ລັດຖະມົນຕີການຕ່າງປະເທດ ແຫ່ງສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ພັດ
ທະນາແລ້ວ ແລະ ຄູ່ຮ່ວມທີ່ພັດທະນາແລ້ວ ປະກອບສ່ວນຊ່ວຍເຫຼືອບັນດາປະເທດທີ່
ດ້ອຍພັດທະນາ 100 ຕື້ໂດລາ ໃນການຕໍ່ສູ້ກັບສະພາບອາກາດປ່ຽນແປງ, ໃນການລາຍ
ງານທີ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນລາຍງານທີ່ກອງປະຊຸມສະມັດສະໃຫຍ່ ສະຫະປະ
ຊາຊາດ ຄັ້ງທີ 74 ຕາງໜ້າໃນລັດຖະບານ ສປປ ລາວ ຢູ່ສຳນັກງານໃຫຍ່ອົງການສະ
ຫະປະຊາຊາດ ໃນນະຄອນ ນິວຢອກ ເມື່ອວັນເສົາທີ 28 ກັນຍາວານນີ້.
ທ່ານ ສະເຫຼີມໄຊ ໄດ້ກ່າວວ່າ ປະຊາຄົມສາກົນ ແມ່ນກຳລັງປະເຊີນກັບສິ່ງທ້າທາຍຢ່າງ
ຫຼວງຫຼາຍ ແລະ ຫຼາຍພາກສ່ວນກໍໄດ້ປະເຊີນກັບຜົນກະທົບຈາກສະພາບດິນຟ້າອາ
ກາດປ່ຽນແປງທີ່ຮຸນແຮງ ແລະ ເກີດຫຼາຍຂຶ້ນເລື້ອຍໆ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ
ການເປັນຢູ່ຂອງປະຊາຊົນໃນທົ່ວໂລກ, ໃນນັ້ນກໍລວມມມີຄື້ນອາຍຮ້ອນທີ່ເກີດຂຶ້ນໃນ
ຢູໂຣບ, ແລະ ສະພາວະແຫ້ງແລ້ງທີ່ແກ່ຍາວໃນທົ່ວໂລກ ແລະ ໄພນ້ຳຖ້ວມທີ່ໄດ້ເຮັດ
ໃຫ້ບ້ານເຮືອນຈົມຢູ່ໃຕ້ນ້ຳ.
ທ່ານໄດ້ເວົ້າວ່າ “ບັນດາປະເທດທີ່ດ້ອຍພັດທະນາເປັນຜູ້ທີ່ມີຄວາມສ່ຽງທີ່ສຸດ ໂດຍສະ
ເພາະລວມທັງປະເທດຂອງຂ້າພະເຈົ້າເອງ. ໃນລະຫວ່າງ 2 ເດືອນທີ່ຜ່ານມາ, ພວກ
ເຮົາໄດ້ປະເຊີນກັບຝົນຕົກຢ່າງໜັກຍ້ອນພາຍຸລະດູຮ້ອນ ໂພດູລ ໃນທົ່ວປະເທດ. ເຊິ່ງ
ໄດ້ເຮັດໃຫ້ເກືອບທຸກແຂວງຈົມຢູ່ໃຕ້ນ້ຳ. ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ໂຄງລ່າງ
ພື້ນຖານ, ກະສິກຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານໄດ້ກ່າວວ່າ ມັນໄດ້ເຮັດໃຫ້ມີຄວາມເສຍຫາຍໃນການບຳບັດ ແລະ ຟື້ນຟູຈຸດທີ່ໄດ້
ຮັບຜົນກະທົບຫຼາຍພັນລ້ານໂດລາ.
ສປປປ ລາວ ໄດ້ເພັ່ງໃສ່ການປະຕິບັດຂໍ້ຕົກລົງ ກ່ຽວກັບ ດິນຟ້າອາກາດປີ 2015 ແລະ
ສະພາແຫ່ງຊາດກໍໄດ້ຮັບຮອງກົດໝາຍ ກ່ຽວກັບ ການຈັດການໄພພິບັດ ແລະ ຄາດວ່າ
ຈະປະກາດໃຊ້ເປັນກົດໝາຍໃນໄວໆນີ້.
ນອກນັ້ນທ່ານຍັງໄດ້ກ່າວ ກ່ຽວກັບ ບັນຫາອື່ນໆ ເຊັ່ນການແກ້ໄຂຄວາມຂັດແຍ້ງ ແລະ
ສ້າງສາສັນຕິພາບ.
ພວກເຮົາຈະມີລາຍງານພິເສດ ກ່ຽວກັບ ການລາຍງານຂອງທ່ານ ສະເຫຼີມໄຊ ຢູ່ກອງ
ປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນວັນພະຫັດຈະມາເຖິງນີ້. ຂໍເຊີນທ່ານຈົ່ງ
ຕິດຕາມຮັບຟັງ.