ຄອບຄົວທ່ານທອງສົດ ເປັນຄົນລາວ ຈຸທຳອິດ ທີ່ເຂົ້າໄປຕັ້ງຖິ່ນຖານ ໃນເມືອງແບຣັດຟອດ

ທ່ານທອງສົດ ພົມມະລາ

​ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາຂອງວີ​ໂອ​ເອພາກ​ພາ​ສາ​ລາວທີ່​ຈະ​ນຳ​ເອົາ ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ຄົນ​ເຊື້ອ​ສາຍ​ລາວ ຕາມ​ເມືອງ​ແລະລັດ​ຕ່າງໆ ໃນ​ທົ່ວ​ທະ​ວີບ​ອາ​ເມ​ຣິ​ກາ ມາ​ລົມ​ສູ່​ພວກ​ທ່ານ​ຟັງ ຊຶ່ງ​ໃນແລງວັນ ອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບຄົນລາວຄອບຄົວນຶ່ງ ທີ່ໄດ້ເຂົ້າໄປຕັ້ງ ຖິ່ນຖານ ຢູ່ເມືອງແບຣັດຟອດ ໃນແຂວງອອນຕາຣີໂອ ປະເທດການາດາ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄ

Your browser doesn’t support HTML5

​ເຊີນ​ຟ​ັງ​ລາຍ​ງານ ຊຸມ​ຊົນ​ລາວ ໃນ​ເຂດ​ເມືອງ​ແບ​ຣັດ​ຟອດ ປະ​ເທດ​ກາ​ນາ​ດາ


ທ່ານທອງສົດ ພົມມະລາ ພ້ອມດ້ວຍພັນລະຍາ ຍານາງລາຍົງ ແລະລູກ 3 ຄົນໄດ້ອົບພະຍົບ ຈາກລາວເຂົ້າໄປຢູ່ໃນສູນອົບພະຍົບຈັງຫວັດອຸບົນປະເທດ ໄທໃນເດືອນຕຸລາປີ 1979. ຄອບ​ຄົວ​ຂອງ​ທ່ານ​ທອງ​ສົດ ກໍ​ຄື​ກັນ​ກັບ​ພວກ​ຄົນລາວ​ຫຼາຍໆ​ສິບ​ພັນ​ຄົນ ທີ່​ຕ້ອງ​ໄດ້​ອົບ​ພະ​ຍົ​ບ​ຫຼົບ​ໄພ ໄປ​ຕ່າງ​ປະ​ເທດ​ໃນ​ເວ​ລານັ້ນ ແຕ່​ກໍ​ຍັງເປັນຈັ່ງໂຊກຢູ່ ຄອບຄົວຂອງທ່ານທອງສົດ ໄດ້ມີຊື່ໄປ ຕັ້ງຖິ່ນຖານ ໃໝ່ຢູ່ໃນປະເທດການາດາ ໃນໄລຍະເວລາ 5 ເດືອນຕໍ່ມາ ຊຶ່ງທ່ານທອງສົດ ກ່າວສູ່ຟັງວ່າ:

Your browser doesn’t support HTML5

ທ່ານທອງສົດ ເວົ້າເຖິງການຕັ້ງຖິ່ນຖານ ຢູ່ເມືອງແບຣັດຟອດ

ເຮືອນ​ທ່ານ​ທອງ​ສົດ (ກາງ) ທີ່​ເມືອງ​ແບ​ຣັດ​ຟອດ

ເມືອງແບຣັດຟອດ (Bradford) ເປັນເມືອງນ້ອຍໆ ຕັ້ງຢູ່ແຄມແມ່ນ້ຳ Holland ທີ່ໄຫຼລົງສູ່ທະເລ ສາບຊິມໂກ ທາງທິດເໜືອຂອງນະຄອນໂຕຣອນໂຕແລະຄອບ ຄົວຂອງທ່ານທອງສົດ ແມ່ນເປັນຄົນລາວຄອບຄົວທຳອິດ ທີ່ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເມືອງດັ່ງກ່າວ. ທ່ານທອງສົດເວົ້າວ່າ:

Your browser doesn’t support HTML5

ທ່ານທອງສົດ - ທ່ານເປັນຄອບຄົວທຳອິດ ທີ່ເຂົ້າໄປຕັ້ງຖິ່ນຖານ

ທ່ານທອງສົດເວົ້າວ່າ ຫຼັງຈາກທ່ານໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ເມືອງແບຣັດຟອດ ບໍ່ດົນ ກໍມີໂຮງຈັກໂຮງງານຈຳນວນນຶ່ງ ໄດ້​ພາ​ກັນຍ້າຍເຂົ້າໄປຕັ້ງຢູ່ເມືອງດັ່ງກ່າວ ຈຶ່ງເຮັດໃຫ້ມີຄົນລາວຫຼາຍ​ສົມ​ຄວນ ພາກັນຍົກຍ້າຍເຂົ້າໄປຢູ່ ໃນເຂດ ອ້ອມແອ້ມ ຮວມທັງເມືອງແບຣັດຟອດນຳດ້ວຍ.

Your browser doesn’t support HTML5

ທ່ານທອງສົດ ເວົ້າເຖິງການຍ້າຍເຂົ້າໄປ ຂອງຄົນລາວ


ທ່ານທອງສົດກ່າວວ່າ ຄົນລາວສ່ວນຫຼາຍໃນເຂດເມືອງແບຣັດຟອດ ແລະເຂດ ອ້ອມແອ້ມແມ່ນເຮັດລ້າເຮັດການ ຢູ່ນຳໂຮງງານເຮັດລົດ ແລະເຄື່ອງອາໄຫຼ່ລົດ.

Your browser doesn’t support HTML5

ທ່ານທອງສົດ ເວົ້າເຖິງບ່ອນເຮັດວຽກ

ທ່ານທອງສົດເວົ້າວ່າ ອາຊີບວຽກງານອື່ນຂອງຄົນລາວ ເຊັ່ນວ່າເຮັດຢູ່ຮ້ານອາຫານກໍມີ ແຕ່ແນວໃດກໍຕາມທ່ານເວົ້າວ່າ 95 ເປີເຊັນຂອງ​ພວກ​ຄົນ​ລາວແມ່ນ ເຮັດວຽກຢູ່ຕາມໂຮງຈັກໂຮງງານ. ທ່ານທອງສົດກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ທ່ານທອງສົດ ເວົ້າເຖິງອາຊີບສ່ວນໃຫຍ່

ຕໍ່ຄຳຖາມທີ່ວ່າ ມີຊຸມຊົນລາວຂະໜາດໃຫຍ່ຢູ່ໃກ້ໆບ່ອນທ່ານຢູ່ບໍ ທ່ານທອງສົດ ກ່າວວ່າ ກໍມີຄືກັນໃນເຂດອ້ອມແອ້ມນະຄອນໂຕຣອນໂຕ ແລະໃນບໍລິເວນໃກ້ໆກັບ​ບ່ອນທ່ານຢູ່.

