ແກ້ງຄ້າຢາເສບຕິດໃນລາວ ນຳໃຊ້ໂດຣນໃນການລັກລອບຂົນສົ່ງຢາເສບຕິດ ລະຫວ່າງລາວ ແລະ ໄທ ຫຼາຍຂຶ້ນ

  • ຊົງຣິດ ໂພນເງິນ

ຢາບ້າ ຈຳນວນ 10 ລ້ານເມັດ ທີ່ທາງການລາວ ຢຶດໄດ້ຈາກນັກຄ້າຢາເສບຕິດລາຍໃຫຍ່ ໃນແຂວງບໍ່ແກ້ວ.

ກຸ່ມຄ້າຢາເສພຕິດ ໃນລາວ ກໍາລັງໃຊ້ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ເພື່ອລັກລອບ ຂົນສົ່ງ ຢາເສບຕິດ ຂ້າມແມ່ນໍ້າຂອງ ຈາກລາວ ໄປ ໄທ ຫລາຍຂຶ້ນ. ໂດຍສະເພາະແມ່ນ ຢູ່ແຖວບັນດາແຂວງທີ່ຕັ້ງຢູ່ກົງກັນຂ້າມກັບພາກຕາເວັນອອກສຽງເໜືອຂອງປະເທດໄທ.

Your browser doesn’t support HTML5

ແກ້ງຄ້າຢາເສບຕິດເທັກໂນໂລຈີທີ່ທັນສະໄໝ ເຂົ້າໃນການລັກລອບຂົນສົ່ງຢາເສບຕິດ ລະຫວ່າງລາວ ແລະ ໄທ ຫຼາຍຂຶ້ນ

ພົນຕຳຫລວດໂທ ພານຸລັດ ຫລັກບຸນ, ເລຂາທິການ ຄະນະກຳມະການປາບປາມຢາເສບຕິດ ແຫ່ງຊາດໄທ (ປປສ.) ເປີດເຜີຍວ່າ: ກຸ່ມຄ້າຢາ ເສບຕິດ ໃນລາວ ໄດ້ໃຊ້ drones ໃນການລັກລອບ ຂົນສົ່ງ ຢາເສບຕິດ ຂ້າມແມ່ນໍ້າຂອງ ຈາກລາວມາໄທ ເພີ້ມຂຶ້ນນັບມື້ອ. ໂດຍສະເພາະບັນດາແຂວງທີ່ຕັ້ງຢູ່ກົງກັນຂ້າມກັບບັນດາແຂວງໃນພາກຕາເວັນອອກສຽງເໜືອ (ອີສານ) ຂອງໄທ ເປັນເຂດທີ່ມີການລັກລອບຂົນສົ່ງຢາບ້າ ແລະ ຢາໄອສ໌ຈາກລາວມາໄທຫຼາຍທີ່ສຸດ. ສິ່ງດັ່ງກ່າວສາມາດເຫັນໄດ້ຈາກການຈັບກຸມ ແລະ ຍຶດຢາເສບຕິດທີ່ເພີ່ມຂຶ້ນ ນັບຕັ້ງແຕ່ປີ 2023 ເປັນຕົ້ນມາ ດັງທີ່ພົນຕຳຫລວດໂທ ພານຸລັດ ຍືນຍັນວ່າ:

“ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ພວກ​ເຮົາ​ເຫັນ​ໄດ້​ວ່າ ​ໂດ​ຣນ​ຂະໜາດ​ໃຫຍ່​ໄດ້​ຖືກ​ນຳ​ໃຊ້​ເພື່ອ​ບິນ​ເຂົ້າ​ສູ່​ເຂດ​ພາຍ​ໃນ​ແລະ​ຈາກ​ນັ້ນ​ຖິ້ມ​ເຄື່ອງ​ຂອງ​ແລ້ວ​ບິນ​ກັບ​ຄືນ​ໄປ​, ພວກ​ເຮົາ​ຕ້ອງ​ມອບ​ເຄື່ອງ​ມື​ໃຫ້​ແກ່​ກອງ​ທັບ. ຫຼືໜ່ວຍງານລາດຕະເວນຕາມລຳແມ່ນ້ຳຂອງ ເພື່ອສະກັດກັ້ນ ລັດຖະບານ​ໄດ້​ມອບ​ໝາຍ​ໃຫ້​ກອງທັບ​ພາກທີ່ 2 ​ເປັນ​ກອງ​ບັນຊາ​ການ​ດ່ຽວ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ເຊິງມັນກະສາມາດເຫັນໄດ້ວ່າປະສິດທິພາບໃນການສະກັດກັ້ນຢາເສບຕິດແມ່ນສູງຂື້ນຫຼາຍ ສົກປີ 2023 ທັງປີ ຢຶດໄດ້ 420 ລ້ານເມັດ ນັບແຕ່ເດືອນທັນວາ 2023 ມາຮອດປັດຈຸບັນ ຍືດໄດ້ 700 ກວ່າລ້ານເມັດ, ສ່ວນຫຼາຍຈະໄປທີ່ນະຄອນພະນົມ. ນອກຈາກນັ້ນ, ຍັງໄດ້ເລີ່ມການລັກລອບຄ້າຢາເສບຕິດເຂົ້າໄປໃນແຂວງບຶງການ. ແລະເຂົ້າໄປທີ່ອຸບົນລາດຊະທານີ."

