ໃນລາຍການຊຸມຊົນລາວຢູ່ທະວີບອາເມຣິກາຂອງວີໂອເອພາກພາສາລາວ ແລງມື້ນີ້ ເຮົາຈະພາທ່ານໄປຮູ້ຈັກກັບຄົນລາວຄອບຄົວນຶ່ງໃນເຂດເມືອງອາລເບີເຄີກກີ ລັດນິວເມັກຊິໂກ. ໄພສານ ມີລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍການ ຊຸມຊົນລາວ ໃນເມືອງອາລເບີເຄີກກີ ລັດນິວເມັກຊິໂກ
ເມື່ອສີ່ສິບປີກ່ອນ ແມ່ນຍາກທີ່ຈະພົບໜ້າພົບຕາຄົນເຊື້ອສາຍລາວ ຢູ່ຕາມເມືອງ ແລະລັດຕ່າງໆ ແຕ່ໃນປັດຈຸບັນນີ້ສະພາບການໄດ້ປ່ຽນແປງໄປ ເກືອບທຸກໆລັດ ແມ່ນມີຄົນລາວ ເຂົ້າໄປອາໄສຢູ່ ແລະໃນແລງມື້ນີ້ ເຮົາຈະພາທ່ານ ໄປພົບກັບ ທ່ານສຸກສະຫວັດ ສຸຣະພົນ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ເມືອງອາລເບີເຄີກກີມາໄດ້ 40 ປີແລ້ວ.
ທ່ານສຸກສະຫວັດກ່າວວ່າ ໃນປີ 1979 ກ່ອນຈະເຂົ້າມາຕັ້ງຖິ່ນຖານຢູ່ສະຫະລັດ ທ່ານໄດ້ເຂົ້າໄປຢູ່ໃນສູນອຸບົນ ປະເທດໄທ ລຸນຫຼັງທີ່ໄດ້ອົບພະຍົບອອກຈາກປະ ເທດລາວ ທ່ານໄດ້ຢູ່ຫັ້ນເປັນເວລາ 8 ເດືອນ ຈຶ່ງໄດ້ຖືກສຳພາດມາສະຫະລັດ. ທ່ານສຸກສະຫວັດ ກ່າວສູ່ຟັງວ່າ:
Your browser doesn’t support HTML5
ສຽງທ່ານສຸກສະຫວັດ ເວົ້າເຖິງການສຳພາດ ມາອາເມຣິກາ
ທ່ານສຸກສະຫວັດ ສຸຣະພົລ ແລະຄອບຄົວ
ໃນຕອນເຂົ້າມາຕັ້ງຖິ່ນຖານ ຢູ່ເມືອງອາລເບີເຄີກກີ ໃນປີ 1980 ນັ້ນຢາກໃຫ້ທ່ານລົມສູ່ຟັງກ່ຽວ ກັບເລື້ອງນີ້?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເຖິງການເລີ້ມຕົ້ນຊີວິດໃໝ່
ເວລາທ່ານຍ້າຍມາ ຢູ່ໃນເມືອງອາລເບີເຄີກກີໜີ້ ເວລານັ້ນມີຄົນລາວຫຼາຍປານໃດ ແລະດຽວນີ້ເດ ຫຼາຍປານໃດນໍທ່ານ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເຖິງຊຸມຊົນລາວ ຢູ່ອາລເບີເຄີກກີ ເວລາທ່ານໄປຮອດໃໝ່
ຢາກໃຫ້ທ່ານສຸກສະຫວັດເວົ້າສູ່ຟັງວ່າ ເມືອງອາລເບີເຄີກກີ ຕັ້ງຢູ່ໃນເຂດໃດ ຂອງລັດນິວເມັກຊິໂກ ແລະກໍມີຄວາມສຳຄັນຈັ່ງໃດເນາະທ່ານ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າສູ່ຟັງວ່າ ເມືອງອາລເບີເຄີກກີ ຕັ້ງຢູ່ໃນເຂດໃນຂອງນິວເມັກຊິໂກ
ຄອບຄົວຂອງທ່ານສຸກສະຫວັດ ສຸຣະພົລ
ທ່ານພໍຈະເວົ້າສູ່ຟັງໄດ້ບໍ ກ່ຽວກັບຄວາມເປັນຕາໜ້າຢູ່ ຂອງເມືອງອາລເບີເຄີກກີເນາະທ່ານ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າສູ່ຟັງເຖິງລັກສະນະພິເສດ ຂອງເມືອງອາລເບີເຄີກກີ
