ຍານາງເພັດ ນາມແພງສອນ ເຂົ້າມາຕັ້ງຖິ່ນຖານ ໃນລັດແຄນຊັສ ຕອນອາຍຸ ພຽງ 8 ເດືອນ ດຽວນີ້ເປັນຜູ້ຈັດການດ້ານຊັບພະຍາກອນມະນຸດ ໃນບໍລິສັດຜະລິດເຮືອບິນ

ຄອບຄົວຂອງຍານາງເພັດ ນາມແພງສອນ ທີ່ໄອຢູ່ໃນເມືອງວິຈິຕາ ລັດແຄນຊັສ ມາໄດ້ 40 ກວ່າປີແລ້ວ.

ທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນຊາວລາວ ໃນຄ່ຳຄືນນີ້ ເຮົາຈະນຳເອົາເລື້ອງລາວ ຂອງຊາວລາວຈຳນວນນຶ່ງ ທີ່ອາໄສຢູ່ໃນເມືອງວິຈິຕາ ລັດແຄນຊັສ ທີ່ເປັນສູນກາງອຸດສາຫະກຳຜະລິດເຮືອບິນໂດຍສານພານິດແລະເຮືອ ບິນສ່ວນຕົວ ເຊັ່ນບໍລິສັດ ໂບອິງ (Boing), ແລະ ບໍລິສັດ ແທັກສທຣອນ ເອວີເອສັນ (Textron Aviation) ພ້ອມກັນນັ້ນ ຊາວເມືອງວິຈິຕາ ໂດສະເພາະ ຊາວພຸດ ກຳລັງກະກຽມສຳລັບການສະເຫຼີມສະຫຼອງງານບຸນເປີດສິມແລະສາລາຫຼັງໃໝ່ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ຍານາງເພັດ ນາມແພງສອນ ເຂົ້າມາຕັ້ງຖິ່ນຖານ ໃນລັດແຄນຊັສ ຕອນອາຍຸ ພຽງ 8 ເດືອນ ດຽວນີ້ເປັນຜູ້ຈັດການດ້ານຊັບພະຍາກອນມະນຸດ

ຍານາງເພັດ ນາມແພງສອນ ຊື່ຫຼິ້ນວ່າ ຕູ່ ເກີດຢູ່ລາວ ເມື່ອມີອາຍຸໄດ້ປະມານພຽງເຈັດ-ແປດເດືອນ ພໍ່ແລະແມ່ ກໍໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງວິນຟີລ (Windfield) ລັດແຄນຊັສ ໃນປີ 1979 ຊຶ່ງເປັນເມືອງນ້ອຍໆຕັ້ງຢູ່ບໍ່ໄກຈາກຕົວເມືອງວິຈິຕາ ພໍປານໃດ. ຍານາງເຕີບໃຫຍ່ຢູ່ໃນເມືອງນີ້ ແລະໄດ້ເຂົ້າໂຮງຮຽນຕັ້ງແຕ່ຊັ້ນປະຖົມຈົນເຖິງຊັ້ນມັດທະຍົມ ຫຼັງຈາກນັ້ນ ກໍໄດ້ໄປສຶກສາຮ່ຳຮຽນຕໍ່ ທີ່ມະຫາວິທະຍາໄລ ວິຈິຕາ ພາຍຫຼັງທີ່ໄດ້ຮຽນຈົບແລະໄດ້ຮັບປະລິນຍາສາຂາທຸລະກິດ ວິຊາເອກໃນດ້ານການຄຸ້ມຄອງລະບົບຂໍ້ມູນ ແລ້ວຍາ ນາງກໍໄດ້ສ້າງຄອບຄົວໃໝ່ກັບຄູ່ຄອງທີ່ເປັນຄົນລາວ-ອາເມຣິກັນ ຢູ່ໃນເມືອງດຽວກັນ ດັ່ງທີ່ຍານາງເລົ່າໃຫ້ວີໂອເອລາວ ຟັງວ່າ:

