ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີໂອເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາຈະພາທ່ານໄປພົບກັບ ຄົນລາວອາເມຣິກັນຄອບຄົວນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນນະຄອນຊີອາໂຕ້ ລັດວໍຊິງຕັນ ສະຫະລັດອາເມຣິກາ. ໄພສານ ມີລາຍງານເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ຊຸມຊົນລາວໃນນະຄອນຊີອາໂຕ້ ລັດວໍຊິງຕັນ
ໃນລາຍການຊຸມຊົນລາວໃນທະວີບອາເມຣິກາຂອງເຮົາແລງມື້ນີ້ ຈະພາທ່ານໄປພໍ້ກັບຍານາງສົມປະສົງ ດິດທະວົງທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນຊີອາໂຕ້ ລັດວໍຊິງຕັນ ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ. ລັດນີ້ຖືກຮັບເຂົ້າເປັນລັດທີ 42 ຂອງສະຫະລັດ ໃນປີ 1889 ຊຶ່ງມີອານາເຂດທາງເໜືອ ຕິດກັບແຂວງບຣິສຕິສ ໂຄລັມເບຍຂອງການາດາ ທາງພາກຕາເວັນອອກຕິດກັບລັດໄອດາໂຮ ທາງໃຕ້ຕິດກັບລັດອໍເຣກອນແລະທາງພາກຕາເວັນ ຕົກຕິດກັບມະຫາສະໝຸດປາຊີຟິກ. ນະຄອນຊີອາໂຕ້ ມີປະຊາກອນ ປະມານ 755,000 ຄົນອີງຕາມການສໍາຫຼວດໃນປີ 2018 ເປັນຫົວເມືອງໃຫຍ່ສຸດທັງຢູ່ໃນລັດວໍຊິງຕັນ ແລະໃນເຂດພາກຕາເວັນຕົກສຽງເໜືອທີ່ຕິດກັບປາຊີຟິກຂອງສະຫະລັດ. ນະຄອນຊີອາໂຕ້ເປັນເມືອງທີ່ມັກມີຝົນຕົກຊຶ່ງເປັນທີ່ຖືກໃຈຂອງຄົນລາວໃນຈຳນວນບໍ່ນ້ອຍ.
ຍານາງສົມປະສົງ ແລະຄອບຄົວ ກ່ອນຈະຕົກມາຮອດນະຄອນຊີອາໂຕ້ ກໍໄດ້ຜ່ານປະສົບພະການຫຼາຍຢ່າງໃນການເປັນອົບພະຍົບຢູ່ປະເທດໄທ ຊຶ່ງຍານາງກ່າວກ່ຽວກັບເລື້ອງນີ້ວ່າ.
Your browser doesn’t support HTML5
ສຽງຍານາງສົມປະສົງ 1
ຍານາງສົມປະສົງເວົ້າວ່າ ນາງແລະສາມີໄດ້ຢູ່ກັບຜູ້ທີ່ໄປປະກັນໂຕມາ ເປັນເວລາປີປາຍຈົນເທົ່າພວກທີ່ເພິ່ນໄປຢູ່ນຳເຂົ້າສູນ ແຕ່ຍານາງກ່າວວ່າ ເວລານັ້ນຢູ່ໄທ ກໍຍັງຫາລ້າຫາການບໍ່ຍາກປານໃດ ຈົນເທົ່າຕໍ່ມາທາງການໄທເລີ້ມເຂັ້ມງວດຫຼາຍຂຶ້ນ ຈຶ່ງໄດ້ຕັດສິນໃຈເຂົ້າສູນ.
Your browser doesn’t support HTML5
ສຽງຍານາງສົມປະສົງ 2
ເປັນດ້ວຍເຫດໃດຈຶ່ງໄດ້ເຂົ້າໄປຢູ່ນະຄອນຊີອາໂຕ້ ຍານາງສົມປະສົງກ່າວວ່າ ມີຫຼາຍຂັ້ນຫຼາຍຕອນ ກ່ອນຈະໄດ້ເຂົ້າໄປຢູ່ໃນນະຄອນດັ່ງກ່າວ ຊຶ່ງຍານາງເລົ່າສູ່ຟັງດັ່ງນີ້.
