ໃນລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ແລງວັນອາທິດມື້ນີ້ ຍານາງໂມນີ ເວດສຸວັນ ຈາກເມືອງ ເມົາແທັນເລັກ (Mountain Lake) ໃນລັດມິນເນໂຊຕ້າ (Minnesota) ຈະມາລົມສູ່ຟັງກ່ຽວກັບຊີວິດການເປັນຢູ່ຂອງຊາວລາວ ໃນເມືອງດັ່ງກ່າວແລະເຂດອ້ອມແອ້ມ ຊຶ່ງໄພສານ ຈະນຳເອົາບົດສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍການຊຸມຊົນລາວ ສຳພາດກັບຍານາງໂມນີ ເພັດສຸວັນ ຈາກເມືອງເມົາເທັນເລັກ
ຍານາງໂມນີ ເວດສຸວັນ ໄດ້ເດີນທາງອອກຈາກເມືອງລາວມາ ໃນເດືອນຫົກປີ 1978 ແລະກໍມາສ້າງຄອບຄົວຢູ່ທີ່ສູນອົບພະຍົບ ໃນປະເທດໄທ ຊຶ່ງຍານາງລົມສູ່ຟັງດັ່ງນີ້:
Your browser doesn’t support HTML5
ໂມນີ 1
ຍານາງໂມນີ ໄດ້ເຂົ້າມາຢູ່ໃນເມືອງ Mountain Lakeໃນປີໃດ? ຢາກໃຫ້ທ່ານລົມສູ່ຟັງກ່ຽວກັບເລື້ອງນີ້?
Your browser doesn’t support HTML5
ໂມນີ 2
ຍານາງໂມນີ ໄດ້ສ້າງຄອບຄົວໃນປີໃດ? ສ້າງຢູ່ແຕ່ເມືອງລາວບໍ ຫຼືຈັ່ງໃດຢາກໃຫ້ລົມສູ່ຟັງກ່ຽວກັບເລື້ອງນີ້ ມີລູກມີເຕົ້າຈັກຄົນແລ້ວ?
Your browser doesn’t support HTML5
ໂມນີ 3
ປັດຈຸບັນ ຍານາງໂມນີ ເຮັດລ້າເຮັດການຫຍັງ?
Your browser doesn’t support HTML5
ໂມນີ 4
ຢາກໃຫ້ຍານາງໂມນີ ອະທິບາຍສູຸ່ຟັງ ກ່ຽວກັບທຸລະກິດຂອງຍານາງ ເພື່ອວ່າທ່ານຜູ້ຟັງທາງບ້ານ ຈະໄດ້ເຂົ້າໃຈ.
Your browser doesn’t support HTML5
ໂມນີ 5
ຢາກໃຫ້ຍານາງໂມນີ ເວົ້າສູ່ຟັງວ່າ ໃນເຂດທີ່ຍານາງຢູ່ ແລະເຂດໃກ້ຄຽງມີຄົນລາວຢູ່ຫຼາຍບໍ ການເປັນຢູ່ຂອງຊຸມຊົນລາວໃນເມືອງ Mountain Lake ສ່ວນໃຫຍ່ແລ້ວ ພວກເຂົາເຈົ້າເຮັດວຽກເຮັດການຫຍັງ?
Your browser doesn’t support HTML5
ໂມນີ 7
ຢາກໃຫ້ຍານາງໂມນີເວົ້າສູ່ຟັງ ໃນເຂດທີ່ຍານາງຢູ່ນີ້ ມີວັດມີວາຈັກແຫ່ງ ແລະໄກປານໃດຈາກບ່ອນທີ່ຍານາງຢູ່?
Your browser doesn’t support HTML5
ໂມນີ 10
ເປັນຫຍັງຍານາງໂມນີ ແລະຄອບຄົວຈຶ່ງໄດ້ຕັດສິນໃຈ ຕັ້ງຫຼັກຕັ້ງແຫຼ່ງຢູ່ທີ່ເມືອງ Mountain Lake ໃນລັດ Minnesota ບໍ່ຍ້າຍໄປໃສ?
Your browser doesn’t support HTML5
ໂມນີ 11
ຢາກໃຫ້ຍານາງໂມນີລົມສູ່ຟັງວ່າ ເມືອງ Mountain Lake ນີ້ ມີຈຸດເດັ່ນຫຍັງແດ່?
Your browser doesn’t support HTML5
ໂມນີ 12
ສຸດທ້າຍນີ້ ຍານາງໂມນີມີຫຍັງອີກທີ່ຍານາງໂມນີຢາກຈະລົມສູ່ພວກເຮົາຟັງຕື່ມ ແລະໃຫ້ພໍ່ແມ່ພີ່ນ້ອງຟັງຢູ່ທາງເມືອງລາວໄດ້ຟັງນຳກັນ ເພື່ອເປັນການມ້ວນທ້າຍການສຳພາດຂອງພວກເຮົາໃນມື້ນີ້?
Your browser doesn’t support HTML5
ໂມນີ 13
ເມືອງ ເມົາເທັນເລັກ (Mountain Lake) ໃນລັດມິນເນໂຊຕ້າ (Minnesota) ມີປະຊາກອນຢູ່ 2,104 ຄົນ ອີງຕາມການສຳຫຼວດສຳມະໂນຄົວໃນປີ 2010 ແລະໃນປັດຈຸບັນນີ້ ມີຄົນເຊື້ອສາຍລາວອາໄສຢູ່ 60 ຄອບຄົວ. ຍານາງໂມນີເວົ້າວ່າ ນອກຈາກຄົນຜິວຂາວ ແລະຄົນລາວແລ້ວ ໃນເມືອງ Mountain Lake ກໍຍັງມີຊາວມົ້ງ ຊາວອາຟຣິກາ ແລະ ຊົນເຜົ່າອື່ນໆອີກດ້ວຍ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວ ໃນ ເມືອງເມົາແທັນເລັກ ລັດມິນເນໂຊຕ້າ. ເຊີນພົບກັບລາຍການຊຸມຊົນລາວ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.