Your browser doesn’t support HTML5

ທ່ານທອງສົດ ກ່າວເຖິງຊຸມຊົນລາວ

ທ່ານທອງສົດ ແລະຍານາງລາຍົງ ລົງເຮືອໄປທ່ຽວ


ໃນ​ເມືອງ​ແບ​ຣັດ​ຟອດ ບໍ່​ມີ​ວັດ​ລາວ ແຕ່​ພວກ​ຄົນ​ລາວ​ທີ່​ຕ້ອງ​ການ​ຢາກ​ເຮັດ​ບຸນ​ສິນ​ກິນ​ທານ ​ກໍ​ໄປ​ເຮັດ​ທີ່ນະ​ຄອນ​ໂຕ​ຣອນ​ໂຕ ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ນັ້ນ ມີ​ວັດ​ລາວຢູ່ 2 ວັດ ຄື​ວັດ​ລາວ​ເວ​ລຸ​ວະ​ນະ​ຣາມ ແລະ​ວັດ​ລາວ​ໂຕ​ຮອນ​ໂຕ. ແຕ່​ສຳ​ລັບ​ພວກ​ທີ່​ບໍ່ແມ່ນ​ຊາວ​ພຸດ​ແລ້ວ ທ່ານ​ທອງ​ສົດ​ກ່າວ​ວ່າ:

Your browser doesn’t support HTML5

ທ່ານທອງສົດ ກ່າວເຖິງການຄົບງັນ


ທ່ານ​ທອງ​ສົດ​ກ່າວ​ວ່າ ໃນ​ໄລ​ຍະ​ບໍ່​ດົນ​ຜ່ານ​ມານີ້ ເມືອງ​ແບ​ຣັດ​ຟອດ ​ໄດ້​ມີ​ການຂະ​ຫຍາຍ​ຕົວ​ແບບ​ເປັນ​ແຈ້ງ ກາຍ​ເປັນ​ເມືອງ​ທີ່​ໃຫຍ່​ຂຶ້ນ​ກັບ​ຕາ ມີ​ຮ້ານ​ອາ​ຫານແລະ​ຕະ​ຫລາດ​ເອ​ເຊຍ ສະ​ດວກ​ສະ​ບາຍ​ຫຼາຍ​ຂຶ້ນ.

Your browser doesn’t support HTML5

ທ່ານທອງສົດ ເວົ້າເຖິງຮ້ານເອເຊຍ


ຍາ​ນາງ​ລາ​ຍົງ ພົມ​ມະ​ລາ ຜູ້​ເປັນ​ພັນ​ລະ​ຍາ​ກ່າວ​ວ່າ ຍາ​ນາງ​ໄດ້​ຕົກ​ລົງ​ປົງ​ໃຈ​ຕັ້ງ​ຫຼັກ​ແຫຼ່ງ​ຢູ່ເມືອງ​ແບ​ຣັດ​ຟອດ ໂດຍ​ບໍ່​ຍອມ​ຍ້າຍ​ໄປ​ບ່ອນ​ອື່ນນັ້ນ​ຍ້ອນຍາ​ນາງ​ມັກ​ຫຼາຍ ​ມັກ​ໃນລັກ​ສະ​ນະ​ພິ​ເສດ​ຂອງ​ມັນ. ຍາ​ນາງ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

Your browser doesn’t support HTML5

ຍານາງລາຍົງ ເວົ້າເຖິງຄວາມໜ້າຢູ່


​ທ່ານ​ທອງ​ສົດ​ກ່າວ​ວ່າ ຢູ່​ທີ່​ເມືອງ​ແບ​ຣັດ​ຟອດ ກໍ​ບໍ່​ຕ່າງ​ຫຍັງ​ຫຼາຍ​ ກັບ​ຢູ່​ແຫ່ງອື່ນໆຂອງປະເທດການາດາ ທຸ​ກ​ສິ່ງ​ທຸກ​ຢ່າງ​ກໍ​ສະ​ດວກ​ສະ​ບາຍ ໄປ​ມາ​ຫາ​ສູ່​ກັນ​ກໍ​ບໍ່​ຫຍຸ້ງ​ບໍ່​ຍາກແລະ​ພິ​ເສດ​ກໍ​ແມ່ນ​ຄວາມ​ສະ​ຫງົບ ບໍ່​ມີ​ຄົນຂີ້​ລັກ​ນັກ​ປຸ້ນ. ທ່ານທອງສົດກ່າວສະຫລຸບວ່າ.

Your browser doesn’t support HTML5

ທ່ານທອງສົດ ເວົ້າເຖິງຄວາມສະດວກ