ຊາວລາວ ຢູ່ລັດວໍຊິງຕັນ ຮັບມືຕ່າງກັນ ກັບໂຄວິດ-19

ທີ່ເຫັນຢູ່ນັ້ນ ແມ່ນຕຶກຫໍຄອຍ Space Needle ແລະຕຶກສຽດຟ້າ ໃນນະຄອນຊີອາໂຕ້ ລັດວໍຊິງຕັນ. ຖ່າຍເມື່ອວັນທີ 11 ກຸມພາ 2017.

ການລະບາດຂອງໂຄວິດ-19 ຢູ່ທີ່ລັດວໍຊິງຕັນ ເຮັດໃຫ້ຊຸມຊົນລາວ ມີຄວາມລະມັດລະວັງຫຼາຍຂຶ້ນ ໄພສານມີລາຍງານ:

Your browser doesn’t support HTML5

ເຊີນຟັງລາຍງານ ຊາວລາວທີ່ລັດວໍຊິງຕັນ ມີຄວາມຕື່ນຕົວ ກ່ຽວກັບໂຄວິດ-19


ຄົນລາວຜູ້ນຶ່ງໃນນະຄອນຊີອາໂຕ້ ລັດວໍຊິງຕັນ ກ່າວວ່າ ການລະບາດຂອງໂຄວິດ-19 ແມ່ນເລີ້ມຂຶ້ນໃກ້ໆກັບເຂດທີ່ຍານາງອາໄສຢູ່. ຍານາງປະທຸມວອນ ພິມບຸບຜາ ກ່າວຕໍ່ວີໂອເອ ພະແນກພາສາລາວວ່າ:

Your browser doesn’t support HTML5

ສຽງຍານາງປະທຸມວອນ


ຍານາງປະທຸມວອນ ເວົ້າວ່າ ຫຼັງຈາກເກີດການລະບາດແລ້ວ ຊີວິດການເປັນຢູ່ຂອງຜູ້ຄົນໃນເຂດດັ່ງກ່າວກໍໄດ້ມີການປ່ຽນແປງໄປ. ທາງຄອບຄົວຂອງຍານາງທິດນຶ່ງແມ່ນພາກັນອອກໄປຕະຫຼາດເທື່ອນຶ່ງຫາຊື້ແຕ່ສິ່ງຂອງທີ່ຈຳເປັນເທົ່ານັ້ນ. ແຕ່ໃນຂະນະດຽວກັນ ບາງຄົນກໍເວົ້າວ່າ ບໍ່ໃຫ້ຢ້ານຫຼາຍຈົນເກີນເຫດ. ຍານາງສົມປະສົງ ດິດທະວົງ ກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ສຽງຍານາງສົມປະສົງ


ຍານາງສົມປະສົງກ່າວວ່າ ລາງຄົນຫັ້ນຢ້ານຫຼາຍຈົນບໍ່ຢາກອອກຈາກເຮືອນ ຊຶ່ງຍານາງກ່າວວ່າ ມັນເປັນການກົດດັນເຮົາເອງຈົນເກີນໄປ.

ນະຄອນຊີອາໂຕ້ ມີຊຸມຊົນລາວ ຂະມຸ ແລະມົ້ງ ອາໄສຢູ່ ປະມານສິບພັນຄົນ.