ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ກິ່ງສະຫວັນຈະນຳເອົາການສຳພາດ ກັບທ່ານບຸນຈັນ ໄຊຍະວົງ ທີ່ປຶກສາ ປະຊາຄົມກືມມຸ ແລະຍານາງເທຣຊີ ຟຣີແມນ ຜູ້ບໍລິຫານ ໂຄງການໃຫ້ຄວາມຊ່ວຍເຫຼືອ ດ້ານບ່ອນຢູ່ຂອງລັດຖະບານ ຊາວກືມມຸອາເມຣິກັນ ມາສະເໜີທ່ານ.
Your browser doesn’t support HTML5
ເຊີນຟັງຄວາມກ້າວໜ້າ ຂອງປະຊາຄົມກືມມຸອາເມຣິກັນ ໃນສະຫະລັດ
ໂດຍທົ່ວໄປແລ້ວຄົນລາວພາກັນຮ້ອງຊາວກືມມຸ ວ່າ “ຂະມຸ ແລະຂ້າມຸ” ຊຶ່ງເປັນເຜົ່ານຶ່ງ
ໃນຈຳນວນ 49 ຊົນເຜົ່າ ໃນປະເທດລາວ ຮວມຢູ່ໃນປະຊາກອນລາວທັງໝົດຫົກລ້ານ
ຄົນ. ຢູ່ໃນປະເທດລາວຊົນເຜົ່າກືມມຸຕັ້ງຖິ່ນຖານຢູ່ ແຂວງຫຼວງພະບາງ ອຸດົມໄຊ ຊຽງ
ຂວາງ ແລະວຽງຈັນ. ຊົນເຜົ່າກືມມຸ ປະ ກອບມີ ກືມມຸອູ ກືຶມມຸກຣົງ ກືມມຸລື້ ກືມມຸຍວນ ກືມ
ມຸລະແວນ ກືມມຸຈວນ ກືມມຸລະເມດ ຊຶ່ງເກືອບທັງໝົດເວົ້າພາສາດຽວກັນ ຍົກເວັ້ນກືມມຸ
ລະເມດ ທີ່ີມີຄວາມແຕກຕ່າງໜ້ອຍນຶ່ງ ແລະແມ່ນຊົນເຜົ່າລາວເທິງ. ໃນສະໄໝການປົກ
ຄອງຂອງພະລາດຊະອານາຈັກລາວ ແລະ ສປປ ລາວ ເຜົ່າກືມມຸໄດ້ມີບົດບາດອັນສຳຄັນ
ຢູ່ໃນວົງການລັດຖະບານ.
ຊາວກືມມຸ ມີພື້ນຖານປະເພນີການປູກຝັງ ແລະພາກັນເຕົ້າໂຮມສະຫຼອງບຸນ ເກັບກ່ຽວໃນ
ແຕ່ລະປີ ໃນເດືອນພະຈິກ. ທ່ານບຸນຈັນ ໄຊຍະວົງ ອາຍຸ 74 ປີ ທີ່ປຶກສາອະວຸໂສປະຊາຄົມ
ກືມມຸຢູ່ເຂດເບເອເຣຍ ໃນລັດຄາລີຟໍເນຍ ອະດີດນັກບິນເຕ-28 (T-28) ແລະອະດີດເຈົ້າ
ໜ້າທີ່ສັງຄົມສົງເຄາະ ຢູ່ໃນລັດ ຄາລີຟໍເນຍໄດ້ໂອ້ລົມກ່ຽວກັບຊີວິດການເປັນຢູ່ຂອງຊາວ
ກືມມຸສູ່ ວີໂອເອ ຟັງດັ່ງນີ້:
ທ່ານບຸນຈັນ ໄຊຍະວົງ
Your browser doesn’t support HTML5
