ຄວາມພະຍາຍາມຢູ່ບ່ອນໃດ, ຄວາມສຳເລັດຢູ່ບ່ອນນັ້ນ. ຄໍາພະຫຍານີ້ ແມ່ນຍັງໃຊ້ໄດ້ຢູ່ສະເໝີ ບໍ່ວ່າຈະຢູ່ໃນຍຸກໃດສະໄໝໃດກໍຕາມ. ມື້ນີ້ພວກເຮົາມີບົດສຳພາດພິເສດ ກັບ ທ່ານຈອນນີ້ ຄຳໝັ້ນ ເຈົ້າຂອງຮ້ານອາຫານ Johnny Wokker ຜູ້ທີ່ເລີ້ມຕົ້ນຈາກຈຸດນ້ອຍໆ, ຄ່ອຍໆພັດທະນາຂຶ້ນຕົນເອງຂຶ້ນ ໂດຍມີຄວາມຝັນເປັນທິດເຍືອງທາງ. ອາດນະສັກ ມີລາຍລະອຽດ ກ່ຽວກັບເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ທ່ານ ຈອນນີ້ ຄຳໝັ້ນ ແມ່ນຄົນລາວອາເມຣິກັນອີກຄົນນຶ່ງທີ່ເຕີບໃຫຍ່ມາໃນຄອບຄົວທີ່ມີສະພາບການເງິນບໍ່ຄ່ອຍດີປານໃດ ໃນເມືອງສຕັອກຕັນ ລັດຄາລິຟໍເນຍ. ດັ່ງນັ້ນ, ເມື່ອຮຽນຈົບຊັ້ນມັດທະຍົມແລ້ວ ຈຶ່ງໄດ້ໄປຫາເຮັດວຽກໃນຫຼາກຫຼາຍສາຂາ ໂດຍສະເພາະແມ່ນພະນັກງານຂາຍສິນຄ້າ ເປັນເວລາ 15 ປີ, ແລະ ໄດ້ມີໂອກາດໄດ້ໄປຊ່ວຍວຽກຢູ່ຮ້ານຂາຍຊີິ້ນ ເຮັດໃຫ້ໄດ້ຮຽນຮູ້ການນຳໃຊ້ຊິ້ນປະເພດຕ່າງໆໃນການຄົວກິນ. ເນື່ອງຈາກເປັນຄົນມີຄວາມຕັ້ງໃຈ ແລະ ບໍ່ເຄີຍຢຸດທີ່ຈະຮຽນຮູ້ພັດທະນາຕົນເອງ, ແລະ ຫາແຮງບັນດານໃຈໃຫ້ຕົນເອງຢູ່ສະເໜີ. ດັ່ງນັ້ນ, ເມື່ອເກັບເງິນໄດ້ຈຳນວນນຶ່ງ ແລະເຫັນໂອກາດ ໃນທຸລະກິດ ຟູດທຣັກ ຈຶ່ງໄດ້ຕັດສິນໃຈຊື້ ຟູດທຣັກເປັນຂອງຕົນເອງ ເພື່ອຂາຍອາຫານເອເຊຍ ໂດຍສະເພາະອາຫານປະເພດຜັດ ໃນປີ 2019, ໂດຍໄດ້ເວົ້າໃຫ້ຟັງວ່າ:
ຂ້ອຍກະເຫັນຟູດທຣັກ ຢູ່ສຕັອກຕັນນີ້ ເປັນຮ້ອຍກວ່າອັນ ມີແຕ່ອາຫານແມັກ ໝົດທຸກຄົນເຂົາກະຍັງໄດ້ຂາຍດີ. ຂ້ອຍກະຄິດ ໂອ້ ຖ້າຂາຍອາຫານເອເຊຍນີ້ ມັນກະຕ້ອງໄດ້ຂາຍ ແນ່ນອນແນວພວກນີ້, ມັນມີຮ້ອຍກວ່າອັນເຂົາແຂ່ງກັນ ເຂົາກະຍັງຂາຍໄດ້ ແລ້ວຂ້ອຍກະບອກໝູ່ ບອກຄອບຄົວ ເອີ, ຂ້ອຍຢາກເປີດຟູດທຣັກ. ໝົດທຸກຄົນບອກຂ້ອຍ ໂອຍ ວຽກມັນໜັກ ບໍ່ຕ້ອງເຮັດ ມັນບໍ່ໄດ້ຄືເຂົາດອກ ເຂົາບອກ. ບັດໃນໃຈຂ້ອຍນິຢາກເຮັດ, ຂ້ອຍຢາກເຮັດຫຼາຍ, ຂ້ອຍເວົ້າເປັນສິບກວ່າປີແລ້ວ. ຈົນຂ້ອຍໄດ້ເຊບເງິນ ໄປຊື້ຟູດທຣັກ ແລ້ວກໍເປີດຂາຍຢູ່ ພາກ ແອງເຈີ ຄຣູສ ຢູ່ສຕັອກຕັນ ນີ້ ມັນມີລາວ ມີຂະເໝນ. ຫຼາຍຄົນເຂົາຂາຍຕໍາໝາກຮຸ່ງ, ເຂົາຂາຍໃສ້ອົ່ວ. ບໍ່ມີໃຜຂາຍເຂົ້າຜັດ, ຜັດຂີ້ເມົາ ອີ່ຫຍັງຫັ້ນນະ.
