ທ່ານລາວັນ ບົວແພງ ລົມສູ່ຟັງ ກ່ຽວກັບຊຸມຊົນລາວ ໃນນະຄອນແອັດແລນຕາ ລັດຈໍເຈຍ

ທ່ານລາວັນ ບົວແພງ ທີ່ຫ້ອງການຢູ່ນະຄອນແອັດແລນຕາ ລັດຈໍເຈຍ.

​ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາ ມາສະເໜີທ່ານ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວອາເມຣິກັນທ່ານນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນແອັດແລນຕາ ລັດຈໍເຈຍ. ໄພສານມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງ ລາຍການຊຸມຊົນລາວ ໃນນະຄອນແອັດແລນຕາ ລັດຈໍເຈຍ

ທ່ານລາວັນ ແລະພັນລະຍາ ຍານາງມາດີ ບົວແພງ ກັບລູກສາວ 4 ຄົນ

ທ່ານລາວັນ ບົວແພງ ພ້ອມດ້ວຍພັນລະຍາ ຍານາງມາດີ ແລະລູກ 2 ຄົນໄດ້ ເຂົ້າໄປຢູ່ໃນສູນອົບພະຍົບ ຈັງຫວັດອຸບົນ ປະເທດໄທ ຊົ່ວໄລຍະນຶ່ງ ກ່ອນຈະເດີນທາງມາຕັ້ງຖິ່ນຖານຢູ່ສະຫະລັດ ແລະໃນລະຫວ່າງຢູ່ໃນສູນອຸບົນນັ້ນ ທ່ານກໍໄດ້ເຮັດວຽກກັບຫ້ອງການສຳພາດຂອງອາເມຣິກາ ຢູ່ທີ່ນັ້ນ. ທ່ານລາວັນກ່າວວ່າ ທ່ານເດີນທາງມາຫະລັດ ກໍຍ້ອນມີພີ່ນ້ອງ ຢູ່ນະຄອນແອັນແລນຕາ. ທ່ານກ່າວເພີ້ມຕື່ມກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ສຽງທ່ານລາວັນ 1

ທ່ານລາວັນ ບົວແພງ


ທ່ານພໍຊິເວົ້າສູ່ຟັງໄດ້ບໍນໍ ຫຼັງຈາກຮຽນພາສາອັງກິດແລະຮຽນພິເສດແລ້ວ ທ່ານໄດ້ເຮັດລ້າເຮັດການຫຍັງເນາະ?

Your browser doesn’t support HTML5

ສຽງທ່ານລາວັນ 2


ເວລາທ່ານເດີນທາງເຂົ້າມາຕັ້ງຖິ່ນຖານຢູ່ແອັດແລນຕາໜີ້ ຄົນລາວຢູ່ເຂດນີ້ມີຫຼາຍປານໃດເນາະທ່ານ? ແລະກາປັດຈຸບັນນີ້ ມີຫຼາຍປານໃດ?

Your browser doesn’t support HTML5

ສຽງທ່ານລາວັນ 3

ທ່ານລາວັນ ສົມແພງ



ຢາກໃຫ້ທ່ານເວົ້າສູ່ຟັງກ່ຽວກັບຄວາມເປັນຕາໜ້າຢູ່ຂອງນະຄອນແອັດແລນຕາເນາະທ່ານ?

Your browser doesn’t support HTML5

ສຽງທ່ານລາວັນ 4


ບັດນີ້ ຢາກໃຫ້ທ່ານເວົ້າສູ່ຟັງ ກ່ຽວກັບຊີວິດການເປັນຢູ່ຂອງຊຸມຊົນລາວໃນນະ ຄອນແອັດແລນຕ້ານໍ ສ່ວນໃຫຍ່ເຂົາເຈົ້າເຮັດລ້າເຮັດການຫຍັງເນາະທ່ານ?

Your browser doesn’t support HTML5

ສຽງທ່ານລາວັນ 5

ທ່ານລາວັນ ບົວແພງ



ບັດນີ້ຢາກໃຫ້ທ່ານເວົ້າສູ່ຟັງກ່ຽວກັບເລື້ອງວັດວາສາສະໜາ ຢູ່ໃນເຂດນະຄອນແອັດແລນຕາໜີ້ມີວັດລາວຈັກແຫ່ງ ແລະກໍວັນບຸນວັນສິນເພິ່ນເຮັດຈັງໃດເນາະ?

Your browser doesn’t support HTML5

ສຽງທ່ານລາວັນ 6


ທ່ານມີຫຍັງນໍ ຢາກຝາກຝັງໄປຫາທ່ານຜູ້ຟັງຢູ່ທາງເມືອງລາວ?

Your browser doesn’t support HTML5

ສຽງທ່ານລາວັນ 7


ນະຄອນແອັດແລນຕາ ເປັນເມືອງເອກ ພ້ອມທັງເປັນເມືອງໃຫຍ່ມີພົນລະເມືອງຫຼາຍກວ່າໝູ່ ແລະກໍເປັນເມືອງສຳຄັນສຸດໃນລັດຈໍເຈຍ ທີ່ຕັ້ງຢູ່ໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ. ປັດຈຸບັນນີ້ ມີຄົນອາເມຣິກັນເຊື້ອສາຍລາວອາໄສຢູ່ແລະເຮັດວຽກເຮັດການໃນນະຄອນແອັດແລນຕາ ແລະເຂດອ້ອມແອ້ມປະມານຫຼາຍໆພັນຄົນ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນແມ່ນ​ການໂອ້ລົມກັບທ່ານລາວັນ ສົມແພງ ຢູ່ນະຄອນ ແອັດແລນຕາ ລັດຈໍເຈຍ ສະຫະລັດອາເມຣິກາ.ເຊີນພົບກັບລາຍການຊຸມຊົນລາວໃນທະວີບອາເມຣິກາຂອງເຮົາໄດ້ອີກໃນວັນອາທິດໜ້າເວລາດຽວກັນນີ້.