ປະກາຍຫົງ ວົງພະຈັນ ນັກຮ້ອງໝໍລໍາ ຂອງຄົນຮຸ່ນໃໝ່

ຊຸດເພງທໍາອິດຂອງ ປະກາຍຫົງ ວົງພະຈັນ ມົນຮັກປາຣີ

ປະກາຍຫົງ ວົງພະຈັນ ສິນລະປິນສາວລາວຈາກຝຣັ່ງ
ຊຶ່ງຖືວ່າເປັນນັກຮ້ອງໝໍລໍາຂອງຄົນຣຸ່ນໃໝ່ ທີ່ຍັງມັກຮັກ
ໃນການລໍາລາວ ຊຶ່ງນັບວັນກໍນັບຈະຫາຍາກຂຶ້ນທຸກມື້
ຊຶ່ງວັນນີ້ ປະກາຍຫົງໄດ້ໂອ້ລົມກັບ VOA ແລະໄດ້ເວົ້າ
ເຖິງເບື້ອງຫຼັງຄວາມເປັນມາຂອງການກາຍມາເປັນນັກຮ້ອງ
ໝໍລໍາແຖວໜ້າທີ່ໄດ້ມີຜົນງານຫຼາຍຊຸດອອຫມາສູ່ສາຍທ່ານ
ຜູ້ຟັງ. ປະກາຍຫົງໄດ້ຍົກຍ້າຍເຂົ້າໄປຢູ່ປະເທດຝຣັ່ງກ່ອນ
ຈະມາຢູ່ສະຫະລັດໃນປະຈຸບັນນີ້ ຂໍເຊີນຮັບຟັງບົດສໍາພາດ
ໄດ້ເລີຍ.

/ບົດສໍາພາດ ລະຫວ່າງ ວັນນະສອນ ກັບປະກາຍຫົງ ວົງພະຈັນ/

ປະກາຍຫົງ ວົງພະຈັນ

ການເປັນນັກຮ້ອງຂອງຊາວລາວໃນຕ່າງແດນນີ້ ກໍແມ່ນວ່າຜ່ານຜ່າຄວາມຫຍຸ້ງຍາກ
ພໍສົມຄວນ ແຕ່ອຸບປະສັກເຫຼົ່ານີ້ນັ້ນ ບໍ່ໄດ້ເຮັດໃຫ້ ນັກຮ້ອງໝໍລໍາຂອງຊາວລາວໃນຕ່າງ
ແດນທັງຫຼາຍທ່ານ ຊຶ່ງຮວມທັງ ປະກາຍຫົງ ວົງພະຈັນ ນໍາດ້ວຍ ລົດລະໃນຄວາມຕັ້ງໃຈ
ທີ່ຈະສ້າງຜົນງານດີໆມາສູ່ສາຍຕາແຟນເພງໃນຕ່າງແດນໄດ້ຮັບຟັງກັນ.

ອາທິດໜ້າ ທ່ານຈະໄດ້ຮັບຟັງການສໍາພາດ ກັບ DR. ວິນຍາ ສາຍສະໝຸດ
ຜູ້ອໍານວຍການຂອງໂຄງການສູນລາວສຶກສາ ທີ່ຈະເວົ້າກ່ຽວກັບໂຄງການໄປສຶກສາ
8 ອາທິດ ທີ່ ສປປລາວ ໃນຊ່ວງລະດູຮ້ອນ ກະລຸນາລໍຖ້າຮັບຟັງໃຫ້ໄດ້ໃນລາຍການຊີວິດ
ຊາວລາວໃນຕ່າງແດນ ໃນວັນພະຫັດໜ້າ.
.