ລັດຖະບານ ລາວ ມີລາຍຮັບຈາກພາສີທີ່ດິນ ແລະ ຄ່າສຳປະທານໂຄງການຕ່າງໆໃນລະດັບທີ່ຕ່ຳຫຼາຍ ຊຶ່ງເປັນຍ້ອນການທຸຈະລິດຂອງພະນັກງານລັດ ທີ່ປະເມີນພາສີ ແລະ ຄ່າສຳປະທານທີ່ຕ່ຳກວ່າສະພາບຕົວຈິງ.
Your browser doesn’t support HTML5
ຟັງລາຍງານ ລັດຖະບານ ລາວ ມີລາຍຮັບຈາກພາສີທີ່ດິນ ແລະ ຄ່າສຳປະທານໂຄງການຕ່າງໆ ໃນລະດັບທີ່ຕ່ຳຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນເປີດເຜີຍວ່າໄດ້ມີການສຳຫຼວດພົບແຫຼ່ງແຮ່ທາດ 570 ກວ່າແຫ່ງທີ່ກວມເອົາພື້ນທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວໂດຍລັດຖະບານໄດ້ອະນຸມັດສຳປະທານໃຫ້ກັບເອກະຊົນລາວ ແລະ ຕ່າງຊາດໄປແລ້ວ 649 ລາຍໃນ 942 ກິດຈະການ ພ້ອມກັນນີ້ກໍໄດ້ອະນຸມັດສຳປະທານທີ່ດິນ 1,758 ໂຄງການຄິດເປັນພື້ນທີ່ລວມກວ່າ 11 ລ້ານເຮັກຕາ ແຕ່ກໍມີການນຳໃຊ້ຕົວຈິງພຽງ 549,248 ເຮັກຕາຫຼືໜ້ອຍກວ່າ 5 ເປີເຊັນຂອງພື້ນທີ່ສຳປະທານທັງໝົດເນື່ອງຈາກວ່າການອະນຸຍາດໂດຍອຳນາດການປົກຄອງໃນລະດັບທ້ອງຖິ່ນທີ່ມີເຖິງ 1,331 ໂຄງການນັ້ນໄດ້ເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການກວດກາກ່ຽວກັບສະພາບຕົວຈິງຂອງທີ່ດິນທີ່ ອະນຸມັດໃຫ້ສຳປະທານໄປນັ້ນທັງຍັງບໍ່ໄດ້ຮັບການຮ່ວມມືຢ່າງແທ້ຈິງຈາກທ້ອງຖິ່ນອີກດ້ວຍ.
ສ່ວນໃນດ້ານການຂຸດຄົ້ນແຮ່ທາດນັ້ນໃນປັດຈຸບັນນີ້ກໍມີບໍລິສັດຕ່າງຊາດ 308 ລາຍທີ່ໄດ້ຍື່ຄຳຮ້ອງຂໍອະນຸຍາດສຳປະທານຈາກລັດຖະບານຊຶ່ງຄາດວ່າຈະພິຈາລະນາສຳເລັດໃນທ້າຍປີ 2022 ນີ້ໂດຍສ່ວນໃຫຍ່ກໍຄືບໍລິສັດຂຸດຄົ້ນແຮ່ທາດຈາກຈີນທີ່ເປັນເຄືອຂ່າຍຂອງກົມໃຫຍ່ສຳຫຼວດທໍລະນີສາດ ແລະ ບໍ່ແຮ່ຂອງລັດຖະບານ ຈີນ ທີ່ໄດ້ດຳເນີນການສຳຫຼວດຫາແຫຼ່ງແຮ່ທາດໃນລາວໃນຊ່ວງປີ 2017-2021 ທີ່ຜ່ານມາໂດຍພົບວ່າໃນລາວມີປະລິມານສຳຮອງຂອງແຮ່ຄຳຫຼາຍກວ່າ 17 ລ້ານໂຕນ, ແຮ່ທອງແດງກວ່າ 182 ລ້ານໂຕນ ແລະ ຖ່ານຫີນຫຼາຍກວ່າ 375 ລ້ານໂຕນຈຶ່ງເຮັດໃຫ້ບັນດາບໍລິສັດ ຈີນ ໄດ້ມອງເຫັນຜົນປະໂຫຍດຢ່າງຫຼວງຫຼາຍ ແລະ ຢ່າງຍາວນານໃນການລົງທຶນຂຸດຄົ້ນແຮ່ທາດໃນລາວດັ່ງກ່າວ ແຕ່ວ່າລັດຖະບານລາວກໍຍັງຄົງບໍ່ສາມາດເກັບລາຍຮັບໄດ້ຢ່າງສົມຄູ່ກັບການອະນຸຍາດສຳປະທານຕົວຈິງ ເພາະວ່າບໍ່ໄດ້ຮັບການຮ່ວມມືຢ່າງແທ້ຈິງຈາກອຳນາດທ້ອງຖິ່ນນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ຢືນຢັນວ່າ
“ເລື່ອງເກັບລາຍຮັບນີ້ມັນຈະຕ້ອງໄດ້ມີການປັບປຸງຫຼາຍດ້ານ ເພາະຍັງເປັນບັນຫາທີ່ຈະຕ້ອງໄດ້ສຸມໃສ່ຢ່າງ ຈິງຈັງເພາະວ່າຖານຂອງເຮົາຍັງມີຢູ່ແຕ່ວ່າການເກັບບໍ່ໝົດຍັງມີຫຼາຍຄືຄ່າເຊົ່າ, ຄ່າສຳປະທານເປັນຕົ້ນລາຍຮັບຈາກພາສີທີ່ດິນນີ້ຍັງມີຫຼາຍທີ່ສຸດເປັນຊ່ອງຫວ່າງ ແລະ ມາສັງເກດເຫັນວ່າຖ້າວ່າເມືອງໃດອຳນາດການປົກຄອງບ້ານໄດ້ຈິງຈັງຕໍ່ກັບບັນຫານີ້ກໍເຮັດໃຫ້ລາຍຮັບຂອງເມືອງຫັ້ນເພີ່ມຂຶ້ນໂລດ ແຕ່ວ່າໄລຍະທີ່ຜ່ານມາພວກເຮົານີ້ຖືວ່າວຽກຂອງພາກສ່ວນນຶ່ງຕ່າງຫາກບໍ່ທັນເຂົ້າໃຈວ່າເປັນວຽກຂອງອົງການປົກຄອງຂັ້ນນັ້ນຕ້ອງໄດ້ເປັນເຈົ້າການ ອັນນີ້ລະຈຶ່ງເປັນບັນຫາ.”