Your browser doesn’t support HTML5

ຍານາາງເພດ ນາມແພງສອນ ກ່າວກ່ຽວກັບການເຂົ້າມາຕັ້ງຖິ່ນຖານໃນເມືອງວິຈິຕາ ລັດແຄນຊັສ

ຍານາງເພັດ ອາໄສຢູ່ໃນເມືອງວິຈິຕາ ເປັນເວລາຫຼາຍກວ່າ 40 ປີ ແລະໄດ້ເຮັດວຽກຢູ່ບໍລິສັດ Textron Aviation ມາໄດ້ຍາວນານຫຼາຍສິບປີ ຊຶ່ງຕະຫຼອດໄລຍະທີ່ເຮັດວຽກຢູ່ນັ້ນ ຍານາງໄດ້ຮັບຕຳແໜ່ງແລະໜ້າທີ່ຫຼາກຫຼາຍບົດບາດທີ່ ມີຄວາມຮັບຜິດຊອບສູງເພີ້ມຂຶ້ນເລື້ອຍໆ ຢູ່ພາຍໃນພະແນກຕ່າງໆຂອງບໍລິສັດ ເຊັ່ນວ່າ ເທັກໂນໂລຈີດ້ານຂໍ້ມູນ, ຮັບຜິດຊອບດ້ານຊັບພະຍາກອນມະນຸດ ກໍຄື ຊັບພະຍາກອນມະນຸດຂອງຄູ່ຮ່ວມທຸລະກິດ, ຊັບພະຍາກອນມະນຸດທົ່ວໂລກ, ຄວາມສຳພັນຂອງພະນັກງານ ແລະໃຫ້ການສະໜັບສະໜຸນດ້ານການປະຕິບັດງານຕາມຂໍ້ກຳນົດຂອງບໍລິສັດ ທີ່ມີຫຼາກຫຼາຍວຽກງານ ທົ່ວທັງທຸລະກິດ ຊຶ່ງຍານາງ ອະທິບາຍໂດຍຫຍໍ້ວ່າ:

Your browser doesn’t support HTML5

ຍານາາງເພດ ນາມແພງສອນ ກ່າວກ່ຽວກັບໜ້າທີ່ແລະຕຳແໜ່ງທີ່ບໍລິສັດ ແທັກສ໌ທຣອນ ເອວີເອສັນ

ສ່ວນບົດບາດໜ້າທີ່ໃນຕຳແໜ່ງຜູ້ຈັດການດ້ານຊັບພະຍາກອນມະນຸດ ຍານາງໄດ້ໃຫ້ລາຍລະອຽດຂອງວຽກງານດັ່ງຕໍ່ໄປນີ້ວ່າ:

Your browser doesn’t support HTML5

ຍານາາງເພດ ນາມແພງສອນ ກ່າວກ່ຽວກັບບົດບາດໜ້າທີ່ໃນຕຳແໜ່ງຜູ້ຈັດການດ້ານຊັບພະຍາກອນມະນຸດ

ຍານາງກ່າວໃຫ້ຟັງວ່າ ບໍລິສັດນີ້ ມີສຳນັກງານໃຫຍ່ຢູ່ໃນຕົວເມືອງວິຈິຕາ ໂດຍມີພະນັກງານຫຼາຍສິບພັນຄົນ ແລະມີໂຮງງານຜະລິດຍົນ Cessna ແລະ Beechcraft ພ້ອມກັນນັ້ນ ມີສາຂາຫຼາຍແຫ່ງ ທັງຢູ່ພາຍໃນສະຫະລັດ ແລະຕ່າງປະເທດ ເຊັ່ນເອເຊຍ ລວມທັງໝົດແລ້ວ ມີພະນັກງານຫຼາຍເກີນກວ່າຫ້າສິບພັນຄົນ ແລະມີລູກຄ້າຢູ່ໃນຫຼາຍກວ່າ 170 ປະເທດ ສະນັ້ນ ວຽກງານດ້ານຊັບພະຍາກອນມະນຸດຂອງຍານາງ ໃນປັດຈຸບັນນີ້ ແມ່ນພົວພັນກັບການຊອກຫາແຮງງານທຸກລະດັບແລະທຸກສັນຊາດ ເພື່ອມາເຮັດວຽກຢູ່ທີ່ບໍລິສັດຕາມຄວາມຕ້ອງການ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ຍານາາງເພດ ນາມແພງສອນ ກ່າວກ່ຽວກັບວຽກງານດ້ານຊັບພະຍາກອນມະນຸດຂອງຍານາງ

