ວັນທີ 8 ມີນາ ເປັນວັນແມ່ຍິງສາກົນ. ຫລາຍປະເທດລວມທັງ ສປປ ລາວ ພາກັນສະຫລອງວັນດັ່ງກ່າວ ເພື່ອລະດົມຄວາມຄິດຂອງຄົນໃຫ້ສົນໃຈຕໍ່ບັນຫາທາງສັງຄົມ, ການເມືອງ, ເສດຖະກິດ ແລະວັດທະນະທຳ ທີ່ແມ່ຍິງທົ່ວ ທັງໂລກປະເຊີນຢູ່. ທັງຍັງເປັນການລະດົມຄວາມຄິດໃຫ້ສະໜັບສະໜຸນພາລະກິດພັດທະນາແມ່ຍິງ ໃນດ້ານຕ່າໆ. ອົງການສາກົນ ແລະອົງການສົ່ງເສີມບົດຍາດແມ່ຍິງໃນປະເທດຕ່າງໆ ກໍຍົກເອົາຜົນງານຂອງແມ່ຍິງໂດຍບໍ່ຈຳແນກເຊື້ອຊາດ, ຊົນເຜົ່າ, ວັດທະນະທຳ, ຖານະເສດຖະກິດ ແລະການເມືອງ ມາສົນທະນາແລະໃຫ້ການສັນລະເສີນກັນໃນໂອກາດນີ້. ສຳລັບ ວີໂອເອແລ້ວ ມື້ນີ້ຈະນຳເອົາປະສົບການ ຂອງແມ່ຍິງຊາວລາວ-ອາເມຣິກັນຄົນນຶ່ງຈາກລັດຈໍເຈຍ ທີ່ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການສົ່ງເສີມແມ່ຍິງ ທັງຢູ່ໃນບ່ອນເຮັດວຽກ ແລະໃນປະຊາຄົມຂອງຜູ້ກ່ຽວມາເວົ້າສູ່ບັນດາທ່ານຟັງ. ຂໍເຊີນທ່ານຮັບຟັງລາຍລະອຽດເລື້ອງນີ້ ຈາກບົວສະຫວັນ ໄດ້ເລີຍ.
Your browser doesn’t support HTML5
ເຊີນຟັງລາຍງານການສົ່ງເສີມສິດສະເໝີພາບຂອງແມ່ຍິງໂດຍແມ່ຍິງອາເມຣິກັນເຊື້ອສາຍລາວ
ທ່ານຜູ້ຟັງທີ່ເຄົາລົບ, ຫລາຍໆທ່ານຄົງຮູ້ແລ້ວເນາະວ່າ ວັນແມ່ຍິງສາກົນທີ່ມີການສະເຫລີມສະຫລອງກັນ ຢູ່ຫລາຍປະເທດນັ້ນ ແມ່ນໄດ້ຮັບແຮງບັນດານໃຈມາຈາກວັນແມ່ຍິງແຫ່ງຊາດອາເມຣິກາ ທີ່ຈັດຂຶ້ນຄັ້ງທຳອິດໃນວັນທີ 28 ກຸມພາ ປີ 1909 ຢູ່ນະຄອນນີວຢອກຂອງສະຫະລັດ ໂດຍພັກສັງຄົມນິຍົມອາເມຣິກາ. ໃນປີຕໍ່ມາ ກໍມີການປະຊຸມກັນຂອງພວກສັງຄົມນິຍົມສາກົນຢູ່ປະເທດເນເທີແລນ ທີ່ຕົກລົງກັນວ່າໃຫ້ມີວັນແມ່ຍິງສາກົນ. ຈາກນັ້ນໃນປີ 1911 ກໍມີການສະຫລອງວັນດັ່ງກ່າວຢູ່ເນເທີແລນ, ເຢຍຣະມັນ, ສະວິດເຊີແລນ ແລະອອສເຕຣຍ ຊຶ່ງການສະຫລອງນັ້ນ ສ່ວນໃຫຍ່ເປັນການເດີນຂະບວນ ຫລື ການໂຮມຊຸມນຸມແບບອື່ນໆ ເພື່ອຮຽກຮ້ອງເອົາສິດສະເໝີພາບຂອງແມ່ຍິງໃນດ້ານຕ່າງໆ. ໂດຍໄດ້ຮັບອິດທິພົນຈາກຂະບວນການດັ່ງກ່າວ ແມ່ຍິງເຊື້ອສາຍລາວບໍ່ວ່າຈະຢູ່ແຫ່ງຫົນໃດ ກໍບໍ່ໄດ້ນ້ອຍໜ້າໃຜ ໃນການປະກອບສ່ວນ ສ້າງສາພັດທະນາສັງຄົມ, ເສດຖະກິດ ແລະສົ່ງເສີມວັດທະນະທຳຂອງຕົນ. ມື້ນີ້ທາງວີໂອເອມີຄວາມຍິນດີທີ່ຈະນຳເອົາບົດຮຽນ ແລະປະສົບການຂອງທ່ານນາງ ນ້ອຍ ໂບຊາດ (Noy Bozarth) ແມ່ຍິງລາວ ທີ່ຫ້າວຫັນໃນການຊ່ວຍເຫລືອແມ່ຍິງຄົນອື່ນ ໂດຍສະເພາະ ແມ່ນຜູ້ທີ່ມາຈາກຊົນຊາດ ຊົນເຜົ່າສ່ວນນ້ອຍ ຢູ່ໃນຫ້ອງການ ກໍຄືໃນປະຊາຄົມທີ່ທ່ານນາງອາໄສຢູ່, ໃນເມືອງຄຳມິງ (Cumming), ຊຶ່ງຕັ້ງຢູ່ຫ່າງຈາກນະຄອນແອັດແລນຕາ, ເມືອງເອກຂອງລັດຈໍເຈຍ ປະມານ 40 ກິໂລແມັດ.
ທ່ານນາງນ້ອຍ ໂບຊາດ ຢ້ຽມຢາມທຳນຽບຂາວ ໃນປີ 2018
ກ່ອນອື່ນພວກເຮົາຂໍເວົ້າເຖິງນະໂຍບາຍ ແລະໂຄງການຊ່ວຍພັດທະນາ ແມ່ຍິງ ໃນຫ້ອງການຂອງທ່ານນາງ ກໍຄືບໍລິສັດ UPS, ຊຶ່ງເປັນບໍລິສັດຂົນສົ່ງໄປສະນີພັນໃຫຍ່ ລະດັບໂລກອັນນຶ່ງຂອງສະຫະລັດ ທີ່ມີສຳນັກງານຕັ້ງຢູ່ນະຄອນແອັດແລນຕາ. ທ່ານນາງ ເລົ່າສູ່ຟັງດັ່ງນີ້:
Your browser doesn’t support HTML5
ສຽງນ້ອຍ-1-ວຽກງານ
ທ່ານນາງເວົ້າກ່ຽວກັບບົດບາດຂອງທ່ານນາງໃນການເຮັດໃຫ້ນະໂຍບາຍດັ່ງກ່າວຂອງບໍລິສັດ ຖືກນຳມາປະຕິບັດ ດັ່ງນີ້:
Your browser doesn’t support HTML5
ສຽງນ້ອຍ-2-ວິທີການສົ່ງເສີມແມ່ຍິງຢູ່ຫ້ອງການ
ທ.ນ. ນ້ອຍກັບດາລາ ສະແດງຮູບເງົາ, Michelle Yeoh, ທີ່ເປັນທູດດ້ານສ້າງຄຸນງາມຄວາມດີຂອງ UNDP, ວັນທີ 28 ກຸມພາ, 2019
ເມື່ອຖືກຖາມວ່າດ້ວຍເຫດໃດທ່ານນາງນ້ອຍຈຶ່ງມີຄວາມຄິດຢາກສົ່ງເສີມໃຫ້ແມ່ຍິງມີຄວາມກ້າວໜ້າໃນການງານ ທ່ານນາງໃຫ້ເຫດຜົນວ່າ:
Your browser doesn’t support HTML5
ສຽງນ້ອຍ-3-ຄວາມຫຍຸ້ງຍາກຂອງແມ່ຍິງໃນການເຮັດວຽກງານ