ທັງນີ້ລັດຖະບານລາວຄາດວ່າຈະມີລາຍຮັບຈາກການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຫຼາຍກວ່າ 1,000 ລ້ານໂດລາສຳລັບນຳໃຊ້ໃນການຊຳລະໜີ້ຕ່າງປະເທດໃນປີ 2025 ໂດຍທີ່ຜ່ານມາລັດຖະບານລາວກໍໄດ້ທົດລອງອະນຸຍາດສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃຫ້ກັບ 50 ບໍລິສັດຈາກຈີນ ໂດຍສ້າງລາຍຮັບໃຫ້ລັດຖະບານໄດ້ໃນມູນຄ່າລວມ 100 ລ້ານໂດລາສ່ວນບໍລິສັດຈີນທີ່ໄດ້ຮັບອະນຸຍາດດັ່ງກ່າວກໍໄດ້ຂຸດຄົ້ນແຮ່ເຫຼັກ ແລະ ສົ່ງໄປຈີນແລ້ວ 765,000 ໂຕນ ແລະ ຍັງຈະສົ່ງເພີ່ມອີກກວ່າ 250,000 ໂຕນໃນທ້າຍປີນີ້.
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນໃຫ້ການຢືນຢັນວ່າລັດຖະບານລາວໄດ້ຮັບສ່ວນແບ່ງລາຍຮັບ ແລະ ຜົນປະໂຫຍດພຽງສ່ວນນ້ອຍຈາກການອະນຸມັດສຳປະທານທີ່ດິນ ແລະ ການຂຸດຄົ້ນແຮ່ທາດຊຶ່ງມີສາເຫດມາຈາກການຈັດຕັ້ງປະຕິບັດທີ່ບໍ່ມີປະສິດທິພາບຂອງພະນັກງານລັດທີ່ເຫັນແກ່ຜົນປະໂຫຍດສ່ວນຕົວ ແລະ ປະເມີນລາຍຮັບໃຫ້ແກ່ລັດຖະບານຕ່ຳກວ່າສະພາບຕົວຈິງ ຈຶ່ງເຮັດໃຫ້ຈະຕ້ອງຕິດຕັ້ງລະບົບກວດກາທີ່ດິນທີ່ທັນສະໄໝຢ່າງຮີບດ່ວນທີ່ສຸດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໄດ້ໃຫ້ການຢືນຢັນວ່າ
“ເພື່ອຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ກະຊວງໄດ້ມີໂຄງການສ້າງຖານຂໍ້ມູນທີ່ດິນ ແລະ ການຄຸ້ມຄອງທີ່ດິນຫັນເປັນທັນສະໄໝນອກນັ້ນຍັງມີແຜນຈະສ້າງໜ່ວຍງານເຄື່ອນທີ່ຈຳນວນ 5 ໜ່ວຍງານເພື່ອດຳເນີນການຕິດຕາມ, ກວດກາ, ຊຸກຍູ້ວຽກງານ IT, ການສຳຫຼວດວັດແທກ ແລະ ວຽກງານຂໍ້ມູນຂ່າວສານກ່ຽວກັບທີ່ດິນ.”
ປັດຈຸບັນລັດຖະບານລາວໄດ້ອະນຸຍາດສຳປະທານການຂຸດຄົ້ນແຮ່ທາດ 319 ກິດຈະການໃຫ້ກັບ 214 ບໍລິສັດຕ່າງຊາດ ເຮັດໃຫ້ລັດຖະບານລາວມີລາຍຮັບຈາກຄ່າສຳປະທານ ແລະ ພັນທະຕ່າງໆກວ່າ 1,000 ລ້ານໂດລາໃນຊ່ວງປີ 2016-2021 ທີ່ຜ່ານມາ.