ຍານາງກ່າວໃຫ້ຟັງອີກວ່າ ມີພະນັກງານທີ່ເປັນຄົນລາວ ແລະເອເຊຍຫຼາຍພໍສົມຄວນ ແລະຄ່າຈ້າງກໍສູງສຳລັບພະນັກງານຜູ້ທີ່ບໍ່ມີປະສົບການ ຄືວ່າບໍ່ຕ່ຳກວ່າ 20 ໂດລາຕໍ່ຊົ່ວໂມງ ຊຶ່ງທາງບໍລິສັດ ກໍຍັງຝຶກອົບຮົມໃຫ້ແກ່ພະນັກງານ ແລະປັດຈຸບັນນີ້ ຍັງຕ້ອງການພະນັກງານຫຼາຍພັນຄົນ ສຳລັບຫຼາກຫຼາຍພະແນກ ຈາກພະແນກຜະລິດ ແລະ ສ້ອມແປງເຮືອບິນ ຕະຫຼອດເຖິງພະນັກງານປະຈຳຫ້ອງການ ຈົນເຖິງພະນັກງານກຳມະກອນ ຊຶ່ງຍານາງກ່າວວ່າ “ຖ້າຜູ້ໃດສົນໃຈ ຫຼືມີຄຳຖານ ກໍສາມາດຕິດຕໍ່ຫາຍານາງໄດ້ທາງອີເມລ ທີ່ c28405@hotmail.com ຫຼື ທາງເວັນໄຊຂອງບໍລິສັດ: www.txtav.com, www.defense.txtav.com, www.scorpionjet.com.”

ນອກຈາກວຽກງານປົກກະຕິແລ້ວ ຍານາງເພັດ ຍັງໃຫ້ການຊ່ອຍເຫຼືອທາງວັດລາວ ພຸດທະຣັຕະນະຣາມ ເມືອງວິຈິຕາ ມາໄດ້ຫຼາຍສິບປີນຳດ້ວຍ ດັ່ງທີ່ ຍາ ນາງເລົ່າໃຫ້ຟັງດັ່ງນີ້:

Your browser doesn’t support HTML5

ຍານາາງເພດ ນາມແພງສອນ ກ່າວກ່ຽວກັບການຊ່ອຍເຫຼືອວັດລາວ ພຸດທະຣັຕະນະຣາມ

ສ່ວນລູກສາວຫຼ້າ ໄວ 17 ປີຂອງເພິ່ນ ກໍຍັງໄດ້ເຂົ້າຮ່ວມການປະກວດເປັນນາງສັງຂານ ສຳລັບປີໃໝ່ທີ່ຜ່ານມານີ້ ແລະທ້າຍສຸດນີ້ ຍານາງກ່າວກ່ຽວກັບວິຈິຕາ ແຄນຊັສວ່າ:

Your browser doesn’t support HTML5

ຍານາາງເພດ ນາມແພງສອນ ກ່າວກ່ຽວກັບເມືອງວິຈິຕາ ແລະຊຸມຊົນຊາວລາວ

“ຕູ່ມັກຫຼາຍຢູ່ນີ້ ເພາະວ່າ ຄົນລາວ ສາມັກຄີກັນ ລະກະຕຸ້ມລຸມກັນ ລະກະຊ່ອຍກັນ ເຫັນກັບຕາເລີຍເພາະວ່າ ງານເຮົາຢູ່ບຸນອັນໜາເກົ້າມື້ເກົ້າຄືນນີ້ນະ ຄົນກະໄປຊ່ອຍເຕັມເລີຍ ລະກະເຕັມໃຈເພິ່ນກະເຮັດແບບບໍລິສຸດໃຈ ຂ້າພະເຈົ້າພູມໃຈກັບຊຸມາຊົນຊາວລາວຢູ່ທີ່ວິຈິຕາ ແຄນຊັສ.”

ງານບຸນສະຫຼອງເປີດສິມແລະສາລາ ຂອງວັດລາວພຸດທະຣັຕະນະຣາມ ທີ່ໄດ້ສ້າງສຳເລັດແລ້ວ ຈະເລີ້ມຂຶ້ນໃນທ້າຍເດືອນສິງຫາ ວັນທີ 26 ຈົນເຖິງວັນທີ 3 ກັນຍາ 2023.

ວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ລັດແຄນຊັສ