ປະຊາຄົມລາວ ກໍຄືຄົນຝຣັ່ງທົ່ວໆໄປ ຖືກຈຳກັດການເດີນທາງ ໃຫ້ຢູ່ໃນບ້ານເຮືອນ

ຜູ້ຊາຍຄົນນຶ່ງຍ່າງຜ່ານ ອະນຸສາວະລີ ອາກ ເດີ ຕຣີອົມ ໃນນະຄອນຫຼວງປາຣີ ວັນທີ 18 ມີນາ 2021.

ປະທານາທິບໍດີຝຣັ່ງ ທ່ານເອັມມານູຍແອລ ມາກຣົງ ໄດ້ສັ່ງໃຫ້ປິດປະເທດເປັນ ເທື່ອທີສາມເມື່ອໄວໆມານີ້ ໃນຄວາມພະຍາຍາມເພື່ອຈະຫລຸດຜ່ອນຄື້ນຟອງຫົວ ທີສາມຂອງໂຄວິດ-19 ທີ່ພວມລະບາດ ຢູ່ໃນປະເທດຂອງທ່ານ. ຮວມຢູ່ໃນບັນດາມາດຕະການຕ່າງໆນັ້ນ ທ່ານມາກຣົງໄດ້ປິດໂຮງຮຽນທັງໝົດ ເລີິ້ມແຕ່ວັນຈັນ ທີ່ຜ່ານມານີ້ເປັນຕົ້ນໄປ.

ຍານາງພູວຽງ ຢູ່ທີ່ເມືອງອັງໂຕນີໃນຊານນະຄອນຫຼວງປາຣີ ກ່າວ ເຖິງຄວາມບໍ່ສະດວກໃນການໄປມາຫາສູ່ກັນແຕ່ລະວັນ ໂດຍສະເພາະ ການທຳມາຫາກິນທີ່ບໍ່ເປັນປົກກະຕິ ຖືກກັກບໍ່ໃຫ້ອອກນອກບ້ານແລະເດີນທາງບໍ່ໃຫ້ກາຍລັດສະໝີ 10 ກິໂລແມັດຈາກບ້ານ ຊຶ່ງຍານາງພູວຽງ ໄດ້ກ່າວຕໍ່ ວີໂອເອ ວ່າ:

Your browser doesn’t support HTML5

ເຊີນຟັງຍານາງພູວຽງ

ການກັບມາລະບາດຄືນໃໝ່ ຂອງໂຄວິດ-19 ໄດ້ເຮັດໃຫ້ດຳລົງຊີວິດ ບໍ່ໃຫ້ເປັນ ປົກກະຕິຢູ່ຕໍ່ໄປອີກ. ຫຼາຍໆຄົນເກີດມີຄວາມກັງວົນຍ້ອນຢູ່ແຕ່ໃນບ້ານໃນເຮືອນ. ຈຳນວນນຶ່ງໄດ້ພາກັນລະເມີດຄຳສັ່ງ ເຊັ່ນວ່າບໍ່ໃສ່ໜ້າກາກ ບໍ່ຫົວຊາການແນະ ນຳໃຫ້ຢືນຢູ່ຫ່າງກັນ ແລະການລັກອອກນອກບ້ານ ໂດຍບໍ່ມີໃບອະນຸຍາດຈາກ ພວກເຈົ້າໜ້າທີ່ ແລະຖືກປັບໃໝ ຊຶ່ງທັງໝົດນີ້ໄດ້ເປັນສາເຫດໃຫ້ມີການນໍາເອົາ ເຊື້ອພະຍາດໄປຕິດຕໍ່ກັນຢ່າງບໍ່ສິ້ນສຸດ.