ການເພີ່ມທະວີມາດຕະການເຂັ້ມງວດ ກວດກາຊາຍແດນ ລາວ-ໄທ ຕະຫຼອດປີ 2023 ສົ່ງຜົນໃຫ້ ທາງການໄທ ສາມາດ ຈັບ ແລະ ຍຶດຢາເສບຕິດ ທີ່ລັກລອບ ຂົນສົ່ງ ຈາກລາວມາໄທເພິ່ມຂື້ນຫຼາຍກວ່າ 130 ເທ່າ ເມື່ອທຽບໃສ່ ປີ 2022 ແລະເຂດທີ່ຍືດຢາເສບຕິດໄດ້ຫລາຍທີ່ສຸດນັ້ນ​ ແມ່ນ​ເຂດ​ຊາຍ​ແດນ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ແຂວງ​ບໍ​ລິ​ຄຳ​ໄຊ​ກັບ​ແຂວງ​ນະ​ຄອນ​ພະ​ນົມ, ແລະ ດ້ວຍ​ວຽກ​ງານ​ດັ່ງ​ກ່າວ, ອຳ​ນາດ​ການ​ປົກ​ຄອງ​ໄທ​ຍັງ​ມີ​ແຜນ​ຈະ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ເຂັ້ມ​ງວດ​ໃນ​ການ​ຕິດ​ຕາມ​ກວດ​ກາໃນ​ເຂດ​ອື່ນໆ​ຕາມ​ເສັ້ນ​ຊາຍ​ແດນ​ໄທ - ລາວ ໃນ​ໄວໆ​ນີ້. ລວມເຖິງການເພີ່ມມາດຕະການເຂັ້ມງວດເພື່ອຄວບຄຸມ ແລະ ກວດກາການນຳເຂົ້າສານເຄມີເຂົ້າມາໃນໄທ ເພື່ອສົ່ງຕ່ອໄປ ມຽນມາ ແລະ ປະເທດອື່ນໆໃນລຸ່ມນ້ຳຂອງ. ແລະຫວ່າງ​ມໍ່ໆ​ມາ​ນີ້, ​ເຈົ້າ​ໜ້າ​ທີ່​ໄທ​ສາມາດ​ຍຶດ​ສານ​ເຄ​ມີ "ໂທ​ລູ​ອີນ" ​ໄດ້​ກວ່າ 90 ​ໂຕນ​ທີ່​ສົ່ງ​ມາ​ຈາກ ​ສ.​ເກົາຫຼີ​ ແລະ​ຈະ​ສົ່ງ​ໄປ​ມຽນມາ. ສານ​ເຄ​ມີ​ເຫຼົ່າ​ນີ້​ສາ​ມາດ​ຖືກ​ນໍາ​ໃຊ້​ໃນ​ການ​ຜະ​ລິດທັ້ງຍາບ້າ ຍາໄອສ໌ ແລະ ໂຄເຄນ. ດັ່ງທີ່ ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ​ໄດ້ຖະ​ແຫຼງຢືນ​ຢັນ​ວ່າ​:

“ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ ​ແລະ ຄະນະ​ຄວບ​ຄຸມ​ຢາ​ເສບ​ຕິດ​ໄດ້​ຮ່ວມ​ມື​ກັນ​ໃນ​ການ​ຊອກ​ຄົ້ນ​ຫາ​ທາດ​ແທ້​ຂອງ​ການ​ຜະລິດ​ຢາ​ເສບ​ຕິດ, ນ້ຳ​ກ້ອນ, ​ໂຄ​ເຄນ, ​ແມ່ນ​ສານ​ໂທລູອີນ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ນໍາ​ເຂົ້າ​ສານ​ປະ​ເພດ​ນີ້​ມາ​ກ່ອນ​, ສະ​ນັ້ນ​ເປັນ​ທີ່​ຈະ​ແຈ້ງ​ວ່າ​ພວກ​ເຮົາ​ແມ່ນ​ຜ່ານ​ຈາກ​ເກົາ​ຫຼີ​ໄປ​ພະ​ມ້າ​. ໃນປັດຈຸບັນໄດ້ມີການຂະຫຍາຍຢ່າງເຕັມທີ່ໃນເລື່ອງນີ້. ຈະ​ມີ​ການ​ອອກ​ໂທ​ຫາ​ບໍ​ລິ​ສັດ​ທີ່​ນໍາ​ເຂົ້າ​ມັນ​ເປັນ​ເລື່ອງ​ນີ້​. ມັນເປັນສິ່ງສໍາຄັນເນື່ອງຈາກວ່ານີ້ໄດ້ຖືກພິຈາລະນາເປັນຄາຣະວາຂອງການຜະລິດຢາອື່ນໆຈໍານວນຫຼາຍ.“

