ເປັນຫຍັງ ກິ່ງຟ້າ ພິມມະວົງ ຈຶ່ງຕັດສິນໃຈ ກັບຄືນເມືອ ບ້ານເກີດເມືອງນອນ?

ບ້ານຊົງລາວຍຸກໃໝ່ ຊຶ່ງເປັນທີ່ນິຍົມປຸກກັນໃນນະຄອນຫຼວງພະບາງ

ສໍາລັບລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ມື້ນີ້ ວັນນະສອນໄດ້ສໍາພາດກັບ ກິ່ງຟ້າ ພິມມະວົງ ຊາວລາວອະເມຣິກັນທີ່ໄດ້ໃຊ້ຊີວິດໃນສະຫະລັດ ນານກວ່າ 3 ທົດສະ ຫວັດ ແລ້ວຕັດສິນໃຈກັບໄປໃຊ້ຊີວິດບັ້ນປາຍໃນມາຕຸພູມບ້ານເກີດ ປະເທດລາວພຸ້ນ. ຂໍເຊີນຮັບຟັງການສຳພາດໄດ້ເລີຍວ່າຈະມີເລື່ອງລາວຄວາມເປັນມາຢ່າງໃດແດ່.

ນານກວ່າ 3 ທົດສະຫວັດແລ້ວທີ່ຊາວລາວຫຼາຍແສນຄົນ
ໄດ້ຫລົບໜີອອກຈາກບ້ານເກີດເມືອງນອນ ໄປຕັ້ງຖິ່ນຖານ
ກະຈັດກະຈາຍຢູ່ໃນຫຼາຍໆປະເທດໃນທົ່ວໂລກ ໂດຍສະ
ເພາະຫະລັດອະເມຣິການີ້ ຖືວ່າແມ່ນມີຈໍານວນຫຼວງຫຼາຍ
ໃນແຕ່ລະລັດ ອາດຈະເປັນເພາະວ່າສະຫະລັດເປັນປະເທດ
ທີ່ໃຫ້ໂອກາດແກ່ທຸກໆຄົນ ບໍ່ເລືອກຊັ້ນວັນນະ, ບໍ່ກີດກັນ
ສິດທິ, ແລະບໍ່ຖືຜີວ ຖືວ່າຊາວອົບພະຍົບລາວທີ່ມາອາໄສ
ຢູ່ໃນສະຫະລັດອະເມຣິການີ້ ກໍໄດ້ຮັບການສຶກສາສູງແລະ
ປະສົບຜົນສໍາເລັດກັນເກີອບທົ່ວຖ້ວນໜ້າ. ມື້ນີ້ເອື້ອຍກິ່ງ
ຟ້າ ພິມມະວົງ ຜູ້ຊຶ່ງປະຈຸບັນນີ້ໄດ້ຍົກຍ້າຍກັບຄືນໄປຢູ່
ປະເທດລາວແລ້ວ ໄດ້ໃຫ້ VOA ສໍາພາດກ່ຽວກັບການ
ຕັດສິນໃຈກັບຄືນເມືອບ້ານເກີດເມືອງນອນຂອງນາງ.

ກິ່ງຟ້າກັບແມ່ນັ່ງຮັບປະທານອາຫານ ທີ່ຫຼວງພະບາງ

ຈະເປັນຍ້ອນຫຍັງແລະຈະດ້ວຍສາເຫດອັນໃດກໍແລ້ວແຕ່ທຸກຄົນແມ່ນຈະມີຈຸດໝາຍປາຍ
ທາງ ເສັ້ນທາງຂອງຊີວິດທີ່ຈະຕ້ອງເດີນແລະແຕກຕ່າງກັນ. ການສຳພາດກັບເອື້ອຍກິ່ງ
ຟ້ານີ້ຄົງຈະເຮັດໃຫ້ຫຼາຍໆທ່ານໄດ້ເຂົ້າໃຈເຖິງເລື່ອງຂອງການກັບໄປລາວ ແລະວ່າແຕ່
ລະຄົນກໍມີຈຸດປະສົງທີ່ແຕກຕ່າງກັນອອກໄປ. ທ່ານຈະເລືອກເສັ້ນທາງເດີນທາງໃດ ກໍ
ແລ້ວແຕ່ ຂໍໃຫ້ເປັນເສັ້ນທາງທີ່ນໍາຄວາມສຸກມາສູ່ທ່ານ.

ເຊີນຕິດຕາມຟັງບົດສໍາພາດ ໂດຍຄລິກບ່ອນໂທລະໂຄ່ງ ຂ້າງເທິງຂວາມື.