ເຊີນຟັງທ່ານບຸນຈັນ ໄຊຍະວົງ
ໃນປີ 1981 ຍານາງບຸນດີ ຈຸລາພັນ ອາຍຸໄດ້ 9 ປີ ອົບພະຍົບກັບຄອບຄົວຈາກເມືອງ
ຫ້ວຍຊາຍ ແຂວງບໍ່ແກ້ວ ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ. ຫຼັງຈາກໄດ້ສັນຊາດໃນປີ
1990 ນາງບຸນດີ ໄດ້ປ່ຽນມາໃສ່ຊື່ວ່າ ເທຣຊີ (Tracie) ນາງສຳເລັດປະລິນຍາໂທຝ່າຍ
ການສຶກສາຜູ້ໃຫຍ່ (Adult Education) ຈາກມະຫາວິທະຍາໄລ ຊິອາໂຕ້ (Seattle
University) ປັດຈຸບັນນີ້ເປັນຜູ້ບໍລິຫານໂຄງການຊ່ວຍເຫຼືອດ້ານບ່ອນຢູ່ອັນເປັນທີ່ພັກ
ພາອາໄສ ແກ່ຜູ້ມີລາຍໄດ້ຕໍ່າ ຊຶ່ງເປັນໂຄງການລັດຖະບານທ້ອງຖິ່ນ ທີ່ເມືອງ ຄິງຄາວ
ຕີ້ (King County) ໃນນະຄອນຊີອາໂຕ້ ລັດວໍຊິງຕັນ ຕັ້ງຢູ່ທາງ ພາກຕາເວັນຕົກສຽງ
ເໜືອສຸດຂອງສະຫະລັດ ຊຶ່ງຍານາງເທຣຊີ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
ຍານາງເທຣຊີ ຟຣີແມນ
Your browser doesn’t support HTML5
ເຊີນຟັງຍານາງເທຣຊີ ຟຣີແມນ
ຍານາງເທຣຊີ ກ່າວວ່າ “ປັດຈຸບັນນີ້ພວກເຮົາມີຊາວໜຸ່ມກືມມຸ ຫຼາຍສົມຄວນທີ່ສຳເລັດການສຶກສາຂັ້ນ ມັດທະຍົມແລະມະຫາວິທະຍາໄລ ຂັ້ນປະລິນຍາຕີແລະປະລິນຍາໂທ. ພວກເຮົາມີການຈັດຕັ້ງ ເປັນສະຫະພັນກືມມຸແຫ່ງຊາດ ມີຫ້ອງການ ຕັ້ງຢູ່ໃນເຂດ ເບເອເຣຍ ເພື່ອຕິດຕໍ່ກັບບັນດາສະມາຄົມກືມມຸທີ່ຕັ້ງຖິ່ນຖານ ຢູ່ໃນລັດຕ່າງໆ ເລາະລຽບທາງພາກຕາເວັນຕົກສຽງເໜືອລົງໄປຫາທາງພາກຕາເວັນຕົກສຽງໃຕ້ ພາກກາງ ແລະພາກຕາເວັນອອກ ຂອງສະຫະລັດ ເຊັ່ນວ່າ ຢູ່ນະຄອນ ຊີອາໂຕ້ ເມືອງສະຕັອກຕັນ ເມືອງແຟຣັສໂນ ເມືອງຣິສມັນ ເມືອງແຊນຕາ ອານາ ລັດໂອກລາໂຮມາ ເມືອງຟິນິກສ໌ ເມືອງດາລລັສແລະນະຄອນບອສ ຕັນເຫລົ່ານີ້ເປັນຕົ້ນ.”