ທາງດ້ານ ພົນເອກ ວິໄລ ລາຄຳຟອງ, ຮອງນາຍົກລັດຖະມົນຕີ - ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຖະ​ແຫຼ​ງ​ຢືນຢັນ​ວ່າ ພົບເຫັນການຜະລິດຢາບ້າ ແລະຍາໄອສ໌ຢູ່ບັນດາແຂວງພາກເໜືອຂອງລາວເພີ່ມຂຶ້ນ. ທັ້ງຍັງເປັນການຍາກທີ່ຈະສະກັດກັ້ນໃຫ້ໄດ້ຢ່າງສົມບູນ. ທັງນີ້ ກໍຍ້ອນວ່າ ແກ໊ງຄ້າ ຢາເສບຕິດ ໃນລາວ ໄດ້ຂຸດຂຸມເພື່ອລັກລອບຜະລິດຢາເສບຕິດຢູ່ໃຕ້ດິນແລ້ວ.

ພົນ​ເອກ ວິ​ໄລ ຍອມ​ຮັບ​ດ້ວຍ​ວ່າ: ການ​ຈັດ​ຕັ້ງ​ວາລະ​ປະ​ເທດ​ຊາດ ກ່ຽວກັບການປາບປາມປາບປາມການຄ້າຂາຍຢາເສບຕິດໃຫ້ໄດ້ຍ່າງສິ້ນເຊິງໃນປີ 2023 ບໍ່ສາມາດປະຕິບັດໄດ້ຈິງ. ສະນັ້ນ, ຈຶ່ງຕ້ອງເລື່ອນເປົ້າໝາຍໄປຮອດປີ 2025 ເຖິງວ່າທາງການລາວສາມາດຈັບຕົວຜູ້ຄ້າຢາເສບຕິດໄດ້ ແລະ ຍຶດຢາເສບຕິດໄດ້ຫຼາຍຂຶ້ນ. ​ແຕ່​ການ​ຄ້າ​ຢາ​ເສບ​ຕິດ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ. ໂດຍສະເພາະໃນເຂດລຸ່ມແມ່ນໍ້າຂອງນັ້ນ.

ນັບແຕ່ປີ 2023 ຫາ ເດືອນເມສາ ປີ 2024, ທາງການໄທ ໄດ້ຈັບຕົວຜູ້ຄ້າຢາເສບຕິດ 130,000 ຄົນ, ຢຶດຊັບສິນຂອງຜູ້ຄ້າຢາເສບຕິດໄດ້ 25 ຕື້ກວ່າບາດ, ຢຶດຢາບ້າ ແລະ ຢາບ້າໄດ້ 37 ໂຕນ ໃນຂະນະນັ້ນ, ເຈົ້າໜ້າທີ່ມຽນມາ ໄດ້ຈູດທຳລາຍຢາເສບຕິດ 520 ໂຕນ ພ້ອມ​ກັນ​ນັ້ນ, ຕຳຫຼວດ​ລາວ​ສາມາດ​ສະກັດ​ກັ້ນ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້ 11,900 ກວ່າ​ຄະດີ, ຈັບ​ຜູ້​ຕ້ອງ​ສົງ​ໄສ 18,000 ຄົນ, ຢຶດ​ຢາ​ເສບ​ຕິດ 37 ​ໂຕນ, ​ເຄມີ 290 ​ໂຕນ ​ແລະ ອຸປະກອນ​ສື່ສານ​ທັນ​ສະ​ໄໝ 35,000 ກວ່າ​ເຄື່ອງ​ທີ່​ຕິດ​ພັນ​ກັບ​ກຸ່ມ​ກໍ່​ອາ​ຊະ​ຍາ​ກຳ​ຈີນ. ທີ່​ມີ​ເຄືອ​ຂ່າຍ​ຢ່າງ​ກວ້າງ​ຂວາງ​ຢູ່​ໃນ​ລຸ່ມແມ່​ນ້ຳຂອງ ໂດຍ​ສະ​ເພາະ​ແມ່ນໃນ​ເຂດ​ສາມ​ຫລ່ຽມຄຳ​ລະ​ຫວ່າງ​ພະ​ມ້າ​-​ລາວ​-​ໄທ​.