ທ່ານວ່າອາກາດກໍບໍ່ຮ້ອນປານໃດ ຂ້າພະເຈົ້າລະຄິດວ່າ ອາລເບີເຄີກກີນີ້ ເປັນເມືອງອາກາດຮ້ອນ ມີທະລາຍຊາຍ ບໍ່ແມ່ນເນາະທ່ານເນາະ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເຖິງເລື້ອງອາກາດ ຢູ່ທີ່ນັ້ນ
ບັດນີ້ ທ່ານສຸກສະຫວັດ ຢາກໃຫ້ທ່ານເວົ້າສູ່ຟັງ ກ່ຽວກັບເລື້ອງຄອບຄົວຂອງທ່ານ ຕັ້ງແຕ່ທ່ານຍ້າຍເຂົ້າມາພຸ້ນລະ ຈົນເທົ່າປັດຈຸບັນນີ້?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເລື້ອງຊີວິດສ່ວນຕົວທ່ານສູ່ຟັງ
ບັດນີ້ຢາກໃຫ້ທ່ານສຸກສະຫວັດເວົ້າສູ່ຟັງ ກ່ຽວກັບຊີວິດການເປັນຢູ່ຂອງຊຸມຊົນລາວໃນເມືອງອາລເບີເຄີກກີ ແລະເຂດໃກ້ຄຽງ ເຂົາເຈົ້າຫາຢູ່ຫາກິນແບບໃດສ່ວນຫຼາຍ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າສູ່ຟັງເລື້ອງການເປັນຢູ່ ຂອງຊຸມຊົນລາວທີ່ນັ້ນ
ທ່ານສຸກສະຫວັດ ແລະຄອບຄົວ
ກ່ຽວກັບທ່ານເອງນໍ ຕັ້ງແຕ່ຮຽນຈົບມາແລ້ວ ເຮັດລ້າເຮັດການທ່ານພໍຈະເວົ້າສູ່ຟັງໄດ້ບໍ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເລື້ອງຊີວິດສ່ວນຕົວທ່ານສູ່ຟັງ
ທ່ານພໍຊິເວົ້າສູ່ຟັງໄດ້ບໍ ໃນເມືອງອາລເບີເຄີກກີ ແລະເຂດອ້ອມແອ້ມ ມີວັດລາວບໍທ່ານ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເລື້ອງວັດວາສາສະໜາສູ່ຟັງ
ເລື້ອງບຸນສິນກິນທານ ເພິ່ນເຮັດກັນແນວໃດ ຢູ່ທີ່ເມືອງອາລເບີເຄີກກີ?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເລື້ອງເຮັດບຸນສິນກິນທານສູ່ຟັງ
ຢາກຖາມຄວາມຮູ້ສຶກຂອງທ່ານວ່າ ເປັນຫຍັງທ່ານແລະຄອບຄົວ ຈຶ່ງໄດ້ຕັດສິນໃຈຕັ້ງຫຼັກຕັ້ງແຫຼ່ງຢູ່ທີ່ເມືອງອາລເບີເຄີກກີໜີ້?
Your browser doesn’t support HTML5
ທ່ານສຸກສະຫວັດ ເວົ້າເຖິງການຕັດສິນໃຈ ຕັ້ງຫຼັກແຫຼ່ງ ຢູ່ເມືອງອາລເບີເຄີກກີ
ສຸດທ້າຍ ທ່ານມີຫຍັງຢາກຝາກໄປຫາພໍ່ແມ່ພີ່ນ້ອງທີ່ຟັງຢູ່ທາງເມືອງລາວ?
Your browser doesn’t support HTML5
ທ່ານສຸກສະຫວັດ ຝາກຄວາມເຖິງພີ່ນ້ອງ ທ່ານຜູ້ຟັງ
ເມືອງອາລເບີເຄີກກີ ເປັນເມືອງໃຫຍ່ທີ່ສຸດ ໃນລັດນິວເມັກຊິໂກ ແລະເວລານີ້ມີຄົນອາເມຣິກັນເຊື້ອສາຍລາວອາໄສຢູ່ ປະມານ 500 ກວ່າຄົນ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວຢູ່ໃນ ເມືອງອາລເບີເຄີກກີ ລັດນິວເມັກຊິໂກ. ເຮົາຈະກັບມາພົບກັບທ່ານອີກໃນແລງວັນອາທິດໜ້າ ເວລາດຽວກັນນີ້ ແລະຈະເປັນຊຸມຊົນລາວ ຢູ່ໃນລັດໃດນັ້ນ ກະລຸນາຫາໂອກາດຕິດຕາມຮັບຟັງໃຫ້ໄດ້.