ໂດຍລວມແລ້ວ, ທຸລະກິດຟູດທຣັກ ຖືເປັນອີກທາງເລືອກນຶ່ງ ສຳລັບຜູ້ທີ່ຕ້ອງການເລີ້ມຕົ້ນເຮັດທຸລະກິດຮ້ານອາຫານ ແຕ່ຍັງບໍ່ມີທຶນຫຼາຍພໍ ແລະ ຍັງຖືວ່າເປັນທຸລະກິດທີ່ມີຄວາມສ່ຽງທີ່ໜ້ອຍກວ່າ ເມື່ອປຽບທຽບກັບການເປີດຮ້ານອາຫານໃນຕຶກອາຄານ. ໂດຍອີງຕາມ ເວັບໄຊ squareup.com ແລະ regionfoodtrucks.com ຄ່າໃຊ້ຈ່າຍສຳລັບການເລີ້ມຕົ້ນເຮັດທຸລະກິດຟູດທຣັກ ໃນປີ 2024 ແມ່ນຂຶ້ນກັບຫຼາຍປັດໃຈ ໂດຍແບ່ງເປັນ 2 ກຸ່ມຄື: ຄ່າໃຊ້ຈ່າຍຄົງທີ່ ເຊັ່ນ: ຄ່າໃຊ້ຈ່າຍສຳລັບລົດຟູດທຣັກ ເຊິ່ງຢູ່ທີ່ປະມານ 50,000 ຫາ 200,000 ໂດລາ, ຄ່າອຸປະກອນຕ່າງໆທີ່ກ່ຽວຂ້ອງ ປະມານ 2,000 ຫາ 3,000 ໂດລາ ແລະ ໃບຜູ້ປະກອບການ ແລະໃບອະນຸຍາດຕ່າງໆ ປະມານ 1,864 ຫາ 28,276 ໂດລາ ເຊິ່ງກໍຂຶ້ນກັບແຕ່ລະລັດ. ສ່ວນຄ່າໃຊ້ຈ່າຍໝູນວຽນ ລວມມີ ຄ່າແຮງງານ, ຄ່າບໍລິການການຕະຫຼາດ (ຖ້າມີ), ຄ່າປະກັນໄພ, ຄ່າອາຫານ ແລະ ຄ່າສິ້ນເປືອງເຊັ່ນນໍ້າມັນລົດ ແລະຄ່າບໍລິການອື່ນໆ. ເຊິ່ງເມື່ອປຽບທຽບແລ້ວ ກໍມີຄ່າໃຊ້ຈ່າຍທີ່ຕໍ່າກວ່າການເປີດຮ້ານອາຫານໃນຕຶກອາຄານ.