ນອກຈາກມີຄວາມຮັບຜິດຊອບດ້ານວຽກງານແລະຄອບຄົວແລ້ວ ຍານາງເທຣຊີ ຍັງເປັນ
ປະທານສະຫະພັນກິືມມຸແຫ່ງຊາດ ຢູ່ໃນສະຫະລັດອາເມຣິກາ ຊຶ່ງ ຍານາງໄດ້ກ່າວກ່ຽວ
ກັບການຈັດຕັ້ງສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງຍານາງເທຣຊີ ຟຣີແມນ
ຍານາງເທຣຊີ ກ່າວຕໍ່ໄປອີກວ່າ “ປະຊາຄົມກືມມຸເປັນຊົນກຸ່ມນ້ອຍຢູ່ໃນປະເທດລາວ
ແລະກໍຍັງເປັນຊົນກຸ່ມນ້ອຍ ຢູ່ໃນສະຫະລັດ ທີ່ມີສະມາຊິກທັງ ໝົດປະມານ 15,000
ຄົນ. ປັດຈຸບັນນີ້ໜຸ່ມນ້ອຍກືມມຸພາກັນປະກອບອາຊີບ ຕ່າງໆເຊັ່ນເປັນນັກທຸລະກິດ
ເຮັດວຽກຢູ່ບໍລິສັດໂບອິ້ງ (Boeing) ບ່ອນສ້າງ ເຮືອບິນ ນັກວິຊາການຂໍ້ມູນ ຫຼື IT ນັກບັນ
ຊີ ເຈົ້າຂອງທຸລະກີດເຈົ້າໜ້າທີ່ ສັງຄົມສົງເຄາະ ແລະອື່ນໆເຫລົ່ານີ້່ເປັນຕົ້ນ.”
ຢູ່ໃນສະຫະລັດ ລັດຖະບານທ້ອງຖິ່ນ ແລະລັດຖະບານກາງມີ ໂຄງການຊ່ວຍເຫຼືອບ້ານ
ເຮືຶອນທີ່ຢູ່ອາໄສແກ່ຜູ້ມີລາຍໄດ້ຕໍ່າ ແລະສຳລັບ ຜູ້ອາວຸໂສ ຊຶ່ງຍານາງເທຣຊີ ເປັນຜູ້ມີ
ໜ້າທີ່ຮັບຜິດຊອບມາໄດ້ 18 ປີ ແລ້ວ ແລະໄດ້ ກ່າວວ່າ
Your browser doesn’t support HTML5
ເຊີນຟັງຍານາງເທຣຊີ ຟຣີແມນ
“ຄົນສ່ວນໃຫຍ່ ທີ່ໄດ້ຮັບການຊ່ວຍເຫຼືອ ຢູ່ໃນໂຄງການນີ້ແມ່ນຄົນຜິວຂາວ ຜີວດຳ
ຄົນຫວຽດນາມ ແລະຄົນທີ່ມີພື້ນຖານ ມາຈາກຊາດອື່ນໆ ແຕ່ວ່າຍັງ ບໍ່ມີຄົນລາວອາ
ເມຣິກັນ. ສາເຫດທີ່ຄົນລາວບໍ່ໃຊ້ກໍຄືດ້ານປະເພນີທີ່ພວກ ລູກໆບໍ່ຢາກໃຫ້ພໍ່ແມ່ໄປຢູ່
ໂດດດ່ຽວຕ່າງຫາກຕາມລຳພັງ."
ຍານາງເທຣຊີ ແມ່ນລູກສາວຂອງທ່ານຄຳນ້ອຍ ແລະຍານາງແຄນ ຈຸລາພັນ. ຍານາງເທຣຊີ ມີຄວາມໄຝ່ຝັນດ້ານການສຶກສາສູງ ອ້າຍເອື້ອຍນ້ອງທັງໝົດ ສຳເລັດປະລິນຍາຕີ. ຍານາງເທຣຊີ ແຕ່ງງານກັບຄົນອາເມຣິກາຜີວຂາວ ມີລູກ ສາມຄົນສຳເລັດສຶກສາຂັ້ນມະຫາວິທະຍາໄລ ແລະນີ້ແມ່ນແບບຢ່າງຂອງຜົນ ສຳເລັດຂອງການຕັ້ງຊີວິດໃໝ່.