເປັນພຽງແຕ່ລຳນ້ໍາ. ແຕ່ມັນຫມາຍເຖິງການໃຫ້ມີສ່ວນຮ່ວມກັບພາກປະຊາຊົນ ແລະພວກເຮົາຈະບໍລິຫານຂັດການຊັບພະຍາກອນຮ່ວມກັນແນວໃດ? ເພື່ອໃຫ້ພວກ ເຮົາຢູ່ຮ່ວມກັນຢ່າງມີຄວາມສຸກ.”

ໂດຍຕົວຢ່າງທີ່ຊັດເຈນແມ່ນກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນປີ 2018 ເຊິ່ງການຊ່ວຍເຫຼືອລ້າຊ້າ ເຫັນໄດ້ຈາກໂຄງການກໍ່ສ້າງທີ່ຢູ່ອາໄສໃນເຂດຈັດສັນໃໝ່ແລ້ວ ສຳ​ເລັດໃນທ້າຍປີ 2022, ໃນຂະນະທີ່ການສ້ອມແປງເຂື່ອນໄດ້ສຳເລັດ​ແລະ ​ໄດ້ຜະລິດ​ໄຟຟ້າເພື່ອ​ສົ່ງ​ອອກ​ໄປ​ຫວຽດນາມ ​ນັບ​ແຕ່​ທ້າຍ​ປີ 2019 ​ເປັນ​ຕົ້ນ​ມາ ສ່ວນລັດ​ຖະບານ ລາວ ກໍຍັງບໍ່ທັນມີການທົບທວນເປົ້າໝາຍທີ່ຈະພັດທະນາລາວ ໃຫ້ເປັນໝໍ້ໄຟຂອງ ອາຊຽນແຕ່ຍ່າງໃດ ເພາະ​ລັດຖະບານລາວ ຖືວ່າທຸກໆໂຄງການພັດທະນາ ຈະມີທັງຜົນກະທົບດ້ານລົບ ແລະ ດ້ານບວກສະເໝີ. ຊື່ງລັດ​ຖະບານລາວ ເນັ້ນໜັກເຖິງຈຸດທີ່ວ່າ ຖ້າຜົນກະທົບທາງບວກຫລາຍກວ່າຜົນກະທົບທາງລົບ. ກໍຍັງຈະ​ສືບ​ຕໍ່​ປະຕິບັດ​ໂຄງ ການ​ພັດທະນາ​ດັ່ງກ່າວ. ​ແຕ່ວ່າ​ກໍ​ບໍ່​ໄດ້​ສະກັດ​ກັ້ນ​ການ​ຮັບ​ຟັງ​ຄວາມ​ເຫັນ​ຈາກ​ພາກ ສ່ວນທີ່​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ແຕ່ຍ່າງໃດ ດັງເຈົ້າໜ້າທີ່ຂັ້ນສູງ ກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າ

“ຂໍ້​ສະ​ເຫນີ​ຕ່າງໆ​ ມັນກະເປັນຄໍາຊີ້ແນະທີ່ດີ​ຕໍ່​ລັດຖະບານ​ລາວ ທີ່ຈະຕ້ອງຄໍານຶງເຖິງທຸກປະເດັນ ເພາະວ່າການສຶກສານີ້ ​ຜ່ານມາ ພວກເຮົາກະໄດ້​ໃຊ້​ວິຊາ​ການ ໃຊ້ຊ່ຽວຊານຕ່າງໆ, ສະນັ້ນ ອາດຈະຍັງມີສ່ວນທີ່ຫລົງເຫຼືອທີ່ວ່າເຮົາອາດຈະຍັງມອງບໍ່ເຖິງ ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ທີ່​ຕິດພັນກັບພີ່ນ້ອງ​ປະ​ຊາ​ຊົນໂດຍກົງຫັ່ນ​, ສະ​ນັ້ນ​ຄວາມ​ເຫັນ​ຂອງ​ພີ່ນ້ອງ​ຂອງ​ປະ​ຊາ​ຊົນ​ໂດຍກົງຫັ່ນ ອາດຈະເຮັດໃຫ້ພວກເຮົາເອົາໄປທບທວນຄືນໃນຂົງເຂດການສ້າງເຂື່ອນໄຟຟ້າຈາກພະລັງນ້ຳ ແລ້ວກະການພັດທະນາ ອຸດສາຫະກຳ ແລະການບໍລິການຕ່າງໆ”

ທາງດ້ານ ຜູ້ນໍາເຄືອຂ່າຍ ປະຊາຊົນ ໄທ ໃນ 8 ແຂວງລຸ່ມແມ່ນໍ້າຂອງ ໃຫ້ທັດສະນະວ່າການພັດທະນາລາວໃຫ້ເປັນໝໍ້ໄຟຂອງອາຊຽນ ນອກຈາກ​ຈະ​ສົ່ງ​ຜົນ​ກະທົບ ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ກວ້າງ​ຂວາງແລ້ວ ຍັງປະກອບສ່ວນເຮັດໃຫ້ປະຊາຊົນລາວທຸກຍາກເພີ່ມຂຶ້ນອີກດ້ວຍ ເຊິ່ງກວມເອົາ 27% ຂອງປະຊາກອນລາວທັງໝົດ. ເຖິງແມ່ນວ່າລາວ ຈະມີລາຍຮັບຈາກການສົ່ງອອກກະແສໄຟຟ້າເພີ່ມຂຶ້ນ 1,760 ລ້ານໂດລາ ແລະ 2,382 ລ້ານໂດລາ ໃນປີ 2022 ແລະ 2023 ນັ້ນ ແຕ່ກໍມີການໂອນລາຍຮັບດັງກ່າວກັບມາໃນລາວພຽງແຕ່ 476 ລ້ານໂດລາ ຫຼື 20% ຂອງມູນຄ່າການສົ່ງອອກ ໄຟຟ້າທັງໝົດ ທັງນີ້ກໍຍ້ອນວ່າ ລາຍຮັບສ່ວນໃຫຍ່ຕ້ອງໄດ້ໃຊ້ຈ່າຍຄືນເງິນກູ້ຈາກຕ່າງປະເທດຂອງນັກລົງທຶນກໍ່ສ້າງເຂື່ອນເປັນດ້ານຫຼັກ