ນອກຈາກນີ້, ທ່ານ ຈອນນີ້ ຍັງໄດ້ເວົ້າໃຫ້ຟັງວ່າ ໃນການເຮັດທຸລະກິດຟູດທຣັກຂອງທ່ານນັ້ນ, ນອກຈາກຈະເນັ້ນໃສ່ອາຫານທີ່ສົດໃໝ່ ແລະ ລົດຊາດດັ້ງເດີມແລ້ວ, ການເຮັດມາເກັດຕິງກໍສຳຄັນຫຼາຍ ໃນການເຮັດໃຫ້ທຸລະກິດເປັນທີ່ຮູ້ຈັກໃນວົງກວ້າງຢ່າງໄວວາ, ໂດຍທ່ານໄດ້ເວົ້າໃຫ້ຟັງວ່າ:
ຂ້ອຍເຮັດມາເກັດຕິງທຸກມື້, ຂ້ອຍຖ່າຍຮູບ, ຂ້ອຍໃຊ້ Social Media, ໃຊ້ອິນຕາແກຣມ, ໃຊ້ເຟັສບຸກ, ໂຕນີ້ມັນໄດ້, ມັນພາຄົນມາ. ແບບ 3 ເດືອນຄົນກະມາແລ້ວ. ແລ້ວຄົນເຂົາກໍບອກໝູ່ເຂົາຕໍ່ເອີ, ຂ້ອຍເຮັດເຂົ້າຜັດແຊບ, ຂ້ອຍເຮັດເຂົ້າຜັດກະປູ. ດຽວນີ້ ເຂົ້າຜັດກະປູຂອງພວກເຮົານິ ນໍາເບີນຶ່ງ ໃນໝົດ ແວລີ. ຄົນຂັບລົດມາຈາກ ຊາຄາແມນໂຕ, ຈາກຊານຟານ ຊິສໂກ, ຈາກໂອກເລັນ ເຂົາຂັບມາຊົ່ວໂມງນຶ່ງ ຊົ່ວໂມງປາຍມາກິນຂອງຂ້ອຍ. ມັນກະຄົນຫຼາຍຊາດເນາະ ແລ້ວເຂົ້າກະໂຊຈາກໂຊໂຊມີເດຍຂອງເຂົາ, ເຂົາດັງຈັກໜ້ອຍ, ເຂົາມີແບບ ຫ້າສິບພັນຄົນ ຕິດຕາມເຂົາມາກິນອາຫານຂ້ອຍ ແລ້ວໝົດທຸກຄົນໄດ້ເຫັນ ມັນກະມີຄົນມາຫຼາຍບາດນີ້.
ແນວໃດກໍຕາມ, ເພື່ອຕອບສະໜອງຕໍ່ຄວາມຕ້ອງການ ແລະ ຈຳນວນຂອງລູກຄ້າທີ່ເພີ້ມຂຶ້ນໃນແຕ່ລະມື້, ພ້ອມທັງພິຈາລະນາເບິ່ງຄວາມຍາກງ່າຍໃນການບໍລິຫານ ແລະຄວາມແຕກຕ່າງຂອງຜົນຕອບແທນ ລະຫວ່າງ ຟູດທຣັກ ແລະການເປີດຮ້ານອາຫານ ເຊິ່ງຟູດທຣັກແມ່ນຂາຍໄດ້ຢູ່ລະຫວ່າງ 35,000 ຫາ 45,000 ຕໍ່ເດືອນ ໃນຂະນະທີ່ຮ້ານອາຫານຂາຍໄດປະມານ 90,000 ຮອດ 140,000. ຈຶ່ງໄດ້ເຮັດໃຫ້ທ່ານ ຈອນນີ້ ຕັດສິນໃຈເປີດຮ້ານອາຫານ ແລະຂາຍກິດຈະການຟູດທຣັກ. ໂດຍໃນປັດຈຸບັນນີ້, ນອກຈາກ ທ່ານ ຈອນນີ້ ກຳລັງຈະເປີດສາຂາທີ 2 ແລ້ວ, ທາງຮ້ານກໍກຳລັງພິຈາລະນາຂາຍແຟນຊາຍໃຫ້ກັບນັກລົງທຶນອີກດ້ວຍ.
ເຊິ່ງໃນຕອນທ້າຍ, ທ່ານ ຈອນນີ້ ໄດ້ຝາກຂໍ້ຄິດໄວ້ວ່າ: ຄວາມຝັນຂອງເຮົາ ສິ່ງໃດກໍຕາມທີ່ເຮົາຢາກເຮັດ ມັນອາດຈະເປັນຕາຢ້ານ, ມັນອາດຈະຍາກ ໃນເບື້ອງຕົ້ນ, ແຕ່ການທີ່ບໍ່ເຮັດຕາມຄວາມຝັນນັ້ນ ໃນທີ່ສຸດແລ້ວມັນຈະເຮັດໃຫ້ເຈົ້າກິນແໜງ ເພາະວ່າ ຖ້າຄວາມຝັນຂອງເຈົ້າບໍ່ເຮັດໃຫ້ເຈົ້າຢ້ານ ນັ້ນສະແດງວ່າຄວາມຝັນຂອງເຈົ້າຍັງໃຫຍ່ບໍ່ພໍ. ແລະ ໃນທີ່ສຸດແລ້ວ ມັນບໍ່ສຳຄັນວ່າເຮົາມາຈາກໃສ່ ແຕ່ມັນສຳຄັນວ່າຈຸດມຸ້ງໝາຍຂອງເຮົາຢູ່ໃສ ແລະ ເຮົາຈະໄປເຖິງຈຸດນັ້ນໄດ້ແນວໃດ.