ນອກຈາກການເອົາໃຈໃສ່ປະກອບສ່ວນພັດທະນາແມ່ຍິງຢູ່ໃນບໍລິສັດ ແລະປັບປຸງຄວາມຮູ້ຄວາມສາມາດຂອງຕົນແລ້ວ ທ່ານນາງນ້ອຍຍັງປະກອບສ່ວນຢ່າງຫ້າວຫັນໃນການພັດທະນາປະຊາຄົມ ໂດຍແນໃສ່ສົ່ງເສີມແມ່ຍິງລາວ ແລະແມ່ຍິງເຊື້ອສາຍເອເຊຢູ່ໃນຂົງເຂດທີ່ທ່ານນາງອາໄສຢູ່ກໍຄື ລັດຈໍເຈຍເປັນຈຸດໜັກ ຊຶ່ງໃນນັ້ນ ທ່ານນາງເວົ້າເຖິງບົດບາດຂອງທ່ານນາງໃນປະຊາຄົມດັ່ງກ່າວວ່າ:
Your browser doesn’t support HTML5
ສຽງນ້ອຍ-4-ການພັດທະນາແມ່ຍິງໃນປະຊາຄົມ
ພ້ອມກັນນັ້ນ ທ່ານນາງຍັງໄດ້ທຳການລະດົມທຶນຈາກພາກເອກະຊົນເພື່ອມາພັດທະນາຊຸມຊົນຂອງຄົນລາວ ແລະຄົນເຊື້ອສາຍເອເຊຍທົ່ວໄປອີກດ້ວຍ ຊຶ່ງທ່ານນາງເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງນ້ອຍ-5
ເມື່ອຖາມວ່າ ເປັນຫຍັງທ່ານນາງຈຶ່ງມີຄວາມມຸ້ງໝັ້ນຕໍ່ການພັດທະນາ ແມ່ຍິງ ແລະປະຊາຄົມລາວ ກໍຄືປະຊາຄົມເຊື້ອສາຍເອເຊຍໂດຍລາວທ່ານນາງບອກວ່າ ທັງນີ້ ກໍຍ້ອນວ່າຕົນເປັນລູກສາວອົບພະຍົບລາວທີ່ມາຕັ້ງຖິ່ນຖານໃນສະຫະລັດໃນຊຸມປີ 1980 ແລະກໍປະສົບກັບຄວາມຫຍຸ້ງຍາກນາງໆ ປະການ ລວມທັງການຂາດຜູ້ເປັນແບບຢ່າງທີ່ດີໃນດ້ານການສຶກສາຊຶ່ງຜູ້ກ່ຽວຕ້ອງດີ້ນຮົນ ສູ້ຊົນຊີວິດຕັ້ງແຕ່ຕອນເປັນໄວໜຸ່ມ. ທ່ານນາງໃຫ້ລາຍລະອຽດເພີ້ມເຕີມດັ່ງນີ້:
Your browser doesn’t support HTML5
ສຽງນ້ອຍ-6-ຄອບຄົວຫຍຸ້ງຍາກ
ໃນນາມວ່າເປັນລູກສາວອົບພະຍົບລາວຄົນນຶ່ງທີ່ປະສົບຄວາມຫຍຸ້ງຍາກໃນການສຶກສາ ແລະພັດທະນາຕົນເອງຫລັງຈາກມາຕັ້ງຖິ່ນຖານໃນສະຫະລັດ ເມື່ອທ່ານນາງໄດ້ປະສົບຜົນສຳເລັດໃນລະດັບໃດນຶ່ງແລ້ວ ທ່ານນາງນ້ອຍ ໂບຊາດ ຈຶ່ງໄດ້ຕັ້ງໜ້າປະກອບສ່ວນຢ່າງຫ້າວຫັນໃນການຊ່ວຍພັດທະນາແມ່ຍິງ ໂດຍສະເພາະແມ່ຍິງເຊື້ອສາຍລາວ ແລະເອເຊຍກຸ່ມອື່ນໃຫ້ ເທົ່າທຽມກັບຜູ້ຊາຍໃນການສ້າງຜົນງານຢູ່ໃນຫ້ອງການຕ່າງໆ ແລະຢູ່ໃນປະຊາຄົມຂອງຕົນ.