ເມືອງແອລຈິນ ລັດອິນລີນອຍ ເປັນອີກເຂດນຶ່ງ ທີ່ມີຊຸມຊົນລາວ ອາໄສຢູ່ຫຼາຍ

ທ່ານແສງສະເດັດ ສຸດທິວົງນໍຣາດ (ກາງ) ແລະຊຸມຊົນລາວ ໃນເຂດເມືອງແອລຈິນ ລັດອິນລີນອຍ.

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວ ຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວອາເມຣິກັນ ຄອບຄົວນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເມືອງແອລຈິນ ລັດອິນລີນອຍ ສະຫະລັດອາເມຣິກາ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ຊຸມຊົນລາວ ໃນເຂດເມືອງແອລຈິນ ລັດອິນລີນອຍ


ເມືອງແອລຈິນ ເປັນເມືອງນ້ອຍໆເມືອງນຶ່ງ ໃນເຂດຄຸກແລະເຄນຄາວຕີ້ ທາງພາກເໜືອຂອງລັດອິນລີນອຍ. ເມືອງດັ່ງກ່າວຕັ້ງຢູ່ປະມານ 56 ກິໂລແມັດຢູ່ທາງພາກຕາເວັນຕົກສຽງເໜືອ ຂອງນະຄອນຊິຄາໂກເລາະຕາມສອງຟາກຝັ່ງຂອງແມ່ນ້ຳຟັອກສ໌. ເມືອງແອລຈິນ ເປັນເມືອງໃຫຍ່ ອັນດັບທີ 8 ຢູ່ໃນລັດອິນລີນອຍ ແລະພິເສດ ເມືອງດັ່ງກ່າວນີ້ ແມ່ນເປັນບ້ານພີ່ເມືອງນ້ອງກັບນະຄອນຫຼວງວຽງຈັນມາແຕ່ປີ 1967.

ພວກເດັກນ້ອຍ ທີ່ແຕ່ງຕົວແບບລາວໆ ໃນງານບຸນປະເພນີຕ່າງໆ

ໃນລາຍການຊຸມຊົນລາວ ຂອງເຮົາແລງມື້ນີ້ ຈະພາທ່ານໄປພົບກັບທ່ານແສງສະເດັດ ສຸດທິວົງນໍຣາດ ຊຶ່ງເປັນຄົນລາວຜູ້ນຶ່ງ ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ໃນເມືອງແອລຈິນ ມາໄດ້ດົນນານແລ້ວ.

ທ່ານແສງສະເດັດ ກ່າວໂດຍທົ່ວໄປ ກ່ຽວກັບການເຂົ້າມາຕັ້ງຖິ່ນ ຢູ່ໃນສະຫະລັດ ກ່ອນທີ່ຈະຍົກຍ້າຍເຂົ້າໄປຢູ່ໃນເມືອງແອລຈິນ.

Your browser doesn’t support HTML5

ທ່ານແສງສະເດັດ ກ່າວໂດຍທົ່ວໄປ ກ່ຽວກັບການເຂົ້າມາຕັ້ງຖິ່ນຖານ ໃນສະຫະລັດ


ທ່ານແສງສະເດັດ ກ່າວເຖິງເມືອງແອລຈິນ ຕອນທີ່ທ່ານຍົກຍ້າຍເຂົ້າມາຢູ່ ແລະການຈັດຕັ້ງຂອງຊຸມຊົນລາວໃນເວລານັ້ນ.

Your browser doesn’t support HTML5

ທ່ານແສງສະເດັດ ກ່າວເຖິງຊຸມຊົນລາວ ໃນຕອນທ່ານເຂົ້າມາຕັ້ງຖິ່ນຖານ

ສ່ວນນຶ່ງຂອງພວກເດັກນ້ອຍລາວ ໃນເມືອງແອລຈິນ ລັດອິນລີນອຍ

ທ່ານແສງສະເດັດ ກ່າວເຖິງຊຸມຊົນລາວ ທີ່ຢູ່ໃນເຂດໃກ້ຄຽງ ຊຶ່ງທ່ານກ່າວວ່າ ກໍມີຢູ່ຢ່າງຫຼວງຫຼາຍ.

Your browser doesn’t support HTML5

ທ່ານແສງສະເດັດ ກ່າວເຖິງຄົນລາວ ໃນເຂດໃກ້ຄຽງ


ທ່ານແສງສະເດັດ ກ່າວເຖິງເລື້ອງລ້າເລື້ອງການ ສຳລັບຊຸມຊົນລາວ ຢູ່ໃນເຂດເມືອງແອລຈິນ.

Your browser doesn’t support HTML5

ທ່ານແສງສະເດັດ ກ່າວເຖິງເລື້ອງວຽກການ

ພວກສະຕີ ທີ່ຍັງນຸ່ງຖື ແບບລາວໆ ໃນງານບຸນຕ່າງໆ

ທ່ານແສງສະເດັດ ກ່າວເຖິງເລື້ອງວັດເລື້ອງວ່າ ຢູ່ໃນເມືອງແອລຈິນ ແລະເຂດທີ່ຢູ່ອ້ອມແອມ.

Your browser doesn’t support HTML5

ທ່ານແສງສະເດັດ ກ່າວເຖິງເລື້ອງວັດວາສາສະໜາ


ສຳລັບການເຮັດບຸນເຮັດທານນັ້ນ ທ່ານແສງສະເດັດ ກໍກ່າວວ່າ ບໍ່ຕ່າງຫຍັງຫຼາຍກັບຢູ່ເມືອງລາວ.

Your browser doesn’t support HTML5

ທ່ານແສງສະເດັດ ກ່າວເຖິງການເຮັດບຸນເຮັດທານ

ໃນເລື້ອງການສືບສານປະເພນີແລະອັດທະນະທຳອັນດີງາມຂອງລາວໄວ້ ທ່ານແສງສະເດັດ ກ່າວວ່າ ກໍຍັງມີການດຳເນີນຢູ່ຕໍ່ມາ.

Your browser doesn’t support HTML5

ທ່ານແສງສະເດັດ ກ່າວເຖິງການສືບສານປະເພນີ

ອີກຮູບນຶ່ງຂອງພວກສະຕີ ທີ່ຍັງນຸ່ງຖືແບບລາວໆ ໃນງານບຸນຕ່າງໆ

ສ່ວນຍາເອື້ອຍມີໄຊ ຜູ້ເປັນພັນລະຍາ ກໍໄດ້ກ່າວສັ້ນໆ ສະຫລຸບໃຫ້ຟັງເຖິງຄວາມເປັນຕາໜ້າຢູ່ ຂອງເມືອງແອລຈິນ.

Your browser doesn’t support HTML5

ຍາເອື້ອຍມີໄຊ ກ່າວເຖິງຄວາມອົບອຸ່ນຂອງເມືອງແອລຈິນ


ອີງຕາມຂໍ້ມູນຂອງປີ 2018 ແລ້ວ ເມືອງແອລຈິນມີປະຊາກອນອາໄສຢູ່ປະມານ 111,683 ຄົນ ແລະລັດອິນລີນອຍ ເປັນລັດທີ່ມີຄົນລາວຢູ່ປະມານ 7 ພັນກວ່າຄົນ ຄືຫຼາຍເປັນອັນດັບ 6 ໃນສະຫະລັດ​ອາເມຣິກາ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາ ໃນເມືອງແອລຈິນ ລັດອິນລີນອຍ ສະຫະລັດອາເມຣິກາ. ເຊີນພົບກັບລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.