Your browser doesn’t support HTML5
ສຽງຍານາງສົມປະສົງ 3
ຫຼັງຈາກໄດ້ວຽກ ຢູ່ຊີອາໂຕ້ແລ້ວ ຜົວຂອງເພິ່ນກໍໄດ້ວຽກຊົ່ວຄາວ ເປັນຄົນເຮັດສວນອີກເພາະວ່າໃນປີ 1981 ນັ້ນ ການຫາວຽກຫາການ ຢູ່ລັດວໍຊັງຕັນແມ່ນຍາກຫຼາຍ ແຕ່ເມື່ອຮອດ 3 ເດືອນແລ້ວ ຈຶ່ງໄປຂໍໃຫ້ເພິ່ນຕໍ່ວຽກຕື່ມ ແລະເລົ່າເລື້ອງສູ່ເຂົາເຈົ້າຟັງວ່າ ມີລູກ 2 ຄົນ ແລະເມຍກໍບໍ່ໄດ້ເຮັດການ. ຍານາງເວົ້າວ່າ ເພິ່ນກໍເລີຍອີ່ຕົນ ເລີຍໃຫ້ຜົວຂອງຍານາງ ເຮັດວຽກຕໍ່ ແລະຂຶ້ນເງິນເດືອນຕື່ມເປັນ 2 ເທົ່າຈາກ 4 ໂດລາເປັນ 8 ໂດລາໃນເວລານັ້ນ. ແລະຄອບຄົວຂອງຍານາງກໍໄດ້ຢູ່ທີ່ຊີອາໂຕ້ຕັ້ງແຕ່ນັ້ນມາ. ກ່ຽວກັບເລື້ອງວຽກເລື້ອງການນັ້ນ ຍານາງສົມປະສົງກ່າວວ່າ:
Your browser doesn’t support HTML5
ສຽງຍານາງສົມປະສົງ 4
ຍານາງສົມປະສົງ ດິດທະວົງ ແລະລູກສາວ ຂອງຍານາງປະທຸມວອນ ພິມບຸບຜາ ທີ່ຮຽນຈົບ
ສຳລັບຄວາມກ້າວໜ້າໃນເລື້ອງວຽກການ ແມ່ນມີມາເປັນຂັ້ນໆ ຊຶ່ງຍານາງສົມປະສົງ ກ່າວວ່າ:
Your browser doesn’t support HTML5
ສຽງຍານາງສົມປະສົງ 5
ຍານາງສົມປະສົງລົມສູ່ຟັງວ່າ ຕອນທຳອິດທີ່ຍານາງຍ້າຍເຂົ້າໄປເຮັດວຽກ ຢູ່ມະຫາ ວິທະຍາໄລ ກໍເຮັດວຽກນຳ Data Processing ຊຶ່ງຍານາງກ່າວກ່ຽວກັບເລື້ອງນີ້ວ່າ:
Your browser doesn’t support HTML5
ສຽງຍານາງສົມປະສົງ 6
ຍານາງສົມປະສົງລົມສູ່ຟັງກ່ຽວກັບໜ້າທີ່ວຽກການຂອງຍານາງ ໃນປັດຈຸບັນນີ້ນີ້ວ່າ:
Your browser doesn’t support HTML5
ສຽງຍານາງສົມປະສົງ 7
ກ່ຽວກັບເລື້ອງວຽກການໂດຍທົ່ວໄປນັ້ນ ຍານາງສົມປະສົງກ່າວວ່າຄົນລາວສ່ວນຫຼາຍແມ່ນເຮັດການເປັນຜູ້ປະກອບອີເລັກໂຕຣນິກ ຫຍິບເຄື່ອງ ແລະໂຮງແຮມ.
Your browser doesn’t support HTML5
ສຽງຍານາງສົມປະສົງ 8
ໃນເລື້ອງສາສະໜານັ້ນ ຍານາງສົມປະສົງກ່າວວ່າ ຍານາງເປັນຄົນກາໂຕລິກ ແຕ່ຍານາງກໍລົມສູ່ຟັງດັ່ງນີ້.
Your browser doesn’t support HTML5
ສຽງຍານາງສົມປະສົງ 9
ຍານາງສົມປະສົງ ດິດທະວົງ ກ່າວວ່າ ຕອນມາຮອດໃໝ່ນັ້ນຄົນລາວຢູ່ນະຄອນຊີອາໂຕ້ ມີຢູ່ປະມານ 10 ຄອບຄົວ ແຕ່ໃນເວລານີ້ ມີຊຸມຊົນລາວທີ່ຮວມທັງຊົນ ເຜົ່າຂະມຸ ແລະເຜົ່າມົ້ງ ອາໄສຢູ່ຫຼາຍກວ່າ 10,000 ຄົນ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວ ໃນນະຄອນຊີອາໂຕ້ ລັດວໍຊິງຕັນ ສະຫະລັດອາເມຣິກາ. ເຊີນພົບກັບລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.